Biblica® Open Lao Contemporary Version
ລະບຽບພວກເລວີ 7
ເຄື່ອງບູຊາລຶບລ້າງຄວາມຜິດ
“ ‘ຕໍ່ໄປນີ້ເປັນກົດລະບຽບກ່ຽວກັບເຄື່ອງບູຊາລຶບລ້າງຄວາມຜິດ ເຊິ່ງບໍລິສຸດທີ່ສຸດຄື: ສັດທີ່ນຳມາຖວາຍເປັນເຄື່ອງຖວາຍເພື່ອລຶບລ້າງຄວາມຜິດຈະຕ້ອງຖືກຂ້າໃນບ່ອນສຳລັບຂ້າສັດເປັນເຄື່ອງເຜົາບູຊາ ແລະ ໃຫ້ຊິດເລືອດຂອງສັດນັ້ນໃສ່ທຸກດ້ານຂອງແທ່ນບູຊາ. ໄຂມັນທັງໝົດຈະຕ້ອງຖືກນຳມາຖວາຍເຊັ່ນ: ໄຂມັນສ່ວນຫາງ ແລະ ໄຂມັນຫຸ້ມເຄື່ອງໃນ, ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນຫຸ້ມໝາກໄຂ່ຫລັງທີ່ຢູ່ໃກ້ແອວ ແລະ ໜັງບາງໆຫຸ້ມຕັບ ເຊິ່ງຈະຕ້ອງເອົາອອກພ້ອມກັບໝາກໄຂ່ຫລັງ. ປະໂລຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນບູຊາເປັນເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວ. ນີ້ຄືເຄື່ອງບູຊາລຶບລ້າງຄວາມຜິດ. ມີແຕ່ຜູ້ຊາຍໃນຄອບຄົວຂອງປະໂລຫິດເທົ່ານັ້ນທີ່ຈະກິນສິ່ງນັ້ນໄດ້, ແຕ່ຈະຕ້ອງກິນໃນບໍລິເວນສະຖານນະມັດສະການ; ເພາະເປັນຂອງບໍລິສຸດທີ່ສຸດ.
“ ‘ກົດອັນດຽວກັນນີ້ທີ່ໃຊ້ໄດ້ທັງເຄື່ອງບູຊາໄຖ່ບາບ1 ແລະ ເຄື່ອງບູຊາລຶບລ້າງຄວາມຜິດຄື: ເຄື່ອງບູຊາທີ່ປະໂລຫິດຖວາຍເພື່ອລຶບລ້າງບາບແມ່ນມອບໃຫ້ເປັນອາຫານຂອງປະໂລຫິດ. ປະໂລຫິດຜູ້ທີ່ຖວາຍເຄື່ອງເຜົາບູຊາຈະໄດ້ຮັບໜັງຂອງສັດດ້ວຍ. ປະໂລຫິດຜູ້ທີ່ຖວາຍເຄື່ອງຖວາຍພືດຜົນເປັນເມັດທຸກຢ່າງຈະໄດ້ຮັບສ່ວນທີ່ເຫລືອເມື່ອພິທີສຳເລັດແລ້ວ ບໍ່ວ່າຈະເປັນພືດຜົນເປັນເມັດທີ່ອົບໃນເຕົາອົບ ຫລື ຈືນໃສ່ໝໍ້ກະທະ ຫລື ປີ້ງໃສ່ເຫລັກປີ້ງ, ແລະ ເຄື່ອງຖວາຍພືດຜົນເປັນເມັດທຸກຢ່າງ, ບໍ່ວ່າຈະປະສົມກັບນ້ຳມັນໝາກກອກ ຫລື ຍັງແຫ້ງຢູ່, ທັງໝົດນັ້ນເປັນຂອງບັນດາລູກຊາຍຂອງອາໂຣນທຸກຄົນຢ່າງເທົ່າກັນ.
ເຄື່ອງຖວາຍເພື່ອຄວາມສາມັກຄີທຳ
“ ‘ຕໍ່ໄປນີ້ແມ່ນກົດລະບຽບກ່ຽວກັບເຄື່ອງຖວາຍເພື່ອຄວາມສາມັກຄີທຳ ເຊິ່ງຜູ້ໃດຈະຖວາຍແກ່ພຣະເຈົ້າຢາເວ ມີດັ່ງນີ້:
“ ‘ຖ້າພວກເຂົາຖວາຍເປັນເຄື່ອງບູຊາເພື່ອຂອບພຣະຄຸນ, ກໍໃຫ້ຜູ້ນັນນຳເອົາເຂົ້າຈີ່ກ້ອນໜາທີ່ບໍ່ມີເຊື້ອແປ້ງປະສົມດ້ວຍນ້ຳມັນໝາກກອກ ແລະ ເຂົ້າຈີ່ແຜ່ນບາງບໍ່ໃສ່ເຊື້ອແປ້ງທານ້ຳມັນ ແລະ ເຂົ້າຈີ່ກ້ອນໜາທີ່ເຮັດດ້ວຍແປ້ງລະອຽດນວດຢ່າງດີປະສົມໃສ່ນ້ຳມັນ. ໃຫ້ນຳເຂົ້າຈີ່ໃສ່ເຊື້ອແປ້ງມາຖວາຍພ້ອມກັບເຄື່ອງຖວາຍເພື່ອຄວາມສາມັກຄີທຳ ເປັນເຄື່ອງບູຊາເພື່ອຂອບພຣະຄຸນ. ພວກເຂົາຈະຕ້ອງນຳສ່ວນໜຶ່ງຈາກເຄື່ອງບູຊາແຕ່ລະຊະນິດມາຖວາຍແກ່ພຣະເຈົ້າຢາເວ; ແລ້ວມອບໃຫ້ປະໂລຫິດຜູ້ທີ່ຊິດເລືອດຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳໃສ່ແທ່ນບູຊາ. ຊີ້ນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳທີ່ເປັນການຂອບພຣະຄຸນຈະຕ້ອງກິນໃນວັນທີ່ຖວາຍນັ້ນໃຫ້ໝົດ, ຢ່າປະໃຫ້ເຫລືອຄ້າງຈົນເຖິງເຊົ້າ.
