Biblica® Open Lao Contemporary Version
ລະບຽບພວກເລວີ 4
ເຄື່ອງບູຊາໄຖ່ບາບ
ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງກ່າວຕໍ່ຊາວອິດສະຣາເອນວ່າ: ‘ເມື່ອຜູ້ໃດເຮັດບາບໂດຍບໍ່ເຈດຕະນາ ແລະ ເຮັດສິ່ງໃດກໍຕາມທີ່ພຣະເຈົ້າຢາເວສັ່ງຫ້າມ.
“ ‘ຖ້າປະໂລຫິດຄົນໃດທີ່ໄດ້ຮັບການເຈີມແລ້ວເຮັດບາບ, ເປັນການນຳເອົາຄວາມຜິດມາສູ່ປະຊາຊົນ, ລາວຕ້ອງເອົາງົວເຖິກໂຕບໍ່ມີຕຳໜິມາຖວາຍແກ່ພຣະເຈົ້າຢາເວ ເພື່ອເປັນເຄື່ອງບູຊາໄຖ່ບາບ1ໃນສິ່ງທີ່ຕົນໄດ້ເຮັດ. ໃຫ້ລາວນຳງົວເຖິກມາທີ່ທາງເຂົ້າເຕັນນັດພົບຕໍ່ໜ້າພຣະເຈົ້າຢາເວ. ໃຫ້ລາວວາງມືໃສ່ເທິງຫົວງົວ ແລະ ຂ້າງົວໂຕນັ້ນຕໍ່ໜ້າພຣະເຈົ້າຢາເວ. ແລ້ວປະໂລຫິດຜູ້ໄດ້ຮັບການເຈີມຈະນຳເລືອດຂອງງົວຈຳນວນໜຶ່ງເຂົ້າໄປໃນເຕັນນັດພົບ. ໃຫ້ລາວເອົານິ້ວມືຈຸ່ມລົງໃນເລືອດ ແລະ ຊິດເລືອດໃສ່ຜ້າກັ້ງຂອງບ່ອນສັກສິດຕໍ່ໜ້າພຣະເຈົ້າຢາເວເຈັດເທື່ອ. ແລ້ວປະໂລຫິດຈະທາເລືອດບາງສ່ວນໃສ່ເຂົາຂອງແທ່ນເຜົາເຄື່ອງຫອມຕໍ່ໜ້າພຣະເຈົ້າຢາເວໃນເຕັນນັດພົບ. ສ່ວນເລືອດງົວທີ່ເຫລືອນັ້ນລາວຈະຕ້ອງເທລົງທີ່ຖານຂອງແທ່ນເຜົາເຄື່ອງບູຊາທີ່ທາງເຂົ້າເຕັນນັດພົບ. ລາວຈະຕ້ອງເອົາໄຂມັນທັງໝົດຂອງງົວເຖິກທີ່ເປັນເຄື່ອງບູຊາໄຖ່ບາບອອກມາຄື: ໄຂມັນທີ່ຕິດກັບເຄື່ອງໃນ, ໝາກໄຂ່ຫລັງສອງໜ່ວຍກັບໄຂມັນເທິງໝາກໄຂ່ຫລັງທີ່ຢູ່ໃກ້ກັບແອວ ແລະ ໜັງບາງໆຫຸ້ມຕັບທີ່ຈະຕ້ອງເອົາອອກມາພ້ອມກັບໝາກໄຂ່ຫລັງ ເຊັ່ນດຽວກັບໄຂມັນທີ່ນຳອອກຈາກງົວ2ທີ່ຖວາຍເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ແລ້ວປະໂລຫິດຈະຕ້ອງເຜົາສິ່ງເຫລົ່ານີ້ເທິງແທ່ນເຜົາເຄື່ອງບູຊາ. ແຕ່ໜັງ ແລະ ຊີ້ນທັງໝົດຂອງງົວ, ຫົວ ແລະ ຂາ, ເຄື່ອງໃນ ແລະ ໄສ້ດ້ວຍ ຄືສ່ວນທີ່ເຫລືອທັງໝົດຂອງງົວໂຕນີ້ ລາວຈະຕ້ອງນຳອອກໄປຍັງບ່ອນທີ່ບໍ່ເປັນມົນທິນຕາມລະບຽບພິທີນອກຄ້າຍພັກ, ເຊິ່ງເປັນບ່ອນຖິ້ມຂີ້ເຖົ່າ ແລ້ວຈູດສິ່ງເຫລົ່ານີ້ໃນກອງຟືນເທິງກອງຂີ້ເຖົ່າ.
