Skip to content
BibleKenya

Biblica® Open Lao Contemporary Version

ເພງຄໍ່າຄວນ 4

ຄຳ​ສູນເສຍ​ຄວາມ​ເຫລື້ອມ​ຂອງ​ມັນ​ໄດ້​ຢ່າງໃດ,

ຄຳ​ແທ້​ກໍ​ກັບ​ມົວໝອງ​ໄປ​ແລ້ວ!

ອັນຍະມະນີ​ສັກສິດ​ໄດ້​ກະຈັດ​ກະຈາຍ

ຢູ່​ທຸກ​ແຈ​ຖະໜົນ.

ດ້ວຍ​ເຫດ​ໃດ​ລູກ​ຜູ້​ລ້ຳຄ່າ​ແຫ່ງ​ຊີໂອນ,

ຄັ້ງ​ໜຶ່ງ​ເຄີຍ​ມີ​ຄ່າ​ສູງ​ດັ່ງ​ຄຳ,

ບັດນີ້​ຈຶ່ງ​ຖືກ​ຖື​ວ່າ​ເປັນ​ພຽງ​ແຕ່​ໝໍ້ດິນ

ຝີ​ມື​ຂອງ​ຊ່າງ​ປັ້ນ​ໝໍ້!

ແມ່ນ​ແຕ່​ໝາໄນ​ກໍ​ຍັງ​ໃຫ້​ນົມ​ຂອງ​ຕົນ

ເພື່ອ​ລ້ຽງ​ລູກ​ອ່ອນ​ຂອງ​ຕົນ,

ແຕ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ກັບ​ໃຈ​ດໍາ

ເໝືອນ​ນົກກະຈອກເທດ​ໃນ​ທະເລຊາຍ.

ເພາະ​ຄວາມ​ກະຫາຍ ລິ້ນ​ຂອງ​ເດັກອ່ອນ

ຈຶ່ງ​ຕິດ​ຢູ່​ເທິງ​ເພດານ​ປາກ;

ເດັກນ້ອຍ​ຮ້ອງ​ຂໍ​ອາຫານ,

ແຕ່​ບໍ່​ມີ​ຜູ້ໃດ​ເອົາ​ອາຫານ​ນັ້ນ​ໃຫ້​ພວກເຂົາ.

ບັນດາ​ຜູ້​ທີ່​ເຄີຍ​ກິນ​ອາຫານ​ແຊບ

ກໍ​ເປັນ​ຄົນ​ທີ່​ຂາດເຂີນ​ຢູ່​ຕາມ​ຖະໜົນ.

ບັນດາ​ຜູ້​ທີ່​ເຄີຍ​ນຸ່ງເຄື່ອງ​ສີມ່ວງ​ອັນ​ລ້ຳຄ່າ

ບັດນີ້​ກໍ​ນອນ​ຢູ່​ເທິງ​ຂີ້ເຖົ່າ.

ໂທດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ

ແມ່ນ​ໃຫຍ່​ກວ່າ​ໂທດ​ຂອງ​ເມືອງ​ໂຊໂດມ,

ເຊິ່ງ​ຖືກ​ໂຄ່ນ​ລົງ​ໃນ​ຊົ່ວ​ພິບ​ຕາ​ດຽວ

ໂດຍ​ບໍ່​ມີ​ຜູ້​ໃດ​ຍື່ນ​ມື​ເຂົ້າ​ໄປ​ຊ່ວຍ.

ບັນດາ​ເຈົ້ານາຍ​ຂອງ​ພວກເຂົາ​ກໍ​ຜຸດຜ່ອງ​ຍິ່ງ​ກວ່າ​ຫິມະ

ແລະ ຂາວ​ຍິ່ງ​ກວ່າ​ນ້ຳນົມ,

ຮ່າງກາຍ​ຂອງ​ພວກເຂົາ​ກໍ​ແດງ​ກ່ຳ​ຍິ່ງ​ກວ່າ​ພອຍ

ຮູບ​ຮ່າງ​ໜ້າ​ຕາ​ກໍ​ງົດ​ງາມ​ດັ່ງ​ແກ້ວໄພທູນ.

ແຕ່​ບັດນີ້ ພວກເຂົາ​ດຳ​ຍິ່ງ​ກວ່າ​ຂະເໝົ່າ

ເຂົາ​ຢູ່​ຕາມ​ຖະໜົນ​ໂດຍ​ບໍ່​ຜູ້ໃດ​ຈື່​ໄດ້.

ໜັງ​ຂອງ​ພວກເຂົາ​ຫ່ຽວແຫ້ງ​ເຫລືອ​ແຕ່​ກະດູກ;

ມັນ​ແຫ້ງ​ຄື​ກັນ​ກັບ​ທ່ອນ​ໄມ້.

