Biblica® Open Lao Contemporary Version
ລະບຽບພວກເລວີ 11
ອາຫານທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ
(ພບຍ 14:3-20)
ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນດັ່ງນີ້, “ຈົ່ງກ່າວແກ່ຊາວອິດສະຣາເອນວ່າ: ‘ໃນບັນດາສັດທີ່ອາໄສຢູ່ເທິງແຜ່ນດິນໂລກນີ້, ທີ່ເຈົ້າກິນໄດ້ຄື: ສັດທຸກຊະນິດທີ່ມີເລັບຕີນເປັນກີບ ແລະ ຄ້ຽວເອື້ອງ.
“ ‘ມີສັດທີ່ຄ້ຽວເອື້ອງພຽງຢ່າງດຽວ ຫລື ມີເລັບຕີນເປັນກີບພຽງຢ່າງດຽວ, ແຕ່ເຈົ້າຢ່າກິນສັດນີ້. ອູດເຖິງແມ່ນສາມາດຄ້ຽວເອື້ອງໄດ້ແຕ່ບໍ່ມີເລັບຕີນເປັນກີບ; ນີ້ລະຄືສັດທີ່ເປັນມົນທິນຕາມລະບຽບພິທີກຳສຳລັບພວກເຈົ້າ. ເຍືອງຜາເຖິງແມ່ນສາມາດຄ້ຽວເອື້ອງໄດ້ແຕ່ບໍ່ມີເລັບຕີນເປັນກີບ; ຈຶ່ງເປັນມົນທິນສຳລັບເຈົ້າ ກະຕ່າຍເຖິງແມ່ນສາມາດຄ້ຽວເອື້ອງໄດ້ແຕ່ບໍ່ມີເລັບຕີນເປັນກີບ, ນີ້ເປັນມົນທິນສຳລັບພວກເຈົ້າ ແລະ ໝູເຖິງແມ່ນມີເລັບຕີນເປັນກີບ ແຕ່ບໍ່ຄ້ຽວເອື້ອງ ນີ້ກໍເປັນມົນທິນສຳລັບພວກເຈົ້າ. ເຈົ້າຢ່າກິນຊີ້ນສັດເຫລົ່ານີ້ ຫລື ສຳພັດຊາກຂອງພວກມັນ ເພາະເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ.
“ ‘ສິ່ງທີ່ມີຊີວິດທຸກຢ່າງທີ່ອາໄສຢູ່ນໍ້າທະເລ ແລະ ນ້ຳຫ້ວຍ ພວກເຈົ້າສາມາດກິນໂຕທີ່ມີຄີ ແລະ ມີເກັດໄດ້. ແຕ່ສິ່ງທີ່ມີຊີວິດທັງໝົດທີ່ຢູ່ໃນທະເລ ຫລື ຢູ່ໃນນ້ຳຫ້ວຍທີ່ບໍ່ມີຄີ ແລະ ບໍ່ມີເກັດ ບໍ່ວ່າຈະເປັນສັດນ້ອຍໆ ຫລື ສິ່ງທີ່ມີຊີວິດທັງໝົດອື່ນໆທີ່ອາໄສຢູ່ໃນນ້ຳ ໃຫ້ພວກເຈົ້າຖືວ່າເປັນມົນທິນ. ແລະ ເນື່ອງຈາກພວກເຈົ້າຖືສິ່ງເຫລົ່ານັ້ນເປັນມົນທິນ, ພວກເຈົ້າບໍ່ຕ້ອງກິນຊີ້ນຂອງພວກມັນເດັດຂາດ, ພວກເຈົ້າຕ້ອງຖືວ່າຊາກສັດເຫລົ່ານັ້ນກໍເປັນມົນທິນດ້ວຍ. ສັດໃດໆທີ່ອາໄສຢູ່ໃນນ້ຳທີ່ບໍ່ມີຄີ ແລະ ບໍ່ມີເກັດແມ່ນຖືວ່າເປັນມົນທິນສຳລັບພວກເຈົ້າ.
