Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 52

ເຢຣູຊາເລັມ​ແຕກ

(2ກສ 24:18-20; 25:1-21; 2ຂຄ 36:11-20; ຢມຢ 39:1-10)

ເມື່ອ​ເຊເດກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ, ເພິ່ນ​ມີ​ອາຍຸ​ຊາວ​ເອັດ​ປີ ແລະ ເພິ່ນ​ໄດ້​ປົກຄອງ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ຮາມູຕານ​ທີ່​ເປັນ​ລູກສາວ​ຂອງ​ເຢເຣມີຢາ, ນາງ​ມາ​ຈາກ​ລິບນາ. ເຊເດກີຢາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍຕາ​ຂອງ​ພຣະເຈົ້າຢາເວ​ເໝືອນດັ່ງ​ທີ່​ເຢໂຮຍອາກິມ​ໄດ້​ເຮັດ. ຍ້ອນ​ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ເຫດການ​ທັງໝົດ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ເຢຣູຊາເລັມ ແລະ ຢູດາຍ, ໃນທີ່ສຸດ​ພຣະອົງ​ໂຍນ​ພວກເຂົາ​ໄປ​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ພຣະອົງ.

ບັດນີ້ ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ບາບີໂລນ.

ສະນັ້ນ ໃນ​ປີ​ທີ​ເກົ້າ​ຂອງ​ການ​ປົກຄອງ​ຂອງ​ເຊເດກີຢາ, ໃນ​ວັນ​ທີ​ສິບ​ເດືອນ​ທີ​ສິບ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຍົກ​ກອງທັບ​ທັງໝົດ​ຂອງ​ເພິ່ນ​ເຂົ້າ​ມາ​ຕໍ່ສູ້​ເຢຣູຊາເລັມ. ພວກເຂົາ​ໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ນອກ​ນະຄອນ ແລະ ສ້າງ​ເຄື່ອງ​ປິດລ້ອມ​ອ້ອມ​ເມືອງ​ທັງໝົດ​ໄວ້. ນະຄອນ​ເຢຣູຊາເລັມ​ຍັງ​ຖືກ​ປິດ​ລ້ອມ​ຢູ່​ຈົນ​ເຖິງ​ປີ​ທີ​ສິບ​ເອັດ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຊເດກີຢາ.

ເມື່ອ​ເຖິງ​ວັນ​ທີ​ເກົ້າ​ຂອງ​ເດືອນ​ທີ​ສີ່, ນະຄອນ​ກໍ​ໄດ້​ເກີດ​ການ​ອຶດຢາກ​ອາຫານ​ຢ່າງ​ໜັກໜ່ວງ​ຈົນ​ບໍ່​ມີ​ອາຫານ​ໃຫ້​ປະຊາຊົນ​ກິນ. ແລ້ວ​ກຳແພງ​ເມືອງ​ກໍ​ຖືກ​ພັງ​ທະລາຍ​ລົງ, ກອງທັບ​ທັງໝົດ​ກໍ​ໜີ​ໄປ, ພວກເຂົາ​ໄດ້​ໜີ​ອອກ​ຈາກ​ເມືອງ​ໄປ​ໃນ​ເວລາ​ກາງ​ຄືນ​ຜ່ານ​ປະຕູ​ລະຫວ່າງ​ກຳແພງ​ສອງ​ຊັ້ນ​ໃກ້​ສວນ​ຂອງ​ກະສັດ, ເຖິງແມ່ນວ່າ​ຊາວ​ບາບີໂລນ1​ກໍາລັງ​ປິດ​ລ້ອມ​ເມືອງ​ໄວ້​ຢູ່. ພວກເຂົາ​ໄດ້​ໜີ​ອອກ​ໄປ​ມຸ່ງໜ້າ​ໄປ​ທີ່​ອາຣາບາ2 ແຕ່​ກອງທັບ​ຂອງ​ບາບີໂລນ​ໄລ່​ຕາມ​ກະສັດ​ເຊເດກີຢາ ແລະ ນໍາ​ເພິ່ນ​ທັນ​ຢູ່​ໃນ​ທົ່ງພຽງ​ເຢຣິໂກ. ທະຫານ​ທັງໝົດ​ຂອງ​ເພິ່ນ​ກໍ​ແຕກ​ໜີ​ຈາກ​ເພິ່ນ​ໄປ ແລະ ກະຈັດກະຈາຍ​ກັນໄປ. ແລ້ວ​ເພິ່ນ​ກໍ​ຖືກ​ຈັບ.

