Biblica® Open Lao Contemporary Version
ອົບພະຍົບ 39
ເຄື່ອງແຕ່ງກາຍຂອງປະໂລຫິດ
ພວກເຂົາໄດ້ໃຊ້ດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມເຮັດເຄື່ອງແຕ່ງກາຍເພື່ອປະຕິບັດໜ້າທີ່ໃນສະຖານນະມັດສະການ. ພວກເຂົາຍັງໄດ້ເຮັດເຄື່ອງແຕ່ງກາຍສັກສິດສຳລັບອາໂຣນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ເສື້ອເອໂຟດ
(ອພຍ 28:6-14)
ພວກເຂົາ1ໄດ້ເຮັດເສື້ອເອໂຟດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. ພວກເຂົາໄດ້ຕີຄຳເປັນແຜ່ນບາງໆ ແລ້ວຕັດເປັນເສັ້ນເພື່ອຕໍ່າປົນກັບດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດ ເຊິ່ງເປັນງານສີມືຂອງຊ່າງຜູ້ຊຳນານ. ພວກເຂົາໄດ້ເຮັດແຖບສອງອັນຢູ່ບ່າສຳລັບເສື້ອເອໂຟດ ເຊິ່ງຕິດກັບສອງແຈຂອງເສື້ອເອໂຟດ ເພື່ອໃຫ້ຜູກເຂົ້າກັນໄດ້. ສາຍຮັດແອວນັ້ນກໍໄດ້ເຮັດດ້ວຍຜ້າທີ່ຕ່ຳຢ່າງປານີດໂດຍໃຊ້ວັດສະດຸຢ່າງດຽວກັນກັບທີ່ໃຊ້ເຮັດເສື້ອເອໂຟດແລ້ວຫຍິບເຂົ້າເປັນຜືນດຽວກັນກັບເສື້ອເອໂຟດທີ່ເຮັດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ພວກເຂົາໄດ້ຝັງບັນດາຫີນໂກເມນໃສ່ໃນກີ້ຄຳທີ່ມີລວດລາຍ ແລະ ແກະສະຫລັກຫີນເຫລົ່ານັ້ນເໝືອນຕາປະທັບທີ່ມີຊື່ຄຶງບັນດາລູກຊາຍຂອງອິດສະຣາເອນ. ແລ້ວພວກເຂົາໄດ້ຕິດຫີນເຫລົ່ານັ້ນໃສ່ແຖບບ່າຂອງເສື້ອເອໂຟດ ເພື່ອເປັນຫີນທີ່ລະນຶກສຳລັບບັນດາລູກຊາຍຂອງອິດສະຣາເອນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ແຜ່ນປົກເອິກ
(ອພຍ 28:15-28)
ພວກເຂົາໄດ້ອອກແບບແຜ່ນປົກເອິກໂດຍຊ່າງສີມືຜູ້ຊຳນານ. ພວກເຂົາໄດ້ເຮັດແຜ່ນປົກເອິກຄືກັນກັບເຮັດເສື້ອຄຸມເອໂຟດຄື: ເຮັດດ້ວຍຄຳ, ດ້າຍສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. ແຜ່ນປົກເອິກເປັນຜືນສີ່ຫລ່ຽມມົນທົນຍາວ 1 ຄືບ ແລະ ກວ້າງ 1 ຄືບ2 ແລະ ພັບເປັນສອງທົບ. ແລ້ວພວກເຂົາໄດ້ຝັງອັນຍະມະນີສີ່ແຖວໃສ່ແຜ່ນປົກເອິກນັ້ນ. ແຖວທີໜຶ່ງມີທັບທິມ, ພອຍສີເຫລືອງ ແລະ ພອຍສີຂຽວ; ແຖວທີສອງມີພອຍສີແດງສົ້ມ, ແກ້ວໄພທູນ ແລະ ມໍລະກົດ. ແຖວທີສາມມີພອຍສີມ່ວງ, ໂມຣາ ແລະ ເພທາຍສີມ່ວງ. ແຖວທີສີ່ມີບຸດສະລາຄຳ3, ຫີນໂກເມນ ແລະ ມະນີໂຊດ.4 ຫີນເຫລົ່ານີ້ໄດ້ຝັງໄວ້ໃນກີ້ຄຳທີ່ມີລວດລາຍ. ມີຫີນສິບສອງກ້ອນ, ແຕ່ລະກ້ອນໄດ້ສະຫລັກຊື່ຂອງລູກຊາຍແຕ່ລະຄົນຂອງອິດສະຣາເອນ, ແຕ່ລະອັນໄດ້ແກະສະຫລັກເໝືອນກັບຕາປະທັບທີ່ມີຊື່ເຜົ່າຂອງສິບສອງເຜົ່າ.
