Biblica® Open Lao Contemporary Version
ລະບຽບພວກເລວີ 9
ປະໂລຫິດເລີ່ມຮັບໃຊ້
ໃນວັນທີແປດໂມເຊເອີ້ນເອົາອາໂຣນກັບລູກຊາຍຂອງລາວ ແລະ ບັນດາຜູ້ອາວຸໂສຂອງອິດສະຣາເອນມາປະຊຸມກັນ. ເພິ່ນກ່າວແກ່ອາໂຣນວ່າ, “ຈົ່ງເລືອກລູກງົວໜຸ່ມມາເປັນເຄື່ອງບູຊາໄຖ່ບາບຂອງເຈົ້າ ແລະ ເອົາແກະຜູ້ມາເປັນເຄື່ອງເຜົາບູຊາຂອງເຈົ້າ, ສັດທັງສອງຊະນິດບໍ່ມີມົນທິນ ແລະ ຖວາຍສັດເຫລົ່ານີ້ຕໍ່ໜ້າພຣະເຈົ້າຢາເວ. ຈາກນັ້ນຈົ່ງກ່າວແກ່ຊາວອິດສະຣາເອນວ່າ: ‘ຈົ່ງເລືອກເອົາແບ້ຜູ້ມາເປັນເຄື່ອງບູຊາໄຖ່ບາບ, ເລືອກເອົາລູກງົວ ແລະ ລູກແກະສັດທັງສອງນີ້ຕ້ອງມີອາຍຸໜຶ່ງປີ ແລະ ບໍ່ມີຕຳໜິມາເປັນເຄື່ອງເຜົາບູຊາ ແລະ ຈົ່ງນຳເອົາງົວ1 ແລະ ແກະຜູ້ຢ່າງລະໂຕເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳເພື່ອມາຖວາຍບູຊາຕໍ່ໜ້າພຣະເຈົ້າຢາເວ, ລວມທັງການຖວາຍພືດຜົນເປັນເມັດປະສົມກັບນ້ຳມັນໝາກກອກ. ເພາະໃນວັນນີ້ພຣະເຈົ້າຢາເວຈະມາປາກົດແກ່ພວກເຈົ້າທັງຫລາຍ’ ”.
ພວກເຂົາຈຶ່ງນຳເອົາສິ່ງຂອງຕາມທີ່ໂມເຊໄດ້ສັ່ງມາໄວ້ຕໍ່ໜ້າເຕັນນັດພົບ ແລະ ພວກເຂົາທັງໝົດຫຍັບເຂົ້າມາໃກ້ ແລະ ຢືນລວມກັນຢູ່ຕໍ່ໜ້າພຣະເຈົ້າຢາເວ. ແລ້ວໂມເຊກໍກ່າວວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ພວກເຈົ້າທັງຫລາຍປະຕິບັດຕາມ, ເພື່ອວ່າສະຫງ່າລາສີຂອງພຣະເຈົ້າຢາເວຈະປາກົດແກ່ພວກເຈົ້າ”.
ໂມເຊກ່າວກັບອາໂຣນວ່າ, “ຈົ່ງເຂົ້າມາທີ່ແທ່ນບູຊາ ແລະ ຖວາຍບູຊາເຄື່ອງບູຊາໄຖ່ບາບ ແລະ ເຄື່ອງເຜົາບູຊາຂອງເຈົ້າ ເພື່ອເຮັດພິທີລຶບລ້າງບາບສຳລັບເຈົ້າເອງ ແລະ ປະຊາຊົນ; ຈົ່ງຖວາຍເຄື່ອງບູຊາສຳລັບປະຊາຊົນ ແລະ ລຶບລ້າງບາບໃຫ້ພວກເຂົາດັ່ງພຣະເຈົ້າຢາເວໄດ້ສັ່ງໄວ້”.
ດັ່ງນັ້ນອາໂຣນຈຶ່ງເຂົ້າມາທີ່ແທ່ນບູຊາແລ້ວຂ້າລູກງົວ ເພື່ອເປັນເຄື່ອງຖວາຍໄຖ່ບາບສຳລັບເພິ່ນເອງ. ບັນດາລູກຊາຍຂອງອາໂຣນກໍນຳເລືອດມາໃຫ້ເພິ່ນ, ແລ້ວເພິ່ນກໍເອົານີ້ວມືຈຸ່ມລົງໃນເລືອດທາໃສ່ເຂົາຂອງແທ່ນບູຊາ; ເລືອດສ່ວນທີ່ເຫລືອເພິ່ນຖອກລົງພື້ນຂອງແທ່ນບູຊາ. ເທິງແທ່ນບູຊາເພິ່ນໄດ້ນຳເອົາໄຂມັນ ໝາກໄຂ່ຫລັງ ແລະ ໜັງບາງໆຫຸ້ມຕັບຈາກເຄື່ອງບູຊາໄຖ່ບາບມາເຜົາຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້. ສ່ວນຊີ້ນ ແລະ ໜັງ ເພິ່ນເອົາໄປເຜົາຢູ່ນອກຄ້າຍພັກ.
