Biblica® Open Lao Contemporary Version
ລູກາ 2
ການເກີດຂອງພຣະເຢຊູເຈົ້າ
ໃນເວລານັ້ນ ກາຍຊາໂອຄຸໂຕໄດ້ອອກຄຳສັ່ງໃຫ້ພົນລະເມືອງໃນທົ່ວທັງຈັກກະພົບໂຣມໄປຈົດທະບຽນສຳມະໂນຄົວ. (ນີ້ແມ່ນການຈົດທະບຽນສຳມະໂນຄົວຄັ້ງທຳອິດໃນສະໄໝທີ່ກີເຣນີໂອເປັນຜູ້ປົກຄອງແຂວງຊີເຣຍ.) ທຸກຄົນຕ່າງກໍໄປຈົດທະບຽນສຳມະໂນຄົວຕາມບ້ານເມືອງຂອງຕົນ.
ດັ່ງນັ້ນ ໂຢເຊັບຈຶ່ງເດີນທາງຈາກເມືອງນາຊາເຣັດໃນແຂວງຄາລີເລຂຶ້ນໄປຍັງເບັດເລເຮັມເມືອງຂອງດາວິດໃນແຂວງຢູດາຍ ເພາະວ່າເພິ່ນເປັນເຊື້ອສາຍຂອງດາວິດ. ເພິ່ນໄດ້ໄປຈົດທະບຽນຢູ່ທີ່ນັ້ນກັບນາງມາຣີຄູ່ໝັ້ນຂອງເພິ່ນທີ່ກຳລັງຖືພາຢູ່. ໃນຂະນະທີ່ພວກເພິ່ນຢູ່ທີ່ນັ້ນ ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ, ນາງໄດ້ເກີດລູກຊາຍກົກ, ນາງໄດ້ເອົາຜ້າອ້ອມມາພັນລູກ ແລະ ວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
ແລະ ມີຄົນລ້ຽງແກະອາໄສຢູ່ໃນທົ່ງນາໃກ້ແຖບນັ້ນ ເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ. ມີເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າມາປາກົດແກ່ພວກເຂົາ ແລະ ສະຫງ່າລາສີຂອງອົງພຣະຜູ້ເປັນເຈົ້າໄດ້ສ່ອງອ້ອມຮອບພວກເຂົາ, ເຮັດໃຫ້ພວກເຂົາຕົກໃຈຢ້ານ. ແຕ່ເທວະດາຕົນນັ້ນກ່າວແກ່ພວກເຂົາວ່າ, “ຢ່າຢ້ານເລີຍ. ເຮົານຳຂ່າວດີມາໃຫ້ພວກທ່ານ ເຊິ່ງເຮັດໃຫ້ທຸກຄົນຊື່ນຊົມຍິນດີຢ່າງໃຫຍ່. ໃນວັນນີ້ທີ່ເມືອງຂອງດາວິດ ອົງພຣະຜູ້ຊ່ວຍໃຫ້ພົ້ນອົງໜຶ່ງໄດ້ມາບັງເກີດເພື່ອພວກເຈົ້າ, ພຣະອົງຄືພຣະເມຊີອາ, ອົງພຣະຜູ້ເປັນເຈົ້າ. ນີ້ຈະເປັນໝາຍສຳຄັນແກ່ພວກເຈົ້າຄື: ພວກເຈົ້າຈະໄດ້ພົບເດັກນ້ອຍຄົນໜຶ່ງພັນຜ້າອ້ອມນອນຢູ່ໃນຮາງຫຍ້າ”.
ໃນທັນໃດນັ້ນ ກອງທັບສະຫວັນໝູ່ໃຫຍ່ມາປາກົດພ້ອມກັບເທວະດາຕົນນັ້ນຮ່ວມກັນສັນລະເສີນພຣະເຈົ້າ ແລະ ກ່າວວ່າ,
“ຂໍກຽດຕິຍົດຈົ່ງມີແກ່ພຣະເຈົ້າໃນສະຫວັນສູງສຸດ
ແລະ ສັນຕິສຸກຈົ່ງມີແກ່ຜູ້ທີ່ພຣະອົງພໍໃຈເທິງແຜ່ນດິນໂລກນີ້”.
ເມື່ອບັນດາເທວະດາເຫລົ່ານັ້ນຈາກພວກເຂົາໄປ ແລະ ກັບຂຶ້ນສູ່ສະຫວັນແລ້ວ ພວກຜູ້ລ້ຽງແກະກໍເວົ້າກັນວ່າ, “ໃຫ້ພວກເຮົາພາກັນໄປຍັງເມືອງເບັດເລເຮັມ ແລະ ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນນີ້ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກພວກເຮົາ”.
