Biblica® Open Lao Contemporary Version
ອົບພະຍົບ 40
ການຕັ້ງຫໍເຕັນ
ແລ້ວພຣະເຈົ້າຢາເວກໍໄດ້ເວົ້າກັບໂມເຊວ່າ, “ຈົ່ງຕັ້ງຫໍເຕັນ, ເຕັນນັດພົບຂຶ້ນໃນວັນທຳອິດຂອງເດືອນທີໜຶ່ງ. ຈົ່ງວາງຫີບພັນທະສັນຍາໄວ້ໃນຫໍເຕັນນັ້ນ ແລະ ບັງຫີບໄວ້ດ້ວຍຜ້າກັ້ງ. ຫລັງຈາກນັ້ນ ຈົ່ງນໍາໂຕະເຂົ້າມາ ແລະ ຈັດວາງສິ່ງຕ່າງໆລົງເທິງໂຕະນັ້ນ. ແລ້ວນຳເອົາຫລັກຕະກຽງເຂົ້າມາ ແລະ ຕັ້ງຕະກຽງໃສ່ຫລັກນັ້ນ. ຈົ່ງວາງແທ່ນຄຳສຳລັບເຜົາເຄື່ອງຫອມຕໍ່ໜ້າຫີບພັນທະສັນຍາ ແລ້ວ ກາງຜ້າກັ້ງໃສ່ທີ່ທາງເຂົ້າຫໍເຕັນ.
“ຈົ່ງວາງແທ່ນເຜົາເຄື່ອງບູຊາຕໍ່ໜ້າທາງເຂົ້າຫໍເຕັນ, ເຕັນນັດພົບ; ຈົ່ງວາງອ່າງໄວ້ລະຫວ່າງເຕັນນັດພົບ ແລະ ແທ່ນບູຊາ ແລ້ວຕັກນ້ຳໃສ່ໄວ້ໃນອ່າງນັ້ນ. ຈົ່ງຕັ້ງເດີ່ນອ້ອມຮອບຫໍເຕັນ ແລະ ກາງຜ້າກັ້ງທີ່ທາງເຂົ້າເດີ່ນຫໍເຕັນ.
“ຈົ່ງເອົານ້ຳມັນເຈີມມາແລ້ວເຈີມຫໍເຕັນ ແລະ ເຈີມທຸກສິ່ງທີ່ຢູ່ໃນຫໍເຕັນນັ້ນ; ຈົ່ງຊຳລະຫໍເຕັນ ແລະ ເຄື່ອງໃຊ້ທັງໝົດປະຈຳຫໍເຕັນ, ແລ້ວຫໍເຕັນນັ້ນກໍຈະສັກສິດ. ຫລັງຈາກນັ້ນ ຈົ່ງເຈີມແທ່ນບູຊາຂອງເຄື່ອງເຜົາບູຊາ ແລະ ເຄື່ອງໃຊ້ທັງໝົດປະຈຳແທ່ນບູຊາ; ຈົ່ງຊຳລະແທ່ນບູຊາ, ແລ້ວແທ່ນນັ້ນຈະສັກສິດທີ່ສຸດ. ຈົ່ງເຈີມອ່າງ ແລະ ຖານຮອງອ່າງນັ້ນແລ້ວຊຳລະສິ່ງເຫລົ່ານັ້ນ.
“ຈົ່ງນຳອາໂຣນ ແລະ ບັນດາລູກຊາຍຂອງລາວມາທີ່ທາງເຂົ້າເຕັນນັດພົບ ແລ້ວຈົ່ງຊຳລະພວກເຂົາດ້ວຍນໍ້າ. ຫລັງຈາກນັ້ນ ຈົ່ງແຕ່ງກາຍໃຫ້ອາໂຣນດ້ວຍເຄື່ອງແຕ່ງກາຍສັກສິດ, ເຈີມລາວ ແລະ ຊຳລະລາວເພື່ອວ່າລາວຈະຮັບໃຊ້ເຮົາໃນຖານະປະໂລຫິດ. ຈົ່ງນຳເອົາບັນດາລູກຊາຍຂອງລາວເຂົ້າມາ ແລະ ໃຫ້ໃສ່ເສື້ອຊັ້ນໃນໃຫ້ພວກເຂົາ. ຈົ່ງເຈີມພວກເຂົາເໝືອນກັນກັບທີ່ເຈົ້າໄດ້ເຈີມພໍ່ຂອງພວກເຂົາ, ເພື່ອພວກເຂົາຈະຮັບໃຊ້ເຮົາໃນຖານະປະໂລຫິດ. ການເຈີມຂອງພວກເຂົານີ້ຈະເປັນການເຈີມເພື່ອເປັນປະໂລຫິດ ເຊິ່ງຈະດຳເນີນຕໍ່ໄປຕະຫລອດຍຸກຂອງພວກເຂົາ”. ໂມເຊໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ດັ່ງນັ້ນ ຫໍເຕັນຈຶ່ງໄດ້ຖືກຕັ້ງຂຶ້ນໃນວັນທຳອິດຂອງເດືອນທີໜຶ່ງໃນປີທີສອງ. ເມື່ອໂມເຊຕັ້ງຫໍເຕັນຂຶ້ນ, ເພິ່ນໄດ້ວາງຖານຮອງຮັບລົງ, ຕັ້ງຮ່າງໄມ້ຂຶ້ນ, ສອດໄມ້ຂາງໃສ່ ແລະ ຕັ້ງເສົາຂຶ້ນ. ຫລັງຈາກນັ້ນ ເພິ່ນໄດ້ກາງເຕັນອອກປົກຫໍເຕັນ ແລະ ເອົາຜ້າປົກຄຸມເຕັນມາປົກເຕັນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ເພິ່ນໄດ້ເອົາແຜ່ນຫີນຈາລຶກພັນທະສັນຍາມາໃສ່ໄວ້ໃນຫີບພັນທະສັນຍາ, ສອດຄານຫາມໃສ່ຫີບ ແລະ ເອົາຝາຫີບອັດຫີບນັ້ນໄວ້. ແລ້ວເພິ່ນໄດ້ນຳເອົາຫີບພັນທະສັນຍາເຂົ້າໄປຕັ້ງໄວ້ໃນຫໍເຕັນ ແລະ ກາງຜ້າກັ້ງບັງຫີບພັນທະສັນຍາໄວ້ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ໂມເຊວາງໂຕະໄວ້ໃນເຕັນນັດພົບຢູ່ຂ້າງນອກຜ້າກັ້ງທາງດ້ານເໜືອຂອງຫໍເຕັນ ແລະ ຕັ້ງເຂົ້າຈີ່ໄວ້ເທິງໂຕະຕໍ່ໜ້າພຣະເຈົ້າຢາເວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ເພິ່ນໄດ້ວາງຫລັກຕະກຽງໄວ້ໃນເຕັນນັດພົບທີ່ຢູ່ກົງກັນຂ້າມກັບໂຕະທີ່ຕັ້ງຢູ່ທາງດ້ານໃຕ້ຂອງຫໍເຕັນ ແລະ ຕັ້ງຕະກຽງໄວ້ຕໍ່ໜ້າພຣະເຈົ້າຢາເວຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ໂມເຊໄດ້ວາງແທ່ນບູຊາຄຳໄວ້ໃນເຕັນນັດພົບຕໍ່ໜ້າຜ້າກັ້ງ ແລ້ວເຜົາເຄື່ອງຫອມເທິງແທ່ນນັ້ນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ຫລັງຈາກນັ້ນ ເພິ່ນໄດ້ກາງຜ້າກັ້ງຂຶ້ນທີ່ທາງເຂົ້າຫໍເຕັນ. ເພິ່ນໄດ້ວາງແທ່ນເຜົາເຄື່ອງຖວາຍບູຊາໃກ້ທາງເຂົ້າຫໍເຕັນ, ເຕັນນັດພົບ ແລ້ວຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາທີ່ເປັນເມັດພືດເທິງແທ່ນບູຊານັ້ນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
ເພິ່ນໄດ້ວາງອ່າງຢູ່ລະຫວ່າງເຕັນນັດພົບ ແລະ ແທ່ນບູຊາ, ແລ້ວເອົານ້ຳໃສ່ອ່າງນັ້ນເພື່ອການຊຳລະ, ແລ້ວໂມເຊ, ອາໂຣນ ແລະ ບັນດາລູກຊາຍຂອງລາວກໍໄດ້ໃຊ້ນ້ຳໃນອ່າງນັ້ນລ້າງມື ແລະ ຕີນຂອງພວກເພິ່ນ. ພວກເພິ່ນໄດ້ລ້າງທຸກຄັ້ງເມື່ອພວກເພິ່ນເຂົ້າໄປເຕັນນັດພົບ ຫລື ເຂົ້າໃກ້ແທ່ນບູຊາ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ແລ້ວໂມເຊກໍຈັດເດີ່ນອ້ອມຫໍເຕັນ ແລະ ແທ່ນບູຊາແລ້ວກາງຜ້າກັ້ງຂຶ້ນທີ່ທາງເຂົ້າເດີ່ນຫໍເຕັນ. ແລະ ດັ່ງນັ້ນ ໂມເຊຈຶ່ງໄດ້ສຳເລັດວຽກງານ.
ສະຫງ່າລາສີຂອງພຣະເຈົ້າຢາເວ
ຫລັງຈາກນັ້ນ ກໍມີເມກມາປົກຄຸມເຕັນນັດພົບ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວປົກຄຸມທົ່ວຫໍເຕັນ. ໂມເຊບໍ່ສາມາດເຂົ້າໄປໃນເຕັນນັດພົບໄດ້ເພາະເມກໄດ້ລົງມາໜາແໜ້ນທີ່ເຕັນນັດພົບນັ້ນ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍໄດ້ປົກຄຸມທົ່ວຫໍເຕັນ.
ໃນຕະຫລອດການເດີນທາງຂອງຊາວອິດສະຣາເອນ, ເມື່ອໃດກໍຕາມທີ່ເມກລອຍຂຶ້ນເທິງຫໍເຕັນ ພວກເຂົາກໍຈະອອກເດີນທາງ, ແຕ່ຖ້າເມກນັ້ນບໍ່ລອຍຂຶ້ນ, ພວກເຂົາກໍບໍ່ໄດ້ອອກເດີນທາງ ຈົນກວ່າມື້ທີ່ເມກຈະລອຍຂຶ້ນ. ດັ່ງນັ້ນ ເມກຂອງພຣະເຈົ້າຢາເວຈຶ່ງລອຍຢູ່ເໜືອຫໍເຕັນໃນເວລາກາງເວັນ ແລະ ໄຟກໍຢູ່ໃນເມກໃນເວລາກາງຄືນ, ເຊິ່ງປາກົດແກ່ສາຍຕາຂອງຊາວອິດສະຣາເອນທັງໝົດໃນຊ່ວງເວລາການເດີນທາງຂອງພວກເຂົາ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.