Biblica® Open Lao Contemporary Version
ລະບຽບພວກເລວີ 8
ການສະຖາປະນາອາໂຣນ ແລະ ບັນດາລູກຊາຍຂອງລາວ
(ອພຍ 29:1-37)
ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງນຳເອົາອາໂຣນ ແລະ ບັນດາລູກຊາຍຂອງລາວ ພ້ອມທັງເຄື່ອງແຕ່ງກາຍຂອງພວກເຂົາ, ນ້ຳມັນເຈີມ, ງົວເພື່ອເປັນເຄື່ອງບູຊາໄຖ່ບາບ ແກະຜູ້ຄູ່ໜຶ່ງພ້ອມກັບຖາດໃສ່ເຂົ້າຈີ່ບໍ່ໃສ່ເຊື້ອແປ້ງມາ ແລະ ເອີ້ນຊາວອິດສະຣາເອນທັງໝົດມາເຕົ້າໂຮມກັນທີ່ທາງເຂົ້າເຕັນນັດພົບ”. ໂມເຊກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ ແລະ ຊຸມຊົນທັງໝົດໄດ້ມາລວມກັນທີ່ທາງເຂົ້າເຕັນນັດພົບ.
ໂມເຊກ່າວກັບຊຸມຊົນວ່າ, “ນີ້ຄືສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ໃຫ້ປະຕິບັດຕາມ”. ແລ້ວໂມເຊກໍໄດ້ນຳເອົາອາໂຣນ ແລະ ບັນດາລູກຊາຍຂອງລາວເຂົ້າມາ ແລະ ຊຳລະລ້າງພວກເຂົາດ້ວຍນ້ຳ. ເພິ່ນໄດ້ສວມເສື້ອຊັ້ນໃນໃຫ້ອາໂຣນ, ມັດສາຍຮັດແອວອ້ອມໂຕລາວ, ສວມເສື້ອຄຸມໃຫ້ລາວ ແລະ ສວມເສື້ອເອໂຟດໃຫ້ລາວ. ເພິ່ນຍັງໄດ້ມັດເສື້ອເອໂຟດ້ວຍສາຍແອວທີ່ຕົບແຕ່ງຢ່າງດີອ້ອມໂຕໃຫ້ລາວ. ແລ້ວອາໂຣນກໍເອົາແຜ່ນປົກເອິກໃສ່ໃຫ້ເພິ່ນພ້ອມທັງສອດອູຣິມ ແລະ ທຸມມິມໃສ່ໃນແຜ່ນປົກເອິກນັ້ນ. ແລ້ວເພິ່ນກໍສວມຜ້າຄຽນຫົວຂອງອາໂຣນ ແລະ ສວມແຜ່ນຄຳທີ່ເປັນເຄື່ອງໝາຍສັກສິດໃສ່ທາງດ້ານໜ້າຂອງຜ້າຄຽນຫົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວ.
ແລ້ວໂມເຊນຳເອົານ້ຳມັນເຈີມ ແລະ ເຈີມໃສ່ຫໍເຕັນ ແລະ ທຸກໆສິ່ງທີ່ຢູ່ໃນນັ້ນ ແລະ ທັງເປັນການຊຳລະສິ່ງເຫລົ່ານັ້ນໃຫ້ບໍລິສຸດ. ເພິ່ນນຳນ້ຳມັນສ່ວນໜື່ງຊິດໃສ່ແທ່ນບູຊາເຈັດຄັ້ງ, ເຈີມແທ່ນບູຊາ ແລະ ເຄື່ອງໃຊ້ຕ່າງໆປະຈຳແທ່ນບູຊາທຸກຢ່າງ ແລະ ອ່າງຊຳລະພ້ອມກັບຖານຮອງອ່າງ ເພື່ອເປັນການອຸທິດຖວາຍສິ່ງເຫລົ່ານີ້. ເພິ່ນຖອກນ້ຳມັນເຈີມບາງສ່ວນລົງເທິງຫົວຂອງອາໂຣນ ແລະ ໄດ້ເຈີມລາວ ເພື່ອເປັນການອຸທິດຖວາຍລາວ. ແລ້ວໂມເຊກໍໄດ້ນຳເອົາບັນດາລູກຊາຍຂອງອາໂຣນອອກມາທາງໜ້າ ສວມເສື້ອຄຸມຍາວໃຫ້ພວກເຂົາ, ມັດຜ້າຮັດແອວໃຫ້ພວກເຂົາ ແລະ ສຸບໝວກໃຫ້ພວກເຂົາຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວນັ້ນ.
