Skip to content
BibleKenya

Biblica® Open Lao Contemporary Version

ເພງຄໍ່າຄວນ 1

ໂອ ນະຄອນ​ນີ້​ຮົກຮ້າງ​ແທ້,

ຄັ້ງ​ໜຶ່ງ​ເຄີຍ​ມີ​ປະຊາຊົນ​ຢູ່​ເຕັມ!

ເຊິ່ງ​ເຄີຍ​ຍິ່ງໃຫຍ່​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ,

ກັບ​ເປັນ​ເໝືອນ​ແມ່ໝ້າຍ​ແລ້ວ!

ນະຄອນ​ນີ້​ເຄີຍ​ເປັນ​ລາຊີນີ​ໃນ​ທ່າມກາງ​ແຂວງ​ຕ່າງໆ

ບັດນີ້ ກໍ​ໄດ້​ຕົກ​ເປັນ​ຂ້າທາດ​ແລ້ວ.

ຍາມ​ກາງຄືນ​ນາງ​ກໍ​ຮ້ອງໄຫ້​ຢ່າງ​ຂົມຂື່ນ,

ນ້ຳຕາ​ໄຫລ​ອາບ​ແກ້ມ​ຂອງ​ນາງ.

ໃນ​ບັນດາ​ຄົນ​ຮັກ​ຂອງ​ນາງ

ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ເລົ້າໂລມ​ນາງ.

ສະຫາຍ​ທຸກຄົນ​ກໍ​ທໍລະຍົດ​ນາງ;

ພວກເຂົາ​ກາຍ​ເປັນ​ສັດຕູ​ຂອງ​ນາງ.

ຫລັງ​ຈາກ​ທຸກລຳບາກ ແລະ ເຮັດ​ວຽກ​ໜັກ,

ຢູດາ​ກໍ​ໄດ້​ຕົກ​ເປັນ​ຊະເລີຍ.

ນາງ​ໄດ້​ອາໄສ​ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ;

ນາງ​ກໍ​ບໍ່​ພົບ​ບ່ອນ​ພັກ​ສະຫງົບ.

ທຸກຄົນ​ທີ່​ໄລ່​ຕາມ​ນາງ​ກໍ​ໄລ່​ທັນ​ນາງ

ໃນ​ຍາມ​ທີ່​ນາງ​ທຸກຍາກ​ລຳບາກ.

ຫົນທາງ​ໄປ​ຫາ​ຊີໂອນ ກໍ​ຄ່ຳຄວນ,

ເພາະ​ບໍ່​ມີ​ຜູ້ໃດ​ມາ​ງານ​ເທດສະການ​ຕາມ​ທີ່​ນາງ​ກຳນົດ​ໄວ້.

ປະຕູ​ທັງໝົດ​ຂອງ​ນາງ​ກໍ​ຮົກຮ້າງ,

ບັນດາ​ປະໂລຫິດ​ຂອງ​ນາງ​ກໍ​ໂອ່ຍຄາງ,

ບັນດາ​ຍິງ​ສາວ​ຂອງ​ນາງ​ກໍ​ໂສກເສົ້າ,

ແລະ ນາງ​ກໍ​ຢູ່​ໃນ​ຄວາມ​ເຈັບປວດ​ອັນ​ຂົມຂື່ນ.

ບັນດາ​ສັດຕູ​ຂອງ​ນາງ​ກໍ​ກາຍເປັນ​ນາຍ​ຂອງ​ນາງ;

ສັດຕູ​ທັງຫລາຍ​ຂອງ​ນາງ​ຕ່າງ​ກໍ​ເບີກບານໃຈ.

ເພາະ​ພຣະເຈົ້າ​ຢາເວ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ໃຫ້​ນາງ

ເພາະ​ບາບ​ອັນ​ຫລວງຫລາຍ​ຂອງ​ນາງ.

ລູກ​ຂອງ​ນາງ​ກໍ​ຖືກ​ເນລະເທດ,

ຕົກ​ໄປ​ເປັນ​ຊະເລີຍ​ຕໍ່ໜ້າ​ສັດຕູ.

ຄວາມ​ສະຫງ່າງາມ​ທັງໝົດ

ໄດ້​ຖືກ​ພາກ​ໄປ​ຈາກ​ລູກສາວ​ແຫ່ງ​ຊີໂອນ1​ແລ້ວ.

ເຈົ້ານາຍ​ຂອງ​ນາງ​ນັ້ນ​ເປັນ​ເໝືອນ​ກວາງ

ທີ່​ຫາ​ທົ່ງຫຍ້າ​ບໍ່​ໄດ້;

ພວກເຂົາ​ຕ້ອງ​ໜີ​ໄປ​ຕໍ່ໜ້າ​ນັກລ່າ

ຢ່າງ​ອ່ອນ​ແຮງ.