“ ‘ຖ້າຊຸມຊົນອິດສະຣາເອນທັງໝົດເຮັດບາບໂດຍບໍ່ເຈດຕະນາ ແລະ ເຮັດໃນສິ່ງທີ່ພຣະເຈົ້າຢາເວສັ່ງຫ້າມ, ເຖິງແມ່ນວ່າ ຊຸມຊົນໄດ້ເຮັດບາບໂດຍບໍ່ຮູ້ໂຕກໍຕາມ, ເມື່ອພວກເຂົາສຳນຶກໄດ້ເຖິງຄວາມຜິດຂອງຕົນ ແລະ ຄວາມບາບທີ່ພວກເຂົາໄດ້ກະທຳນັ້ນເປັນທີ່ຮູ້ຈັກ, ຊຸມຊົນນັ້ນຈະຕ້ອງນຳງົວໜຸ່ມໂຕໜຶ່ງມາທີ່ເຕັນນັດພົບເພື່ອຖວາຍເປັນເຄື່ອງບູຊາໄຖ່ບາບ. ໃຫ້ບັນດາຜູ້ອາວຸໂສຂອງຊຸມຊົນວາງມືຂອງພວກເຂົາໃສ່ເທິງຫົວງົວຕໍ່ໜ້າພຣະເຈົ້າຢາເວ ແລະ ງົວນັ້ນຈະຕ້ອງຖືກຂ້າຕໍ່ໜ້າພຣະເຈົ້າຢາເວ. ຫລັງຈາກນັ້ນ ປະໂລຫິດຜູ້ໄດ້ຮັບການເຈີມຈະນຳເອົາເລືອດສ່ວນໜຶ່ງຂອງງົວເຂົ້າໄປໃນເຕັນນັດພົບ. ລາວຈະຕ້ອງເອົານີ້ວມືຈຸ່ມລົງໃນເລືອດ ແລະ ຊິດໃສ່ຜ້າກັ້ງເຈັດເທື່ອຕໍ່ໜ້າພຣະເຈົ້າຢາເວ. ໃຫ້ລາວເອົາເລືອດສ່ວນໜຶ່ງທາໃສ່ເຂົາຂອງແທ່ນບູຊາທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວໃນເຕັນນັດພົບ. ສ່ວນເລືອດທີ່ເຫລືອນັ້ນລາວຈະຕ້ອງເທລົງຖານຂອງແທ່ນບູຊາທີ່ທາງເຂົ້າເຕັນນັດພົບ. ລາວຈະຕ້ອງເອົາໄຂມັນທັງໝົດອອກມາ ແລະ ເຜົາຢູ່ເທິງແທ່ນບູຊາ, ແລະ ໃຫ້ລາວເຮັດກັບງົວໂຕນີ້ເໝືອນກັບທີ່ເຮັດກັບງົວທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບ. ປະໂລຫິດຈະລຶບລ້າງບາບໃຫ້ປະຊາຊົນໂດຍວິທີນີ້ ແລະ ພວກເຂົາກໍຈະໄດ້ຮັບການອະໄພ. ຫລັງຈາກນັ້ນ ລາວຈະຕ້ອງນຳງົວເຖິກໂຕນີ້ອອກໄປເຜົາຢູ່ນອກຄ້າຍພັກຄືກັນກັບທີ່ເຜົາງົວໂຕທຳອິດນັ້ນ. ນີ້ຄືເຄື່ອງບູຊາໄຖ່ບາບສຳລັບຊຸມຊົນ.
“ ‘ເມື່ອຜູ້ນຳຄົນໃດເຮັດບາບໂດຍບໍ່ເຈດຕະນາ ແລະ ເຮັດສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງຕົນສັ່ງຫ້າມ, ເມື່ອລາວສຳນຶກໄດ້ເຖິງຄວາມຜິດຂອງຕົນ ແລະ ຄວາມຜິດທີ່ລາວໄດ້ເຮັດມານັ້ນເປັນທີ່ຮູ້ຈັກ, ລາວຕ້ອງນຳແບ້ໂຕຜູ້ທີ່ບໍ່ມີຕຳໜິມາຖວາຍເປັນເຄື່ອງບູຊາ. ໃຫ້ລາວວາງມືຂອງຕົນລົງເທິງຫົວແບ້ ແລະ ຂ້າສັດນັ້ນໃນບ່ອນຂ້າສັດ ເຊິ່ງເປັນເຄື່ອງເຜົາບູຊາຕໍ່ໜ້າພຣະເຈົ້າຢາເວ. ນີ້ຄືເຄື່ອງບູຊາໄຖ່ບາບ. ຫລັງຈາກນັ້ນ ປະໂລຫິດຈະຕ້ອງເອົານີ້ວມືຈຸ່ມລົງໃນເລືອດຂອງເຄື່ອງບູຊາໄຖ່ບາບ ແລະ ທາໃສ່ເຂົາຂອງແທ່ນບູຊາ ແລ້ວເທເລືອດສ່ວນທີ່ເຫລືອລົງໃສ່ຖານຂອງແທ່ນບູຊາ. ລາວຈະຕ້ອງເຜົາໄຂມັນທຸກສ່ວນເທິງແທ່ນບູຊາຄືກັນກັບເຜົາໄຂມັນຂອງເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ປະໂລຫິດຈະເຮັດພິທີລຶບລ້າງບາບຂອງຜູ້ນຳຄົນນັ້ນໂດຍວິທີນີ້ ແລະ ລາວກໍຈະໄດ້ຮັບການອະໄພ.
