Biblica® Open Lao Contemporary Version
ອົບພະຍົບ 37
ຫີບພັນທະສັນຍາ
(ອພຍ 25:10-20)
ເບຊາເລນໄດ້ເຮັດຫີບພັນທະສັນຍາດ້ວຍໄມ້ກະຖິນ ເຊິ່ງມີຄວາມຍາວ 2,5 ສອກ, ກວ້າງ 1,5 ສອກ ແລະ ສູງ 1,5 ສອກ1 ເບຊາເລນໄດ້ໂອບຫີບພັນທະສັນຍາດ້ວຍຄຳບໍລິສຸດທັງດ້ານໃນ ແລະ ດ້ານນອກ, ແລ້ວເຮັດຂອບຄຳອ້ອມຫີບນັ້ນ. ລາວໄດ້ຫລໍ່ບ້ວງຄຳສີ່ບ້ວງສຳລັບຫີບນັ້ນ ແລະ ໄດ້ຕິດບ້ວງເຫລົ່ານັ້ນທີ່ຕີນທັງສີ່ຂອງຂອບຫີບ, ໂດຍມີສອງບ້ວງຢູ່ຂ້າງໜຶ່ງ ແລະ ອີກສອງບ້ວງຢູ່ອີກຂ້າງໜຶ່ງ. ຫລັງຈາກນັ້ນ ລາວໄດ້ເຮັດຄານຫາມດ້ວຍໄມ້ກະຖິນສອງອັນ ແລະ ໂອບຄານຫາມນັ້ນດ້ວຍຄຳ. ແລ້ວລາວໄດ້ສອດຄານໃສ່ບ້ວງທັງສອງຂ້າງຂອງຫີບນັ້ນໄວ້ສຳລັບຫາມ.
ລາວໄດ້ເຮັດຝາຫີບດ້ວຍຄຳບໍລິສຸດ ເຊິ່ງຍາວ 2,5 ສອກ ແລະ ກວ້າງ 1,5 ສອກ.2 ແລ້ວລາວໄດ້ເອົາຄຳບໍລິສຸດມາຕີເປັນຮູບເຄຣຸບສອງຕົນໃສ່ທັງສອງສົ້ນຂອງຝາຫີບ. ລາວເຮັດຮູບເຄຣຸບຕົນໜຶ່ງໃສ່ເທິງສົ້ນເບື້ອງໜຶ່ງ ແລະ ເຄຣຸບຕົນໜຶ່ງອີກໃສ່ສົ້ນເບື້ອງໜຶ່ງອີກ; ຢູ່ທີ່ສອງສົ້ນນັ້ນລາວເຮັດໃຫ້ເຄຣຸບທັງສອງຕົນເຂົ້າເປັນອັນດຽວກັນກັບຝາຫີບ. ເຄຣຸບນັ້ນໄດ້ພືປີກຂອງຕົນຂຶ້ນເທິງ ບັງຝາປິດດ້ວຍປີກເຫລົ່ານັ້ນ. ເຄຣຸບນັ້ນປິ່ນໜ້າໃສ່ກັນ ໂດຍຫລຽວເບິ່ງທີ່ຝາຫີບ.
ໂຕະ
(ອພຍ 25:23-29)
ພວກເຂົາ3ໄດ້ເຮັດໂຕະໜ່ວຍໜຶ່ງດ້ວຍໄມ້ກະຖິນຍາວ 2 ສອກ, ກວ້າງ 1 ສອກ ແລະ ສູງ 1,5 ສອກ.4 ຫລັງຈາກນັ້ນ ພວກເຂົາໄດ້ໂອບໂຕະນັ້ນດ້ວຍຄຳບໍລິສຸດ ແລະ ເຮັດຂອບອ້ອມໂຕະນັ້ນດ້ວຍຄຳ. ພວກເຂົາຍົງໄດ້ເຮັດຂອບອ້ອມໂຕະນັ້ນກວ້າງ 1 ຝາມື5 ແລ້ວເອົາຂອບຄຳໃສ່ຂອບໂຕະ. ພວກເຂົາໄດ້ຫລໍ່ບ້ວງຄຳສີ່ບ້ວງສຳລັບໂຕະແລ້ວຕິດບ້ວງເຫລົ່ານັ້ນໃສ່ທັງສີ່ແຈຂອງຂາໂຕະທັງສີ່ຂາ. ບ້ວງເຫລົ່ານັ້ນຈະຢູ່ໃກ້ກັບຂອບເພື່ອຈັບຄານຫາມໄວ້ສຳລັບຫາມໂຕະ. ບັນດາຄານຫາມສຳລັບຫາມໂຕະນັ້ນໄດ້ເຮັດດ້ວຍໄມ້ກະຖິນ ແລະ ໄດ້ໂອບດ້ວຍຄຳ. ແລະ ພວກເຂົາໄດ້ເຮັດເຄື່ອງໃຊ້ສຳລັບໂຕະດ້ວຍຄຳບໍລິສຸດຄື: ຈານ, ຊາມ, ຖ້ວຍ ແລະ ໂຖສຳລັບໃຊ້ເທເຄື່ອງດື່ມບູຊາ.