ບັນດາ​ຄົນ​ທີ່​ຖືກ​ຂ້າ​ດ້ວຍ​ຄົມ​ດາບ

ກໍ​ຍັງ​ດີ​ກວ່າ​ຄົນ​ທີ່​ຕາຍ​ເພາະ​ຄວາມ​ອຶດຢາກ

ທຸກທໍລະມານ​ເພາະ​ຄວາມ​ອຶດຫິວ, ພວກເຂົາ​ຕາຍ​ໄປ

ເພາະ​ຂາດ​ອາຫານ​ຈາກ​ທົ່ງນາ.

ບັນດາ​ແມ່ຍິງ​ຜູ້​ມີ​ຄວາມ​ເມດຕາ​ສົງສານ

ກໍ​ໄດ້​ເອົາ​ລູກ​ຂອງ​ຕົນ​ມາ​ຕົ້ມ​ກິນ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ,

ເຊິ່ງ​ໄດ້​ກາຍ​ເປັນ​ອາຫານ​ຂອງ​ພວກເຂົາ

ໃນ​ຊ່ວງ​ເວລາ​ທີ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ານ້ອຍ​ຖືກ​ທຳລາຍ.

ພຣະເຈົ້າ​ຢາເວ​ໄດ້​ລະບາຍ​ຄວາມ​ໂກດຮ້າຍ​ຢ່າງ​ເຕັມ​ທີ່;

ພຣະອົງ​ໄດ້​ເທ​ຄວາມ​ໃຈຮ້າຍ​ອັນ​ແຮງກ້າ​ຂອງ​ພຣະອົງ​ອອກ​ມາ.

ພຣະອົງ​ໄດ້​ຈຸດ​ໄຟ​ຂຶ້ນ​ໃນ​ຊີໂອນ

ເພື່ອ​ເຜົາຜານ​ຮາກຖານ​ທັງຫລາຍ​ຂອງ​ເມືອງ​ນີ້.

ບັນດາ​ກະສັດ​ຂອງ​ໂລກ​ນີ້,

ແລະ ບໍ່​ມີ​ຊົນຊາດ​ໃດ​ໃນ​ໂລກ​ນີ້​ເຊື່ອ​ວ່າ,

ຂ້າເສິກ ແລະ ສັດຕູ​ຈະ​ສາມາດ​ເຂົ້າ​ໄປ

ປະຕູ​ເຢຣູຊາເລັມ​ເຂົ້າ​ໄດ້.

ແຕ່​ມັນ​ກໍ​ເກີດ​ຂຶ້ນ​ແລ້ວ ເພາະ​ຄວາມ​ບາບ​ຂອງ​ບັນດາ​ຜູ້ທຳນວາຍ​ຂອງ​ເມືອງ​ນັ້ນ

ແລະ ຄວາມ​ຊົ່ວຮ້າຍ​ຂອງ​ບັນດາ​ປະໂລຫິດ​ຂອງ​ເມືອງ​ນັ້ນ,

ເຊິ່ງ​ເຮັດ​ໃຫ້​ເລືອດ​ຂອງ​ຄົນ​ຊອບທຳ

ຫລັ່ງໄຫລ​ຢູ່​ກາງ​ເມືອງ.

ບັດນີ້​ພວກເຂົາ​ຍ່າງ​ລູບ​ຄຳ​ໄປ​ຕາມ​ຖະໜົນ

ເໝືອນ​ກັບ​ຄົນ​ຕາບອດ.

ຕົນໂຕ​ເປື້ອນ​ເລືອດ

ຈົນ​ບໍ່​ມີ​ຜູ້ໃດ​ກ້າ​ແຕະ​ຕ້ອງ​ເສື້ອ​ຜ້າ​ຂອງ​ພວກເຂົາ.

ຄົນ​ທັງຫລາຍ​ຕ່າງ​ກໍ​ຮ້ອງ​ໃສ່​ພວກເຂົາ​ວ່າ, “ຈົ່ງ​ໄປ​ໃຫ້​ໄກ! ພວກເຈົ້າ​ຄົນ​ມີ​ມົນທິນ!

ຈົ່ງ​ໄປ​ໃຫ້​ໄກ! ຈົ່ງ​ໄປ​ໃຫ້​ໄກ! ຢ່າ​ເຕະ​ຕ້ອງ​ພວກເຮົາ!”

ເມື່ອ​ພວກເຂົາ​ໜີ ແລະ ພະເນຈອນ​ໄປ

ຄົນ​ທັງຫລາຍ​ທີ່​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ​ໄດ້​ເວົ້າ​ກັນ​ວ່າ,

“ພວກເຈົ້າ​ຈະ​ຢູ່​ບ່ອນ​ນີ້​ຕໍ່ໄປ​ບໍ່​ໄດ້”.

ພຣະເຈົ້າ​ຢາເວ ພຣະອົງ​ເອງ​ໄດ້​ກະຈາຍ​ພວກເຂົາ​ໄປ;

ພຣະອົງ​ບໍ່​ໄດ້​ເບິ່ງແຍງ​ພວກເຂົາ​ອີກ.