ໃນ​ຍາມ​ທີ່​ນາງ​ທຸກລຳບາກ ແລະ ຕ້ອງ​ພະເນຈອນ​ໄປ

ເຢຣູຊາເລັມ​ກໍ​ລະນຶກ​ເຖິງ​ຊັບສົມບັດ​ທັງໝົດ

ທີ່​ນາງ​ເຄີຍ​ມີ​ໃນ​ເມື່ອ​ກ່ອນ.

ເມື່ອ​ປະຊາຊົນ​ຂອງ​ນາງ​ຕົກ​ຢູ່​ໃນ​ມື​ຂອງ​ສັດຕູ,

ກໍ​ບໍ່​ມີ​ຜູ້ໃດ​ຊ່ວຍເຫລືອ​ນາງ.

ສັດຕູ​ທັງຫລາຍ​ຂອງ​ນາງ​ຕ່າງ​ກໍ​ເບິ່ງ​ນາງ

ແລະ ຫົວ​ຂວັນ​ຄວາມ​ຈິບຫາຍ​ຂອງ​ນາງ.

ເຢຣູຊາເລັມ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່​ຫລວງ

ແລະ ດັ່ງນັ້ນ​ນາງ​ຈຶ່ງ​ເປັນມົນທິນ.

ທຸກຄົນ​ທີ່​ເຄີຍ​ໃຫ້​ກຽດ​ນາງ​ຕ່າງ​ກໍ​ດູຖູກ​ນາງ.

ເພາະ​ພວກເຂົາ​ໄດ້​ເຫັນ​ຄວາມ​ເປືອຍ​ກາຍ​ຂອງ​ນາງ;

ນາງ​ເອງ​ຄວນຄາງ

ແລະ ຫັນ​ໜ້າ​ໜີ.

ຄວາມ​ສົກກະປົກ​ທີ່​ຝັງ​ແໜ້ນ​ຢູ່​ໃນ​ເຄື່ອງນຸ່ງ​ຂອງ​ນາງ;

ນາງ​ບໍ່​ຫ່ວງໃຍ​ນຳ​ອະນາຄົດ​ຂອງ​ນາງ

ຄວາມ​ຫລົ້ມຈົມ​ຂອງ​ນາງ​ເປັນ​ຕາ​ຕົກໃຈ;

ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ນາງ​ເລີຍ.

“ຂ້າແດ່​ພຣະເຈົ້າ​ຢາເວ, ເບິ່ງ​ແມ, ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ,

ເພາະ​ສັດຕູ​ໄດ້​ຮັບ​ໄຊຊະນະ​ແລ້ວ”.

ສັດຕູ​ໄດ້​ຍາດ​ເອົາ

ຊັບສົມບັດ​ທັງໝົດ​ຂອງ​ນາງ​ໄປ;

ນາງ​ໄດ້​ເຫັນ​ຄົນ​ຕ່າງຊາດ​ທີ່​ບໍ່​ເຊື່ອ​ພຣະເຈົ້າ

ບຸກ​ເຂົ້າ​ໄປ​ໃນ​ສະຖານ​ນະມັດສະການ​ຂອງ​ນາງ

ຄື​ຄົນ​ເຫລົ່ານັ້ນ​ທີ່​ພຣະອົງ​ສັ່ງ​ຫ້າມ

ບໍ່​ໃຫ້​ເຂົ້າ​ມາ​ທ່າມກາງ​ຊຸມນຸມ​ປະຊາຊົນ​ຂອງ​ພຣະອົງ.

ປະຊາຊົນ​ຂອງ​ນາງ​ໄດ້​ຄ່ຳຄວນ

ຂະນະ​ທີ່​ພວກເຂົາ​ຊອກຫາ​ອາຫານ;

ພວກເຂົາ​ໄດ້​ເອົາ​ຂອງ​ມີ​ຄ່າ​ອອກ​ມາ​ແລກປ່ຽນ​ອາຫານ

ເພື່ອ​ພວກເຂົາ​ຈະ​ໄດ້​ມີ​ຊີວິດ​ຢູ່.

“ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ເບິ່ງ ແລະ ພິຈາລະນາ​ດ້ວຍ,

ເພາະ​ຂ້ານ້ອຍ​ຖືກ​ດູຖູກ”.

“ພວກເຈົ້າ​ທັງຫລາຍ​ທີ່​ຜ່ານ​ໄປ​ມາ ບໍ່​ຮູ້ສຶກ​ຫຍັງ​ບໍ?

ຈົ່ງ​ຫລຽວ​ໄປ​ອ້ອມຮອບ ແລະ ເບິ່ງ.