ຫລັກຕະກຽງ
(ອພຍ 25:31-39)
ພວກເຂົາໄດ້ເຮັດຫລັກຕະກຽງດ້ວຍຄຳບໍລິສຸດ. ພວກເຂົາໄດ້ຕີຫລັກຕະກຽງນັ້ນໃຫ້ເປັນຖານ ແລະ ດ້າມຂອງຫລັກ, ແລ້ວເຮັດເປັນຖ້ວຍທີ່ມີຮູບຄ້າຍຄືດອກໄມ້, ມີທັງດອກຈູມ ແລະ ດອກບານ ເຊິ່ງເປັນເນື້ອດຽວກັນກັບກ້ານ ແລະ ຖານນັ້ນ. ມີຫົກກິ່ງທີ່ແຍກອອກມາຈາກສອງຂ້າງຂອງຫລັກຕະກຽງ ສາມກິ່ງຢູ່ຂ້າງໜຶ່ງ ແລະ ອີກສາມກິ່ງຢູ່ຂ້າງໜຶ່ງ. ຮູບຖ້ວຍສາມອັນມີລັກສະນະຄືກັບດອກອັນມອນ ມີທັງດອກຈູມ ແລະ ດອກບານຢູ່ໃນກິ່ງໜຶ່ງ, ສາມດອກຢູ່ອີກກິ່ງໜຶ່ງ ແລະ ຄືກັນກັບຫົກກິ່ງທັງໝົດທີ່ແຍກອອກມາຈາກຫລັກຕະກຽງ. ແລະ ຢູ່ດ້າມຂອງຫລັກຕະກຽງກໍມີຮູບຖ້ວຍສີ່ອັນທີ່ມີລັກສະນະຄ້າຍຄືກັບດອກອັນມອນ ມີທັງດອກຈູມ ແລະ ດອກບານ. ດອກຈູມດອກທີໜຶ່ງຢູ່ລຸ່ມກິ່ງຄູ່ທຳອິດທີ່ແຍກອອກມາຈາກຫລັກຕະກຽງ, ດອກຈູມດອກທີສອງຢູ່ລຸ່ມກິ່ງຄູ່ທີສອງ ແລະ ດອກຈູມດອກທີສາມຢູ່ລຸ່ມກິ່ງຄູ່ທີສາມ ທັງໝົດມີຫົກກິ່ງ. ດອກຈູມ ແລະ ກິ່ງທັງໝົດເປັນເນື້ອດຽວກັນກັບຫລັກຕະກຽງ, ເຊິ່ງໄດ້ຕີຈາກຄຳບໍລິສຸດ.
ພວກເຂົາໄດ້ເຮັດຕະກຽງເຈັດໜ່ວຍ, ພ້ອມກັບຄີມຄີບໄສ້ຕະກຽງ ແລະ ຖາດຮອງຄີມດ້ວຍຄຳບໍລິສຸດ. ພວກເຂົາໄດ້ເຮັດຫລັກຕະກຽງ ແລະ ເຄື່ອງປະກອບທັງໝົດດ້ວຍຄຳບໍລິສຸດໜັກປະມານ 34 ກິໂລ.6
ແທ່ນເຜົາເຄື່ອງຫອມ
(ອພຍ 30:1-5)
ພວກເຂົາໄດ້ເຮັດແທ່ນເຜົາເຄື່ອງຫອມດ້ວຍໄມ້ກະຖິນ. ແທ່ນນັ້ນເປັນຮູບສີ່ຫລ່ຽມ, ຍາວ 1 ສອກ, ກວ້າງ 1 ສອກ ແລະ ສູງ 2 ສອກ7 ເຊິ່ງເຂົາຂອງແທ່ນກໍເປັນເນື້ອດຽວກັນກັບແທ່ນ. ພວກເຂົາໂອບດ້ານເທິງ, ດ້ານຂ້າງທຸກດ້ານ ແລະ ເຂົາທຸກອັນດ້ວຍຄຳບໍລິສຸດ, ແລ້ວເຮັດຂອບຄຳອ້ອມແທ່ນນັ້ນ. ພວກເຂົາໄດ້ເຮັດບ້ວງຄຳສອງອັນໃສ່ກ້ອງຂອບແທ່ນທັງສອງດ້ານ ຄືຂ້າງລະສອງອັນ ເພື່ອສອດຄານຫາມເວລາເຄື່ອນຍ້າຍແທ່ນ. ພວກເຂົາເຮັດຄານຫາມດ້ວຍໄມ້ກະຖິນ ແລະ ໂອບຄານຫາມນັ້ນດ້ວຍຄຳ.
ພວກເຂົາຍັງໄດ້ເຮັດນ້ຳມັນເຈີມສັກສິດ ແລະ ບໍລິສຸດ, ເຄື່ອງຫອມຕາມສິລະປະຂອງຊ່າງປຸງນໍ້າຫອມ.
Source notes (7)
- Footnote ຄື ຍາວປະມານ 1,1 ແມັດ ກວ້າງ ແລະ ສູງປະມານ 68 ເຊັນ; ຄືກັນກັບຂໍ້ 1
- Footnote ຄື ຍາວປະມານ 1,1 ແມັດ ກວ້າງປະມານ 68 ເຊັນ
- Footnote ຫລື ລາວ; ເໝືອນກັນໃນຂໍ້ 11-29
- Footnote ຄື ຍາວປະມານ 90 ເຊັນ ກວ້າງປະມານ 45 ເຊັນ ແລະ ສູງປະມານ 68 ເຊັນ
- Footnote ຄື ປະມານ 7,5 ເຊັນ
- Footnote ນັ້ນຄື ປະມານ 75 ພາວ ຫລື ໜັກໜຶ່ງຕາລັນຕົນ
- Footnote ຄື ຍາວປະມານ 45 ເຊັນ, ກວ້າງປະມານ 45 ເຊັນ ແລະ ສູງປະມານ 90 ເຊັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.