“ ‘ມີຝູງນົກທີ່ພວກເຈົ້າຖືວ່າເປັນມົນທິນ ແລະ ຫ້າມກິນນັ້ນຄື: ນົກອິນຊີ,1 ແຮ້ງ, ແຮ້ງດຳ, ແຫລວແດງ, ແຫລວດຳທຸກຊະນິດ ກາຊະນິດຕ່າງໆ ນົກເຄົ້າຫູ, ນົກເຄົ້າລາຍ, ນົກນາງນວນ, ແຫລວທຸກຊະນິດ ນົກເຄົ້ານ້ອຍ, ນົກການ້ຳ, ນົກເຄົ້າໃຫຍ່, ນົກເຄົ້າຂາວ, ນົກເຄົ້າປ່າ, ນົກຍາງ, ນົກກະສາ, ນົກຍາງຊະນິດໜຶ່ງ, ນົກກະລາງຫົວຂວານ ແລະ ໂຕເຈຍ.2
“ ‘ແມງໄມ້ທີ່ບິນໄດ້ທັງໝົດຍ່າງດ້ວຍສີ່ຂາໃຫ້ຖືວ່າເປັນມົນທິນສຳລັບເຈົ້າ. ເຖິງຢ່າງໃດກໍຕາມ ຍັງມີແມງໄມ້ທີ່ບິນໄດ້ທີ່ຍ່າງໄປມາສີ່ຂາບາງຈຳພວກທີ່ພວກເຈົ້າກິນໄດ້ຄື: ຈຳພວກທີ່ໃຊ້ຂາເຕັ້ນໄປມາເທິງໜ້າດິນ. ແມງໄມ້ເຫລົ່ານີ້, ພວກເຈົ້າອາດກິນໄດ້ເຊັ່ນ: ຕັກແຕນທຸກຊະນິດ, ຕັກແຕນຂະໜາດໃຫຍ່, ແມງຈິງຫລີດ ຫລື ຕັກແຕນ. ແຕ່ແມງໄມ້ອື່ນໆທຸກຊະນິດທີ່ມີສີ່ຂາໃຫ້ພວກເຈົ້າຖືວ່າເປັນມົນທິນ.
“ ‘ພວກເຈົ້າຈະເກີດມົນທິນໄດ້ໂດຍສິ່ງນີ້ຄື: ຜູ້ໃດກໍຕາມທີ່ສຳພັດຊາກຂອງພວກມັນກໍຈະເປັນມົນທິນຈົນເຖິງຄ່ຳ. ຜູ້ທີ່ນຳຊາກຂອງພວກມັນໄປຖິ້ມຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ຜູ້ນັ້ນຈະເປັນມົນທິນໄປຈົນເຖິງຄ່ຳດ້ວຍ.
“ ‘ສັດທີ່ບໍ່ມີເລັບຕີນເປັນກີບ ຫລື ບໍ່ຄ້ຽວເອື້ອງເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ, ຜູ້ໃດສຳພັດຊາກສັດເຫລົ່ານີ້ກໍຈະເປັນມົນທິນ. ສັດສີ່ຂາທຸກຊະນິດທີ່ຍ່າງດ້ວຍອົ້ງຕີນເປັນສັດທີ່ເປັນມົນທິນສຳລັບພວກເຈົ້າ, ຜູ້ໃດສຳພັດຊາກຂອງພວກມັນຈະເປັນມົນທິນຈົນເຖິງຄ່ຳ. ຜູ້ໃດນຳຊາກຂອງພວກມັນໄປຖິ້ມຈະຕ້ອງຊັກເສື້ອຜ້າ ແລະ ຖືວ່າເປັນມົນທິນໄປຈົນເຖິງຄ່ຳ ເພາະສັດເຫລົ່ານີ້ເປັນມົນທິນສຳລັບພວກເຈົ້າ.
