Biblica® Open Lao Contemporary Version
ເພງຄໍ່າຄວນ 2
ໂອ ອົງພຣະຜູ້ເປັນເຈົ້າໄດ້ປົກຄຸມລູກສາວແຫ່ງຊີໂອນ
ດ້ວຍເມກແຫ່ງຄວາມໂກດຮ້າຍຂອງພຣະອົງ!1
ພຣະອົງໄດ້ໂຍນຄວາມສະຫງ່າງາມຂອງອິດສະຣາເອນ
ຈາກຟ້າສະຫວັນລົງແຜ່ນດິນໂລກ;
ພຣະອົງບໍ່ໄດ້ລະນຶກເຖິງບ່ອນຮອງຕີນຂອງພຣະອົງ
ໃນວັນແຫ່ງຄວາມໂກດຮ້າຍຂອງພຣະອົງ.
ອົງພຣະຜູ້ເປັນເຈົ້າໄດ້ທຳລາຍ
ທີ່ຢູ່ອາໄສທັງໝົດຂອງຢາໂຄບໂດຍບໍ່ມີຄວາມສົງສານ;
ພຣະອົງທຳລາຍທີ່ໝັ້ນທັງຫລາຍຂອງລູກສາວແຫ່ງຢູດາ2ລົງ
ດ້ວຍຄວາມໂກດຮ້າຍຂອງພຣະອົງ
ພຣະອົງໄດ້ເຮັດໃຫ້ອານາຈັກ ແລະ ບັນດາເຈົ້ານາຍຂອງຢູດາ
ຕົກຕ່ຳລົງມາເຖິງດິນຢ່າງບໍ່ມີກຽດ.
ພຣະອົງໄດ້ຕັດເຂົາສັດທຸກເຂົາ3ຂອງອິດສະຣາເອນ
ດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
ພຣະອົງໄດ້ຖອນມືຂວາຂອງພຣະອົງອອກ
ເມື່ອສັດຕູບຸກເຂົ້າມາໂຈມຕີ.
ພຣະອົງເຜົາຜານຢາໂຄບເໝືອນດັ່ງແປວໄຟທີ່ລຸກຢູ່
ເຊິ່ງເຜົາຜານທຸກສິ່ງທີ່ຢູ່ອ້ອມໂຕມັນ.
ພຣະອົງເນັ່ງຄັນທະນູຂອງພຣະອົງເໝືອນດັ່ງເປັນສັດຕູ;
ມືຂວາຂອງພຣະອົງກໍຕຽມພ້ອມແລ້ວ.
ພຣະອົງປະຫານທຸກຄົນ ຜູ້ທີ່ເປັນທີ່ພໍໃຈ
ເໝືອນວ່າເປັນສັດຕູ;
ພຣະອົງໄດ້ຖອກຄວາມໂກດຮ້າຍເໝືອນດັ່ງໄຟ
ທີ່ຢູ່ເທິງເຕັນຂອງລູກສາວແຫ່ງຊີໂອນ
ອົງພຣະຜູ້ເປັນເຈົ້າເປັນເໝືອນສັດຕູ
ພຣະອົງໄດ້ກືນອິດສະຣາເອນແລ້ວ.
ພຣະອົງໄດ້ກືນວັງທັງໝົດຂອງນາງ
ແລະ ໄດ້ທຳລາຍຖານທີ່ໝັ້ນຕ່າງໆໃນອິດສະຣາເອນ.
ພຣະອົງເຮັດໃຫ້ການຮ້ອງໄຫ້ ແລະ ຄ່ຳຄວນເພີ່ມທະວີຂຶ້ນ
ສຳລັບລູກສາວແຫ່ງຢູດາ.
ພຣະອົງຖິ້ມບ່ອນສະຖິດຂອງພຣະອົງໃຫ້ຮົກຮ້າງເໝືອນດັ່ງສວນ;
ພຣະອົງທຳລາຍບ່ອນນະມັດສະການຂອງພຣະອົງ.
ພຣະເຈົ້າຢາເວໄດ້ເຮັດໃຫ້ຊີໂອນລືມ
ເທດສະການຕາມກຳນົດ ແລະ ວັນຊະບາໂຕທັງຫລາຍຂອງຕົນ;
ພຣະອົງໄດ້ເຂ່ຍທັງກະສັດ ແລະ ປະໂລຫິດຖິ້ມ
ດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ.