ແລ້ວອາໂຣນກໍຂ້າສັດເປັນເຄື່ອງເຜົາບູຊາ. ບັນດາລູກຊາຍຂອງເພິ່ນນຳເອົາເລືອດມາໃຫ້ ແລະ ເພິ່ນຊິດເລືອດໃສ່ຮອບໆຂ້າງແທ່ນບູຊາ. ພວກເຂົາມອບເຄື່ອງເຜົາບູຊາມາໃຫ້ເພິ່ນເທື່ອລະຕ່ອນ, ລວມທັງຫົວ ແລະ ເພິ່ນກໍນຳສິ່ງເຫລົ່ານັ້ນທັງໝົດມາເຜົາເທິງແທ່ນບູຊາ. ອາໂຣນລ້າງເຄື່ອງໃນ ແລະ ຂາຂອງສັດ ແລ້ວເຜົາສິ່ງເຫລົ່ານັ້ນຢູ່ເທິງເຄື່ອງເຜົາບູຊາທີ່ແທ່ນບູຊາ.
ແລ້ວອາໂຣນນຳເອົາເຄື່ອງຖວາຍບູຊາສຳລັບປະຊາຊົນເຂົ້າມາ. ເພິ່ນນຳເອົາແບ້ທີ່ເປັນເຄື່ອງບູຊາໄຖ່ບາບຂອງປະຊາຊົນມາຂ້າ ແລະ ຖວາຍເປັນເຄື່ອງບູຊາໄຖ່ບາບດັ່ງທີ່ເພິ່ນໄດ້ເຮັດກັບສັດໂຕທຳອິດ.
ເພິ່ນໄດ້ນຳເອົາເຄື່ອງເຜົາບູຊາມາຖວາຍຕາມວິທີທີ່ໄດ້ກຳນົດໄວ້. ເພິ່ນຍັງນຳເຄື່ອງຖວາຍພືດຜົນເປັນເມັດ, ເພິ່ນກຳເອົາເຄື່ອງຖວາຍດັ່ງກ່າວກຳມືໜຶ່ງ ແລະ ເຜົາເທິງແທ່ນບູຊາເພີ່ມຕື່ມຈາກເຄື່ອງເຜົາບູຊາທີ່ຖວາຍປະຈຳທຸກເຊົ້າແລ້ວ.
ເພິ່ນກໍໄດ້ຂ້າງົວ ແລະ ແກະຜູ້ທີ່ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳຂອງປະຊາຊົນ. ບັນດາລູກຊາຍຂອງເພິ່ນກໍນຳເອົາເລືອດມາໃຫ້ ແລະ ເພິ່ນຊິດໃສ່ຮອບໆຂ້າງແທ່ນບູຊາ. ແຕ່ສ່ວນທີ່ເປັນໄຂມັນຂອງງົວ ແລະ ແກະຜູ້ ຄືໄຂມັນສ່ວນຫາງ, ຊັ້ນຂອງໄຂມັນ ໝາກໄຂ່ຫລັງ ແລະ ໜັງບາງໆຫຸ້ມຕັບ ສິ່ງທັງໝົດເຫລົ່ານີ້ ເພິ່ນນຳເອົາມາວາງເທິງໜ້າເອິກ, ແລ້ວອາໂຣນເຜົາໄຂມັນນັ້ນເທິງແທ່ນບູຊາ. ອາໂຣນຖວາຍຊີ້ນໜ້າເອິກແກວ່ງໄປໄກວ່ມາ ແລະ ຊີ້ນກົກຂາເບື້ອງຂວາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງຖວາຍບູແກວ່ງໄປໄກວ່າມາຕາມທີ່ໂມເຊໄດ້ສັ່ງໄວ້.
ແລ້ວອາໂຣນຍົກມືຂອງເພິ່ນຂຶ້ນໃສ່ປະຊາຊົນ ແລະ ອວຍພອນພວກເຂົາ. ແລະ ເມື່ອເພິ່ນໄດ້ຖວາຍເຄື່ອງບູຊາໄຖ່ບາບ, ເຄື່ອງເຜົາບູຊາ ແລະ ເຄື່ອງຖວາຍເພື່ອຄວາມສາມັກຄີທຳແລ້ວແລ້ວ ເພິ່ນກໍລົງມາຈາກແທ່ນບູຊາ.
ຈາກນັ້ນໂມເຊກັບອາໂຣນກໍເຂົ້າໄປໃນເຕັນນັດພົບ. ເມື່ອພວກເພິ່ນອອກມາ ພວກເພິ່ນກໍກ່າວອວຍພອນປະຊາຊົນ; ແລ້ວສະຫງ່າລາສີຂອງພຣະເຈົ້າຢາເວກໍມາປາກົດຕໍ່ໜ້າປະຊາຊົນທັງປວງ. ໄຟໄດ້ອອກມາຈາກທີ່ສະຖິດຂອງພຣະເຈົ້າຢາເວ ແລະ ຮັບເອົາເຄື່ອງເຜົາບູຊາ ແລະ ສ່ວນທີ່ປັນໄຂມັນເທິງແທ່ນບູຊາ. ເມື່ອປະຊາຊົນທັງໝົດເຫັນດັ່ງນັ້ນແລ້ວ, ພວກເຂົາກໍພາກັນໂຮ່ຮ້ອງຂຶ້ນດ້ວຍຄວາມຊື່ນຊົມຍິນດີ ແລະ ພາກັນກົ້ມຂາບລົງ.
Source notes (1)
- Footnote ໃນພາສາເຮັບເຣີຄຳນີ້ ສາມາດອ້າງອີງໃສ່ທັງໂຕຜູ້ ຫລື ໂຕແມ່, ມີເໝືອນກັນ ໃນ ຂໍ້ 16, 19
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.