“ ‘ເຖິງຢ່າງໃດກໍຕາມ ຖ້າເປັນເຄື່ອງບູຊາຕາມທີ່ໄດ້ປະຕິຍານໄວ້ ຫລື ເຄື່ອງບູຊາຕາມຄວາມສະໝັກໃຈ, ສ່ວນທີ່ປະໂລຫິດຍັງບໍ່ໄດ້ກິນໃນວັນທີ່ຖວາຍ ອາດຈະກິນໃນວັນຕໍ່ມາກໍໄດ້. ແຕ່ຊີ້ນຂອງເຄື່ອງບູຊາອັນໃດກໍຕາມທີ່ເຫລືອຄ້າງຈົນເຖິງວັນທີສາມຕ້ອງເຜົາຖິ້ມ. ຊີ້ນອັນໃດກໍຕາມຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳ ຖ້ານຳມາກິນໃນວັນທີສາມ, ຜູ້ຖວາຍສິ່ງນັ້ນຈະບໍ່ເປັນທີ່ຍອມຮັບ. ຖືວ່າມັນບໍ່ເປັນຜົນດີແກ່ຜູ້ທີ່ນຳມາຖວາຍ, ເພາະເປັນເຄື່ອງບູຊາທີ່ບໍ່ບໍລິສຸດ; ຜູ້ທີ່ກິນສິ່ງນີ້ກໍຈະຕ້ອງຮັບຜິດຊອບ.
“ ‘ຢ່າກິນສັດທີ່ໄປແຕະຕ້ອງສິ່ງທີ່ເປັນມົນທິນຕາມພິທີ, ຕ້ອງເຜົາຖິ້ມ. ແຕ່ສຳລັບຊີ້ນສ່ວນອື່ນໆນັ້ນ, ຜູ້ໃດທີ່ບໍ່ມີມົນທິນຕາມພິທີກິນໄດ້. ແຕ່ຖ້າຜູ້ໃດເປັນມົນທິນແລ້ວຍັງຂືນກິນຊີ້ນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳທີ່ເປັນຂອງພຣະເຈົ້າຢາເວ, ຜູ້ນັ້ນຈະຕ້ອງຖືກຕັດອອກຈາກທ່າມກາງປະຊາຊົນຂອງຕົນ. ຜູ້ໃດທີ່ແຕະຕ້ອງສິ່ງທີ່ເປັນມົນທິນ ບໍ່ວ່າຈະເປັນມະນຸດທີ່ເປັນມົນທິນ ຫລື ສັດທີ່ເປັນມົນທິນ ຫລື ສິ່ງທີ່ມີຊີວິດໃດໆທີ່ເລືອຄານຢູ່ຕາມໜ້າດິນ ແລ້ວມາກິນຊີ້ນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳທີ່ເປັນຂອງພຣະເຈົ້າຢາເວ ຜູ້ນັ້ນຈະຕ້ອງຖືກຕັດອອກຈາກທ່າມກາງປະຊາຊົນຂອງຕົນ’ ”.
ຫ້າມກິນໄຂມັນ ແລະ ເລືອດ
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າ: ‘ຢ່າກິນໄຂມັນໃດໆ ບໍ່ວ່າໄຂມັນຂອງງົວ, ຂອງແກະ ຫລື ຂອງແບ້. ໄຂມັນຈາກສັດທີ່ພົບເມື່ອຕາຍແລ້ວ ຫລື ຖືກສັດປ່າກັດ ອາດຈະໃຊ້ເຮັດຢ່າງອື່ນໄດ້, ແຕ່ຢ່າກິນສັດນັ້ນເດັດຂາດ. ຜູ້ໃດກິນໄຂມັນຈາກສັດທີ່ຖວາຍດ້ວຍໄຟແກ່ພຣະເຈົ້າຢາເວ ຈະຕ້ອງຖືກຕັດອອກຈາກທ່າມກາງປະຊາຊົນຂອງຕົນ. ແລະ ບໍ່ວ່າຜູ້ນັ້ນອາໄສຢູ່ບ່ອນໃດກໍຕາມ, ຫ້າມກິນເລືອດ ບໍ່ວ່າຈະເປັນເລືອດນົກ ຫລື ເລືອດສັດໃດໆ. ຖ້າຜູ້ໃດກິນເລືອດ ຜູ້ນັ້ນຈະຕ້ອງຖືກຕັດອອກຈາກທ່າມກາງປະຊາຊົນຂອງຕົນ’ ”.