ມີ​ຄວາມ​ທຸກ​ໃດ​ທີ່​ຄື​ກັບ​ຄວາມ​ທຸກ​ຂອງ​ຂ້ານ້ອຍ

ທີ່​ເກີດ​ກັບ​ຂ້ານ້ອຍ,

ທີ່​ພຣະເຈົ້າ​ຢາເວ​ໄດ້​ນຳ​ມາ​ໃຫ້​ຂ້ານ້ອຍ

ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຂອງ​ພຣະອົງ?

“ພຣະອົງ​ໄດ້​ສົ່ງ​ໄຟ​ລົງ​ມາ​ຈາກ​ເບື້ອງ​ເທິງ,

ໄດ້​ສົ່ງ​ໄຟ​ນັ້ນ​ລົງ​ມາ​ສູ່​ກະດູກ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ກາງ​ຕາໜ່າງ​ເພື່ອ​ດັກ​ຕີນ​ຂອງ​ຂ້ານ້ອຍ

ແລະ ເຮັດ​ໃຫ້​ຂ້ານ້ອຍ​ຫັນ​ກັບ.

ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ໂດດດ່ຽວ,

ເປັນ​ລົມ​ໝົດ​ມື້.

“ຄວາມ​ບາບ​ທັງຫລາຍ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ຜູກ​ໃສ່​ໄວ້​ກັບ​ແອກ2;

ບາບ​ເຫລົ່ານັ້ນ​ໄດ້​ຖືກ​ສານ​ເຂົ້າ​ກັນ​ດ້ວຍ​ມື​ຂອງ​ພຣະອົງ.

ຄວາມ​ບາບ​ເຫລົ່ານັ້ນ​ໄດ້​ຖືກ​ຫ້ອຍ​ໄວ້​ຢູ່​ເທິງ​ຄໍ​ຂອງ​ຂ້ານ້ອຍ,

ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ຕັດ​ກຳລັງ​ຂອງ​ຂ້ານ້ອຍ.

ພຣະອົງ​ໄດ້​ມອບ​ຂ້ານ້ອຍ​ໄວ້​ໃນ​ມື

ຂອງ​ບັນດາ​ຄົນ​ທີ່​ຂ້ານ້ອຍ​ບໍ່​ສາມາດ​ຕ້ານທານ​ໄດ້.

“ອົງພຣະຜູ້ເປັນເຈົ້າ​ໄດ້​ປະຕິເສດ

ນັກຮົບ​ທັງໝົດ​ທີ່​ຢູ່​ທ່າມກາງ​ຂ້ານ້ອຍ;

ພຣະອົງ​ໄດ້​ລະດົມ​ກອງທັບ​ມາ​ຕໍ່ສູ້​ຂ້ານ້ອຍ

ເພື່ອ3​ຍ່ອງ​ພວກ​ຄົນ​ໜຸ່ມ​ຂອງ​ຂ້ານ້ອຍ.

ອົງພຣະຜູ້ເປັນເຈົ້າ​ໄດ້​ຢຽບ​ລູກສາວ​ທີ່​ບໍລິສຸດ​ຂອງ​ຢູດາ

ໃນ​ອ່າງ​ຢຽບ​ເຫລົ້າອະງຸ່ນ.

“ດ້ວຍ​ເຫດ​ນີ້ ຂ້ານ້ອຍ​ຈຶ່ງ​ຮ້ອງໄຫ້

ແລະ ຕາ​ຂອງ​ຂ້ານ້ອຍ​ກໍ​ລົ້ນ​ດ້ວຍ​ນ້ຳຕາ.

ບໍ່​ມີ​ຜູ້ໃດ​ຢູ່​ໃກ້​ທີ່​ຈະ​ເລົ້າໂລມ​ໃຈ​ຂ້ານ້ອຍ,

ບໍ່​ມີ​ຜູ້ໃດ​ຟື້ນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄດ້.

ລູກ​ຂອງ​ຂ້ານ້ອຍ​ພາ​ກັນ​ຂັດສົນ

ເພາະ​ສັດຕູ​ໄດ້​ຊະນະ​ແລ້ວ”.

ຊີໂອນ​ຍື່ນ​ມື​ຂອງ​ຕົນ​ອອກ,

ແຕ່​ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ນາງ.

ພຣະເຈົ້າ​ຢາເວ​ໄດ້​ອອກ​ຄຳສັ່ງ​ສຳລັບ​ຢາໂຄບ​ວ່າ

ໃຫ້​ເພື່ອນບ້ານ​ຂອງ​ເພິ່ນ​ກາຍເປັນ​ສັດຕູ​ຂອງ​ເພິ່ນ

ເຢຣູຊາເລັມ​ກາຍ​ເປັນ

ສິ່ງ​ທີ່​ສົກກະປົກ​ໃນ​ທ່າມກາງ​ພວກເຂົາ.

“ພຣະເຈົ້າ​ຢາເວ​ນັ້ນ​ຊອບທຳ

ແຕ່​ຂ້ານ້ອຍ​ກໍ​ກະບົດ​ຕໍ່​ຄຳສັ່ງ​ຂອງ​ພຣະອົງ.

