Biblica® Open Lao Contemporary Version
ເພງຄໍ່າຄວນ 3
ຂ້ານ້ອຍຄືຜູ້ທີ່ເຫັນຄວາມທຸກລຳບາກ
ຈາກໄມ້ແສ້ແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ
ພຣະອົງໄດ້ຂັບໄລ່ຂ້ານ້ອຍອອກໄປ ແລະ ເຮັດໃຫ້ຂ້ານ້ອຍຕ້ອງໄດ້ເດີນ
ຢູ່ໃນຄວາມມືດມິດແທນທີ່ຈະເດີນຢູ່ໃນຄວາມສະຫວ່າງ;
ຄວາມຈິງແລ້ວ, ພຣະອົງໄດ້ຫັນມືຂອງພຣະອົງມາຕໍ່ສູ້ຂ້ານ້ອຍ
ຕໍ່ສູ້ແລ້ວຕໍ່ສູ້ອີກ, ຕະຫລອດວັນ.
ພຣະອົງເຮັດໃຫ້ຜິວໜັງ ແລະ ຊີ້ນຂອງຂ້ານ້ອຍເຖົ້າແກ່ໄປ
ແລະ ຫັກກະດູກຂອງຂ້ານ້ອຍ.
ພຣະອົງປິດລ້ອມ ແລະ ອ້ອມຂ້ານ້ອຍໄວ້
ດ້ວຍຄວາມຂົມຂື່ນ ແລະ ຄວາມທຸກລຳບາກ
ພຣະອົງເຮັດໃຫ້ຂ້ານ້ອຍຢູ່ໃນຄວາມມືດ
ເໝືອນກັບບັນດາຄົນທີ່ຕາຍໄປດົນແລ້ວ.
ພຣະອົງລ້ອມຂ້ານ້ອຍໄວ້ເພື່ອບໍ່ໃຫ້ຂ້ານ້ອຍໜີໄປໄດ້
ພຣະອົງຖ່ວງຂ້ານ້ອຍໄວ້ດ້ວຍໂສ້
ແມ່ນແຕ່ເມື່ອຂ້ານ້ອຍຮ້ອງຫາ ຫລື ຂໍຄວາມຊ່ວຍເຫລືອ,
ພຣະອົງບໍ່ຮັບຟັງຄຳອະທິຖານຂອງຂ້ານ້ອຍ
ພຣະອົງວາງກ້ອນຫີນຕັນທາງຂອງຂ້ານ້ອຍ
ເຮັດໃຫ້ຫົນທາງຂອງຂ້ານ້ອຍຄົດລ້ຽວ.
ພຣະອົງເປັນເໝືອນດັ່ງໝີທີ່ນອນຄອຍຖ້າຄຸບຢູ່,
ເໝືອນດັ່ງສິງທີ່ລໍຖ້າຄຸບຢູ່,
ພຣະອົງໄດ້ລາກຂ້ານ້ອຍອອກຈາກທາງ ແລະ ຈີກຂ້ານ້ອຍ
ແລ້ວປະຂ້ານ້ອຍໄວ້ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອ
ພຣະອົງໂກ່ງຄັນທະນູ
ແລະ ເອົາຂ້ານ້ອຍເປັນເປົ້າສຳລັບລູກທະນູຂອງພຣະອົງ
ພຣະອົງສຽບທະລຸຫົວໃຈຂອງຂ້ານ້ອຍ
ດ້ວຍລູກທະນູຈາກປອກລູກທະນູຂອງພຣະອົງ.
ຂ້ານ້ອຍກາຍເປັນທີ່ຫົວຂັວນເຢາະເຢີ້ຍຂອງພີ່ນ້ອງຮ່ວມຊາດຂອງຂ້ານ້ອຍ;
ພວກເຂົາຮ້ອງເພງເຢາະເຢີ້ຍຂ້ານ້ອຍຕະຫລອດທັງວັນ.
ພຣະອົງໃຫ້ຂ້ານ້ອຍກິນຜັກທີ່ລົດຂົມຈົນອິ່ມ
ແລະ ເອົານ້ຳບີໃຫ້ຂ້ານ້ອຍດື່ມ
ພຣະອົງຫັກແຂ້ວຂອງຂ້ານ້ອຍດ້ວຍຫີນແຫ່
ຢຽບຂ້ານ້ອຍຈົມລົງຂີ້ຝຸ່ນດິນ.