ອົງພຣະຜູ້ເປັນເຈົ້າໄດ້ປະຕິເສດແທ່ນບູຊາຂອງພຣະອົງ
ແລະ ປະຖິ້ມສະຖານນະມັດສະການຂອງພຣະອົງ.
ພຣະອົງໄດ້ມອບກຳແພງວັງຂອງນາງ
ໄວ້ໃນມືຂອງສັດຕູ;
ພວກເຂົາໄດ້ສົ່ງສຽງໂຫ່ຮ້ອງໃນວິຫານຂອງພຣະເຈົ້າຢາເວ
ປານກັບວັນເທດສະການຕາມກຳນົດ.
ພຣະເຈົ້າຢາເວຕັ້ງໃຈທີ່ຈະທຳລາຍ
ກຳແພງອ້ອມລູກສາວແຫ່ງຊີໂອນລົງ.
ພຣະອົງພິຈາລະນາໂທດຢ່າງຖີ່ຖ້ວນ4
ແລະ ບໍ່ໄດ້ຢັ້ງມືຂອງພຣະອົງຈາກການທຳລາຍ.
ພຣະອົງໄດ້ເຮັດໃຫ້ທີ່ຕັ້ງ ແລະ ກຳແພງ
ພັງລົງພ້ອມກັນ.
ປະຕູທັງຫລາຍຂອງເຢຣູຊາເລັມຈົມລົງໄປໃນດິນ;
ກົງປະຕູເຫລັກທັງຫລາຍກໍຫັກ ແລະ ຖືກທຳລາຍ.
ກະສັດ ແລະ ບັນດາເຈົ້ານາຍຂອງເມືອງນັ້ນໄດ້ຕົກເປັນຊະເລີຍຢູ່ຕາມຊົນຊາດຕ່າງໆ
ກົດບັນຍັດກໍບໍ່ມີອີກຕໍ່ໄປ,
ແລະ ບັນດາຜູ້ທຳນວາຍທັງຫລາຍຂອງເມືອງນັ້ນກໍບໍ່ໄດ້ຮັບນິມິດ
ຈາກພຣະເຈົ້າຢາເວອີກຕໍ່ໄປ.
ບັນດາຜູ້ອາວຸໂສຂອງລູກສາວແຫ່ງຊີໂອນ
ນັ່ງຢູ່ທີ່ພື້ນດິນຢ່າງມິດງຽບ;
ພວກເຂົາເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຂອງຕົນ
ແລະ ນຸ່ງຜ້າກະສອບເຂົ້າ.
ບັນດາຍິງໜຸ່ມແຫ່ງເຢຣູຊາເລັມ
ກົ້ມຫົວຂອງຕົນລົງທີ່ພື້ນດິນ.
ຕາຂອງຂ້ານ້ອຍເສົ້າໝອງເພາະການຮ້ອງໄຫ້,
ຂ້ານ້ອຍທຸກທໍລະມານຢູ່ພາຍໃນ
ຫົວໃຈຂອງຂ້ານ້ອຍຖືກເທລົງທີ່ພື້ນດິນ;
ເພາະພີ່ນ້ອງຮ່ວມຊາດຂອງຂ້ານ້ອຍຖືກທຳລາຍ,
ເພາະເດັກນ້ອຍ ແລະ ເດັກອ່ອນເປັນລົມ
ຢູ່ຕາມຖະໜົນຫົນທາງໃນເມືອງ.
ພວກເຂົາໄດ້ເວົ້າກັບແມ່ຂອງຕົນວ່າ,
“ອາຫານ ແລະ ເຫລົ້າອະງຸ່ນຢູ່ໃສ?”
ຂະນະທີ່ພວກເຂົາເປັນລົມເໝືອນກັບຄົນທີ່ບາດເຈັບ
ຕາມຖະໜົນໃນເມືອງ,
ຂະນະທີ່ຊີວິດຂອງພວກເຂົາກຳລັງລ່ວງລັບໄປ
ໃນອ້ອມແຂນຂອງແມ່ຂອງພວກເຂົາ.
ລູກສາວແຫ່ງເຢຣູຊາເລັມ5
ເຮົາຈະເວົ້າອັນໃດເພື່ອເຈົ້າໄດ້?
