Skip to content
BibleKenya

Biblica® Open Lao Contemporary Version

ອົບພະຍົບ 35

ລະບຽບ​ຂອງ​ວັນຊະບາໂຕ

ໂມເຊ​ໄດ້​ເຕົ້າໂຮມ​ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ເຫລົ່ານີ້​ຄື: ຈົ່ງ​ເຮັດ​ວຽກ​ພຽງ​ຫົກ​ວັນ, ສ່ວນ​ວັນ​ທີ​ເຈັດ​ຈະ​ເປັນ​ວັນ​ທີ່​ພວກເຈົ້າ​ຕ້ອງ​ແຍກ​ໄວ້​ສຳລັບ​ພຣະເຈົ້າ, ເປັນ​ວັນຊະບາໂຕ​ແຫ່ງ​ການ​ຢຸດ​ພັກ​ຖວາຍ​ແກ່​ພຣະເຈົ້າ​ຢາເວ. ຜູ້​ໃດ​ກໍ​ຕາມ​ທີ່​ເຮັດ​ວຽກ​ໃນ​ວັນ​ນັ້ນ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. ຢ່າ​ດັງ​ໄຟ​ໃນ​ທີ່​ພັກ​ອາໄສ​ຂອງ​ພວກເຈົ້າ​ໃນ​ວັນຊະບາໂຕ”.

ວັດສະດຸ​ຕ່າງໆ​ສຳລັບ​ຫໍເຕັນ

(ອພຍ 25:1-7; 39:32-41)

ໂມເຊ​ໄດ້​ເວົ້າ​ກັບ​ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ​ວ່າ, “ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື: ຈົ່ງ​ເອົາ​ສິ່ງ​ຕ່າງໆ​ທີ່​ພວກເຈົ້າ​ມີ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ທຸກຄົນ​ທີ່​ເຕັມໃຈ ຈົ່ງ​ນໍາ​ເອົາ​ເຄື່ອງຖວາຍ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ຄື:

“ຄຳ, ເງິນ ແລະ ທອງສຳລິດ;

ດ້າຍ​ສີຟ້າ, ສີມ່ວງ, ສີແດງເຂັ້ມ, ຜ້າຝ້າຍລິນິນ​ເນື້ອລະອຽດ;

ຂົນແບ້;

ໜັງແກະ​ເຖິກ​ຍ້ອມ​ສີແດງ ແລະ ໜັງສັດ​ປະເພດ​ທົນທານ1,

ໄມ້ກະຖິນ;

ນ້ຳມັນ​ໝາກກອກ​ສຳລັບ​ໄຕ້​ຕະກຽງ;

ເຄື່ອງເທດ​ສຳລັບ​ປຸງ​ນ້ຳມັນ​ເຈີມ ແລະ ສຳລັບ​ເຄື່ອງຫອມ;

ແລະ ຫີນ​ໂກເມນ ແລະ ເພັດພອຍ​ອື່ນໆ​ເພື່ອ​ຝັງ​ໃສ່​ເສື້ອຄຸມ​ເອໂຟດ ແລະ ແຜ່ນປົກເອິກ.

“ທຸກຄົນ​ທີ່​ມີ​ຄວາມ​ຊຳນານ​ໃນ​ທ່າມກາງ​ພວກເຈົ້າ ຈົ່ງ​ມາ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື:

“ຫໍເຕັນ​ພ້ອມ​ກັບ​ເຕັນ ແລະ ຜ້າ​ຄຸມ​ຫໍເຕັນ, ຂໍ​ເກາະ, ໄມ້​ຝາ​ຫໍເຕັນ, ໄມ້​ຄານ​ພາດ​ຂວາງ, ເສົາ ແລະ ຖານ​ຮອງຮັບ​ເສົາ.

ຫີບ​ພັນທະສັນຍາ​ພ້ອມ​ກັບ​ຄານ​ຫາມ, ຝາ​ອັດ​ຫີບ ແລະ ຜ້າກັ້ງ​ເພື່ອ​ບັງ​ຫີບ.

ໂຕະ​ພ້ອມ​ກັບ​ຄານຫາມ ແລະ ພາຊະນະ​ເຄື່ອງໃຊ້​ທັງໝົດ ແລະ ເຂົ້າຈີ່​ຖວາຍ​ສຳລັບ​ເບື້ອງໜ້າ​ພຣະເຈົ້າ;

ຫລັກຕະກຽງ​ນັ້ນ​ແມ່ນ​ສຳລັບ​ໄຕ້​ຕະກຽງ​ພ້ອມ​ກັບ​ອຸປະກອນ​ຕ່າງໆ​ຄື: ຕະກຽງ ແລະ ນ້ຳມັນ​ສຳລັບ​ໄຕ້​ຕະກຽງ;

ແທ່ນ​ເຜົາ​ເຄື່ອງຫອມ​ພ້ອມກັບ​ຄານ​ຫາມ, ນ້ຳມັນ​ເຈີມ,

ເຄື່ອງຫອມ, ຜ້າກັ້ງ​ສຳລັບ​ທາງເຂົ້າ​ຫໍເຕັນ,

ແທ່ນ​ເຜົາ​ເຄື່ອງບູຊາ​ພ້ອມ​ກັບ​ຕາໜ່າງ​ທອງສຳລິດ, ຄານຫາມ ແລະ ເຄື່ອງໃຊ້​ທຸກ​ຢ່າງ,

ອ່າງ​ທອງສຳລິດ ແລະ ຖານ​ຮອງ​ອ່າງ.

ຜ້າກັ້ງ​ຂັ້ນ​ເດີ່ນ​ພ້ອມ​ກັບ​ເສົາ ແລະ ຖານ​ຮອງ​ເສົາ, ຜ້າກັ້ງ​ຂັ້ນ​ທາງເຂົ້າ​ໄປ​ຫາ​ເດີ່ນ​ຫໍເຕັນ,

ຫລັກປັກ​ສຳລັບ​ຫໍເຕັນ ແລະ ຫລັກປັກ​ສຳລັບ​ເດີ່ນ​ຫໍເຕັນ​ພ້ອມ​ກັບ​ເຊືອກ.

ເຄື່ອງ​ແຕ່ງກາຍ​ທີ່​ເຮັດ​ດ້ວຍ​ຜ້າ​ຕ່ຳ​ເພື່ອ​ນຸ່ງ​ສຳລັບ​ຮັບໃຊ້​ໃນ​ສະຖານ​ນະມັດສະການ ພ້ອມ​ທັງ​ເຄື່ອງ​ແຕ່ງກາຍ​ສັກສິດ​ສຳລັບ​ປະໂລຫິດ​ອາໂຣນ ແລະ ທັງ​ເຄື່ອງ​ແຕ່ງກາຍ​ສຳລັບ​ບັນດາ​ລູກຊາຍ​ຂອງ​ລາວ​ຂະນະ​ທີ່​ພວກເຂົາ​ຮັບໃຊ້​ໃນ​ຖານະ​ປະໂລຫິດ”.

ແລ້ວ​ຊຸມຊົນ​ຊາວ​ອິດສະຣາເອນ​ທັງໝົດ​ກໍ​ແຍກຍ້າຍ​ກັນ​ກັບ​ໄປ​ຈາກ​ໂມເຊ, ແລ້ວ​ທຸກຄົນ​ທີ່​ເຕັມໃຈ ແລະ ປາຖະໜາ​ທີ່​ຈະ​ຖວາຍ ຕ່າງ​ກໍ​ນຳ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ສຳລັບ​ການ​ສ້າງ​ເຕັນນັດພົບ, ອຸປະກອນ​ທຸກ​ຢ່າງ ແລະ ເຄື່ອງແຕ່ງກາຍ​ສັກສິດ. ບັນດາ​ຜູ້​ທີ່​ເຕັມໃຈ​ທັງ​ຜູ້ຊາຍ ແລະ ແມ່ຍິງ, ໄດ້​ພາ​ກັນ​ມາ ແລະ ນຳເອົາ​ເຄື່ອງປະດັບ​ທີ່​ເປັນ​ຄຳ​ທຸກ​ຊະນິດ​ຄື: ເຂັມຄັດ, ຕຸ້ມຫູ, ແຫວນ ແລະ ເຄື່ອງປະດັບ​ຕ່າງໆ. ພວກເຂົາ​ທັງໝົດ​ໄດ້​ຖວາຍ​ຄຳ​ຂອງ​ພວກເຂົາ​ເພື່ອ​ເປັນ​ເຄື່ອງບູຊາ​ແກວ່ງ​ໄປ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ທຸກຄົນ​ທີ່​ມີ​ດ້າຍ​ສີຟ້າ, ສີມ່ວງ, ສີແດງເຂັ້ມ ຫລື ຜ້າຝ້າຍລິນິນ​ເນື້ອລະອຽດ, ຫລື ຂົນແບ້, ໜັງແກະ​ໂຕຜູ້​ຍ້ອມ​ສີແດງ ແລະ ໜັງສັດ​ທົນທານ​ອື່ນໆ​ກໍ​ໄດ້​ນຳເອົາ​ສິ່ງ​ເຫລົ່ານັ້ນ​ມາ. ບາງຄົນ​ກໍ​ນຳເອົາ​ເງິນ ຫລື ທອງສຳລິດ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ ທຸກຄົນ​ທີ່​ມີ​ໄມ້ກະຖິນ​ສຳລັບ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ການ​ກໍ່ສ້າງ​ກໍໄດ້​ນຳ​ມາ​ຖວາຍ. ແມ່ຍິງ​ທຸກຄົນ​ທີ່​ຊຳນານ​ໃນ​ການ​ປັ່ນ​ດ້າຍ​ດ້ວຍ​ມື​ຂອງ​ຕົນ ແລະ ຕ່ຳຜ້າ​ກໍ​ໄດ້​ນຳເອົາ​ສິ່ງ​ທີ່​ນາງ​ໄດ້​ປັ່ນ​ນັ້ນ​ມາ​ຖວາຍ​ຄື: ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ຫລື ຜ້າຝ້າຍລິນິນ​ເນື້ອລະອຽດ. ແລະ ແມ່ຍິງ​ທຸກຄົນ​ທີ່​ເຕັມໃຈ ແລະ ມີ​ຄວາມ​ຊຳນານ​ກໍ​ປັ່ນ​ດ້າຍ​ຈາກ​ຂົນແບ້​ມາ​ຕໍ່າ​ເປັນ​ຜ້າ. ບັນດາ​ຜູ້ນຳ​ໄດ້​ນໍາ​ຫີນ​ໂກເມນ ແລະ ເພັດພອຍ​ອື່ນໆ​ມາ​ໃຫ້​ເພື່ອ​ຈະ​ໄດ້​ຝັງ​ໃສ່​ເສື້ອເອໂຟດ ແລະ ແຜ່ນປົກເອິກ. ພວກເຂົາ​ຍັງ​ໄດ້​ນຳ​ເຄື່ອງເທດ ແລະ ນ້ຳມັນ​ໝາກກອກ​ມາ​ສຳລັບ​ໄຕ້​ຕະກຽງ, ສຳລັບ​ປຸງ​ນ້ຳມັນ​ເຈີມ ແລະ ສຳລັບ​ເຄື່ອງຫອມ​ດ້ວຍ. ຊາວ​ອິດສະຣາເອນ​ທຸກຄົນ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ທີ່​ເຕັມໃຈ​ຕ່າງ​ກໍ​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ດ້ວຍ​ຄວາມ​ສະໝັກໃຈ​ເພື່ອ​ງານ​ທັງໝົດ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເຮັດ​ຜ່ານ​ທາງ​ໂມເຊ.