ສັນຕິສຸກຖືກພາກໄປຈາກໃຈຂອງຂ້ານ້ອຍ
ຂ້ານ້ອຍລືມໄປແລ້ວວ່າຄວາມຈະເລີນຮຸ່ງເຮືອງນັ້ນເປັນຢ່າງໃດ.
ດັ່ງນັ້ນ ຂ້ານ້ອຍຈຶ່ງເວົ້າວ່າ, “ຄວາມງົດງາມຂອງຂ້ານ້ອຍ
ແລະ ທຸກສິ່ງທີ່ຂ້ານ້ອຍຄາດຫວັງຈາກພຣະເຈົ້າຢາເວກໍໝົດໄປ”.
ຂ້ານ້ອຍລະນຶກເຖິງຄວາມທຸກໃຈຂອງຂ້ານ້ອຍ ແລະ ການພະເນຈອນຂອງຂ້ານ້ອຍໄດ້,
ຄວາມຂົມຂື່ນ ແລະ ນ້ຳບີ
ຂ້ານ້ອຍຈົດຈຳສິ່ງເຫລົ່ານີ້ໄດ້ດີ,
ແລະ ຈິດໃຈຂອງຂ້ານ້ອຍກໍຫົດຫູ່ຢູ່ພາຍໃນຂ້ານ້ອຍ.
ເຖິງປານນັ້ນຂ້ານ້ອຍກໍຍັງຄິດຮອດເລື່ອງນີ້ຂຶ້ນມາໄດ້
ແລະ ເຫດສະນັ້ນ ຂ້ານ້ອຍຈຶ່ງມີຄວາມຫວັງ.
ເພາະຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າຢາເວເຮົາຈຶ່ງບໍ່ຖືກທຳລາຍໄປ,
ເພາະຄວາມເມດຕາສົງສານຂອງພຣະອົງບໍ່ເຄີຍຢຸດຢັ້ງ.
ມີມາໃໝ່ທຸກເຊົ້າ
ຄວາມສັດຊື່ຂອງພຣະອົງກໍຍິ່ງໃຫຍ່ຫລາຍ.
ຂ້ານ້ອຍເວົ້າກັບຕົນເອງວ່າ, “ພຣະເຈົ້າຢາເວເປັນທັງໝົດທີ່ຂ້ານ້ອຍມີ;
ເຫດສະນັ້ນ ຂ້ານ້ອຍຈະຄອຍຖ້າພຣະອົງ”.
ພຣະເຈົ້າຢາເວນັ້ນດີຕໍ່ບັນດາຄົນທີ່ມີຄວາມຫວັງໃນພຣະອົງ,
ດີຕໍ່ຜູ້ທີ່ສະແຫວງຫາພຣະອົງ;
ເປັນການດີທີ່ຈະລໍຖ້າຢ່າງມິດງຽບ
ເພື່ອຄວາມພົ້ນທີ່ພຣະເຈົ້າຂອງພຣະເຈົ້າຢາເວ.
ເປັນການດີທີ່ຊາຍຄົນໜຶ່ງຈະແບກແອກໄວ້
ຂະນະລາວນັ້ນຍັງໜຸ່ມຢູ່.
ໃຫ້ລາວນັ່ງມິດງຽບຢູ່ແຕ່ຄົນດຽວ,
ເພາະພຣະເຈົ້າຢາເວວາງແອກນັ້ນໄວ້ເທິງລາວແລ້ວ.
ໃຫ້ລາວຈຳນົນກົ້ມໜ້າລົງກັບດິນ
ເພາະອາດຍັງມີຄວາມຫວັງຢູ່.
ໃຫ້ລາວປິ່ນແກ້ມຂອງລາວໃຫ້ຜູ້ທີ່ຈະຕົບລາວ,
ແລະ ໃຫ້ລາວເຕັມໄປດ້ວຍຄວາມອັບອາຍ.
ເພາະວ່າອົງພຣະຜູ້ເປັນເຈົ້າ
ບໍ່ໄດ້ປະຖິ້ມມະນຸດຕະຫລອດໄປ
ເຖິງວ່າພຣະອົງຈະນຳເອົາຄວາມໂສກເສົ້າມາໃຫ້, ແຕ່ພຣະອົງກໍຍັງຈະສະແດງຄວາມເມດຕາສົງສານ,
ດັ່ງນັ້ນ ຄວາມຮັກອັນໝັ້ນຄົງຂອງພຣະອົງຈຶ່ງຍິ່ງໃຫຍ່.