ເຮົາຈະປຽບທຽບເຈົ້າກັບອັນໃດດີ?
ລູກສາວບໍລິສຸດແຫ່ງຊີໂອນ6
ເຮົາຈະປຽບທຽບເຈົ້າກັບສິ່ງໃດດີ
ເພື່ອວ່າເຮົາຈະເລົ້າໂລມໃຈເຈົ້າໄດ້?
ບາດແຜຂອງເຈົ້າເລິກເໝືອນດັ່ງທະເລ.
ຜູ້ໃດຈະຮັກສາເຈົ້າໄດ້?
ນິມິດຂອງບັນດາຜູ້ທຳນວາຍຂອງເຈົ້າ
ແມ່ນບໍ່ຖືກຕ້ອງ ແລະ ບໍ່ມີຄ່າ;
ພວກເຂົາບໍ່ໄດ້ເປີດເຜີຍຄວາມບາບຂອງເຈົ້າ
ເຮັດໃຫ້ເຈົ້າຕ້ອງຕົກເປັນຊະເລີຍຕໍ່ໄປ
ຄຳທຳນວາຍທີ່ພວກເຂົາແຈ້ງເຈົ້ານັ້ນ
ແມ່ນບໍ່ຖືກຕ້ອງ ແລະ ພາໃຫ້ຫລົງຜິດ.
ທຸກຄົນທີ່ຜ່ານທາງຂອງເຈົ້າ
ຕ່າງກໍຕົບມືຂອງຕົນໃຫ້ເຈົ້າ;
ພວກເຂົາໄດ້ເຢາະເຢີ້ຍ ແລະ ແກວ່ງຫົວຂອງຕົນ
ໃສ່ລູກສາວແຫ່ງເຢຣູຊາເລັມວ່າ:
“ນີ້ແມ່ນເມືອງທີ່ຖືກເອີ້ນວ່າ
ງາມຢ່າງສົມບູນແບບ,
ເປັນຄວາມຊື່ນຊົມຍິນດີຂອງຄົນທົ່ວໂລກບໍ?”
ສັດຕູທັງໝົດຂອງເຈົ້າໄດ້ອ້າປາກຂອງຕົນອອກກວ້າງ
ເພື່ອຕໍ່ສູ້ເຈົ້າ;
ພວກເຂົາໄດ້ເຢາະເຢີ້ຍ ແລະ ກັດແຂ້ວຂອງຕົນ
ແລະ ເວົ້າວ່າ, “ພວກເຮົາໄດ້ກືນນາງລົງໄປແລ້ວ.
ນີ້ເປັນວັນທີ່ພວກເຮົາຄອຍຖ້າ;
ພວກເຮົາມີຊີວິດຢູ່ເພື່ອໄດ້ເຫັນສິ່ງນີ້ເກີດຂຶ້ນ”.
ພຣະເຈົ້າຢາເວໄດ້ເຮັດຕາມທີ່ພຣະອົງໄດ້ວາງແຜນໄວ້;
ພຣະອົງໄດ້ເຮັດສຳເລັດຕາມທີ່ພຣະອົງໄດ້ກ່າວໄວ້,
ເຊິ່ງພຣະອົງມີດຳລັດໄວ້ດົນນານມາແລ້ວ.
ພຣະອົງໄດ້ໂຄ່ນລົ້ມເຈົ້າໂດຍບໍ່ມີຄວາມສົງສານ,
ພຣະອົງຍອມໃຫ້ສັດຕູຢູ່ເໜືອເຈົ້າ
ພຣະອົງໄດ້ຍົກເຂົາສັດ7ຂອງສັດຕູຂອງເຈົ້າຂຶ້ນ
ຫົວໃຈຂອງຄົນທັງຫລາຍ
ຮ້ອງຫາອົງພຣະຜູ້ເປັນເຈົ້າ.
ກຳແພງຂອງລູກສາວແຫ່ງຊີໂອນ,
ຈົ່ງໃຫ້ນ້ຳຕາຂອງເຈົ້າຫລັ່ງໄຫລເໝືອນກັບແມ່ນ້ຳ
ຕະຫລອດທັງກາງເວັນ ແລະ ກາງຄືນ
ຢ່າໃຫ້ຕົວເອງໄດ້ຮັບການບັນເທົາ,
ຢ່າໃຫ້ຕາຂອງເຈົ້າໄດ້ພັກຜ່ອນ.