ສຳລັບແຜ່ນປົກເອິກນັ້ນ ພວກເຂົາໄດ້ເຮັດສາຍໂສ້ກ້ຽວກັນດ້ວຍຄຳບໍລິສຸດ ມີລັກສະນະຄ້າຍຄືກັບເຊືອກ. ພວກເຂົາໄດ້ເຮັດກີ້ຄຳທີ່ມີລວດລາຍສອງອັນ ແລະ ບ້ວງຄຳສອງບ້ວງ ແລ້ວມັດບ້ວງຄຳທັງສອງເຂົ້າກັບແຈທັງສອງຂອງແຜ່ນປົກເອິກ. ພວກເຂົາໄດ້ມັດສາຍໂສ້ຄຳທັງສອງເສັ້ນເຂົ້າກັບບ້ວງທີ່ຢູ່ແຈຂອງແຜ່ນປົກເອິກ, ແລະ ມັດອີກສົ້ນອື່ນຂອງສາຍໂສ້ເຂົ້າກັບຂອບທັງສອງອັນ ແລ້ວຕິດສາຍໂສ້ນັ້ນເຂົ້າກັບແຖບບ່າທັງສອງຂອງເສື້ອເອໂຟດທີ່ດ້ານໜ້າ. ພວກເຂົາໄດ້ເຮັດບ້ວງຄຳສອງບ້ວງ ແລະ ຕິດບ້ວງເຫລົ່ານັ້ນໃສ່ກັບອີກສອງແຈຂອງແຜ່ນປົກເອິກທີ່ຂອບດ້ານໃນທີ່ຢູ່ຕິດກັບເສື້ອເອໂຟດ. ແລ້ວພວກເຂົາກໍໄດ້ເຮັດບ້ວງຄຳອີກສອງບ້ວງເພື່ອມັດຕິດບ້ວງຄຳນັ້ນໃສ່ປາຍລຸ່ມຂອງແຖບບ່າທີ່ດ້ານໜ້າຂອງເສື້ອເອໂຟດ, ໃກ້ກັບດູກຜ້າທີ່ຢູ່ເທິງສາຍຮັດແອວຂອງເສື້ອເອໂຟດ. ພວກເຂົາໄດ້ມັດບ້ວງຂອງແຜ່ນປົກເອິກໃສ່ກັບບ້ວງຂອງເສື້ອເອໂຟດດ້ວຍດ້າຍສີຟ້າ, ຕິດເຂົ້າກັບສາຍຮັດແອວເພື່ອບໍ່ໃຫ້ແຜ່ນປົກເອິກຫລຸດອອກຈາກເສື້ອເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ເຄື່ອງແຕ່ງກາຍອື່ນອີກຂອງປະໂລຫິດ
(ອພຍ 28:31-43)
ພວກເຂົາໄດ້ເຮັດເສື້ອຄຸມຍາວເຂົ້າກັບເສື້ອເອໂຟດດ້ວຍຜ້າສີຟ້າໝົດທັງໂຕ ເຊິ່ງເປັນງານຂອງນັກປັກແສ່ວ. ພ້ອມກັບເສື້ອຄຸມຍາວທີ່ມີປ່ອງຢູ່ຫວ່າງກາງເໝືອນກັບຄໍເສື້ອ5 ແລະ ມີແຂບອ້ອມປ່ອງນັ້ນ ເພື່ອວ່າເສື້ອນັ້ນຈະບໍ່ຂາດອອກ, ພວກເຂົາໄດ້ແສ່ວຮູບໝາກພິລາດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ຜ້າຝ້າຍລິນິນເນື້ອລະອຽດອ້ອມຕີນເສື້ອຄຸມຍາວ. ແລ້ວພວກເຂົາໄດ້ເຮັດໝາກກະດິງດ້ວຍຄຳບໍລິສຸດ ແລະ ຕິດໝາກກະດິງເຫລົ່ານັ້ນໃສ່ອ້ອມຕີນເສື້ອຕາມຫວ່າງຂອງໝາກພິລາ. ໝາກກະດິງ ແລະ ໝາກພິລາຈະຢູ່ສະຫລັບກັນອ້ອມຕີນເສື້ອຄຸມຍາວ ເຊິ່ງຈະຕ້ອງນຸ່ງເວລາປະຕິບັດໜ້າທີ່ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ສຳລັບອາໂຣນ ແລະ ບັນດາລູກຊາຍຂອງລາວ, ພວກເຂົາໄດ້ເຮັດເສື້ອຊັ້ນໃນດ້ວຍຜ້າຝ້າຍລິນິນເນື້ອລະອຽດ ເຊິ່ງເປັນງານຂອງນັກປັກແສ່ວ, ແລະ ພວກເຂົາໄດ້ເຮັດຜ້າຄຽນຫົວດ້ວຍຜ້າຝ້າຍລິນິນເນື້ອລະອຽດ, ໝວກດ້ວຍຜ້າຝ້າຍລິນິນ ແລະ ເຄື່ອງແຕ່ງກາຍຊັ້ນໃນດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ. ສາຍຮັດແອວໄດ້ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ ແລະ ດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ເຊິ່ງເປັນງານຂອງນັກປັກແສ່ວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ພວກເຂົາໄດ້ເຮັດແຜ່ນຄຳບໍລິສຸດ, ແລ້ວສະຫລັກເຄື່ອງໝາຍສັກສິດໃສ່ແຜ່ນນັ້ນ ເໝືອນຄຳຈາລຶກໃສ່ຕາປະທັບວ່າ:
“ບໍລິສຸດແກ່ພຣະເຈົ້າຢາເວ”.
ແລ້ວພວກເຂົາກໍໄດ້ມັດດ້າຍສີຟ້າໃສ່ແຜ່ນຄຳແລ້ວຕິດໃສ່ກັບຜ້າຄຽນຫົວ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
ໂມເຊກວດກາວຽກງານການສ້າງຫໍເຕັນ
(ອພຍ 35:10-19)
ດັ່ງນັ້ນ ວຽກງານທັງໝົດກ່ຽວກັບການສ້າງຫໍເຕັນ, ເຕັນນັດພົບກໍໄດ້ສຳເລັດສົມບູນ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ຫລັງຈາກນັ້ນ ພວກເຂົາໄດ້ນໍາເອົາສ່ວນປະກອບທັງໝົດມາມອບໃຫ້ໂມເຊຄື:
ເຕັນ ແລະ ເຄື່ອງໃຊ້ປະຈຳເຕັນ, ຂໍເກາະ, ໄມ້ຝາຫໍເຕັນ, ໄມ້ຄານພາດຂວາງ, ເສົາ ແລະ ຖານຮອງຮັບເສົາ;
ຜ້າປົກຄຸມທີ່ເຮັດດ້ວຍໜັງແກະເຖິກຍ້ອມສີແດງ ແລະ ຜ້າປົກຄຸມອື່ນອີກທີ່ເຮັດດ້ວຍໜັງສັດທີ່ທົນທານ6 ແລະ ຜ້າກັ້ງບັງ;
ຫີບພັນທະສັນຍາພ້ອມກັບຄານຫາມຫີບ ແລະ ຝາຫີບ;