ດັ່ງນັ້ນ ພວກເຂົາຈຶ່ງຟ້າວໄປ ແລະ ພົບນາງມາຣີກັບໂຢເຊັບ ແລະ ເດັກນ້ອຍທີ່ນອນຢູ່ໃນຮາງຫຍ້າ. ເມື່ອພວກເຂົາໄດ້ເຫັນພຣະອົງແລ້ວ ພວກເຂົາກໍໄດ້ກະຈາຍຂ່າວເລື່ອງທີ່ເທວະດາໄດ້ບອກເລື່ອງເດັກນ້ອຍຄົນນັ້ນ, ແລະ ທຸກຄົນທີ່ໄດ້ຍິນກໍປະຫລາດໃຈໃນສິ່ງທີ່ພວກຜູ້ລ້ຽງແກະໄດ້ບອກແກ່ພວກເຂົາ. ແຕ່ນາງມາຣີກໍໄດ້ເກັບເລື່ອງທັງໝົດນີ້ໄວ້ ແລະ ຄິດທົບທວນຢູ່ໃນໃຈ. ແລ້ວພວກຜູ້ລ້ຽງແກະກໍກັບຄືນໄປຖວາຍກຽດ ແລະ ສັນລະເສີນພຣະເຈົ້າສຳລັບທຸກສິ່ງທີ່ພວກເຂົາໄດ້ຍິນ ແລະ ໄດ້ເຫັນ ເພາະວ່າເຫດການໄດ້ເປັນໄປຕາມທີ່ເທວະດານັ້ນໄດ້ບອກພວກເຂົາໄວ້.
ໃນວັນທີແປດ ກໍເຖິງເວລາທີ່ເດັກນ້ອຍຄົນນັ້ນຕ້ອງຮັບພິທີຕັດ, ເດັກນ້ອຍຄົນນັ້ນມີຊື່ວ່າເຢຊູ ຕາມຊື່ທີ່ເທວະດາໄດ້ບອກໄວ້ກ່ອນທີ່ນາງມາຣີຍັງບໍ່ທັນໄດ້ຖືພາ.
ການຖວາຍພຣະເຢຊູເຈົ້າໃນວິຫານ
ເມື່ອເຖິງເວລາທີ່ຈະເຮັດພິທີຊຳລະຕາມກົດບັນຍັດຂອງໂມເຊ, ໂຢເຊັບ ແລະ ນາງມາຣີຈຶ່ງໄດ້ນຳພຣະເຢຊູເຈົ້າໄປທີ່ເຢຣູຊາເລັມເພື່ອຖວາຍແກ່ອົງພຣະຜູ້ເປັນເຈົ້າ (ຕາມທີ່ມີຂຽນໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າວ່າ, “ລູກຊາຍກົກທຸກຄົນຈະຕ້ອງນຳມາຖວາຍແກ່ອົງພຣະຜູ້ເປັນເຈົ້າ”1), ແລະ ເພື່ອຖວາຍເຄື່ອງບູຊາຕາມທີ່ກ່າວໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າຄື: “ນົກເຂົາຄູ່ໜຶ່ງ ຫລື ນົກກາງແກໜຸ່ມສອງໂຕ”.2
ບັດນີ້ ມີຊາຍຄົນໜຶ່ງໃນເຢຣູຊາເລັມຊື່ວ່າຊີເມໂອນ, ເພິ່ນເປັນຄົນຊອບທຳ ແລະ ຢຳເກງພຣະເຈົ້າ. ເພິ່ນກຳລັງຄອຍຖ້າເວລາທີ່ປະຊາຊົນອິດສະຣາເອນຈະໄດ້ຮັບການປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າກໍຢູ່ກັບເພິ່ນ. ພຣະວິນຍານບໍລິສຸດເຈົ້າໄດ້ສະແດງໃຫ້ເພິ່ນຮູ້ວ່າເພິ່ນຈະບໍ່ຕາຍຈົນກວ່າຈະໄດ້ເຫັນພຣະເມຊີອາຂອງອົງພຣະຜູ້ເປັນເຈົ້າ. ພຣະວິນຍານບໍລິສຸດເຈົ້າໄດ້ນຳເພິ່ນເຂົ້າໄປໃນເດີ່ນວິຫານ. ເມື່ອພໍ່ແມ່ໄດ້ນຳເອົາເດັກນ້ອຍເຢຊູມາເພື່ອປະກອບພິທີໃຫ້ແກ່ເດັກນ້ອຍນັ້ນຕາມທຳນຽມຂອງກົດບັນຍັດທີ່ໄດ້ກຳນົດໄວ້, ຊີເມໂອນກໍໄດ້ອູ້ມພຣະເຢຊູເຈົ້າໄວ້ໃນອ້ອມແຂນຂອງຕົນ ແລະ ສັນລະເສີນພຣະເຈົ້າວ່າ:
“ຂ້າແດ່ອົງພຣະຜູ້ເປັນເຈົ້າອົງເຈົ້ານາຍ ຕາມທີ່ພຣະອົງໄດ້ສັນຍາໄວ້,
ບັດນີ້ ຂໍພຣະອົງໃຫ້3ຜູ້ຮັບໃຊ້ຂອງພຣະອົງໄປຢ່າງເປັນສຸກ.
ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນທີ່ມາຈາກພຣະອົງແລ້ວ,
ຄວາມພົ້ນທີ່ພຣະອົງໄດ້ຈັດຕຽມໄວ້ຕໍ່ໜ້າປະຊາຊາດທັງໝົດຄື:
ແສງສະຫວ່າງເພື່ອເປີດເຜີຍແກ່ບັນດາຄົນຕ່າງຊາດ,
ແລະ ເພື່ອເປັນສະຫງ່າລາສີແກ່ຊາວອິດສະຣາເອນປະຊາຊົນຂອງພຣະອົງ”.
ພໍ່ແມ່ຂອງເດັກນ້ອຍກໍປະຫລາດໃຈໃນຖ້ອຍຄຳທີ່ຊີເມໂອນໄດ້ກ່າວກ່ຽວກັບເດັກນ້ອຍຄົນນັ້ນ. ຫລັງຈາກນັ້ນ ຊີເມໂອນໄດ້ອວຍພອນພວກເພິ່ນ ແລະ ກ່າວກັບນາງມາຣີແມ່ຂອງເດັກນ້ອຍນັ້ນວ່າ, “ເດັກນ້ອຍຄົນນີ້ຖືກກຳນົດໄວ້ເພື່ອເຮັດໃຫ້ຄົນອິດສະຣາເອນລົ້ມລົງ ແລະ ລຸກຂຶ້ນ, ແລະ ຖືກກຳນົດໄວ້ໃຫ້ເປັນໝາຍສຳຄັນທີ່ຈະຖືກເວົ້າຕໍ່ຕ້ານ, ເພື່ອຄວາມຄິດໃນໃຈຂອງຄົນທັງຫລາຍຈະຖືກເປີດເຜີຍອອກ. ແລະ ດາບຈະແທງຊອດຈິດໃຈຂອງເຈົ້າເອງເໝືອນກັນ”.
ມີຜູ້ທຳນວາຍຄົນໜຶ່ງຊື່ວ່າອານາ, ເປັນລູກສາວຂອງຟານູເອັນຕະກຸນອາເຊ. ນາງເປັນຄົນເຖົ້າແກ່ຫລາຍແລ້ວ, ຫລັງຈາກແຕ່ງງານມານາງຢູ່ກັບຜົວໄດ້ເຈັດປີ, ແລ້ວກໍເປັນໝ້າຍມາຈົນເຖິງອາຍຸ 84 ປີ.4 ນາງບໍ່ເຄີຍອອກຈາກບໍລິເວນວິຫານເລີຍ ແຕ່ເຝົ້ານະມັດສະການພຣະເຈົ້າທັງກາງເວັນ ແລະ ກາງຄືນ, ຖືສິນອົດອາຫານ ແລະ ອະທິຖານ. ໃນເວລານັ້ນ ນາງໄດ້ເຂົ້າມາຫາພວກເພິ່ນແລ້ວຂອບພຣະຄຸນພຣະເຈົ້າ ແລະ ເວົ້າເຖິງເດັກນ້ອຍຄົນນີ້ໃຫ້ແກ່ທຸກຄົນທີ່ລໍຖ້າການໄຖ່ເຢຣູຊາເລັມຟັງ.
ເມື່ອໂຢເຊັບ ແລະ ນາງມາຣີ ໄດ້ເຮັດທຸກສິ່ງຕາມທີ່ກຳນົດໄວ້ໃນກົດບັນຍັດຂອງອົງພຣະຜູ້ເປັນເຈົ້າແລ້ວ, ພວກເພິ່ນກໍກັບມາທີ່ນາຊາເຣັດເມືອງຂອງຕົນໃນແຂວງຄາລີເລ. ແລະ ເດັກນ້ອຍນັ້ນກໍເຕີບໃຫຍ່ ແລະ ແຂງແຮງ, ພຣະອົງເຕັມໄປດ້ວຍສະຕິປັນຍາ ແລະ ພຣະຄຸນຂອງພຣະເຈົ້າກໍຢູ່ກັບພຣະອົງ.