ຈົ່ງລຸກຂຶ້ນ, ຮ້ອງໄຫ້ໃນຕອນກາງຄືນ
ຕັ້ງແຕ່ເລີ່ມຄ່ຳມາ
ຈົ່ງລະບາຍຄວາມໃນໃຈຂອງເຈົ້າອອກມາເໝືອນກັບນ້ຳ
ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າ.
ຈົ່ງຍົກມືຂອງເຈົ້າຂຶ້ນຕໍ່ພຣະອົງ
ເພື່ອຊີວິດຂອງລູກຂອງເຈົ້າ,
ເຊິ່ງເປັນລົມໄປເພາະຄວາມຫິວ
ຢູ່ທຸກແຈຖະໜົນ.
“ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດເບິ່ງ ແລະ ພິຈາລະນາ
ພຣະອົງເຄີຍເຮັດເຊັ່ນນີ້ກັບຜູ້ໃດແດ່?
ສົມຄວນບໍທີ່ຄົນເປັນແມ່ຈະກິນລູກຫລານຂອງຕົນ,
ຄືບັນດາລູກທີ່ຕົນລ້ຽງດູມາ?
ສົມຄວນບໍທີ່ປະໂລຫິດ ແລະ ຜູ້ທຳນວາຍຈະຖືກຂ້າ
ໃນສະຖານນະມັດສະການຂອງອົງພຣະຜູ້ເປັນເຈົ້າ?
“ທັງຄົນໜຸ່ມ ແລະ ຜູ້ເຖົ້ານອນຢູ່ນຳກັນ
ໃນຂີ້ຝຸ່ນຕາມຖະໜົນ;
ຊາຍໜຸ່ມ ແລະ ຍິງໜຸ່ມຂອງຂ້ານ້ອຍ
ລົ້ມຕາຍດ້ວຍຄົມດາບ.
ພຣະອົງໄດ້ປະຫານພວກເຂົາໃນວັນແຫ່ງຄວາມໂກດຮ້າຍ
ພຣະອົງໄດ້ຂ້າພວກເຂົາໂດຍບໍ່ມີຄວາມເມດຕາສົງສານ.
“ພຣະອົງໄດ້ລະດົມຄວາມຢ້ານກົວເຂົ້າໃສ່ຂ້ານ້ອຍທຸກດ້ານ.
ເໝືອນເກນຄົນມາໃນວັນງານລ້ຽງຕາມເທດສະການ
ໃນວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຢາເວ
ບໍ່ມີຜູ້ໃດໜີພົ້ນ ຫລື ລອດຊີວິດໄປໄດ້ແມ່ນຄົນດຽວ
ສັດຕູຂອງຂ້ານ້ອຍໄດ້ທຳລາຍ
ບັນດາຜູ້ທີ່ຂ້ານ້ອຍໄດ້ເບິ່ງແຍງ ແລະ ລ້ຽງດູມາ”.
Source notes (7)
- Footnote ຫລື ອົງພຣະຜູ້ເປັນເຈົ້າໄດ້ໃຈຮ້າຍ ຫລື ເຮັດຕໍ່ລູກສາວແຫ່ງຊີໂອນດ້ວຍການດູຖູກ
- Footnote ຄື ຊາວເຢຣູຊາເລັມ ເຊັ່ນດຽວກັບທີ່ອື່ນໆໃນພຣະທຳເຫລັ້ມນີ້
- Footnote ຫລື ຕັດກຳລັງທັງໝົດ ຫລື ທຸກກະສັດ ພາສາເຮັບເຣີວ່າ ເຂົາສັດຢູ່ບ່ອນນີ້ໝາຍເຖິງສັນຍາລັກຂອງກຳລັງ
- Footnote ພາສາເຮັບເຣີວ່າ ພຣະອົງຢຽດສາຍວັດແທກອອກ
- Footnote ຄື ຊາວເຢຣູຊາເລັມ
- Footnote ຄື ຊາວເຢຣູຊາເລັມ ເຊັ່ນດຽວກັບທີ່ອື່ນໆໃນພຣະຄຳພີເຫລັ້ມນີ້
- Footnote ພາສາເຮັບເຣີວ່າ ເຂົາສັດ ເຊິ່ງເປັນສັນຍາລັກຂອງກຳລັງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.