ສ່ວນແບ່ງຂອງປະໂລຫິດ
ພຣະເຈົ້າຢາເວເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າ: ‘ຜູ້ໃດນຳເຄື່ອງຖວາຍເພື່ອຄວາມສາມັກຄີທຳມາຖວາຍແກ່ພຣະເຈົ້າຢາເວຈະຕ້ອງນຳສ່ວນໜຶ່ງຂອງເຄື່ອງບູຊານັ້ນມາຖວາຍແກ່ພຣະເຈົ້າຢາເວ. ພວກເຂົາຕ້ອງນຳເອົາອາຫານບູຊາມາຖວາຍແກ່ພຣະເຈົ້າຢາເວດ້ວຍມືຂອງຜູ້ນັ້ນເອງ; ໃຫ້ພວກເຂົານຳເອົາໄຂມັນ, ພ້ອມກັບສ່ວນເອິກ ແລະ ແກ່ວງສ່ວນເອິກນັ້ນໄປມາຢູ່ຕໍ່ໜ້າພຣະເຈົ້າຢາເວ ເພື່ອເປັນເຄື່ອງບູຊາແກວ່ງໄປແກ່ວງມາ. ປະໂລຫິດຈະຕ້ອງເຜົາໄຂມັນຢູ່ເທິງແທ່ນບູຊາ, ແຕ່ສ່ວນເອິກນັ້ນເປັນຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ. ຕົ້ນຂາຂວາຂອງສັດທີ່ນຳມາຖວາຍເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳນັ້ນແມ່ນມອບໃຫ້ແກ່ປະໂລຫິດຜູ້ປະກອບພິທີ. ລູກຊາຍຂອງອາໂຣນຜູ້ຖວາຍເລືອດ ແລະ ໄຂມັນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳຈະໄດ້ຮັບຕົ້ນຂາຂວາເປັນສ່ວນແບ່ງຂອງລາວ. ຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳຂອງຊາວອິດສະຣາເອນ, ເຮົາໄດ້ເອົາຊີ້ນສ່ວນເອິກທີ່ໃຫ້ຍົກສ່ວນເອິກທີ່ແກວ່ງໄປມາ ແລະ ຕົ້ນຂາທີ່ໄດ້ຖວາຍແລ້ວ ແລະ ໄດ້ມອບສິ່ງເຫລົ່ານັ້ນໃຫ້ແກ່ອາໂຣນ ແລະ ບັນດາລູກຊາຍຂອງລາວ ເພື່ອເປັນສ່ວນແບ່ງປະຈຳຈາກຊາວອິດສະຣາເອນ’ ”.
ນີ້ເປັນສ່ວນຂອງອາໂຣນກັບບັນດາລູກຊາຍຂອງລາວຈາກອາຫານບູຊາຖວາຍແກ່ພຣະເຈົ້າຢາເວ ເຊິ່ງມອບໃຫ້ແກ່ພວກເຂົາໃນວັນທີ່ໄດ້ຮັບການແຕ່ງຕັ້ງໃຫ້ປະຕິບັດໜ້າທີ່ປະໂລຫິດຮັບໃຊ້ພຣະເຈົ້າຢາເວ. ໃນວັນທີ່ພວກເຂົາໄດ້ຮັບການເຈີມນັ້ນ, ພຣະເຈົ້າຢາເວໄດ້ສັ່ງຊາວອິດສະຣາເອນໃຫ້ມອບສິ່ງນີ້ແກ່ພວກເຂົາເພື່ອເປັນສ່ວນແບ່ງປະຈຳຕະຫລອດໄປທຸກຊົ່ວອາຍຸ.
ທັງໝົດນີ້ຄືກົດລະບຽບກ່ຽວກັບເຄື່ອງເຜົາບູຊາ, ເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງບູຊາໄຖ່ບາບ, ເຄື່ອງຖວາຍເພື່ອລຶບລ້າງຄວາມຜິດ, ເຄື່ອງຖວາຍໃນພິທີສະຖາປະນາ ແລະ ເຄື່ອງຖວາຍເພື່ອຄວາມສາມັກຄີທຳ, ເຊິ່ງພຣະເຈົ້າຢາເວໄດ້ມອບໃຫ້ໂມເຊຢູ່ທີ່ພູເຂົາຊີນາຍໃນຖິ່ນແຫ້ງແລ້ງຊີນາຍໃນວັນທີ່ພຣະອົງໄດ້ສັ່ງຊາວອິດສະຣາເອນໃຫ້ນຳເອົາເຄື່ອງຖວາຍບູຊາຂອງພວກເຂົາມາຖວາຍແກ່ພຣະເຈົ້າຢາເວ.
Source notes (1)
- Footnote ຫລື ເຄື່ອງບູຊາລຶບລ້າງບາບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.