ບັນດາ​ປະໂລຫິດ​ກໍ​ບໍ່​ເປັນ​ທີ່​ເຄົາລົບ​ນັບຖື,

ບັນດາ​ຜູ້ອາວຸໂສ​ກໍ​ບໍ່​ເປັນ​ທີ່​ພໍໃຈ.

ຫລາຍ​ກວ່າ​ນັ້ນ ຕາ​ຂອງ​ພວກເຮົາ​ກໍ​ອ່ອນ​ແຮງ

ຊອກ​ຫາ​ຄວາມ​ຊ່ວຍເຫລືອ​ຢ່າງ​ໄຮ້​ປະໂຫຍດ;

ຈາກ​ຫໍຄອຍ​ຂອງ​ພວກເຮົາ ພວກເຮົາ​ໄດ້​ເຝົ້າ​ເບິ່ງ

ຊົນຊາດ​ໜຶ່ງ​ທີ່​ບໍ່​ສາມາດ​ຊ່ວຍເຫລືອ​ພວກເຮົາ​ໄດ້.

ຄົນ​ທັງຫລາຍ​ຕິດ​ຕາມ​ພວກເຮົາ​ທຸກ​ບາດ​ກ້າວ,

ຈົນ​ພວກເຮົາ​ບໍ່​ສາມາດ​ຍ່າງ​ໄປ​ຕາມ​ຖະໜົນ​ຂອງ​ພວກເຮົາ.

ຈຸດຈົບ​ຂອງ​ພວກເຮົາ​ກໍ​ໃກ້​ເຂົ້າ​ມາ, ວັນ​ພວກເຮົາ​ກໍ​ໃກ້​ຈະ​ຄົບ​ກຳນົດ​ແລ້ວ,

ເພາະ​ຈຸດຈົບ​ຂອງ​ພວກເຮົາ​ໄດ້​ມາ​ເຖິງ​ແລ້ວ.

ຄົນ​ທີ່​ໄລ່ຕາມ​ພວກເຮົາ​ແມ່ນ​ວ່ອງໄວ

ຍິ່ງ​ກວ່າ​ນົກອິນຊີ​ໃນ​ທ້ອງຟ້າ;

ພວກເຂົາ​ໄດ້​ໄລ່​ລ່າ​ພວກເຮົາ​ຢູ່​ເທິງ​ພູເຂົາ​ຕ່າງໆ

ແລະ ດັກ​ຖ້າ​ພວກເຮົາ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ.

ກະສັດ​ຂອງ​ພວກເຮົາ​ຜູ້​ທີ່​ພຣະເຈົ້າ​ຢາເວ​ໄດ້​ເຈີມ​ໄວ້​ນັ້ນ

ຖືກ​ຕິດ​ຢູ່​ໃນ​ກັບດັກ​ຂອງ​ພວກເຂົາ.

ພວກເຮົາ​ເຄີຍ​ຄິດ​ວ່າ ໃຕ້​ເງົາ​ຂອງ​ກະສັດ

ເຮົາ​ຈະ​ມີ​ຊີວິດ​ຢູ່​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ.

ຈົ່ງ​ຊື່ນຊົມຍິນດີ ແລະ ດີໃຈ, ລູກສາວ​ແຫ່ງ​ເອໂດມ1

ຜູ້​ອາໄສ​ຢູ່​ໃນ​ດິນແດນ​ອູດ.

ແຕ່​ຖ້ວຍ​ແຫ່ງ​ຄວາມໂກດຮ້າຍ​ກໍ​ຈະ​ວຽນ​ໄປ​ເຖິງ​ເຈົ້າ​ເໝືອນ​ກັນ;

ເຈົ້າ​ຈະ​ເມົາ ແລະ ເປືອຍ​ກາຍ.

ລູກສາວ​ແຫ່ງ​ຊີໂອນ, ໂທດ​ຂອງ​ເຈົ້າ​ຈະ​ຈົບ​ລົງ;

ພຣະອົງ​ຈະ​ບໍ່​ປ່ອຍ​ໃຫ້​ເຈົ້າ​ຕົກ​ເປັນ​ຊະເລີຍ​ຢູ່​ອີກ.

ແຕ່​ລູກສາວ​ແຫ່ງ​ເອໂດມ, ພຣະອົງ​ຈະ​ລົງໂທດ​ຄວາມ​ບາບ​ຂອງ​ເຈົ້າ

ແລະ ເປີດເຜີຍ​ຄວາມ​ຊົ່ວຮ້າຍ​ຂອງ​ເຈົ້າ.

Source notes (1)
  1. Footnote ຄື ຊາວ​ເອໂດມ ເຊັ່ນ​ດຽວ​ກັບ​ທີ່​ອື່ນໆ​ໃນ​ພຣະທຳ​ເຫລັ້ມ​ນີ້

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.