ເພິ່ນ​ຖືກ​ຈັບ​ໄປ​ຫາ​ກະສັດ​ບາບີໂລນ​ທີ່​ຣິບລາ​ໃນ​ດິນແດນ​ຮາມັດ, ຢູ່​ບ່ອນ​ນັ້ນ​ເນບູກາດເນັດຊາ​ໄດ້​ຕັດສິນ​ລົງໂທດ​ເພິ່ນ. ກະສັດ​ແຫ່ງ​ບາບີໂລນ​ໄດ້​ຂ້າ​ບັນດາ​ລູກຊາຍ​ຂອງ​ເຊເດກີຢາ​ຢູ່​ທີ່​ຣິບລາ​ຕໍ່ໜ້າ​ເພິ່ນ; ເພິ່ນ​ຍັງ​ໄດ້​ຂ້າ​ບັນດາ​ຂ້າລາຊະການ​ທັງໝົດ​ຂອງ​ຢູດາຍ​ດ້ວຍ. ຈາກນັ້ນ​ເນບູກາດເນັດຊາ​ກໍ​ໄດ້​ເຈາະ​ແກ່ນຕາ​ຂອງ​ເຊເດກີຢາ​ອອກ​ພ້ອມ​ທັງ​ລ່າມ​ເພິ່ນ​ດ້ວຍ​ໂສ້​ທອງ​ສຳລິດ ແລະ ໄດ້​ນໍາ​ເພິ່ນ​ໄປ​ທີ່​ບາບີໂລນ, ເນບູກາດເນັດຊາ​ໄດ້​ຂັງ​ເຊເດກີຢາ​ຢູ່​ໃນ​ຄຸກ​ຈົນ​ເພິ່ນ​ໄດ້​ຕາຍ​ໄປ.

ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ, ປີ​ທີ​ສິບ​ເກົ້າ​ຂອງ​ການ​ປົກຄອງ​ຂອງ​ເນບູກາດເນັດຊາ​ກະສັດ​ແຫ່ງ​ບາບີໂລນ, ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ທີ່​ຮັບໃຊ້​ກະສັດ​ບາບີໂລນ, ລາວ​ໄດ້​ມາ​ທີ່​ເຢຣູຊາເລັມ. ລາວ​ຈູດ​ໄຟ​ເຜົາ​ວິຫານ​ຂອງ​ພຣະເຈົ້າ​ຢາເວ, ລາຊະວັງ ແລະ ເຮືອນ​ທຸກ​ຫລັງ​ໃນ​ເຢຣູຊາເລັມ. ລວມ​ທັງ​ອາຄານ​ສຳຄັນ​ທຸກ​ແຫ່ງ. ກອງທັບ​ບາບີໂລນ​ທັງໝົດ​ຢູ່​ພາຍໃຕ້​ຜູ້​ບັນຊາການ​ທະຫານ​ເຝົ້າຍາມ, ລາວ​ໄດ້​ທໍາລາຍ​ກຳແພງ​ທັງໝົດ​ທີ່​ອ້ອມ​ເຢຣູຊາເລັມ​ລົງ. ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ນໍາ​ເອົາ​ປະຊາຊົນ​ທີ່​ທຸກຍາກ​ທີ່ສຸດ​ບາງຄົນ ແລະ ບັນດາ​ປະຊາຊົນ​ທີ່​ເຫລືອ​ຢູ່​ໃນ​ເມືອງ, ພ້ອມ​ທັງ​ຊ່າງ​ຝີມື3​ທີ່​ຍັງ​ເຫລືອ​ຢູ່ ແລະ ບັນດາ​ຜູ້​ທີ່​ຫັນ​ມາ​ຫາ​ກະສັດ​ບາບີໂລນ​ໄປ​ເປັນ​ຊະເລີຍ. ແຕ່​ເນບູຊາຣາດານ​ໄດ້​ປະ​ປະຊາຊົນ​ທີ່​ທຸກຍາກ​ທີ່ສຸດ​ຂອງ​ດິນແດນ​ນັ້ນ​ໄວ້​ໃຫ້​ເຮັດ​ສວນ​ອະງຸ່ນ ແລະ ເຮັດ​ນາ.