ເພາະພຣະອົງບໍ່ໄດ້ເຕັມໃຈທີ່ຈະນຳເອົາຄວາມທຸກທໍລະມານ
ຫລື ຄວາມໂສກເສົ້າມາໃຫ້ຄົນໃດ.
ການຢຽບຢ່ຳ
ນັກໂທດທັງໝົດໃນດິນແດນ,
ການຕັດສິດຄົນທັງຫລາຍ
ຕໍ່ໜ້າອົງຜູ້ສູງສຸດ,
ການບໍ່ໃຫ້ຄວາມຍຸຕິທຳແກ່ພວກເຂົາ
ອົງພຣະຜູ້ເປັນເຈົ້າຈະບໍ່ເຫັນສິ່ງເຫລົ່ານີ້ບໍ?
ຖ້າອົງພຣະຜູ້ເປັນເຈົ້າບໍ່ໄດ້ມີຄຳສັ່ງໄວ້
ຜູ້ໃດຈະສາມາດສັ່ງໃຫ້ມັນເກີດຂຶ້ນໄດ້?
ທັງຄວາມຈິບຫາຍ ແລະ ສິ່ງດີງາມ
ລ້ວນແຕ່ມາຈາກປາກຂອງອົງຜູ້ສູງສຸດບໍ່ແມ່ນບໍ?
ເປັນຫຍັງມະນຸດຈຶ່ງຈົ່ມ
ເມື່ອຖືກລົງໂທດເພາະຄວາມບາບທັງຫລາຍຂອງຕົນ?
ໃຫ້ພວກເຮົາສຳຫລວດວິຖີທາງຂອງພວກເຮົາ ແລະ ທົດສອບເບິ່ງ,
ແລະ ໃຫ້ພວກເຮົາກັບມາຫາພຣະເຈົ້າຢາເວ.
ໃຫ້ພວກເຮົາຊູໃຈຂອງພວກເຮົາ ແລະ ຊູມືຂອງພວກເຮົາຂຶ້ນ
ຕໍ່ພຣະເຈົ້າໃນສະຫວັນ ແລະ ເວົ້າວ່າ:
“ພວກຂ້ານ້ອຍທັງຫລາຍໄດ້ເຮັດບາບ ແລະ ໄດ້ກະບົດ
ແລະ ພຣະອົງບໍ່ໄດ້ໃຫ້ອະໄພ.
“ພຣະອົງປົກຄຸມພຣະອົງເອງໄວ້ດ້ວຍຄວາມໂກດຮ້າຍ ແລະ ໄລ່ຕາມພວກຂ້ານ້ອຍ;
ພຣະອົງປະຫານໂດຍບໍ່ມີຄວາມສົງສານ.
ພຣະອົງປົກຄຸມພຣະອົງເອງໄວ້ດ້ວຍເມກ
ເພື່ອບໍ່ໃຫ້ຄຳອະທິຖານໃດຂຶ້ນເຖິງພຣະອົງໄດ້.
ພຣະອົງເຮັດໃຫ້ພວກຂ້ານ້ອຍເປັນສິ່ງເສດເຫລືອ ແລະ ຖືກປະຕິເສດ
ທ່າມກາງຊົນຊາດທັງຫລາຍ.
“ສັດຕູທັງຫລາຍຂອງພວກຂ້ານ້ອຍໄດ້ເປີດປາກຂອງພວກເຂົາກວ້າງ
ຕໍ່ວ່າພວກຂ້ານ້ອຍ.
ພວກຂ້ານ້ອຍປະເຊີນກັບຄວາມຢ້ານກົວ ແລະ ອຸປະສັກ
ຄວາມພິນາດ ແລະ ການທຳລາຍລ້າງ”.
ສາຍນ້ຳຕາໄຫລຈາກຕາຂອງຂ້ານ້ອຍ
ເພາະພີ່ນ້ອງຮ່ວມຊາດຂອງຂ້ານ້ອຍຖືກທຳລາຍ.
