Biblica® Open Lao Contemporary Version
ອົບພະຍົບ 38
ແທ່ນບູຊາຂອງເຄື່ອງເຜົາບູຊາ
(ອພຍ 27:1-8)
ພວກເຂົາ1ສ້າງແທ່ນບູຊາຂອງເຄື່ອງເຜົາບູຊາດ້ວຍໄມ້ກະຖິນ, ແທ່ນນັ້ນເປັນຮູບສີ່ຫລ່ຽມມົນທົນ, ສູງ 3 ສອກ, ຍາວ 5 ສອກ ແລະ ກວ້າງ 5 ສອກ.2 ພວກເຂົາໄດ້ເຮັດເຂົາໃສ່ແຕ່ແຈທັງສີ່ແຈ, ເພື່ອໃຫ້ເຂົາ ແລະ ແທ່ນເປັນເນື້ອດຽວກັນ, ແລ້ວພວກເຂົາກໍໄດ້ໂອບແທ່ນນັ້ນດ້ວຍທອງສຳລິດ. ພວກເຂົາໄດ້ເຮັດເຄື່ອງໃຊ້ທຸກຢ່າງຂອງແທ່ນບູຊາດ້ວຍທອງສຳລິດເຊັ່ນ: ໝໍ້, ຊ້ວນ, ຖ້ວຍຊິດ, ຂໍເກາະຊີ້ນ ແລະ ຖາດຮອງໄຟ. ພວກເຂົາໄດ້ເຮັດຕາໜ່າງອັນໜຶ່ງສຳລັບແທ່ນບູຊາ, ຕາຂ່າຍທອງສຳລິດໄວ້ດ້ານລຸ່ມຂອງຂອບຢູ່ເຄິ່ງກາງດ້ານເທິງແທ່ນ. ພວກເຂົາໄດ້ຫລໍ່ບ້ວງທອງສຳລິດເພື່ອຈັບຄານຫາມທັງສີ່ແຈຂອງຕາໜ່າງທອງສຳລິດ. ພວກເຂົາເຮັດຄານຫາມດ້ວຍໄມ້ກະຖິນແລ້ວໂອບດ້ວຍທອງສຳລິດ. ພວກເຂົາໄດ້ສອດຄານຫາມໃສ່ບ້ວງໄວ້ ເພື່ອວ່າຄານຫາມນັ້ນຈະຢູ່ທັງສອງຂ້າງຂອງແທ່ນເພື່ອຫາມແທ່ນນັ້ນ. ພວກເຂົາໄດ້ເຮັດແທ່ນນັ້ນດ້ວຍໄມ້ກະດານ ໂດຍເຮັດໃຫ້ເປັນຜົ້ງຢູ່ທາງກາງ.
ອ່າງສຳລັບຊຳລະ
ພວກເຂົາໄດ້ເຮັດອ່າງທອງສຳລິດ ແລະ ຖານຮອງອ່າງທອງສຳລິດຈາກແວ່ນຂອງບັນດາແມ່ຍິງທີ່ຮັບໃຊ້ຢູ່ທີ່ທາງເຂົ້າເຕັນນັດພົບ.
ເດີ່ນຫໍເຕັນ
(ອພຍ 27:9-19)
ຕໍ່ມາ ພວກເຂົາໄດ້ເຮັດເດີ່ນຫໍເຕັນ. ດ້ານໃຕ້ຍາວ 100 ສອກ3 ແລະ ມີຜ້າກັ້ງທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດທີ່ປັກແສ່ວຢ່າງມີລວດລາຍ, ມີເສົາຊາວຕົ້ນ ແລະ ຖານຮອງຮັບຊາວຖານທີ່ເຮັດດ້ວຍທອງສຳລິດ ແລະ ມີຂໍເກາະເງິນ ແລະ ຮາວຜ້າກັ້ງເງິນຢູ່ເທິງເສົາ. ດ້ານເໜືອຍາວ 100 ສອກເໝືອນກັນ, ມີເສົາຊາວຕົ້ນ ແລະ ຖານຮອງຮັບທີ່ເຮັດດ້ວຍທອງສຳລິດຊາວຖານ ແລະ ມີຂໍເກາະເງິນ ແລະ ຮາວຜ້າກັ້ງເງິນຢູ່ເທິງເສົາ.
