Biblica® Open Lao Contemporary Version
ລະບຽບພວກເລວີ 1
ເຄື່ອງເຜົາບູຊາ
ພຣະເຈົ້າຢາເວໄດ້ເອີ້ນໂມເຊ ແລະ ກ່າວກັບເພິ່ນຈາກເຕັນນັດພົບ. ພຣະອົງໄດ້ກ່າວວ່າ, “ຈົ່ງກ່າວຕໍ່ຊາວອິດສະຣາເອນ ແລະ ບອກພວກເຂົາວ່າ: ‘ເມື່ອຄົນໃດໃນທ່າມກາງພວກເຈົ້ານຳເອົາເຄື່ອງຖວາຍແກ່ພຣະເຈົ້າຢາເວນັ້ນ, ຈົ່ງນຳເອົາສັດໂຕໜຶ່ງຈາກຝູງງົວ ຫລື ແບ້ ແລະ ຝູງແກະເປັນເຄື່ອງຖວາຍ.
“ ‘ຖ້າເຄື່ອງຖວາຍເປັນເຄື່ອງເຜົາບູຊາຈາກຝູງສັດ, ຈົ່ງນຳເອົາສັດໂຕຜູ້ໂຕໜຶ່ງທີ່ບໍ່ມີຕຳໜິ. ພວກເຈົ້າຕ້ອງນຳມາຖວາຍຢູ່ທີ່ທາງເຂົ້າເຕັນນັດພົບ ເພື່ອວ່າສັດນັ້ນ1ຈະເປັນທີ່ຍອມຮັບຕໍ່ພຣະເຈົ້າຢາເວ. ໃຫ້ພວກເຈົ້າວາງມືລົງເທິງຫົວຂອງສັດທີ່ໃຊ້ເປັນເຄື່ອງເຜົາບູຊານັ້ນ, ແລ້ວເຄື່ອງບູຊານັ້ນຈະຖືກຮັບໃນນາມຂອງພວກເຈົ້າເພື່ອລົບບາບແກ່ພວກເຈົ້າ. ໃຫ້ພວກເຈົ້າຂ້າງົວເຖິກໂຕນັ້ນຕໍ່ໜ້າພຣະເຈົ້າຢາເວ, ແລ້ວບັນດາປະໂລຫິດ ເຊິ່ງເປັນລູກຊາຍຂອງອາໂຣນຈະນຳເອົາເລືອດມາຊິດໃສ່ຂ້າງແທ່ນບູຊາຢູ່ທີ່ທາງເຂົ້າເຕັນນັດພົບ. ໃຫ້ພວກເຈົ້າລອກໜັງຂອງເຄື່ອງເຜົາບູຊານັ້ນ ແລະ ຕັດເປັນຊິ້ນສ່ວນ. ບັນດາລູກຊາຍຂອງອາໂຣນຈະດັງໄຟຢູ່ເທິງແທ່ນບູຊາ ແລະ ລຽງຟືນໃສ່ກອງໄຟນັ້ນ. ແລ້ວພວກລູກຊາຍຂອງອາໂຣນຜູ້ທີ່ເປັນປະໂລຫິດຈະລຽງຊິ້ນສ່ວນຕ່າງໆ, ລວມທັງຫົວ ແລະ ໄຂມັນໃສ່ກອງຟືນທີ່ກຳລັງລຸກໄໝ້ຢູ່ເທິງແທ່ນບູຊາ. ໃຫ້ພວກເຈົ້າລ້າງເຄື່ອງໃນ ແລະ ຂາງົວດ້ວຍນ້ຳ ແລະ ປະໂລຫິດຈະເຜົາເຄື່ອງເຫລົ່ານັ້ນທັງໝົດເທິງແທ່ນບູຊາ. ນີ້ຄືເຄື່ອງເຜົາບູຊາ, ອາຫານບູຊາ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.
“ ‘ຖ້າເຄື່ອງຖວາຍເປັນເຄື່ອງເຜົາບູຊາຈາກຝູງສັດຈະເປັນແກະ ຫລື ແບ້ກໍໄດ້, ພວກເຈົ້າຕ້ອງຖວາຍສັດໂຕຜູ້ທີ່ບໍ່ມີຕຳໜິ. ໃຫ້ພວກເຈົ້າຂ້າສັດນັ້ນທີ່ດ້ານເໜືອຂອງແທ່ນບູຊາຕໍ່ໜ້າພຣະເຈົ້າຢາເວ ແລະ ບັນດາລູກຊາຍຂອງອາໂຣນ ເຊິ່ງເປັນປະໂລຫິດຈະຊິດເລືອດຂອງສັດໃສ່ຂ້າງຂອງແທ່ນບູຊາ. ໃຫ້ພວກເຈົ້າຕັດສັດເປັນຊິ້ນສ່ວນ ແລະ ປະໂລຫິດຈະລຽງຊິ້ນສ່ວນເຫລົ່ານັ້ນລວມທັງຫົວ ແລະ ໄຂມັນ, ວາງເທິງຟືນທີ່ກຳລັງລຸກໄໝ້ເທິງແທ່ນບູຊາ. ໃຫ້ພວກເຈົ້າລ້າງເຄື່ອງໃນ ແລະ ຂາດ້ວຍນ້ຳ ແລະ ປະໂລຫິດຈະນຳເອົາສິ່ງເຫລົ່ານັ້ນທັງໝົດມາເຜົາເທິງແທ່ນບູຊາ. ນີ້ຄືເຄື່ອງເຜົາບູຊາ, ອາຫານບູຊາ, ເຄື່ອງບູຊາທີ່ມີກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.
“ ‘ຖ້າເຄື່ອງບູຊາແກ່ພຣະເຈົ້າຢາເວນັ້ນແມ່ນເຄື່ອງເຜົາບູຊາທີ່ເປັນນົກ, ໃຫ້ພວກເຈົ້າຖວາຍນົກເຂົາໜຶ່ງໂຕ ຫລື ນົກກາງແກໜຸ່ມໜຶ່ງໂຕ. ປະໂລຫິດຈະຕ້ອງນຳເອົານົກມາທີ່ແທ່ນບູຊາ ແລ້ວບິດຄໍນົກ ແລະ ເຜົານົກນັ້ນຢູ່ເທິງແທ່ນບູຊາ; ສ່ວນເລືອດຂອງນົກນັ້ນຈະຕ້ອງໄຫລລົງມາຂ້າງແທ່ນບູຊາ. ແລ້ວປະໂລຫິດຈະເອົາໜຽງ ແລະ ຂົນອອກ2 ແລ້ວຖິ້ມລົງດ້ານທິດຕາເວັນອອກຂອງແທ່ນບູຊາບ່ອນທີ່ມີຂີ້ເຖົ່າ. ປະໂລຫິດຈະຕ້ອງຈັບປີກທັງສອງຂ້າງພືອອກ, ໂດຍບໍ່ໃຫ້ຂາດອອກຈາກກັນ ແລ້ວປະໂລຫິດຈະເຜົານົກເທິງກອງຟືນທີ່ມີໄຟກຳລັງລຸກໄໝ້ເທິງແທ່ນບູຊາ. ນີ້ຄືເຄື່ອງເຜົາບູຊາ, ອາຫານບູຊາ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.
Source notes (2)
- Footnote ຫລື ຜູ້ນັ້ນ
- Footnote ຫລື ກະເພາະ ແລະ ຂົນນົກອອກ ໃນພາສາເຮັບເຣີຄຳນີ້ມີ ຄວາມໝາຍບໍ່ຊັດເຈນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.