ຕາຂອງຂ້ານ້ອຍຈະຫລັ່ງນ້ຳຕາບໍ່ຂາດສາຍ,
ໂດຍບໍ່ຢຸດຢ່ອນ,
ຈົນກວ່າພຣະເຈົ້າຈະເບິ່ງລົງມາ
ຈາກຟ້າສະຫວັນ ແລະ ເຫັນ.
ສິ່ງທີ່ຂ້ານ້ອຍເຫັນເຮັດໃຫ້ຈິດໃຈຂອງຂ້ານ້ອຍໂສກເສົ້າ
ເພາະຍິງທຸກຄົນໃນເມືອງຂອງຂ້ານ້ອຍ.
ບັນດາຜູ້ທີ່ເປັນສັດຕູກັບຂ້ານ້ອຍໂດຍບໍ່ມີສາເຫດ
ໄລ່ຂ້າຂ້ານ້ອຍເໝືອນນົກ.
ພວກເຂົາພະຍາຍາມປິດຊີວິດຂອງຂ້ານ້ອຍໃນຂຸມ
ແລະ ແກ່ວງກ້ອນຫີນໃສ່ຂ້ານ້ອຍ;
ນ້ຳໄດ້ໄຫລຖ້ວມປົກຫົວຂອງຂ້ານ້ອຍ,
ແລະ ຂ້ານ້ອຍຈຶ່ງຄິດວ່າຕົນເອງກຳລັງຈະຕາຍ.
ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍໄດ້ຮ້ອງອອກນາມຂອງພຣະອົງ,
ຈາກກົ້ນຂຸມ.
ພຣະອົງໄດ້ຍິນຂ້ານ້ອຍອ້ອນວອນວ່າ: “ຂໍຢ່າໄດ້ປິດຫູຂອງພຣະອົງ
ຕໍ່ສຽງຮ້ອງຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍ”
ພຣະອົງໄດ້ມາໃກ້ເມື່ອຂ້ານ້ອຍຮ້ອງຫາພຣະອົງ,
ແລະ ກ່າວວ່າ “ຢ່າຢ້ານເລີຍ”.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຮັບຄະດີຄວາມຂອງຂ້ານ້ອຍແລ້ວ;
ພຣະອົງໄດ້ໄຖ່ຊີວິດຂອງຂ້ານ້ອຍໃຫ້ພົ້ນ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ເຫັນການຮ້າຍທີ່ໄດ້ເຮັດກັບຂ້ານ້ອຍ.
ຂໍໂຜດໃຫ້ຄວາມເປັນທຳແກ່ຂ້ານ້ອຍດ້ວຍ!
ພຣະອົງໄດ້ເຫັນຄວາມເລິກຂອງການແກ້ແຄ້ນຂອງພວກເຂົາ,
ທຸກສິ່ງທີ່ພວກເຂົາໄດ້ວາງແຜນການຕໍ່ສູ້ຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຍິນຄຳໝິ່ນປະໝາດຂອງພວກເຂົາແລ້ວ
ທຸກສິ່ງທີ່ພວກເຂົາໄດ້ວາງແຜນການຕໍ່ສູ້ຂ້ານ້ອຍ
ສິ່ງທີ່ບັນດາສັດຕູໄດ້ຊື່ມ ແລະ ຈົ່ມ
ໃຫ້ຂ້ານ້ອຍຕະຫລອດທັງວັນ.
ໂຜດແນມເບິ່ງພວກເຂົາ! ຈະນັ່ງ ຫລື ຢືນ,
ພວກເຂົາກໍຮ້ອງເພງເຢາະເຢີ້ຍຂ້ານ້ອຍ
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕອບແທນພວກເຂົາຕາມສິ່ງທີ່ພວກເຂົາສົມຄວນໄດ້ຮັບ,
ຕາມສິ່ງທີ່ມືຂອງພວກເຂົາໄດ້ເຮັດ.
ຂໍໂຜດເອົາຜ້າປົກຄຸມທີ່ໃຈຂອງພວກເຂົາ,
ແລະ ຂໍໃຫ້ຄຳສາບແຊ່ງຂອງພຣະອົງຕົກແກ່ພວກເຂົາ!
ຂໍໂຜດໄລ່ຕາມພວກເຂົາດ້ວຍຄວາມໂກດຮ້າຍ ແລະ ທຳລາຍພວກເຂົາ
ຈາກພາຍໃຕ້ຟ້າສະຫວັນຂອງພຣະເຈົ້າຢາເວ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.