Biblica® Open Lao Contemporary Version
ລະບຽບພວກເລວີ 2
ເຄື່ອງຖວາຍພືດຜົນເປັນເມັດ
“ ‘ເມື່ອຜູ້ໃດນຳເອົາເຄື່ອງຖວາຍພືດຜົນເປັນເມັດແກ່ພຣະເຈົ້າຢາເວນັ້ນ, ເຄື່ອງຖວາຍຂອງຕົນຕ້ອງເປັນແປ້ງລະອຽດ. ພວກເຂົາຖອກນ້ຳມັນໝາກກອກລົງໃສ່ແປ້ງນັ້ນ ແລະ ໂຮຍເຄື່ອງຫອມໃສ່ດ້ວຍ. ແລະ ນຳເອົາມາມອບໃຫ້ແກ່ບັນດາປະໂລຫິດທີ່ເປັນລູກຊາຍຂອງອາໂຣນ. ປະໂລຫິດຈະກຳເອົາແປ້ງລະອຽດມາກຳມືໜຶ່ງ ແລະ ນ້ຳມັນ, ແລ້ວນຳມາລວມກັບເຄື່ອງຫອມ, ແລະ ເຜົາສິ່ງນີ້ເປັນສ່ວນອະນຸສອນເທິງແທ່ນບູຊາ, ເປັນເຄື່ອງບູຊາດ້ວຍໄຟ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. ສ່ວນທີ່ເຫລືອຂອງເຄື່ອງຖວາຍພືດຜົນເປັນເມັດນັ້ນແມ່ນເປັນຂອງອາໂຣນກັບບັນດາລູກຊາຍຂອງລາວ, ເຊິ່ງເປັນສ່ວນບໍລິສຸດທີ່ສຸດຂອງອາຫານບູຊາຖວາຍແກ່ພຣະເຈົ້າຢາເວ.
“ ‘ຖ້າພວກເຈົ້າຈະຖວາຍພືດຜົນເປັນເມັດທີ່ເປັນເຂົ້າໜົມອົບ ເຂົ້າໜົມນັ້ນຕ້ອງເຮັດຈາກແປ້ງລະອຽດຄື: ປະສົມກັບນ້ຳມັນໝາກກອກໂດຍບໍ່ໃສ່ເຊື້ອແປ້ງ ຫລື ໃຊ້ເຂົ້າຈີ່ແຜ່ນບາງບໍ່ໃສ່ເຊື້ອແປ້ງ ແລະ ທາດ້ວຍນ້ຳມັນໝາກກອກ. ຖ້າເຄື່ອງຖວາຍພືດຜົນເປັນເມັດໄດ້ເຮັດເປັນເຂົ້າຈີ່ທີ່ປີ້ງໃສ່ເຫລັກປີ້ງ ກໍຈົ່ງເຮັດຈາກແປ້ງລະອຽດປົນກັບນ້ຳມັນ ແລະ ບໍ່ມີເຊື້ອແປ້ງ. ຈົ່ງຫັກເຂົ້າຈີ່ເປັນຕ່ອນນ້ອຍໆແລ້ວເທນ້ຳມັນໃສ່ເຂົ້າຈີ່ນັ້ນ, ນີ້ເປັນເຄື່ອງຖວາຍພືດຜົນເປັນເມັດ. ຖ້າເຄື່ອງຖວາຍພືດຜົນເປັນເມັດຂອງພວກເຈົ້າຫາກປຸງແຕ່ງໃນໝໍ້ກະທະກໍໃຫ້ເຮັດຈາກແປ້ງລະອຽດ ແລະ ນ້ຳມັນໝາກກອກ. ຈົ່ງນຳເຄື່ອງຖວາຍພືດຜົນເປັນເມັດທີ່ເຮັດຈາກສິ່ງເຫລົ່ານີ້ທີ່ຈະນຳມາຖວາຍແກ່ພຣະເຈົ້າຢາເວ: ມາມອບໃຫ້ປະໂລຫິດ, ຜູ້ຈະນຳມາຍັງແທ່ນບູຊານັ້ນ. ປະໂລຫິດຈະຕ້ອງນຳເອົາສ່ວນທີ່ເປັນອະນຸສອນຈາກເຄື່ອງຖວາຍພືດຜົນເປັນເມັດມາເຜົາເທິງແທ່ນບູຊາເປັນເຄື່ອງບູຊາດ້ວຍໄຟ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. ສ່ວນທີ່ເຫລືອຂອງເຄື່ອງຖວາຍພືດຜົນເປັນເມັດນັ້ນແມ່ນເປັນຂອງອາໂຣນກັບບັນດາລູກຊາຍຂອງລາວ, ເຊິ່ງເປັນສ່ວນບໍລິສຸດທີ່ສຸດຂອງອາຫານບູຊາຖວາຍແກ່ພຣະເຈົ້າຢາເວ.