ດ້ານຕາເວັນຕົກກວ້າງ 50 ສອກ4 ແລະ ມີຜ້າກັ້ງ, ພ້ອມກັບເສົາສິບຕົ້ນ, ພ້ອມກັບຂໍເກາະເງິນ ແລະ ຮາວຜ້າກັ້ງຢູ່ເທິງເສົາ. ທາງດ້ານຕາເວັນອອກກວ້າງ 50 ສອກເໝືອນກັນ. ດ້ານໜຶ່ງຂອງທາງເຂົ້າມີຜ້າກັ້ງຍາວ 15 ສອກ,5 ພ້ອມກັບເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ, ແລະ ອີກດ້ານໜຶ່ງຂອງທາງເຂົ້າສູ່ເດີ່ນຫໍເຕັນມີຜ້າກັ້ງຍາວ 15 ສອກ, ມີເສົາສາມຕົ້ນ ແລະ ຖານຮອງຮັບສາມຖານ. ຜ້າກັ້ງອ້ອມເດີ່ນຫໍເຕັນທັງໝົດໄດ້ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ. ຖານຮອງຮັບເສົາເຮັດດ້ວຍທອງສຳລິດ. ຂໍເກາະ ແລະ ຮາວຜ້າກັ້ງຢູ່ທີ່ເສົາແມ່ນເຮັດດ້ວຍເງິນ ແລະ ຫົວເສົາກໍໂອບດ້ວຍເງິນ; ດັ່ງນັ້ນ ເສົາທຸກຕົ້ນຂອງເດີ່ນຫໍເຕັນກໍມີຮາວທີ່ເຮັດດ້ວຍເງິນ.
ຜ້າກັ້ງສຳລັບທາງເຂົ້າເດີ່ນຫໍເຕັນແມ່ນເຮັດດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ດ້ວຍຜ້າຝ້າຍລິນິນເນື້ອລະອຽດປັກແສ່ວຢ່າງລະອຽດໂດຍສີມືຂອງນັກປັກແສ່ວ. ຜ້າກັ້ງນັ້ນກວ້າງ 20 ສອກ6 ຄືກັນກັບຜ້າກັ້ງຂອງເດີ່ນຫໍເຕັນມີລວງສູງ 5 ສອກ.7 ພ້ອມກັບເສົາຄໍ້າສີ່ຕົ້ນ ແລະ ຖານຮອງຮັບທອງສຳລິດສີ່ຖານ. ຂໍເກາະ ແລະ ຮາວຜ້າກັ້ງແມ່ນເຮັດດ້ວຍເງິນ ແລະ ຫົວເສົາກໍໂອບດ້ວຍເງິນ. ຫລັກປັກເຕັນທັງໝົດຂອງຫໍເຕັນ ແລະ ອ້ອມຮອບເດີ່ນຫໍເຕັນແມ່ນເຮັດດ້ວຍທອງສຳລິດ.
ວັດສະດຸທີ່ໃຊ້
ສິ່ງເຫລົ່ານີ້ແມ່ນຈໍານວນວັດສະດຸທີ່ໃຊ້ສຳລັບຫໍເຕັນ, ຫໍເຕັນຂອງຫີບພັນທະສັນຍາ ເຊິ່ງໄດ້ບັນທຶກໄວ້ໂດຍຊາວເລວີຕາມຄຳສັ່ງຂອງໂມເຊພາຍໃຕ້ຄຳແນະນຳຂອງອີທາມາລູກຊາຍຂອງປະໂລຫິດອາໂຣນ. (ເບຊາເລນລູກຊາຍຂອງອູຣິ ເຊິ່ງເປັນລູກຊາຍຂອງຮູເຣຈາກເຜົ່າຢູດາ, ໄດ້ເຮັດທຸກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ; ຜູ້ຊ່ວຍຂອງລາວແມ່ນ ໂອໂຮລິອາບລູກຊາຍຂອງອາຮີຊາມັກຈາກເຜົ່າດານ ເຊິ່ງລາວເປັນຊ່າງຄວັດ ແລະ ເປັນນັກອອກແບບ ແລະ ເປັນຊ່າງປັກແສ່ວດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ນຳໃຊ້ຜ້າຝ້າຍລິນິນເນື້ອລະອຽດ.) ຈຳນວນຄຳທັງໝົດທີ່ໄດ້ມາຈາກເຄື່ອງບູຊາແກວ່ງໄປມາຖວາຍ ເຊິ່ງໄດ້ໃຊ້ໃນງານສ້າງສະຖານນະມັດສະການມີນ້ຳໜັກ 29 ຕາລັນຕົນ ແລະ 730 ເຊເຂວ,8 ຕາມເຊເຂວຂອງສະຖານນະມັດສະການ.