ປະຊາຊົນ​ທຸກ​ຄົນ, ຈົ່ງ​ຟັງ;

ຈົ່ງ​ເບິ່ງ​ຄວາມ​ທຸກຍາກລຳບາກ​ຂອງ​ຂ້ານ້ອຍ

ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ຂ້ານ້ອຍ

ຕົກ​ໄປ​ເປັນ​ຊະເລີຍ.

“ຂ້ານ້ອຍ​ຮ້ອງ​ຫາ​ບັນດາ​ພັນທະມິດ​ຂອງ​ຂ້ານ້ອຍ

ແຕ່​ພວກເຂົາ​ກໍ​ທໍລະຍົດ​ຂ້ານ້ອຍ

ບັນດາ​ປະໂລຫິດ ແລະ ຜູ້ອາວຸໂສ​ທັງຫລາຍ​ຂອງ​ຂ້ານ້ອຍ

ໄດ້​ຕາຍ​ໄປ​ໃນ​ນະຄອນ

ຂະນະ​ທີ່​ພວກເຂົາ​ຊອກ​ຫາ​ອາຫານ

ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ມີ​ຊີວິດ​ຢູ່.

“ຂ້າແດ່​ພຣະເຈົ້າ​ຢາເວ, ໂຜດ​ເບິ່ງ​ວ່າ​ຂ້ານ້ອຍ​ມີ​ຄວາມ​ທຸກ​ຫລາຍ​ເທົ່າໃດ!

ຂ້ານ້ອຍ​ໄດ້​ຮັບ​ຄວາມ​ທຸກທໍລະມານ​ຢູ່​ພາຍ​ໃນ,

ແລະ ຂ້ານ້ອຍ​ມີ​ຄວາມ​ກະວົນກະວາຍ​ຢູ່​ໃນ​ໃຈ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ໄດ້​ກະບົດ​ຫລາຍ​ທີ່ສຸດ.

ຢູ່​ທາງ​ນອກ, ມີ​ແຕ່​ຄົມ​ດາບ​ຂ້າ​ຊີວິດ;

ຢູ່​ທາງ​ໃນ, ມີ​ແຕ່​ຄວາມ​ຕາຍ.

“ຄົນ​ທັງຫລາຍ​ໄດ້​ຍິນ​ສຽງ​ຄ່ຳຄວນ​ຂອງ​ຂ້ານ້ອຍ,

ແຕ່​ບໍ່​ມີ​ຜູ້ໃດ​ເລົ້າໂລມ​ໃຈ​ຂ້ານ້ອຍ

ສັດຕູ​ທັງໝົດ​ຂອງ​ຂ້ານ້ອຍ​ໄດ້​ຍິນ​ເຖິງ​ຄວາມ​ທຸກ​ຂອງ​ຂ້ານ້ອຍ;

ພວກເຂົາ​ກໍ​ຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ.

ຂໍ​ພຣະອົງ​ນຳ​ວັນ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ນັ້ນ​ມາ

ເພື່ອ​ພວກເຂົາ​ຈະ​ໄດ້​ເປັນ​ເໝືອນ​ຂ້ານ້ອຍ.

“ຂໍ​ໃຫ້​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ມາ​ຢູ່​ຕໍ່ໜ້າ​ພຣະອົງ;

ໂຜດ​ຈັດການ​ກັບ​ພວກເຂົາ

ຢ່າງ​ທີ່​ພຣະອົງ​ໄດ້​ຈັດການ​ກັບ​ຂ້ານ້ອຍ

ເພາະ​ຄວາມ​ບາບ​ທັງໝົດ​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ຄ່ຳຄວນ​ຫລາຍ

ແລະ ຈິດ​ໃຈ​ຂອງ​ຂ້ານ້ອຍ​ກໍ​ອິດເມື່ອຍ​ອ່ອນເພຍ”.

Source notes (3)
  1. Footnote ຄື ຊາວ​ເຢຣູຊາເລັມ ຄື​ກັນ​ກັບ​ບ່ອນ​ອື່ນໆ​ໃນ​ພຣະທຳ​ເຫລັ້ມ​ນີ້
  2. Footnote ພຣະອົງ​ເຝົ້າ​ເບິ່ງ​ຄວາມ​ບາບ​ຂອງ​ຂ້ານ້ອຍ ໄດ້​ຜູກ​ຄວາມ​ບາບ​ເຫລົ່ານັ້ນ​ເຂົ້າ​ກັນ
  3. Footnote ຫລື ພຣະອົງ​ໄດ້​ກຳນົດ​ເວລາ​ສຳລັບ​ຂ້ານ້ອຍ ເມື່ອ​ພຣະອົງ​ຈະ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.