“ ‘ເຄື່ອງຖວາຍພືດຜົນເປັນເມັດທຸກຢ່າງທີ່ເຈົ້ານຳມາຖວາຍແກ່ພຣະເຈົ້າຢາເວນັ້ນຈະຕ້ອງບໍ່ໃສ່ເຊື້ອແປ້ງ, ບໍ່ໃຫ້ພວກເຈົ້າເຜົາເຊື້ອແປ້ງໃດໆ ຫລື ນ້ຳເຜິ້ງໃນອາຫານບູຊາທີ່ຖວາຍແກ່ພຣະເຈົ້າຢາເວ. ເຈົ້າອາດຈະຖວາຍເຂົ້າຈີ່ໃສ່ເຊື້ອແປ້ງ ແລະ ນ້ຳເຜິ້ງເປັນເຄື່ອງຖວາຍບູຊາຜົນທຳອິດແກ່ພຣະເຈົ້າຢາເວ, ແຕ່ບໍ່ຕ້ອງນຳມາເຜົາຖວາຍເທິງແທ່ນບູຊາເພື່ອເປັນກິ່ນຫອມທີ່ພຣະເຈົ້າພໍໃຈ. ຈົ່ງປຸງເຄື່ອງຖວາຍພືດຜົນເປັນເມັດຂອງພວກເຈົ້າທຸກຢ່າງດ້ວຍເກືອ. ຢ່າໃຫ້ເກືອແຫ່ງພັນທະສັນຍາຂອງພຣະເຈົ້າຂອງພວກເຈົ້າຂາດຈາກເຄື່ອງຖວາຍພືດຜົນເປັນເມັດຂອງພວກເຈົ້າ, ຈົ່ງໃສ່ເກືອໃນເຄື່ອງຖວາຍພືດຜົນເປັນເມັດຂອງພວກເຈົ້າທຸກຢ່າງ.
“ ‘ຖ້າພວກເຈົ້ານຳເອົາເຄື່ອງຖວາຍພືດຜົນເປັນເມັດຂອງພືດຜົນຫົວປີມາຖວາຍແກ່ພຣະເຈົ້າຢາເວ, ຈົ່ງເດັດເມັດຈາກຮວງທີ່ກ່ຽວມາໃໝ່ໆນຳມາບົດ ແລະ ປີ້ງດ້ວຍໄຟ. ໃສ່ນ້ຳມັນ ແລະ ເຄື່ອງຫອມ, ນີ້ຄືເຄື່ອງຖວາຍພືດຜົນເປັນເມັດ. ປະໂລຫິດຈະເຜົາສ່ວນທີ່ເປັນອະນຸສອນຂອງເມັດພືດທີ່ບົດແລ້ວ, ນ້ຳມັນ ແລະ ລວມທັງເຄື່ອງຫອມທັງໝົດ, ນີ້ຄືເຄື່ອງບູຊາດ້ວຍໄຟແກ່ພຣະເຈົ້າຢາເວ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.