ເງິນທີ່ໄດ້ຮັບຈາກຊຸມຊົນຜູ້ທີ່ຖືກນັບໃນການສຳຫລວດພົນລະເມືອງແມ່ນໜັກປະມານ 100 ຕາລັນຕົນ9 ແລະ 1.775 ເຊເຂວ10 ຕາມເຊເຂວຂອງສະຖານນະມັດສະການ. ໜຶ່ງເບຄາ11ຕໍ່ຄົນ ຄືປະມານເຄິ່ງເຊເຂວ,12 ຕາມເຊເຂວຂອງສະຖານນະມັດສະການ ເຊິ່ງຮັບມາຈາກທຸກຄົນທີ່ໄດ້ຜ່ານການນັບນັ້ນ, ຜູ້ຊາຍອາຍຸຊາວປີ ຫລື ຫລາຍກວ່ານັ້ນ ລວມທັງໝົດ 603.550 ຄົນ. ເງິນໜັກປະມານ 100 ຕາລັນຕົນ13 ໄດ້ຖືກນຳໃຊ້ຫລໍ່ຖານຮອງຮັບສະຖານນະມັດສະການ ແລະ ເສົາຄ້ຳຜ້າກັ້ງ 100 ຖານ ແມ່ນໃຊ້ເງິນໜັກປະມານ 100 ຕາລັນຕົນ,14 ແຕ່ລະຖານໃຊ້ເງິນໜັກປະມານ 1 ຕາລັນຕົນ.15 ພວກເຂົາໄດ້ໃຊ້ເງິນໜັກປະມານ 1.775 ເຊເຂວ16 ເພື່ອເຮັດຂໍເກາະເທິງເສົາ, ເພື່ອໂອບຫົວເສົາ ແລະ ເພື່ອເຮັດຮາວຜ້າກັ້ງ.
ທອງສຳລິດທີ່ໄດ້ມາຈາກເຄື່ອງບູຊາແກວ່ງໄປມາຖວາຍໜັກປະມານ 70 ຕາລັນຕົນ ແລະ 2.400 ເຊເຂວ.17 ພວກເຂົາໃຊ້ທອງສຳລິດເຫລົ່ານັ້ນເຂົ້າໃນການຫລໍ່ຖານຮອງຮັບສຳລັບທາງເຂົ້າເຕັນນັດພົບ, ແທ່ນບູຊາທອງສຳລິດພ້ອມກັບຕາໜ່າງທອງສຳລິດ ແລະ ເຄື່ອງໃຊ້ທັງໝົດສຳລັບແທ່ນ, ຖານຮອງຮັບເສົາອ້ອມຮອບເດີ່ນຫໍເຕັນ ແລະ ຖານຮອງຮັບສຳລັບທາງເຂົ້າເດີ່ນຫໍເຕັນ ແລະ ຫລັກປັກເຕັນທັງໝົດສຳລັບຫໍເຕັນ ແລະ ຫລັກປັກເຕັນສຳລັບອ້ອມຮອບເດີ່ນຫໍເຕັນ.
Source notes (17)
- Footnote ຫລື ລາວ; ເໝືອນກັນໃນຂໍ້ 2-9
- Footnote ຄື ກວ້າງຍາວປະມານດ້ານລະ 2,3 ແມັດ ສູງປະມານ 1,4 ແມັດ
- Footnote ຄື ປະມານ 45 ແມັດ ເຊັ່ນດຽວກັບຂໍ້ 11
- Footnote ຄື ປະມານ 23 ແມັດ ເຊັ່ນດຽວກັບຂໍ້ 13
- Footnote ຄື ປະມານ 6,8 ແມັດ ເຊັ່ນດຽວກັບຂໍ້ 15
- Footnote ຄື ຍາວປະມານ 9 ແມັດ
- Footnote ຄື ສູງປະມານ 2,3 ແມັດ
- Footnote ນໍ້າໜັກຂອງຄຳແມ່ນກາຍປະມານໜຶ່ງໂຕນໜ້ອຍໜຶ່ງ ຫລື ປະມານ 1 ໂຕນ
- Footnote ຫລື ປະມານ 3,4 ໂຕນ; ເໝືອນກັນໃນຂໍ້ 27
- Footnote ນັ້ນຄື ປະມານ 20 ກິໂລ; ເໝືອນກັນໃນຂໍ້ 28
- Footnote ນັ້ນຄື ປະມານ 5,5 ກຣາມ
- Footnote ນັ້ນຄື ປະມານ 7,5 ກຣາມ
- Footnote ປະມານ 3,4 ໂຕນ
- Footnote ປະມານ 3,4 ໂຕນ
- Footnote ຫລື 34 ກິໂລກຣາມ
- Footnote ປະມານ 20 ກິໂລກຣາມ
- Footnote ໜັກປະມານ 2,4 ໂຕນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.