Biblica® Open Lao Contemporary Version
ເພງຄໍ່າຄວນ 5
ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດລະນຶກເຖິງສິ່ງທີ່ເກີດຂຶ້ນກັບຂ້ານ້ອຍທັງຫລາຍດ້ວຍ;
ເບິ່ງແມ ແລະ ເບິ່ງຄວາມອັບອາຍຂອງພວກຂ້ານ້ອຍ.
ມໍລະດົກຂອງພວກຂ້ານ້ອຍໄດ້ຕົກໄປເປັນຂອງບັນດາຄົນແປກໜ້າ,
ເຮືອນຂອງພວກຂ້ານ້ອຍກໍຕົກເປັນຂອງບັນດາຄົນຕ່າງຊາດ.
ພວກຂ້ານ້ອຍໄດ້ກາຍເປັນລູກກຳພ້າພໍ່,
ແມ່ຂອງພວກຂ້ານ້ອຍກໍເປັນເໝືອນແມ່ໝ້າຍ.
ພວກຂ້ານ້ອຍຕ້ອງໄດ້ຊື້ນ້ຳໄວ້ດື່ມ;
ພວກຂ້ານ້ອຍຕ້ອງຊື້ຟືນເພື່ອໄວ້ໃຊ້.
ບັນດາຜູ້ທີ່ໄລ່ຕາມຕິດສົ້ນຕີນຂອງພວກຂ້ານ້ອຍ
ພວກຂ້ານ້ອຍອິດເມື່ອຍ ແລະ ບໍ່ໄດ້ພັກຜ່ອນ.
ພວກຂ້ານ້ອຍຍອມຈັບມືກັນກັບເອຢິບ ແລະ ອັດຊີເຣຍ
ເພື່ອໃຫ້ມີອາຫານກິນພຽງພໍ.
ບັນພະບຸລຸດຂອງພວກຂ້ານ້ອຍໄດ້ເຮັດບາບ ແລະ ຕາຍໄປແລ້ວ,
ສ່ວນພວກຂ້ານ້ອຍຕ້ອງໄດ້ຮັບໂທດແທນພວກເຂົາ.
ພວກຂ້າທາດໄດ້ປົກຄອງພວກຂ້ານ້ອຍ,
ແລະ ບໍ່ມີຜູ້ໃດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກມືຂອງພວກເຂົາ.
ພວກຂ້ານ້ອຍຕ້ອງສ່ຽງຊີວິດໃນຖິ່ນແຫ້ງແລ້ງກັນດານ
ເພື່ອໃຫ້ມີອາຫານກິນ.
ຜິວໜັງຂອງພວກຂ້ານ້ອຍກໍຮ້ອນເໝືອນເຕົາອົບ,
ເປັນໄຂ້ເພາະຄວາມອຶດຫິວ.
ແມ່ຍິງຖືກຂົ່ມຂືນໃນຊີໂອນ
ແລະ ສາວບໍລິສຸດທີ່ຢູ່ຕາມເມືອງຕ່າງໆຂອງຢູດາກໍຖືກດ້ວຍ.
ບັນດາເຈົ້ານາຍຖືກມັດມືແຂວນໄວ້;
ບັນດາຜູ້ອາວຸໂສບໍ່ໄດ້ຮັບຄວາມເຄົາລົບນັບຖື.
ຄົນໜຸ່ມກໍຖືກເກນໄປໂມ້ແປ້ງ;
ເດັກນ້ອຍຜູ້ຊາຍກໍແບກຟືນລົ້ມລຸກຄຸກຄານ.
ບັນດາຜູ້ອາວຸໂສບໍ່ໄດ້ນັ່ງຢູ່ທີ່ປະຕູເມືອງອີກຕໍ່ໄປ;
ບັນດາຄົນໜຸ່ມກໍຢຸດບັນເລງດົນຕີຂອງຕົນ.
ຄວາມຊື່ນຊົມຍິນດີໄດ້ຫາຍໄປຈາກໃຈຂອງພວກຂ້ານ້ອຍ;
ການຟ້ອນລຳຂອງພວກຂ້ານ້ອຍກໍກັບກາຍເປັນການຄ່ຳຄວນ.
ມົງກຸດກໍຫລົ່ນໄປຈາກຫົວຂອງພວກຂ້ານ້ອຍ.
ວິບັດແກ່ພວກຂ້ານ້ອຍ ເພາະພວກຂ້ານ້ອຍໄດ້ເຮັດບາບ!
ເພາະສິ່ງເຫລົ່ານີ້ ຫົວໃຈຂອງພວກຂ້ານ້ອຍຈຶ່ງອ່ອນເພຍ,
ເພາະສິ່ງເຫລົ່ານີ້ຕາຂອງພວກເຮົາຈຶ່ງມືດມົວ.
ເປັນຍ້ອນພູເຂົາຊີໂອນທີ່ເປັນບ່ອນຮົກຮ້າງ,
ເປັນບ່ອນຍ່າງໄປມາຂອງຝູງໝາໄນ.
ຂ້າແດ່ພຣະເຈົ້າຢາເວ, ພຣະອົງຄອບຄອງຢູ່ຕະຫລອດໄປ;
ບັນລັງຂອງພຣະອົງກໍໝັ້ນຄົງຕະຫລອດທຸກຊົ່ວອາຍຸ
ດ້ວຍເຫດໃດພຣະອົງຈຶ່ງລືມພວກຂ້ານ້ອຍ?
ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມພວກຂ້ານ້ອຍໄປດົນ?
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດກອບກູ້ພວກຂ້ານ້ອຍກັບຄືນສູ່ພຣະອົງ ເພື່ອພວກຂ້ານ້ອຍຈະໄດ້ກັບມາ;
ຂໍໂຜດຟື້ນຟູອະດີດອັນຮຸ່ງເຮືອງຂອງພວກຂ້ານ້ອຍກັບຄືນມາ
ເວັ້ນເສຍແຕ່ວ່າພຣະອົງໄດ້ປະຕິເສດພວກຂ້ານ້ອຍທີ່ສຸດ
ແລະ ໄດ້ໂກດຮ້າຍພວກຂ້ານ້ອຍເກີນຂະໜາດ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.