ເບຊາເລນ ແລະ ໂອໂຮລິອາບ

(ອພຍ 31:2-6)

ແລ້ວ​ໂມເຊ​ກໍ​ໄດ້​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ, “ເບິ່ງ​ແມ, ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເບຊາເລນ​ລູກຊາຍ​ຂອງ​ອູຣິ ເຊິ່ງ​ເປັນ​ລູກຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ, ແລະ ພຣະອົງ​ໃຫ້​ລາວ​ເຕັມລົ້ນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ, ດ້ວຍ​ສະຕິປັນຍາ, ດ້ວຍ​ຄວາມ​ເຂົ້າໃຈ, ດ້ວຍ​ຄວາມຮູ້ ແລະ ຄວາມ​ຊຳນານ​ດ້ານ​ສີມື​ທຸກ​ປະເພດ ເພື່ອ​ອອກ​ແບບ​ເຄື່ອງ​ຄຳ, ເຄື່ອງ​ເງິນ ແລະ ເຄື່ອງ​ທອງສຳລິດ​ຢ່າງ​ປານີດ, ເພື່ອ​ເຈຍລະໄນ​ເພັດ​ພອຍ​ຕ່າງໆ, ເພື່ອ​ແກະ​ສະຫລັກ​ໄມ້ ແລະ ງານ​ສີມື​ທຸກ​ຮູບ​ແບບ​ຢ່າງ​ປານີດ. ແລະ ພຣະອົງ​ໄດ້​ໃຫ້​ທັງ​ເບຊາເລນ ແລະ ໂອໂຮລິອາບ​ລູກຊາຍ​ຂອງ​ອາຮີຊາມັກ​ຈາກ​ເຜົ່າ​ດານ​ມີ​ຄວາມ​ສາມາດ​ສອນ​ຄົນ​ອື່ນໆ​ໄດ້. ພຣະອົງ​ໄດ້​ໃຫ້​ພວກເຂົາ​ຊ່ຽວຊານ​ໃນ​ງານ​ສີມື​ທຸກ​ຊະນິດ ເປັນ​ນັກ​ແກະສະຫລັກ, ນັກ​ອອກແບບ, ນັກ​ປັກແສ່ວ​ດ້ວຍ​ດ້າຍ​ສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ແລະ ຜ້າຝ້າຍລິນິນ​ເນື້ອລະອຽດ, ພ້ອມ​ທັງ​ເປັນ​ນັກ​ຕໍ່າຜ້າ. ພວກເຂົາ​ທຸກຄົນ​ເປັນ​ຊ່າງ​ສີມື ແລະ ເປັນ​ນັກ​ອອກແບບ​ທີ່​ຊຳນານ.

Source notes (1)
  1. Footnote ອາດ​ຈະ​ເປັນ​ໜັງສັດ​ທີ່​ລ້ຽງລູກ​ດ້ວຍ​ນໍ້ານົມ​ຂະໜາດ​ໃຫຍ່; ເໝືອນກັນ​ໃນ​ຂໍ້ 23

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.