Biblica® Open Lao Contemporary Version
ອົບພະຍົບ 36
ດັ່ງນັ້ນ ເບຊາເລນ, ໂອໂຮລິອາບ ແລະ ຊ່າງສີມືທຸກຄົນທີ່ພຣະເຈົ້າຢາເວໄດ້ໃຫ້ຄວາມຊ່ຽວຊານ ແລະ ຄວາມສາມາດເພື່ອຮູ້ຈັກວິທີທີ່ຈະເຮັດວຽກທຸກຢ່າງໃນການກໍ່ສ້າງສະຖານນະມັດສະການຈະຕ້ອງປະຕິບັດງານຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ທຸກຢ່າງ”.
ແລ້ວໂມເຊຈຶ່ງໄດ້ເອີ້ນເບຊາເລນກັບໂອໂຮລິອາບ ແລະ ຊ່າງສີມືທຸກຄົນທີ່ພຣະເຈົ້າຢາເວໄດ້ໃຫ້ຄວາມສາມາດ ແລະ ຜູ້ທີ່ເຕັມໃຈໃຫ້ເຂົ້າມາ ແລະ ເຮັດວຽກງານນັ້ນ. ພວກເຂົາໄດ້ຮັບເຄື່ອງຖວາຍທັງໝົດຈາກໂມເຊທີ່ຊາວອິດສະຣາເອນໄດ້ນຳມາເພື່ອໃຊ້ໃນການກໍ່ສ້າງສະຖານນະມັດສະການ. ແລະ ປະຊາຊົນຍັງສືບຕໍ່ນຳເອົາເຄື່ອງຖວາຍດ້ວຍຄວາມສະໝັກໃຈມາທຸກໆເຊົ້າ. ດັ່ງນັ້ນ ຊ່າງຜູ້ຊຳນານງານທຸກຄົນທີ່ກຳລັງເຮັດວຽກງານທັງໝົດທີ່ສະຖານນະມັດສະການຈຶ່ງໄດ້ວາງມືຈາກວຽກງານທີ່ພວກເຂົາເຮັດຢູ່ນັ້ນ ແລະ ພາກັນເວົ້າຕໍ່ໂມເຊວ່າ, “ປະຊາຊົນໄດ້ນຳເອົາສິ່ງຂອງມາຫລາຍເກີນຄວາມຕ້ອງການສຳລັບການເຮັດວຽກງານຕາມທີ່ພຣະເຈົ້າຢາເວໄດ້ສັ່ງໃຫ້ເຮັດ”.
ແລ້ວໂມເຊຈຶ່ງອອກຄຳສັ່ງໃຫ້ປະກາດໄປທົ່ວຄ້າຍພັກວ່າ: “ບໍ່ໃຫ້ຜູ້ຊາຍ ຫລື ແມ່ຍິງເຮັດສິ່ງໃດເພື່ອນຳມາເປັນເຄື່ອງຖວາຍສຳລັບສະຖານນະມັດສະການອີກ”. ແລະ ດັ່ງນັ້ນ ປະຊາຊົນຈຶ່ງຢຸດບໍ່ນຳເອົາສິ່ງຂອງມາອີກ, ເພາະສິ່ງຂອງທີ່ມີຢູ່ນັ້ນກໍຫລາຍເກີນຄວາມຕ້ອງການແລ້ວສຳລັບວຽກງານທີ່ຈະຕ້ອງເຮັດທັງໝົດ.
ຫໍເຕັນ
(ອພຍ 26:1-37)
ບັນດາຜູ້ທີ່ຊຳນານໃນທ່າມກາງບັນດາຄົນງານນັ້ນໄດ້ສ້າງຫໍເຕັນພ້ອມກັບຜ້າກັ້ງສິບຜືນທີ່ເຮັດດ້ວຍຜ້າຝ້າຍລິນິນເນື້ອລະອຽດ ເຊິ່ງປັກແສ່ວຢ່າງມີລວດລາຍດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ, ພ້ອມກັບປັກແສ່ວຮູບເຄຣຸບໃສ່ຜ້າກັ້ງເຫລົ່ານັ້ນດ້ວຍມືທີ່ຊຳນານ. ຜ້າກັ້ງທຸກຜືນມີຂະໜາດດຽວກັນຄື: ຍາວ 28 ສອກ ແລະ ກວ້າງ 4 ສອກ.1 ພວກເຂົາໄດ້ຕໍ່ຜ້າກັ້ງຫ້າຜືນເຂົ້າກັນ ແລະ ອີກຫ້າຜືນອື່ນກໍໄດ້ເຮັດຄືກັນ. ຫລັງຈາກນັ້ນ ພວກເຂົາກໍໄດ້ເຮັດຫູດ້ວຍຜ້າສີຟ້າໃສ່ທີ່ຂອບສຸດຂອງຜ້າກັ້ງທີ່ຢູ່ໃນຊຸດທີໜຶ່ງ, ແລະ ເຮັດແບບດຽວກັນນີ້ກັບຂອບສຸດຂອງຜ້າກັ້ງໃນຊຸດທີສອງ. ພວກເຂົາຍັງໄດ້ເຮັດຫູຜ້າກັ້ງຫ້າສິບອັນໃສ່ຜ້າກັ້ງຊຸດທີໜຶ່ງ ແລະ ຫ້າສິບອັນໃສ່ຂອບສຸດຂອງຜ້າກັ້ງຊຸດທີສອງ, ພ້ອມທັງບັນດາຫູຜ້າກັ້ງທີ່ຢູ່ກົງກັນຂ້າມກັນ. ແລ້ວພວກເຂົາກໍໄດ້ເຮັດຂໍເກາະຄຳຫ້າສິບອັນ ແລະ ໃຊ້ຂໍເກາະເຫລົ່ານັ້ນເພື່ອເກາະຜ້າກັ້ງທັງສອງຊຸດຕິດເຂົ້າຫາກັນເພື່ອໃຫ້ຫໍເຕັນນັ້ນເປັນອັນດຽວກັນ.