“ ‘ສັດທີ່ຄານຕາມພື້ນດິນຕໍ່ໄປນີ້ເປັນສັດທີ່ເປັນມົນທິນສຳລັບພວກເຈົ້າຄື: ເຫງັນ, ໜູ ແລະ ສັດທຸກຊະນິດທີ່ຈັດຢູໃນຕະກຸນຂອງກະປອມ, ກັບແກ້, ແລນ, ຂີ້ກ້ຽມ, ຂີ້ໂກະ ແລະ ກະປອມຫາງຂໍ. ສັດທັງຫລາຍທີ່ຄານຢູ່ຕາມໜ້າດິນ, ຖືວ່າເປັນມົນທິນສຳລັບພວກເຈົ້າ. ຜູ້ໃດແຕະຕ້ອງຊາກຂອງພວກມັນຈະເປັນມົນທິນຈົນເຖິງຄ່ຳ. ເມື່ອສັດໂຕໃດໂຕໜື່ງຕາຍ ແລະ ຕົກຖືກສິ່ງໃດ, ສິ່ງນັ້ນຈະເປັນມົນທິນ, ບໍ່ວ່າຈະເປັນພາຊະນະໄມ້ ເສື້ອຜ້າ ໜັງສັດ ຫລື ຖົງກະສອບ. ໃຫ້ນຳສິ່ງນັ້ນໄປຈຸ່ມລົງໃນນ້ຳ ມັນຈະເປັນມົນທິນຈົນເຖິງຄ່ຳ ແລະ ຫລັງຈາກນັ້ນມັນຈຶ່ງຈະບໍ່ເປັນມົນທິນ. ຖ້າໜຶ່ງໃນສິ່ງເຫລົ່ານັ້ນຕົກໃສ່ໃນໝໍ້ດິນ, ທຸກສິ່ງທີ່ຢູ່ໃນໝໍ້ນັ້ນກໍຈະເປັນມົນທິນ, ແລະ ພວກເຈົ້າຈົ່ງທຸບໝໍ້ໜ່ວຍນັ້ນຖິ້ມ. ອາຫານໃດກໍຕາມທີ່ອະນຸຍາດໃຫ້ກິນໄດ້ແຕ່ຖືກປະປົນກັບນ້ຳທີ່ມາຈາກໝໍ້ນັ້ນກໍເປັນມົນທິນ ແລະ ຂອງແຫລວໃດໆທີ່ດື່ມໄດ້ຈາກໝໍ້ນັ້ນກໍເປັນມົນທິນດ້ວຍ. ຊາກສັດໃດໜຶ່ງໄປຕົກຖືກສິ່ງໃດກໍຕາມ ສິ່ງນັ້ນກໍຈະເປັນມົນທິນ; ບໍ່ວ່າເຕົາອົບ ຫລື ໝໍ້ປຸງແຕ່ງອາຫານຕ້ອງທຸບຖິ້ມ. ສິ່ງເຫລົ່ານີ້ເປັນມົນທິນ ແລະ ເຈົ້າຕ້ອງຖືວ່າສິ່ງເຫລົ່ານີ້ເປັນມົນທິນ. ຖ້າຊາກສັດຕົກລົງໄປໃນນ້ຳພຸ ຫລື ແຫລ່ງນ້ຳ ນ້ຳນັ້ນບໍ່ເປັນມົນທິນ, ແຕ່ຜູ້ທີ່ແຕະຕ້ອງຊາກສັດຈະເປັນມົນທິນ. ແຕ່ຖ້າຊາກສັດຕົກຖືກເມັດພືດທີ່ຈະນຳໄປຫວ່ານ, ເມັດພືດເຫລົ່ານັ້ນບໍ່ເປັນມົນທິນ. ແຕ່ຖ້າເມັດນັ້ນແຊ່ນ້ຳຢູ່ ແລະ ຊາກສັດຕົກລົງໄປຖືກ, ເມັດພືດນັ້ນກໍເປັນມົນທິນສຳລັບພວກເຈົ້າ.