ຈາກນັ້ນໂມເຊກໍໄດ້ຖວາຍງົວເຖິກເປັນເຄື່ອງບູຊາໄຖ່ບາບ ແລະ ໃຫ້ອາໂຣນກັບບັນດາລູກຊາຍຂອງລາວພາກັນວາງມືໃສ່ເທິງຫົວຂອງງົວນັ້ນ. ໂມເຊໄດ້ຂ້າງົວນັ້ນ ແລະ ເອົາເລືອດບາງສ່ວນ, ແລ້ວເພິ່ນກໍ່ເອົານີ້ວມືຈຸ່ມລົງໃນເລືອດທາໃສ່ເຂົາຂອງແທ່ນບູຊາທັງໝົດເພື່ອຊຳລະແທ່ນບູຊາໃຫ້ບໍລິສຸດ. ແລ້ວເພິ່ນກໍຖອກເລືອດສ່ວນທີ່ເຫລືອລົງພື້ນແທ່ນບູຊາ. ນັ້ນຄືເພິ່ນໄດ້ເຮັດການອຸທິດຖວາຍສິ່ງນັ້ນ ແລະ ເຮັດພິທີຊຳລະສຳລັບແທ່ນບູຊານັ້ນ. ໂມເຊນຳເອົາໄຂມັນທັງໝົດທີ່ຫຸ້ມເຄື່ອງໃນ, ໜັງບາງໆຫຸ້ມຕັບ ແລະ ໝາກໄຂ່ຫລັງທັງສອງໜ່ວຍພ້ອມໄຂມັນທີ່ຫຸ້ມໝາກໄຂ່ຫລັງນັ້ນເຜົາເທິງແທ່ນບູຊາ. ສ່ວນໂຕງົວພ້ອມທັງໜັງ ແລະ ຊິ້ນພ້ອມທັງໄສ້ຖືກນຳອອກໄປເຜົາຢູ່ນອກເຂດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ແລ້ວນັ້ນ.
ແລ້ວເພິ່ນຍັງໄດ້ຖວາຍແກະຜູ້ເປັນເຄື່ອງເຜົາບູຊາ ແລະ ໃຫ້ອາໂຣນກັບລູກຊາຍພາກັນວາງມືໃສ່ເທິງຫົວແກະ. ຈາກນັ້ນໂມເຊກໍຂ້າແກະ ແລະ ເອົາເລືອດຊິດອ້ອມແທ່ນບູຊາ. ເພິ່ນຕັດແກະເປັນຕ່ອນໆ ແລ້ວເອົາຫົວ, ສ່ວນຕ່າງໆພ້ອມທັງໄຂມັນນຳໄປເຜົາ. ເພິ່ນໃຊ້ນ້ຳລ້າງເຄື່ອງໃນ ແລະ ຂາ ແລ້ວຈຶ່ງເຜົາແກະທັງໂຕເທິງແທ່ນບູຊາ. ນີ້ເປັນເຄື່ອງເຜົາບູຊາ, ເປັນກິ່ນຫອມທີ່ພໍໃຈ ເປັນເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
ຈາກນັ້ນໂມເຊກໍນຳເອົາແກະອີກໂຕໜຶ່ງມາ, ແກະໂຕນັ້ນໃຊ້ສຳລັບພິທີສະຖາປະນາ ແລະ ໃຫ້ອາໂຣນກັບບັນດາລູກຊາຍຂອງລາວພາກັນວາງມືໃສ່ເທິງຫົວແກະນັ້ນ. ໂມເຊຂ້າແກະຜູ້ໂຕນັ້ນ ແລະ ເອົາເລືອດບາງສ່ວນມາທາໃສ່ຕິ່ງຫູຂວາຂອງອາໂຣນ ທາໃສ່ຫົວໂປ້ມືຂວາ ແລະ ຫົວໂປ້ຕີນຂວາຂອງເພິ່ນ. ໂມເຊເອົາເລືອດທາໃສ່ຕິ່ງຫູຂວາຂອງບັນດາລູກຊາຍຂອງອາໂຣນ ແລະ ທາໃສ່ຫົວໂປ້ມືຂວາກັບຫົວໂປ້ຕີນຂວາຂອງພວກເຂົາດ້ວຍ. ແລ້ວເພິ່ນກໍຊິດເລືອດໃສ່ຂ້າງແທ່ນບູຊາ. ຫລັງຈາກນັ້ນ ເພິ່ນກໍເອົາໄຂມັນ ເຊິ່ງມີໄຂມັນຂອງຫາງ, ໄຂມັນຫຸ້ມເຄື່ອງໃນທັງໝົດ, ໜັງບາງໆຫຸ້ມຕັບ, ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນ ແລະ ຕົ້ນຂາຂວາ. ຈາກນັ້ນເພິ່ນກໍເອົາເຂົ້າຈີ່ບໍ່ມີເຊື້ອແປ້ງກ້ອນໜຶ່ງຈາກຖາດ ເຊິ່ງຕັ້ງຢູ່ຕໍ່ໜ້າພຣະເຈົ້າຢາເວ, ເພິ່ນເອົາເຂົ້າຈີ່ໜາກ້ອນໜຶ່ງປະສົມກັບນ້ຳມັນໝາກກອກ ແລະ ເຂົ້າຈີ່ບາງແຜ່ນໜຶ່ງມາວາງລົງເທິງໄຂມັນ ແລະ ຂາໂຕ້ເບື້ອງຂວາຂອງສັດ. ເພິ່ນນຳເອົາສິ່ງທັງໝົດເຫລົ່ານີ້ໃສ່ມືຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ, ແລ້ວໃຫ້ພວກເຂົາແກວ່ງໄປມາຕໍ່ໜ້າພຣະເຈົ້າຢາເວເປັນເຄື່ອງບູຊາແກວ່ງໄປແກວ່ງມາ. ແລ້ວໂມເຊກໍຮັບເອົາສິ່ງທັງໝົດຄືນຈາກມືຂອງພວກເຂົາ ແລ້ວນຳມາເຜົາເທິງຍອດແທ່ນບູຊາ ເຊິ່ງເປັນເຄື່ອງເຜົາບູຊາໃນພິທີສະຖາປະນາ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ ເປັນເຄື່ອງຖວາຍບູຊາອາຫານດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ. ໂມເຊຍັງໄດ້ນຳເອົາຊີ້ນໜ້າເອິກຂອງແກະເຊິ່ງເປັນສ່ວນແບ່ງຂອງເພິ່ນສຳລັບການສະຖາປະນາມາ ແລ້ວຖວາຍແກວ່ງໄປແກວ່ງມາຕໍ່ໜ້າພຣະເຈົ້າຢາເວ, ເປັນເຄື່ອງຖວາຍແກວ່ງໄປແກວ່ງມາຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
ຫລັງຈາກນັ້ນໂມເຊກໍໄດ້ເອົານ້ຳມັນເຈີມສ່ວນໜຶ່ງກັບເລືອດສ່ວນໜຶ່ງຈາກແທ່ນບູຊາມາຊິດໃສ່ອາໂຣນ ແລະ ເຄື່ອງນຸ່ງຂອງລາວ ແລະ ຊິດໃສ່ບັນດາລູກຊາຍຂອງລາວ ແລະ ເຄື່ອງນຸ່ງຂອງພວກເຂົາດ້ວຍ.
ຈາກນັ້ນໂມເຊກໍກ່າວຕໍ່ອາໂຣນ ແລະ ບັນດາລູກຊາຍຂອງລາວວ່າ, “ຈົ່ງຕົ້ມຊີ້ນຢູ່ທີ່ທາງເຂົ້າເຕັນນັດພົບ ແລ້ວກິນຊີ້ນນັ້ນຢູ່ທີ່ນັ້ນພ້ອມກັບເຂົ້າຈີ່ໃນຖາດຂອງເຄື່ອງຖວາຍບູຊາໃນພິທີສະຖາປະນາ ຕາມທີ່ຂ້າພະເຈົ້າໄດ້ສັ່ງທ່ານໄວ້ວ່າ1: ‘ອາໂຣນ ແລະ ບັນດາລູກຊາຍຂອງລາວຈະຕ້ອງກິນຊີ້ນນັ້ນ’. ແລ້ວເຜົາຊີ້ນ ແລະ ເຂົ້າຈີ່ສ່ວນທີ່ເຫລືອໃຫ້ໝົດ. ຢ່າອອກໄປຈາກທາງເຂົ້າເຕັນນັດພົບນີ້ເປັນເວລາເຈັດວັນ ຈົນກວ່າຈະຄົບກຳນົດເວລາແຫ່ງການສະຖາປະນາຂອງພວກເຈົ້າຈະຊິ້ນສຸດລົງ, ເພາະການສະຖາປະນາພວກເຈົ້າຈະໃຊ້ເວລາເຈັດວັນ. ສິ່ງທີ່ໄດ້ເຮັດໄປໃນວັນນີ້ທັງໝົດແມ່ນເປັນໄປຕາມຄຳສັ່ງຂອງພຣະເຈົ້າຢາເວ ເພື່ອເຮັດພິທີລຶບລ້າງບາບໃຫ້ພວກເຈົ້າ. ພວກເຈົ້າຈະຕ້ອງຢູ່ທີ່ບໍລິເວນທາງເຂົ້າເຕັນນັດພົບນີ້ທັງກາງວັນ ແລະ ກາງຄືນເປັນເວລາເຈັດວັນ ແລະ ເຮັດຕາມສິ່ງທີ່ພຣະເຈົ້າຢາເວຮຽກຮ້ອງ, ເພື່ອພວກເຈົ້າຈະບໍ່ຕາຍ ເພາະພຣະອົງສັ່ງຂ້າພະເຈົ້າໄວ້ເຊັ່ນນີ້”.
ດັ່ງນັ້ນ ອາໂຣນ ແລະ ບັນດາລູກຊາຍຂອງລາວຈຶ່ງເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
Source notes (1)
- Footnote ຫລື ຕາມທີ່ຂ້າພະເຈົ້າໄດ້ຮັບຄຳສັ່ງໄວ້ວ່າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.