ພວກເຂົາໄດ້ເຮັດຜ້າກັ້ງດ້ວຍຂົນແບ້ສິບເອັດຜືນເພື່ອເຮັດຜ້າເຕັນຄຸມຫໍເຕັນ. ຜ້າກັ້ງສິບເອັດຜືນທັງໝົດໃຫ້ມີຂະໜາດດຽວກັນຄື: ຍາວ 30 ສອກ ແລະ ກວ້າງ 4 ສອກ.2 ພວກເຂົາໄດ້ຕໍ່ຜ້າກັ້ງຫ້າຜືນເຂົ້າກັນເປັນຊຸດທີໜຶ່ງ ແລະ ອີກຫົກຜືນກໍໄດ້ຕໍ່ເຂົ້າກັນເປັນຊຸດທີສອງ. ຫລັງຈາກນັ້ນ ພວກເຂົາກໍໄດ້ເຮັດຫູຫ້າສິບອັນໃສ່ຂອບສຸດຂອງຜ້າກັ້ງຊຸດທີໜຶ່ງ ແລະ ໃສ່ຂອບສຸດຂອງຜ້າກັ້ງຊຸດທີສອງ. ພວກເຂົາຍັງໄດ້ເຮັດຂໍເກາະທອງສຳລິດ ເພື່ອເກາະເຕັນໃຫ້ເຂົ້າເປັນອັນດຽວກັນ. ແລ້ວພວກເຂົາໄດ້ເຮັດຜ້າຄຸມເຕັນດ້ວຍໜັງແກະຜູ້ຍ້ອມສີແດງ ແລະ ເທິງຜ້າຄຸມເຕັນນັ້ນຍັງໃຊ້ໜັງສັດທີ່ທົນທານ3ອື່ນໆປົກຄຸມໄວ້ອີກ.
ພວກເຂົາໄດ້ເຮັດຝາຫໍເຕັນດ້ວຍໄມ້ກະຖິນ. ໄມ້ຝາແຕ່ລະແຜ່ນຍາວ 10 ສອກ ແລະ ກວ້າງ 1,5 ສອກ,4 ໄມ້ຝາແຕ່ລະແຜ່ນມີຄານສອງຊຸດຂະໜານກັນສຳລັບແນບເຂົ້າກັນ. ພວກເຂົາໄດ້ເຮັດຝາຫໍເຕັນທັງໝົດແບບນີ້. ພວກເຂົາເຮັດໄມ້ຝາຊາວແຜ່ນສຳລັບດ້ານໃຕ້ຂອງຫໍເຕັນ ແລະ ເຮັດຖານຂອງໄມ້ຝາແຕ່ລະແຜ່ນດ້ວຍເງິນ ຄືແຜ່ນລະສອງຖານ ລວມກັນເປັນສີ່ສິບຖານ ແຕ່ລະຖານຮອງຮັບຄານແຕ່ລະອັນ. ສຳລັບດ້ານອື່ນອີກນັ້ນ, ຄືດ້ານເໜືອຂອງຫໍເຕັນ, ພວກເຂົາໄດ້ຕັ້ງໄມ້ຝາໄວ້ຊາວແຜ່ນ ແລະ ເຮັດຖານເງິນຮອງຮັບໄມ້ຝາ ຄືແຜ່ນລະສອງຖານ ລວມກັນເປັນສີ່ສິບຖານ. ພວກເຂົາໄດ້ເຮັດໄມ້ຝາຫົກແຜ່ນສຳລັບດ້ານທິດຕາເວັນຕົກທີ່ເປັນສ່ວນຫລັງຂອງຫໍເຕັນ, ແລະ ເຮັດໄມ້ຝາອີກສອງແຜ່ນສຳລັບມຸມທັງສອງຂ້າງຂອງສ່ວນຫລັງຂອງຫໍເຕັນ. ໄມ້ຝາຢູ່ມຸມທັງສອງດ້ານຕ້ອງແນບເຂົ້າກັນໃຫ້ແໜ້ນ ຕັ້ງແຕ່ລຸ່ມຫາເທິງ ແລະ ດ້ານເທິງສຸດແມ່ນຢຶດດ້ວຍບ້ວງໜຶ່ງອັນ; ໄມ້ຝາຢູ່ມຸມທັງສອງດ້ານກໍເຮັດແບບດຽວກັນນີ້. ດັ່ງນັ້ນ ດ້ານຫລັງຂອງຫໍເຕັນຈຶ່ງມີໄມ້ຝາແປດແຜ່ນ ແລະ ແຕ່ລະແຜ່ນມີຖານເງິນສອງອັນຮອງຮັບ ລວມກັນແມ່ນສິບຫົກຖານ.