“ ‘ຖ້າສະມາຊິກໃນຊຸມຊົນຄົນໃດເຮັດບາບໂດຍບໍ່ເຈດຕະນາ ແລະ ເຮັດໃນສິ່ງທີ່ພຣະເຈົ້າຢາເວສັ່ງຫ້າມ, ເມື່ອພວກເຂົາສຳນຶກໄດ້ເຖິງຄວາມຜິດຂອງຕົນ ແລະ ເມື່ອຄວາມບາບທີ່ໄດ້ເຮັດນັ້ນເປັນທີ່ຮູ້ຈັກ, ພວກເຂົາຈະຕ້ອງນຳແບ້ແມ່ໂຕໜຶ່ງທີ່ບໍ່ມີຕຳໜິມາຖວາຍເພື່ອຂໍໄຖ່ບາບທີ່ພວກເຂົາໄດ້ເຮັດ. ພວກເຂົາຈະຕ້ອງວາງມືຂອງພວກເຂົາໃສ່ເທິງຫົວຂອງສັດທີ່ເປັນເຄື່ອງບູຊາໄຖ່ບາບ ແລະ ຂ້າສັດໃນບ່ອນສຳລັບເຜົາເຄື່ອງບູຊາ. ຫລັງຈາກນັ້ນ ໃຫ້ປະໂລຫິດເອົາເລືອດສ່ວນໜຶ່ງໂດຍໃຊ້ນິ້ວມືຂອງລາວຈຸ່ມເລືອດແລ້ວທາໃສ່ເຂົາຂອງແທ່ນບູຊາ ແລະ ເທເລືອດສ່ວນທີ່ເຫລືອລົງຖານຂອງແທ່ນບູຊາ. ພວກເຂົາຈະຕ້ອງເອົາໄຂມັນທັງໝົດອອກຄືກັນກັບເອົາໄຂມັນອອກຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳ ແລະ ປະໂລຫິດຈະເຜົາໄຂມັນນັ້ນເທິງແທ່ນບູຊາ ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ. ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ພວກເຂົາໂດຍວິທີນີ້ ແລະ ພວກເຂົາຈະໄດ້ຮັບການອະໄພ.
“ ‘ຖ້າຄົນໃດຈະນຳເອົາລູກແກະມາເປັນເຄື່ອງບູຊາໄຖ່ບາບຂອງຕົນ, ພວກເຂົາຈະຕ້ອງນຳລູກແກະໂຕແມ່ທີ່ບໍ່ມີຕຳໜິມາ. ໃຫ້ພວກເຂົາວາງມືຂອງຕົນລົງເທິງຫົວສັດນັ້ນ ແລະ ຂ້າລູກແກະນັ້ນເປັນເຄື່ອງບູຊາໄຖ່ບາບໃນບ່ອນສຳລັບເຜົາເຄື່ອງບູຊາ. ຫລັງຈາກນັ້ນ ປະໂລຫິດຈະຕ້ອງເອົາເລືອດຂອງເຄື່ອງບູຊາໄຖ່ບາບບາງສ່ວນໂດຍໃຊ້ນິ້ວມືຂອງຕົນຈຸ່ມລົງໃນເລືອດແລ້ວທາໃສ່ເຂົາຂອງແທ່ນເຜົາເຄື່ອງບູຊາ ແລະ ເທເລືອດສ່ວນທີ່ເຫລືອລົງຖານຂອງແທ່ນບູຊາ. ພວກເຂົາຈະຕ້ອງເອົາໄຂມັນທັງໝົດອອກຄືກັນກັບທີ່ເອົາໄຂມັນອອກຈາກລູກແກະທີ່ເປັນເຄື່ອງຖວາຍເພື່ອຄວາມສາມັກຄີທຳ ແລະ ປະໂລຫິດຈະຕ້ອງເຜົາສິ່ງເຫລົ່ານັ້ນເທິງແທ່ນບູຊາໂດຍວາງເທິງອາຫານບູຊາຖວາຍແກ່ພຣະເຈົ້າຢາເວ. ປະໂລຫິດຈະເຮັດພິທີລຶບລ້າງບາບໃຫ້ພວກເຂົາໂດຍວິທີນີ້ ສຳລັບບາບທີ່ພວກເຂົາໄດ້ເຮັດ ແລະ ພວກເຂົາຈະໄດ້ຮັບການອະໄພ.
Source notes (2)
- Footnote ເປັນການຖວາຍເພື່ອລຶບລ້າງບາບ, ໃນຂໍ້ນີ້ ແລະ ໃນຂໍ້ອື່ນໆຕະຫລອດທັງບົດນີ້
- Footnote ໃນພາສາເຮັບເຣີຄຳນີ້ເປັນໄດ້ທັງໂຕຜູ້ ແລະ ໂຕແມ່
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.