Skip to content
BibleKenya

Biblica® Open Lao Contemporary Version

ລະບຽບພວກເລວີ 6

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ຜູ້ໃດ​ເຮັດ​ບາບ ແລະ ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ຢາເວ​ໂດຍ​ຫລອກລວງ​ເພື່ອນບ້ານ​ກ່ຽວກັບ​ສິ່ງ​ຂອງ​ທີ່​ຝາກ​ໄວ້​ກັບ​ຕົນ ຫລື ມອບ​ໃຫ້​ຢູ່​ໃນ​ການ​ເບິ່ງແຍງ​ຂອງ​ຕົນ ຫລື ຖືກ​ລັກ​ໄປ ຫລື ສໍ້ໂກງ​ເພື່ອນ​ບ້ານ​ຂອງ​ຕົນ, ຖ້າ​ພວກເຂົາ​ເກັບ​ສິ່ງ​ຂອງ​ໄດ້ ແລະ ຕົວະ​ກ່ຽວກັບ​ສິ່ງ​ນັ້ນ ຫລື ຖ້າ​ພວກເຂົາ​ສາບານ​ບໍ່​ຈິງ​ກ່ຽວກັບ​ບາບ​ທີ່​ຄົນ​ທັງຫລາຍ​ເຮັດ ເມື່ອ​ພວກເຂົາ​ເຮັດ​ບາບ​ໃນ​ທາງ​ໃດ​ໜຶ່ງ​ຕາມ​ທີ່​ກ່າວ​ມາ​ນີ້ ແລະ ສຳນຶກ​ໄດ້​ວ່າ​ຕົນ​ມີ​ຄວາມ​ຜິດ, ພວກເຂົາ​ຕ້ອງ​ສົ່ງ​ສິ່ງ​ຂອງ​ທີ່​ຕົນ​ໄດ້​ລັກ ຫລື ສິ່ງ​ຂອງ​ທີ່​ໄດ້​ມາ​ໂດຍ​ການ​ຂູ່ເຂັນ ຫລື ສິ່ງຂອງ​ທີ່​ພວກເຂົາ​ຮັບ​ຝາກ​ໄວ້ ຫລື ສິ່ງ​ຂອງ​ທີ່​ພວກເຂົາ​ເກັບ​ໄດ້, ຫລື ສິ່ງໃດ​ກໍ​ຕາມ​ທີ່​ພວກເຂົາ​ສາບານ​ບໍ່​ຈິງ​ກ່ຽວກັບ​ສິ່ງ​ນັ້ນ. ພວກເຂົາ​ຕ້ອງ​ຊົດໃຊ້​ໃຫ້​ເຕັມ​ລາຄາ ແລະ ເພີ່ມ​ອີກ​ໜຶ່ງ​ສ່ວນ​ຫ້າ​ຂອງ​ມູນຄ່າ​ຂອງ​ສິ່ງ​ຂອງ​ເຫລົ່ານັ້ນ​ໃຫ້​ກັບ​ເຈົ້າຂອງ​ໃນ​ວັນ​ທີ່​ພວກເຂົາ​ຖວາຍ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ. ແລະ ເພື່ອ​ເປັນ​ການ​ລົງໂທດ ພວກເຂົາ​ຕ້ອງ​ນຳເອົາ​ເຄື່ອງຖວາຍ​ລຶບລ້າງ​ຄວາມ​ຜິດ​ມາ​ໃຫ້​ປະໂລຫິດ, ນັ້ນ​ຄື ພວກເຂົາ​ຕ້ອງ​ນຳເອົາ​ແກະຜູ້​ທີ່​ບໍ່​ມີ​ຕຳໜິ ແລະ ມີ​ມູນຄ່າ​ທີ່​ເໝາະສົມ​ຈາກ​ຝູງ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງບາບ​ໃຫ້​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ​ສຳລັບ​ຄວາມ​ຜິດ​ທີ່​ພວກເຂົາ​ໄດ້​ເຮັດ”.