“ ‘ຖ້າສັດທີ່ອະນຸຍາດໃຫ້ພວກເຈົ້າກິນໄດ້ນັ້ນຕາຍ, ຜູ້ສຳພັດຊາກສັດນັ້ນຈະເປັນມົນທິນຈົນເຖິງຄ່ຳ. ຜູ້ທີ່ກິນຊີ້ນຂອງສັດນັ້ນ ຫລື ເອົາຊາກສັດອອກໄປຖິ້ມ ຜູ້ນັ້ນຈະຕ້ອງຊັກເສື້ອຜ້າຂອງຕົນ ແລະ ເປັນມົນທິນຈົນເຖິງຄ່ຳ.
“ ‘ທຸກສິ່ງທີ່ມີຊີວິດທີ່ເລືອຄານໄປມາຢູ່ຕາມໜ້າດິນ ແມ່ນຖືວ່າເປັນມົນທິນ, ຢ່າໄດ້ກິນພວກມັນ. ຫ້າມພວກເຈົ້າກິນສັດທຸກຊະນິດທີ່ເລືອຄານຢູ່ຕາມໜ້າດິນ, ບໍ່ວ່າຈະເປັນສັດທີ່ເລືອໄປມາດ້ວຍທ້ອງ ຫລືດ້ວຍຂາທັງສີ່ ຫລື ດ້ວຍຫລາຍຂາ; ພວກມັນເປັນມົນທິນ. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍສິ່ງທີ່ມີຊີວິດເຫລົ່ານີ້. ຢ່າເຮັດໃຫ້ພວກເຈົ້າເປັນມົນທິນໂດຍເກີດຈາກພວກມັນ ຫລື ໃຫ້ພວກມັນມາສ້າງມົນທິນແກ່ໂຕເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຈົ່ງອຸທິດຕົນເອງເພື່ອເຮົາ ແລະ ຮັກສາຕົນເອງໃຫ້ບໍລິສຸດ ເພາະເຮົາບໍລິສຸດ. ຢ່າເຮັດໃຫ້ຕົນເອງເປັນມົນທິນໂດຍສັດທີ່ເລືອຄານຢູ່ຕາມໜ້າດິນໃດໆ. ເຮົາຄືພຣະເຈົ້າຢາເວຜູ້ທີ່ນຳພວກເຈົ້າອອກມາຈາກເອຢິບເພື່ອເປັນພຣະເຈົ້າຂອງພວກເຈົ້າ. ດັ່ງນັ້ນຈົ່ງບໍລິສຸດ ເພາະເຮົາບໍລິສຸດ.
“ ‘ທັງໝົດນີ້ຄືກົດລະບຽບກ່ຽວກັບສັດຕ່າງໆ, ຈຳພວກນົກ, ສິ່ງທີ່ມີຊີວິດທີ່ເລືອຄານຕາມໜ້າດິນທຸກຊະນິດ ເຈົ້າຈະຕ້ອງຈຳແນກລະຫວ່າງສິ່ງທີ່ເປັນມົນທິນ ແລະ ບໍ່ເປັນມົນທິນ, ສັດທີ່ພວກເຈົ້າກິນໄດ້ ແລະ ສັດທີ່ຫ້າມກິນ’ ”.
Source notes (2)
- Footnote ຈຳພວກນົກ, ແມງໄມ້ ແລະ ສັດຕ່າງໆໃນບົດນີ້ບາງຊະນິດບໍ່ຮູ້ຊັດເຈນວ່າເປັນຊະນິດໃດ.
- Footnote ຈຳພວກນົກ, ແມງໄມ້ ແລະ ສັດຕ່າງໆໃນບົດນີ້ບາງຊະນິດບໍ່ຮູ້ຊັດເຈນວ່າເປັນຊະນິດໃດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.