Biblica® Open Lao Contemporary Version
ລະບຽບພວກເລວີ 10
ການຕາຍຂອງນາດາບ ແລະ ອາບີຮູ
ນາດາບ ແລະ ອາບີຮູລູກຊາຍຂອງອາໂຣນໄດ້ນຳກະຖາງມາ, ດັງໄຟຂຶ້ນ ແລະ ເຕີມເຄື່ອງຫອມໃສ່; ແລ້ວພວກເຂົາກໍ່ໄດ້ນຳໄປຖວາຍແກ່ພຣະເຈົ້າຢາເວໂດຍບໍ່ໄດ້ຮັບອະນຸຍາດ, ເປັນການລະເມີດຕໍ່ຄຳສັ່ງຂອງພຣະອົງ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສົ່ງໄຟລົງມາເຜົາຜານພວກເຂົາທັງສອງ ແລະ ພວກເຂົາກໍໄດ້ຕາຍໄປຕໍ່ໜ້າພຣະເຈົ້າຢາເວ. ແລ້ວໂມເຊຈຶ່ງກ່າວກັບອາໂຣນວ່າ, “ນີ້ຄືສິ່ງທີ່ພຣະເຈົ້າຢາເວກ່າວໄວ້ໃນຂະນະພຣະອົງສັ່ງວ່າ:
“ ‘ໃນທ່າມກາງຜູ້ທີ່ເຂົ້າມາໃກ້ເຮົາ1
ຕ້ອງຮັບຮູ້ວ່າເຮົາບໍລິສຸດ,
ແລະ ຄົນທັງປວງ
ຈະຕ້ອງໃຫ້ກຽດເຮົາ’ ”.
ອາໂຣນກໍມິດງຽບຢູ່.
ໂມເຊເອີ້ນມີຊາເອນ ແລະ ເອນຊາຟານລູກຊາຍຂອງອຸດຊີເອນຜູ້ເປັນລຸງຂອງອາໂຣນເຂົ້າມາ ແລະ ເວົ້າກັບພວກເຂົາວ່າ, “ຈົ່ງເຂົ້າມາທີ່ນີ້; ແລ້ວຫາມສົບພີ່ນ້ອງຂອງພວກເຈົ້າອອກໄປນອກຄ້າຍພັກ, ໃຫ້ໄກຈາກສະຖານທີ່ສັກສິດ”. ດັ່ງນັ້ນພວກເຂົາຈຶ່ງເຂົ້າມາຫາມສົບຂອງທັງສອງ ເຊິ່ງຍັງຢູ່ໃນຊຸດເສື້ອຄຸມຍາວຂອງພວກເຂົາ, ນຳອອກໄປໄວ້ຢູ່ນອກຄ້າຍພັກຕາມໂມເຊສັ່ງ.
ແລ້ວໂມເຊເວົ້າກັບອາໂຣນ ແລະ ເອເລອາຊາກັບອີທາມາລູກຊາຍອີກສອງຄົນຂອງລາວວ່າ, “ຢ່າປ່ອຍໃຫ້ຜົມຂອງພວກເຈົ້າຫລຸດລົງມາ2 ແລະ ຢ່າຈີກເສື້ອຜ້າຂອງພວກເຈົ້າ, ບໍ່ດັ່ງນັ້ນພວກເຈົ້າຈະຕາຍ ແລະ ພຣະເຈົ້າຢາເວຈະໂກດຮ້າຍຊຸມຊົນທັງໝົດ. ແຕ່ຍາດພີ່ນ້ອງຂອງພວກເຈົ້າ, ກໍ່ຄືຊາວອິດສະຣາເອນທັງໝົດອາດຈະໄວ້ທຸກໃຫ້ແກ່ຜູ້ທີ່ພຣະເຈົ້າຢາເວທຳລາຍດ້ວຍໄຟກໍໄດ້. ພວກເຈົ້າຢ່າອອກຈາກທາງເຂົ້າເຕັນນັດພົບນີ້ ບໍ່ດັ່ງນັ້ນພວກເຈົ້າຈະຕາຍ, ເພາະນ້ຳມັນເຈີມຂອງພຣະເຈົ້າຢາເວຢູ່ເໜືອພວກເຈົ້າ”. ດັ່ງນັ້ນພວກເຂົາຈຶ່ງປະຕິບັດຕາມທີ່ໂມເຊໄດ້ກ່າວໄວ້.
ແລ້ວພຣະເຈົ້າຢາເວກ່າວກັບອາໂຣນວ່າ, “ເຈົ້າກັບບັນດາລູກຊາຍຂອງເຈົ້າ ຢ່າດື່ມເຫລົ້າອະງຸ່ນ ຫລື ຂອງມຶນເມົາເມື່ອເຈົ້າເຂົ້າໄປໃນເຕັນນັດພົບ, ບໍ່ດັ່ງນັ້ນພວກເຈົ້າຈະຕາຍ. ນີ້ເປັນຄຳສັ່ງຕະຫລອດໄປສຳລັບທຸກຊົ່ວຄົນທີ່ຈະມາເຖິງ. ດັ່ງນັ້ນ ເຈົ້າສາມາດຈຳແນກລະຫວ່າງສິ່ງບໍລິສຸດ ແລະ ສິ່ງທຳມະດາ, ລະຫວ່າງສິ່ງທີ່ເປັນມົນທິນ ແລະ ສິ່ງທີ່ບໍ່ເປັນມົນທິນ, ແລະ ເພື່ອເຈົ້າຈະສາມາດສອນຂໍ້ຄໍາສັ່ງຕ່າງໆທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ຊາວອິດສະຣາເອນຜ່ານໂມເຊ”.