ເຄື່ອງເຜົາ​ບູຊາ

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ມອບ​ຄຳສັ່ງ​ນີ້​ແກ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ວ່າ: ‘ນີ້​ຄື​ກົດລະບຽບ​ກ່ຽວກັບ​ເຄື່ອງເຜົາ​ບູຊາ: ໃຫ້​ປະ​ເຄື່ອງເຜົາ​ບູຊາ​ໄວ້​ຢູ່​ທີ່​ເຕົາ​ຂອງ​ແທ່ນບູຊາ​ຕະຫລອດ​ທັງ​ຄືນ​ຈົນ​ເຖິງ​ເຊົ້າ ແລະ ໃຫ້​ໄຟ​ເທິງ​ແທ່ນບູຊາ​ລຸກ​ຢູ່​ຢ່າງ​ນັ້ນ. ແລ້ວ​ປະໂລຫິດ​ຈະ​ຕ້ອງ​ນຸ່ງ​ເຄື່ອງ​ແຕ່ງ​ກາຍ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍ​ລິນິນພ້ອມ​ກັບ​ເຄື່ອງ​ແຕ່ງ​ກາຍ​ຊັ້ນໃນ​ທີ່​ເຮັດ​ດ້ວຍ​ຜ້າຝ້າຍ​ລິນິນ​ທີ່​ຕິດ​ກັບ​ໂຕ ແລະ ລາວ​ຈະ​ຕ້ອງ​ກວາດ​ຂີ້ເຖົ່າ​ຂອງ​ເຄື່ອງເຜົາ​ບູຊາ​ທີ່​ຖືກ​ເຜົາ​ແລ້ວ​ຢູ່​ເທິງ​ແທ່ນ​ນັ້ນ​ອອກ ແລະ ເອົາ​ໄປ​ກອງ​ໄວ້​ຢູ່​ຂ້າງ​ແທ່ນບູຊາ. ຫລັງຈາກ​ນັ້ນ ລາວ​ຈະ​ຕ້ອງ​ປ່ຽນ​ເຄື່ອງ​ແຕ່ງ​ກາຍ ແລະ ນຸ່ງ​ຊຸດ​ອື່ນ​ໃສ່ ແລ້ວ​ນຳເອົາ​ຂີ້ເຖົ່າ​ອອກ​ນອກ​ຄ້າຍພັກ​ໄປ​ຍັງ​ບ່ອນ​ທີ່​ບໍ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ. ຈະ​ຕ້ອງ​ໃຫ້​ໄຟ​ທີ່​ຢູ່​ເທິງ​ແທ່ນບູຊາ​ນັ້ນ​ລຸກໄໝ້​ຢູ່​ຕະຫລອດ​ເວລາ, ຢ່າ​ໃຫ້​ໄຟ​ມອດ​ເດັດຂາດ. ໃຫ້​ປະໂລຫິດ​ເຕີມ​ຟືນ​ໃສ່​ທຸກ​ເຊົ້າ ແລະ ວາງ​ເຄື່ອງເຜົາ​ບູຊາ​ປະຈຳ​ວັນ​ລົງ​ໃສ່ ແລ້ວ​ເຜົາ​ໄຂມັນ​ຂອງ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ເທິງ​ແທ່ນບູຊາ. ຈົ່ງ​ໃຫ້​ໄຟ​ລຸກໄໝ້​ຢູ່​ເທິງ​ແທ່ນບູຊາ​ຕະຫລອດ​ເວລາ. ຢ່າ​ໃຫ້​ໄຟ​ມອດ​ເດັດຂາດ.

ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ

“ ‘ຕໍ່ໄປ​ນີ້​ແມ່ນ​ກົດລະບຽບ​ກ່ຽວກັບ​ເຄື່ອງຖວາຍ​ພືດຜົນ​ເປັນເມັດ: ໃຫ້​ບັນດາ​ລູກຊາຍ​ຂອງ​ອາໂຣນ​ນຳ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ມາ​ຕໍ່​ໜ້າ​ພຣະເຈົ້າ​ຢາເວ​ຢູ່​ດ້ານໜ້າ​ຂອງ​ແທ່ນບູຊາ. ໃຫ້​ປະໂລຫິດ​ເອົາ​ແປ້ງ​ລະອຽດ​ໜຶ່ງ​ກຳມື ແລະ ນ້ຳມັນ​ໝາກກອກ, ພ້ອມ​ກັບ​ເຄື່ອງຫອມ​ທັງໝົດ​ໂຮຍ​ໃສ່​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ ແລ້ວ​ເຜົາ​ສ່ວນ​ທີ່​ເປັນ​ອະນຸສອນ​ນັ້ນ​ເທິງ​ແທ່ນບູຊາ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ອາໂຣນ ແລະ ບັນດາ​ລູກຊາຍ​ຈະ​ຕ້ອງ​ກິນ​ສ່ວນ​ທີ່​ເຫລືອ, ແຕ່​ຕ້ອງ​ກິນ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ​ໃນ​ບໍລິເວນ​ສະຖານ​ນະມັດສະການ; ໃຫ້​ພວກເຂົາ​ກິນ​ສ່ວນ​ທີ່​ເຫລືອ​ນັ້ນ​ຢູ່​ທີ່​ເດີ່ນ​ຂອງ​ເຕັນນັດພົບ. ແປ້ງ​ນັ້ນ​ຈະ​ຕ້ອງ​ອົບ​ໂດຍ​ບໍ່​ໃສ່​ເຊື້ອແປ້ງ; ເຮົາ​ໄດ້​ມອບ​ອາຫານ​ບູຊາ​ສ່ວນ​ນີ້ ເຊິ່ງ​ຖວາຍ​ແກ່​ເຮົາ​ດ້ວຍ​ໄຟ​ໃຫ້​ເປັນ​ສ່ວນ​ຂອງ​ປະໂລຫິດ. ເປັນ​ຂອງ​ບໍລິສຸດ​ທີ່ສຸດ​ເໝືອນ​ກັບ​ເຄື່ອງບູຊາ​ໄຖ່​ບາບ1 ແລະ ເຄື່ອງບູຊາ​ລຶບລ້າງ​ຄວາມ​ຜິດ. ໃຫ້​ລູກ​ຫລານ​ຂອງ​ອາໂຣນ​ທີ່​ເປັນ​ຜູ້ຊາຍ​ກິນ​ສິ່ງ​ນີ້​ໄດ້. ນີ້​ເປັນ​ສ່ວນແບ່ງ​ຂອງ​ລາວ​ທີ່​ຈະ​ໄດ້​ຮັບ​ເປັນ​ປະຈຳ​ຈາກ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຕະຫລອດ​ໄປ​ທຸກ​ຊົ່ວ​ອາຍຸ. ສິ່ງໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ສິ່ງ​ເຫລົ່ານີ້​ກໍ​ຈະ​ບໍລິສຸດ2’ ”.

ແລ້ວ​ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ອີກ​ວ່າ, “ນີ້​ຄື​ເຄື່ອງບູຊາ​ທີ່​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ຈະ​ຕ້ອງ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ໃນ​ວັນ​ທີ່​ລາວ3​ໄດ້​ຮັບ​ການ​ເຈີມ​ຄື: ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ4 ເພື່ອ​ເປັນ​ພືດຜົນ​ເປັນ​ເມັດ​ທີ່​ຖວາຍ​ເປັນ​ປະຈຳ, ເຄິ່ງ​ໜຶ່ງ​ຂອງ​ແປ້ງ​ນັ້ນ​ໃຫ້​ຖວາຍ​ຕອນເຊົ້າ ແລະ ອີກ​ເຄິ່ງ​ໜຶ່ງ​ຖວາຍ​ຕອນແລງ. ຈົ່ງ​ທອດ​ແປ້ງ​ນັ້ນ​ກັບ​ນ້ຳມັນ​ໃນ​ໝໍ້ກະທະ; ປະສົມ​ໃຫ້​ເຂົ້າກັນ​ເປັນ​ຢ່າງດີ ແລະ ນຳ​ເຄື່ອງຖວາຍພືດຜົນ​ເປັນ​ເມັດ​ທີ່​ຫັກ5​ເປັນ​ຕ່ອນໆ​ນີ້​ມາ​ຖວາຍ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. ລູກຊາຍ​ຜູ້​ທີ່​ຈະ​ສືບທອດ​ຕຳແໜ່ງ​ປະໂລຫິດ​ທີ່​ໄດ້​ຮັບ​ການ​ເຈີມ​ໄວ້​ຕໍ່​ຈາກ​ອາໂຣນ​ຈະ​ຕ້ອງ​ເປັນ​ຜູ້​ຕຽມ​ເຄື່ອງຖວາຍ​ນີ້. ນີ້​ເປັນ​ສ່ວນ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເປັນ​ປະຈຳ ແລະ ຈະ​ຕ້ອງ​ເຜົາ​ໃຫ້​ໝົດ. ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ປະໂລຫິດ​ທຸກຢ່າງ​ຈະ​ຕ້ອງ​ເຜົາ​ໃຫ້​ໝົດ, ຫ້າມ​ກິນ​ເດັດຂາດ”.