ພຣະເຢຊູເຈົ້າທີ່ວິຫານ
ໃນທຸກປີ ພໍ່ແມ່ຂອງພຣະເຢຊູເຈົ້າຈະຂຶ້ນໄປທີ່ເຢຣູຊາເລັມເພື່ອຮ່ວມເທດສະການປັດສະຄາ. ເມື່ອພຣະເຢຊູເຈົ້າມີອາຍຸໄດ້ 12 ປີ, ພວກເພິ່ນກໍໄດ້ໄປຮ່ວມເທດສະການນີ້ຕາມທຳນຽມ. ຫລັງຈາກເທດສະການນີ້ສິ້ນສຸດລົງແລ້ວ, ຂະນະທີ່ພໍ່ແມ່ຂອງພຣະອົງກຳລັງເດີນທາງກັບຄືນເມືອເຮືອນ, ພຣະເຢຊູເຈົ້າຍັງຢູ່ໃນເຢຣູຊາເລັມ, ແຕ່ພວກເພິ່ນບໍ່ຮູ້. ຄິດວ່າຢູ່ໃນກຸ່ມຄົນທີ່ມາດ້ວຍກັນ, ເມື່ອພວກເພິ່ນເດີນທາງຕໍ່ໄປໄດ້ໜຶ່ງວັນ. ແລ້ວພວກເພິ່ນກໍເລີ່ມຊອກຫາພຣະເຢຊູເຈົ້າໃນທ່າມກາງຍາດພີ່ນ້ອງ ແລະ ໝູ່ເພື່ອນ. ເມື່ອພວກເພິ່ນບໍ່ພົບພຣະອົງ, ພວກເພິ່ນຈຶ່ງກັບໄປຊອກຫາທີ່ເຢຣູຊາເລັມ. ສາມມື້ຕໍ່ມາພວກເພິ່ນຈຶ່ງພົບພຣະເຢຊູເຈົ້າຢູ່ທີ່ເດີ່ນວິຫານ, ພຣະອົງນັ່ງຢູ່ໃນທ່າມກາງບັນດາອາຈານ, ກຳລັງຟັງ ແລະ ຖາມບັນດາອາຈານເຫລົ່ານັ້ນ. ທຸກຄົນທີ່ໄດ້ຟັງພຣະອົງກ່າວ ຕ່າງກໍປະຫລາດໃຈໃນສະຕິປັນຍາ ແລະ ຄຳຕອບຂອງພຣະອົງ. ເມື່ອພໍ່ແມ່ໄດ້ເຫັນພຣະອົງກໍປະຫລາດໃຈ. ຜູ້ເປັນແມ່ຈຶ່ງກ່າວແກ່ພຣະອົງວ່າ, “ລູກເອີຍ, ດ້ວຍເຫດໃດເຈົ້າຈຶ່ງເຮັດກັບພວກເຮົາຢ່າງນີ້? ພໍ່ກັບແມ່ຮ້ອນຮົນໃຈຕາມຫາລູກ”.
ພຣະເຢຊູເຈົ້າໄດ້ຕອບວ່າ, “ເປັນຫຍັງພວກເຈົ້າຈຶ່ງຕາມຫາເຮົາ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນບ້ານຂອງພຣະບິດາເຈົ້າຂອງເຮົາ?” ແຕ່ພວກເພິ່ນບໍ່ເຂົ້າໃຈໃນສິ່ງທີ່ພຣະອົງເວົ້າກັບພວກເພິ່ນ.
ແລ້ວພຣະເຢຊູເຈົ້າຈຶ່ງກັບຄືນໄປຍັງເມືອງນາຊາເຣັດກັບພວກເພິ່ນ ແລະ ເຊື່ອຟັງພວກເພິ່ນ. ສ່ວນນາງມາຣີກໍເກັບເລື່ອງທັງໝົດນີ້ໄວ້ໃນໃຈ. ແລະ ພຣະເຢຊູເຈົ້າກໍເຕີບໃຫຍ່ຂຶ້ນທັງທາງດ້ານສະຕິປັນຍາ ແລະ ດ້ານຮ່າງກາຍ ແລະ ເປັນທີ່ພໍໃຈຂອງພຣະເຈົ້າ ແລະ ເປັນທີ່ພໍໃຈຂອງຄົນທັງຫລາຍ.
Source notes (4)
- Footnote ອພຍ 13:2,12
- Footnote ລລວ 12:8
- Footnote ຫລື ສັນຍາໄວ້ບັດນີ້ຂໍໃຫ້
- Footnote ຫລື ເປັນໝ້າຍມາດົນນານ 84 ປີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.