ພວກເຂົາຍັງໄດ້ເຮັດຄານດ້ວຍໄມ້ກະຖິນເໝືອນກັນຄື: ພາດຂວາງຝາຫໍເຕັນດ້ານທິດເໜືອຫ້າອັນ, ດ້ານທິດໃຕ້ຫ້າອັນ ແລະ ອີກຫ້າອັນສຳລັບດ້ານທິດຕາເວັນຕົກ, ເຊິ່ງເປັນສ່ວນຫລັງຂອງຫໍເຕັນ. ພວກເຂົາໄດ້ເຮັດໄມ້ຄານໂຕກາງທີ່ພາດຂວາງຢູ່ກາງຝາໄປເປັນແຖວ. ພວກເຂົາໄດ້ຫຸ້ມໄມ້ຝາທຸກແຜ່ນດ້ວຍຄຳ ແລະ ເຮັດບ້ວງຄຳເພື່ອຈັບໄມ້ຄານເຫລົ່ານັ້ນໄວ້ ແລ້ວພວກເຂົາກໍຫຸ້ມໄມ້ຄານຫລົ່ານັ້ນດ້ວຍຄຳເໝືອນກັນ.
ພວກເຂົາໄດ້ເຮັດຜ້າກັ້ງດ້ວຍຜ້າຝ້າຍລິນິນເນື້ອລະອຽດ ແລະ ຊ່າງສີມືຜູ້ຊຳນານຜູ້ໜຶ່ງປັກແສ່ວລວດລາຍດ້ວຍດ້າຍສີຟ້າ, ສີມ່ວງ ແລະ ສີແດງເຂັ້ມເປັນຮູບເຄຣຸບໄວ້ເທິງຜ້າກັ້ງ. ພວກເຂົາໄດ້ເຮັດເສົາດ້ວຍໄມ້ກະຖິນສີ່ເສົາ ແລະ ຫຸ້ມດ້ວຍຄຳ. ພວກເຂົາໄດ້ເຮັດຂໍເກາະຄຳສີ່ອັນສຳລັບເກາະຜ້າກັ້ງນັ້ນ ແລະ ຫລໍ່ຖານຮອງຮັບດ້ວຍເງິນສີ່ຖານ. ສຳລັບທາງເຂົ້າເຕັນນັ້ນ ພວກເຂົາໄດ້ເຮັດຜ້າກັ້ງກັ້ນອີກຜືນໜຶ່ງດ້ວຍຜ້າລິນິນເນື້ອລະອຽດດີ ປັກແສ່ວດ້ວຍໄໝສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະ ເປັນງານສີມືຂອງຊ່າງປັກແສ່ວ. ແລະ ພວກເຂົາໄດ້ເຮັດເສົາຫ້າຕົ້ນພ້ອມດ້ວຍຂໍເກາະສຳລັບເສົາເຫລົ່ານັ້ນ. ພວກເຂົາຫຸ້ມຫົວເສົາ ແລະ ຮາວຜ້າກັ້ງດ້ວຍຄຳ ແລະ ເຮັດຖານຮອງຮັບດ້ວຍທອງສຳລິດຫ້າຖານ.
Source notes (4)
- Footnote ຄື ກວ້າງປະມານ 1,8 ແມັດ ຍາວປະມານ 13 ແມັດ
- Footnote ນັ້ນຄື ຍາວປະມານ 14 ແມັດ ແລະ ກວ້າງປະມານ 1,8 ແມັດ
- Footnote ອາດເປັນໜັງຂອງສັດຂະໜາດໃຫຍ່ທີ່ລ້ຽງລູກດ້ວຍນໍ້ານົມ (ເບິ່ງ 35:7)
- Footnote ນັ້ນຄື ຍາວປະມານ 4,5 ແມັດ ແລະ ກວ້າງປະມານ 68 ເຊັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.