ເຄື່ອງບູຊາ​ໄຖ່​ບາບ

ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ກັບ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ ແລະ ບັນດາ​ລູກຊາຍ​ຂອງ​ລາວ​ວ່າ: ‘ຕໍ່ໄປ​ນີ້​ເປັນ​ກົດລະບຽບ​ກ່ຽວກັບ​ເຄື່ອງບູຊາ​ໄຖ່​ບາບ​ຄື: ໃຫ້​ນຳ​ເຄື່ອງບູຊາ​ໄຖ່​ບາບ​ມາ​ຂ້າ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃນ​ບ່ອນ​ສຳລັບ​ຂ້າ​ສັດ​ເປັນ​ເຄື່ອງເຜົາ​ບູຊາ, ເຄື່ອງ​ບູຊາ​ໄຖ່​ບາບ​ນີ້​ຄື​ຂອງ​ບໍລິສຸດ​ທີ່ສຸດ. ປະໂລຫິດ​ຜູ້​ປະກອບ​ພິທີ​ຈະ​ຕ້ອງ​ກິນ​ເຄື່ອງບູຊາ​ນີ້; ຈະ​ຕ້ອງ​ກິນ​ເຄື່ອງບູຊາ​ນີ້​ໃນ​ບໍລິເວນ​ສະຖານ​ນະມັດສະການ, ໃນ​ເດີ່ນ​ຂອງ​ເຕັນນັດພົບ. ສິ່ງໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ຊີ້ນ​ນັ້ນ​ກໍ​ຈະ​ຕ້ອງ​ບໍລິສຸດ ແລະ ຖ້າ​ເລືອດ​ຟົ້ງ​ໄປ​ຖືກ​ເສື້ອຜ້າ, ຜູ້​ນັ້ນ​ຈະ​ຕ້ອງ​ຊັກ​ເສື້ອຜ້າ​ນັ້ນ​ໃນ​ບໍລິເວນ​ສະຖານ​ນະມັດສະການ. ໝໍ້​ດິນ​ເຜົາ​ທີ່​ໃຊ້​ຕົ້ມ​ຊີ້ນ​ນັ້ນ​ຈະ​ຕ້ອງ​ທຸບ​ຖິ້ມ; ແຕ່​ຖ້າ​ໃຊ້​ໝໍ້​ທອງ​ສຳລິດ​ປຸງແຕ່ງ​ກໍ​ຕ້ອງ​ເຊັດ​ຖູ​ໝໍ້​ນັ້ນ ແລະ ລ້າງ​ດ້ວຍ​ນ້ຳ. ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ປະໂລຫິດ​ເທົ່ານັ້ນ​ທີ່​ກິນ​ເຄື່ອງບູຊາ​ນີ້​ໄດ້ ເພາະ​ເປັນ​ຂອງ​ບໍລິສຸດ​ທີ່ສຸດ. ແຕ່​ຢ່າ​ກິນ​ເຄື່ອງບູຊາ​ໄຖ່​ບາບ ເຊິ່ງ​ເລືອດ​ຂອງ​ມັນ​ແມ່ນ​ຖືກ​ນຳ​ເຂົ້າ​ໄປ​ໃນ​ເຕັນນັດພົບ​ເພື່ອ​ເຮັດ​ພິທີ​ລຶບລ້າງ​ບາບ​ໃນ​ສະຖານ​ສັກສິດ, ແຕ່​ຈະ​ຕ້ອງ​ເຜົາ​ຖິ້ມ.

Source notes (5)
  1. Footnote ເຄື່ອງບູຊາ​ລຶບລ້າງ​ບາບ
  2. Footnote ຫລື ຜູ້ໃດ​ກໍ​ຕາມ​ທີ່​ແຕະຕ້ອງ​ສິ່ງ​ເຫລົ້ານີ້​ຈະ​ຕ້ອງ​ບໍລິສຸດ ເໝືອນ​ກັບ ຂໍ້ 27
  3. Footnote ຫລື ແຕ່ລະຄົນ
  4. Footnote ຫລື ປະມານ 1,6 ກິໂລກຣາມ
  5. Footnote ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມໝາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.