ໂຕະພ້ອມກັບພາຊະນະເຄື່ອງໃຊ້ທຸກຢ່າງ ແລະ ເຂົ້າຈີ່ຖວາຍສຳລັບເບື້ອງໜ້າພຣະເຈົ້າ,
ຫລັກຕະກຽງຄຳບໍລິສຸດພ້ອມກັບໄສ້ຕະກຽງ, ເຄື່ອງໃຊ້ທຸກຢ່າງປະຈຳຕະກຽງ ແລະ ນ້ຳມັນໝາກກອກສຳລັບໄຕ້ຕະກຽງ;
ແທ່ນບູຊາຄຳ, ນ້ຳມັນເຈີມ, ເຄື່ອງຫອມ ແລະ ຜ້າກັ້ງສຳລັບທາງເຂົ້າເຕັນ;
ແທ່ນບູຊາທອງສຳລິດພ້ອມກັບຕາໜ່າງທອງສຳລິດ, ຄານຫາມ ແລະ ເຄື່ອງໃຊ້ທຸກຢ່າງ;
ອ່າງພ້ອມກັບຖານຮອງອ່າງ;
ຜ້າກັ້ງຂັ້ນເດີ່ນພ້ອມກັບເສົາ ແລະ ຖານຮອງເສົາ, ຜ້າກັ້ງຂັ້ນທາງເຂົ້າເດີ່ນ;
ເຊືອກ ແລະ ຫລັກປັກເຕັນສຳລັບເດີ່ນ;
ເຄື່ອງຕົບແຕ່ງທັງໝົດສຳລັບຫໍເຕັນ, ເຕັນນັດພົບ;
ແລະ ເຄື່ອງແຕ່ງກາຍທີ່ເຮັດດ້ວຍຜ້າຕ່ຳເພື່ອນຸ່ງສຳລັບຮັບໃຊ້ໃນສະຖານນະມັດສະການ, ພ້ອມທັງເຄື່ອງແຕ່ງກາຍສັກສິດສຳລັບປະໂລຫິດອາໂຣນ ແລະ ເຄື່ອງແຕ່ງກາຍສຳລັບບັນດາລູກຊາຍຂອງລາວຂະນະຮັບໃຊ້ໃນຖານະປະໂລຫິດ.
ຊາວອິດສະຣາເອນໄດ້ເຮັດງານທັງໝົດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ໂມເຊໄດ້ກວດກາວຽກງານແລ້ວ ແລະ ເຫັນວ່າພວກເຂົາໄດ້ເຮັດວຽກງານນັ້ນຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ດັ່ງນັ້ນ ໂມເຊຈຶ່ງໄດ້ອວຍພອນພວກເຂົາ.
Source notes (6)
- Footnote ຫລື ລາວ; ເໝືອນກັນໃນຂໍ້ 7, 8 ແລະ ຂໍ້ 22
- Footnote ນັ້ນຄື ກວ້າງປະມານ 23 ເຊັນ ຍາວປະມານ 23 ເຊັນ
- Footnote ຫລື ແກ້ວນາງຟານເນື້ອແຂງ
- Footnote ການລະບຸຊື່ຢ່າງລະອຽດຂອງຫີນບາງຊະນິດໃນບັນດາຫີນລ້ຳຄ່າເຫລົ່ານີ້ບໍ່ແນ່ນອນ
- Footnote ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
- Footnote ອາດແມ່ນສັດທີ່ລ້ຽງລູກດ້ວຍນໍ້ານົມຂະໜາດໃຫຍ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.