ໂມເຊກ່າວແກ່ອາໂຣນ ແລະ ເອເລອາຊາພ້ອມກັບອີທາມາລູກຊາຍທີ່ເຫລືອຢູ່ຂອງອາໂຣນວ່າ, “ຈົ່ງນຳເອົາເຄື່ອງຖວາຍພືດຜົນເປັນເມັດທີ່ເຫລືອຈາກອາຫານບູຊາອາຫານຖວາຍແກ່ພຣະເຈົ້າຢາເວມາປຸງແຕ່ງໂດຍບໍ່ໃສ່ເຊື້ອແປ້ງ ແລະ ກິນຢູ່ທີ່ຂ້າງແທ່ນບູຊາເພາະເປັນສິ່ງບໍລິສຸດທີ່ສຸດ. ຈົ່ງກິນອາຫານໃນບໍລິເວນສະຖານນະມັດສະການ, ເພາະເປັນສ່ວນຂອງເຈົ້າກັບບັນດາລູກຊາຍຂອງເຈົ້າຈາກອາຫານບູຊາຖວາຍແກ່ພຣະເຈົ້າຢາເວ; ເພາະຂ້າພະເຈົ້າໄດ້ຮັບຄໍາສັ່ງມາຢ່າງນັ້ນ. ແຕ່ສ່ວນເຈົ້າກັບບັນດາລູກຊາຍ ແລະ ລູກສາວຂອງເຈົ້າອາດໃຫ້ກິນຊີ້ນໜ້າເອິກ ແລະ ຊີ້ນຂາໂຕ້ທີ່ແກວ່າງໄປແກວ່ງມາຖວາຍ. ຈົ່ງກິນສິ່ງເຫລົ່ານີ້ໃນບ່ອນທີ່ບໍ່ເປັນມົນທິນຕາມລະບຽບພິທີ ເພາະເປັນສ່ວນທີ່ມອບໃຫ້ເຈົ້າກັບບັນດາລູກຂອງເຈົ້າຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳທີ່ປະຊາຊົນອິດສະຣາເອນໄດ້ນຳມາຖວາຍນັ້ນ. ຊີ້ນຂາໂຕ້ທີ່ໄດ້ຖວາຍ ແລະ ຊີ້ນໜ້າເອິກທີ່ຖວາຍແກວ່ງໄປແກວ່ງມາແລ້ວນັ້ນຕ້ອງນຳມາພ້ອມກັບສ່ວນທີ່ເປັນໄຂມັນທີ່ເປັນອາຫານບູຊາ, ຕ້ອງຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວເປັນເຄື່ອງຖວາຍແກວ່ງໄປແກວ່ງມາ. ນີ້ຈະເປັນສ່ວນແບ່ງປະຈຳສຳລັບເຈົ້າ ແລະ ບັນດາລູກຂອງເຈົ້າຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້”.
ເມື່ອໂມເຊສອບຖາມເຖິງເລື່ອງແບ້ທີ່ເປັນເຄື່ອງບູຊາໄຖ່ບາບ ແລະ ພົບວ່າແບ້ນັ້ນຖືກເຜົາໝົດແລ້ວ, ເພິ່ນກໍໃຈຮ້າຍຫລາຍແກ່ເອເລອາຊາ ແລະ ອີທາມາລູກຊາຍທີ່ເຫລືອຢູ່ຂອງອາໂຣນ, ແລ້ວເພິ່ນກໍຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ກິນເຄື່ອງບູຊາໄຖ່ບາບໃນສະຖານທີ່ສັກສິດ? ໃນເມື່ອເມື່ອສິ່ງນີ້ສັກສິດທີ່ສຸດ; ທີ່ຍົກໃຫ້ພວກເຈົ້າ, ເພື່ອຊຳລະລ້າງຄວາມຜິດຂອງຊຸມຊົນໂດຍເຮັດພິທີລຶບລ້າງບາບໃຫ້ແກ່ພວກເຂົາຕໍ່ໜ້າພຣະເຈົ້າຢາເວ. ໃນເມື່ອເລືອດຂອງເຄື່ອງຖວາຍບູຊາບໍ່ໄດ້ຖືກນຳເຂົ້າໄປໃນບ່ອນສັກສິດທີ່ສຸດ, ພວກເຈົ້າກໍຄວນຈະກິນແບ້ນັ້ນໃນບໍລິເວນສະຖານນະມັດສະການຕາມທີ່ຂ້າພະເຈົ້າໄດ້ສັ່ງໄວ້ແລ້ວ”.
ອາໂຣນຈຶ່ງຕອບໂມເຊວ່າ, “ວັນນີ້ພວກເຂົາໄດ້ຖວາຍເຄື່ອງບູຊາໄຖ່ບາບ ແລະ ເຄື່ອງເຜົາບູຊາທັງໂຕຂອງຕົນຕໍ່ໜ້າພຣະເຈົ້າຢາເວແລ້ວ, ແຕ່ສິ່ງເຫລົ່ານີ້ໄດ້ເກີດຂຶ້ນກັບຂ້າພະເຈົ້າ. ຖ້າຫາກຂ້າພະເຈົ້າກິນເຄື່ອງບູຊາໄຖ່ບາບໃນວັນນີ້ ພຣະເຈົ້າຢາເວຈະພໍໃຈບໍ?” ເມື່ອໂມເຊໄດ້ຍິນເຊັ່ນນັ້ນແລ້ວ ເພິ່ນກໍພໍໃຈ.
Source notes (2)
- Footnote ຜູ້ທີ່ຢູ່ໃກ້ເຮົາ ໃນທີ່ນີ້ໝາຍເຖິງ ປະໂລຫິດ
- Footnote ຫລື ຢ່າເອົາຜ້າຄຸມຜົມອອກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.