Biblica® Open Lao Contemporary Version
ລະບຽບພວກເລວີ 3
ເຄື່ອງຖວາຍເພື່ອຄວາມສາມັກຄີທຳ
“ ‘ຖ້າການຖວາຍຂອງພວກເຈົ້າເປັນການຖວາຍເພື່ອຄວາມສາມັກຄີທຳ ແລະ ພວກເຈົ້າຈະຕ້ອງຖວາຍສັດໂຕໜຶ່ງຈາກຝູງງົວບໍ່ວ່າໂຕຜູ້ ຫລື ໂຕແມ່, ພວກເຈົ້າຈະຕ້ອງນຳສັດທີ່ບໍ່ມີຕຳໜິມາຕໍ່ໜ້າພຣະເຈົ້າຢາເວ. ໃຫ້ພວກເຈົ້າວາງມືໃສ່ເທິງຫົວຂອງສັດທີ່ຈະຖວາຍ ແລ້ວຂ້າສັດນັ້ນທີ່ທາງເຂົ້າເຕັນນັດພົບ. ຈາກນັ້ນລູກຊາຍຂອງອາໂຣນຜູ້ເປັນປະໂລຫິດຈະຊິດເລືອດງົວອ້ອມຂ້າງແທ່ນບູຊາ. ຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳພວກເຂົາຈະນຳເອົາເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ ຄືເຄື່ອງໃນທັງໝົດ ແລະ ໄຂມັນທີ່ຫຸ້ມເຄື່ອງໃນນັ້ນ, ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນຫຸ້ມໝາກໄຂ່ຫລັງທີ່ຢູ່ໃກ້ແອວ ແລະ ໜັງບາງໆຫຸ້ມຕັບ ເຊິ່ງເຈົ້າຈະຕ້ອງເອົາອອກພ້ອມໝາກໄຂ່ຫລັງ. ຫລັງຈາກນັ້ນພວກລູກຊາຍຂອງອາໂຣນຈະເຜົາສິ່ງເຫລົ່ານີ້ທີ່ແທ່ນບູຊາເທິງເຄື່ອງເຜົາບູຊາທີ່ວາງເທິງກອງໄຟ, ນີ້ເປັນການຖວາຍບູຊາອາຫານ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.
“ ‘ຖ້າພວກເຈົ້າຈະຖວາຍສັດຈາກຝູງສັດເພື່ອເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ, ພວກເຈົ້າຖວາຍໄດ້ທັງໂຕຜູ້ ຫລື ໂຕແມ່ທີ່ບໍ່ມີຕຳໜິ. ຖ້າພວກເຈົ້າຈະຖວາຍລູກແກະ ກໍໃຫ້ນຳເອົາສັດນັ້ນມາຕໍ່ໜ້າພຣະເຈົ້າຢາເວ, ໃຫ້ວາງມືໃສ່ເທິງຫົວຂອງລູກແກະ ແລະ ຂ້າສັດນັ້ນຢູ່ຕໍ່ໜ້າເຕັນນັດພົບ. ແລ້ວບັນດາລູກຊາຍຂອງອາໂຣນຈະຊິດເລືອດສັດນັ້ນໃສ່ອ້ອມຂ້າງຂອງແທ່ນບູຊາ. ພວກເຈົ້າຈະຕ້ອງນຳເອົາເຄື່ອງບູຊາດ້ວຍໄຟສ່ວນໜຶ່ງຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳມາຖວາຍແກ່ພຣະເຈົ້າຢາເວຄື: ໄຂມັນ, ໄຂມັນສ່ວນຫາງທີ່ຕັດອອກຈາກບໍລິເວນກະດູກສັນຫລັງ, ເຄື່ອງໄນ ແລະ ໄຂມັນທັງໝົດທີ່ຕິດກັບເຄື່ອງໄນ, ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນທີ່ຕິດໝາກໄຂ່ຫລັງທີ່ຢູ່ໃກ້ກັບແອວ ແລະ ໜັງບາງໆຫຸ້ມຕັບທີ່ຈະຕ້ອງເອົາອອກມາພ້ອມກັບໝາກໄຂ່ຫລັງ. ປະໂລຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນບູຊາ ເປັນເຄື່ອງບູຊາດ້ວຍໄຟຖວາຍແກ່ພຣະເຈົ້າຢາເວ.
“ ‘ຖ້າເຄື່ອງຖວາຍຂອງພວກເຈົ້າແມ່ນແບ້, ໃຫ້ພວກເຈົ້ານຳສັດນັ້ນມາຖວາຍຕໍ່ໜ້າພຣະເຈົ້າຢາເວ, ໃຫ້ພວກເຈົ້າວາງມືໃສ່ເທິງຫົວ ແລະ ຂ້າສັດນັ້ນຕໍ່ໜ້າເຕັນນັດພົບ. ຫລັງຈາກນັ້ນ ບັນດາລູກຊາຍຂອງອາໂຣນຈະຊິດເລືອດສັດໃສ່ອ້ອມຂ້າງແທ່ນບູຊາ. ໃຫ້ພວກເຈົ້ານຳເອົາສ່ວນໜຶ່ງຈາກເຄື່ອງຖວາຍຂອງພວກເຈົ້າມາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວໂດຍມີ: ເຄື່ອງໄນ ແລະ ໄຂມັນທັງໝົດທີ່ຕິດກັບເຄື່ອງໄນ, ໝາກໄຂ່ຫລັງທັງສອງໜ່ວຍພ້ອມກັບໄຂມັນທີ່ຕິດໝາກໄຂ່ຫລັງທີ່ຢູ່ໃກ້ກັບແອວ ແລະ ໜັງບາງໆຫຸ້ມຕັບທີ່ຈະຕ້ອງເອົາອອກມາພ້ອມກັບໝາກໄຂ່ຫລັງ. ປະໂລຫິດຈະເຜົາສິ່ງເຫລົ່ານີ້ເທິງແທ່ນບູຊາ ເປັນເຄື່ອງບູຊາດ້ວຍໄຟ, ເປັນກິ່ນຫອມທີ່ພໍໃຈ. ໄຂມັນທັງໝົດເປັນຂອງພຣະເຈົ້າຢາເວ.
“ ‘ນີ້ເປັນຂໍ້ປະຕິບັດຖາວອນສືບໄປທຸກຊົ່ວອາຍຸບໍ່ວ່າເຈົ້າຈະອາໄສຢູ່ທີ່ໃດຄື: ຢ່າກິນໄຂມັນ ຫລື ເລືອດເລີຍ’ ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.