Skip to content
BibleKenya

Biblica® Open Lao Contemporary Version

ລະບຽບພວກເລວີ 12

ການ​ຊຳລະຕົນ​ຫລັງ​ເກີດລູກ

ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້: ຍິງ​ຄົນໃດ​ທີ່​ຖືພາ ແລະ ເກີດ​ລູກຊາຍ, ຍິງ​ຜູ້​ນັ້ນ​ຈະ​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ​ເປັນ​ເວລາ​ເຈັດ​ວັນ, ເຊັ່ນ​ດຽວ​ກັບ​ຊ່ວງ​ເວລາ​ທີ່​ນາງ​ມີ​ປະຈຳເດືອນ. ໃນ​ວັນ​ທີແປດ​ໃຫ້​ນຳ​ເດັກນ້ອຍ​ຄົນນັ້ນ​ເຂົ້າ​ສູ່​ພິທີຕັດ. ຈາກ​ນັ້ນ​ນາງ​ຕ້ອງ​ລໍຖ້າ​ສາມສິບສາມ​ວັນ​ເພື່ອ​ຊຳລະ​ຕົນ​ຈາກ​ການ​ເສຍເລືອດ. ນາງ​ຈະ​ບໍ່​ສຳພັດ​ສິ່ງ​ສັກສິດ ຫລື ເຂົ້າໄປ​ໃນ​ສະຖານທີ່​ສັກສິດ​ຈົນກວ່າ​ຈະ​ຄົບ​ກຳນົດ​ການ​ຊຳລະ​ຕົນ​ຂອງ​ນາງ. ຖ້າ​ນາງ​ເກີດ​ລູກສາວ, ນາງ​ຈະ​ເປັນມົນທິນ​ຢູ່​ສອງ​ອາທິດ, ເຊັ່ນ​ດຽວ​ກັບ​ຊ່ວງ​ທີ່​ນາງ​ມີ​ປະຈຳເດືອນ. ຈາກນັ້ນ​ນາງ​ຈະ​ຕ້ອງ​ລໍຖ້າ​ຫົກສິບຫົກ​ວັນ​ເພື່ອ​ຊຳລະ​ຕົນ​ເນື່ອງ​ຈາກ​ການ​ເສຍເລືອດ.

“ ‘ເມື່ອ​ວັນ​ແຫ່ງ​ການ​ຊຳລະ​ຕົນ​ຜ່ານພົ້ນ​ໄປ​ແລ້ວ ບໍ່​ວ່າ​ນາງ​ຈະ​ເກີດລູກ​ເປັນ​ຍິງ ຫລື ເປັນ​ຊາຍ​ກໍ​ຕາມ, ນາງ​ຈະ​ຕ້ອງ​ນຳເອົາ​ລູກແກະ​ອາຍຸ​ໜຶ່ງ​ປີ​ໜຶ່ງ​ໂຕ​ມາ​ເປັນ​ເຄື່ອງເຜົາ​ບູຊາ ແລະ ນົກກາງແກ​ໜຸ່ມ ຫລື ນົກເຂົາ​ໜຶ່ງ​ໂຕ​ມາ​ເປັນ​ເຄື່ອງບູຊາ​ໄຖ່​ບາບ1​ມາ​ມອບ​ໃຫ້​ແກ່​ປະໂລຫິດ​ທີ່​ທາງເຂົ້າ​ເຕັນນັດພົບ. ປະໂລຫິດ​ຈະ​ຖວາຍ​ເຄື່ອງບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເພື່ອ​ເຮັດ​ພິທີ​ລຶບລ້າງບາບ​ຂອງ​ນາງ ແລະ ຈາກນັ້ນ​ນາງ​ຈະ​ພົ້ນ​ຈາກ​ການ​ເປັນມົນທິນ​ຕາມ​ລະບຽບ​ພິທີກຳ​ຈາກ​ການ​ທີ່​ນາງ​ໄດ້​ເສຍເລືອດ.

“ ‘ສິ່ງ​ເຫລົ່ານີ້​ຄື​ກົດລະບຽບ​ສຳລັບ​ຍິງ​ທີ່​ເກີດລູກ ບໍ່​ວ່າ​ຈະ​ເປັນ​ລູກຊາຍ ຫລື ລູກຍິງ. ແຕ່​ຖ້າ​ນາງ​ບໍ່​ສາມາດ​ຈະ​ຖວາຍ​ລູກແກະ​ໜຶ່ງ​ໂຕ ກໍ​ໃຫ້​ນາງ​ນຳເອົາ​ນົກເຂົາ ຫລື ນົກກາງແກ​ໜຸ່ມ​ສອງ​ໂຕ​ມາ​ແທນ​ກໍ​ໄດ້​ຄື: ໂຕໜຶ່ງ​ໃຫ້​ເປັນ​ເຄື່ອງເຜົາ​ບູຊາ ສ່ວນ​ອີກ​ໂຕໜຶ່ງ​ໃຫ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງບາບ​ໂດຍ​ວິທີ​ນີ້​ໃຫ້​ນາງ ແລະ ນາງ​ຈະ​ບໍ່ເປັນມົນທິນ’ ”.

Source notes (1)
  1. Footnote ຫລືວ່າ ເພື່ອ​ເປັນ​ການ​ຖວາຍ​ຊຳລະລ້າງ, ເໝືອນກັນ​ໃນ​ຂໍ້ 8

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.