ຊາວ​ບາບີໂລນ​ໄດ້​ທຸບ​ເສົາ​ທອງ​ສຳລິດ, ແທ່ນ​ເຄື່ອນ​ທີ່ ແລະ ອ່າງ​ທີ່​ເປັນ​ທອງສຳຣິດ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ ພວກເຂົາ​ໄດ້​ນໍາ​ເອົາ​ທອງສຳລິດ​ທັງໝົດ​ໄປ​ທີ່​ບາບີໂລນ. ພວກເຂົາ​ຍັງ​ໄດ້​ນຳ​ເອົາ​ໝໍ້, ຊ້ວນ, ມີດຕັດ​ໄສ້​ຕະກຽງ, ຈານ ແລະ ເຄື່ອງ​ໃຊ້​ທອງສຳລິດ​ທັງໝົດ​ທີ່​ໃຊ້​ໃນ​ວິຫານ​ໄປ​ດ້ວຍ. ຜູ້ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ເອົາ​ສິ່ງຂອງ​ທັງໝົດ​ທີ່​ເຮັດ​ດ້ວຍ​ຄຳ ຫລື ເງິນ​ບໍລິສຸດ​ຄື ອ່າງ, ກະຖັງໄຟ, ໝໍ້, ຫລັກ​ຕັ້ງ​ຕະກຽງ, ຊາມ ແລະ ຖ້ວຍ​ທີ່​ໃຊ້​ສໍາລັບ​ເຄື່ອງດື່ມ​ຖວາຍ​ບູຊາ​ໄປ​ນໍາ.

ທອງສຳລິດ​ຈາກ​ເສົາ​ສອງ​ຕົ້ນ, ຂັນ​ທີ່​ມີ​ຮູບປັ້ນ​ຂອງ​ງົວ​ສິບສອງ​ໂຕ ແລະ ແທ່ນ​ເຄື່ອນທີ່, ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ​ເພື່ອ​ວິຫານ​ຂອງ​ພຣະເຈົ້າຢາເວ, ສິ່ງເຫລົ່າ​ນັ້ນ​ມີ​ປະລິມານ​ຫລວງຫລາຍ​ເກີນ​ກວ່າ​ຈະ​ຊັ່ງ​ນໍ້າໜັກ​ໄດ້. ເສົາ​ແຕ່​ລະ​ຕົ້ນ​ສູງ​ສິບ​ແປດ​ສອກ ແລະ ລວງ​ກົມ​ສິບສອງ​ສອກ, ແຕ່ລະ​ຕົ້ນ​ໜາ​ສີ່​ຂໍ້​ມື4 ແລະ ດ້ານ​ໃນ​ເປັນ​ຮູ. ຫົວ​ເສົາ​ເປັນ​ທອງ​ສໍາລິດ​ຢູ່​ເທິງ​ຍອດ​ເສົາ​ຕົ້ນ​ໜຶ່ງ​ມີ​ຄວາມ​ສູງ​ຫ້າ​ສອກ5 ແລະ ປະດັບ​ປະດາ​ດ້ວຍ​ຮູບ​ຕາໜ່າງ ແລະ ຮູບ​ໝາກພີລາ​ທີ່​ເປັນ​ທອງສຳຣິດ​ອ້ອມ​ທັງໝົດ, ອີກ​ຕົ້ນ​ໜຶ່ງ​ປະດັບ​ປະດາ​ດ້ວຍ​ຮູບ​ໝາກພີລາ​ທີ່​ຄ້າຍຄືກັນ. ດ້ານ​ຂ້າງ​ມີ​ຮູບ​ໝາກພີລາ​ເກົ້າສິບຫົກ​ໜ່ວຍ; ຈຳນວນ​ຮູບ​ໝາກ​ພີລາ​ທີ່​ຢູ່​ເທິງ​ອ້ອມ​ຮູບ​ຕາໜ່າງ​ນັ້ນ​ມີ​ໜຶ່ງ​ຮ້ອຍ​ໜ່ວຍ.

ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ຈັບ​ຫົວໜ້າ​ປະໂລຫິດ​ເສຣາອີຢາ, ປະໂລຫິດ​ຮອງ​ເຊຟານີຢາ ແລະ ຄົນ​ເຝົ້າຍາມ​ປະຕູ​ສາມ​ຄົນ​ໄວ້. ໃນ​ບັນດາ​ຄົນ​ທີ່​ຍັງ​ຢູ່​ໃນ​ນະຄອນ​ນັ້ນ, ລາວ​ໄດ້​ຈັບ​ນາຍ​ທະຫານ​ເບິ່ງແຍງ​ທະຫານ​ຕໍ່ສູ້ ແລະ ບັນດາ​ທີ່ປຶກສາ​ຂອງ​ກະສັດ​ເຈັດ​ຄົນ. ລາວ​ຍັງ​ໄດ້​ຈັບ​ເລຂາທິການ​ຜູ້​ເປັນ​ຫົວໜ້າ​ນາຍທະຫານ​ໃນ​ການ​ເກນ​ທະຫານ​ໃນ​ດິນແດນ​ນັ້ນ, ແລະ ຄົນ​ອີກ​ຫົກສິບ​ຄົນ​ທີ່​ພົບ​ຢູ່​ໃນ​ນະຄອນ​ນັ້ນ​ໄປ​ດ້ວຍ. ຜູ້​ສັ່ງ​ການ​ເນບູຊາຣາດານ​ໄດ້​ນຳ​ໂຕ​ຄົນ​ທັງໝົດ​ນີ້​ໄປ​ພົບກະສັດ​ບາບີໂລນ​ຢູ່​ທີ່​ຣິບລາ. ກະສັດ​ກໍ​ໃຫ້​ຂ້າ​ຄົນ​ເຫລົ່ານີ້​ຢູ່​ທີ່​ຣິບລາ​ໃນ​ເຂດ​ຮາມັດ.

ດັ່ງນັ້ນ ຢູດາຍ​ຈຶ່ງ​ຕົກ​ເປັນ​ຊະເລີຍ, ຕ້ອງ​ຖືກ​ພາກ​ຈາກ​ດິນແດນ​ຂອງ​ຕົນ.

ນີ້​ແມ່ນ​ຈຳນວນ​ປະຊາຊົນ​ທີ່​ເນບູກາດເນັດຊາ​ໄດ້​ເອົາ​ໄປ​ເປັນ​ຊະເລີຍ​ມີ​ດັ່ງນີ້:

ໃນ​ປີ​ທີ​ເຈັດ, ມີ​ຊາວຢິວ

3.023 ຄົນ;

ໃນ​ປີ​ທີ​ສິບແປດ​ຂອງ​ການ​ປົກຄອງ​ຂອງ​ເນບູກາດເນັດຊາ,

ມີ​ປະຊາຊົນ​ຈາກ​ເຢຣູຊາເລັມ 832 ຄົນ;

ໃນ​ປີ​ທີ​ຊາວສາມ​ຂອງ​ການ​ປົກຄອງ​ຂອງ​ເພິ່ນ,

ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ໄດ້​ເອົາ​ຊາວ​ຢິວ 745 ຄົນ​ໄປ​ເປັນ​ຊະເລີຍ.

ມີ​ປະຊາຊົນ​ທັງໝົດ 4.600 ຄົນ.

ເຢໂຮຍອາກິນ​ໄດ້​ຮັບ​ການ​ປົດປ່ອຍ

ໃນ​ປີ​ທີ​ສາມສິບເຈັດ​ທີ່​ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ​ຕົກ​ເປັນ​ຊະເລີຍ, ໃນ​ປີ​ທີ່​ເອວິນເມໂຣດັກ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ບາບີໂລນ, ໃນ​ວັນ​ທີ​ຊາວຫ້າ​ເດືອນ​ທີ​ສິບສອງ, ເພິ່ນ​ໄດ້​ປ່ອຍ​ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ ແລະ ໄດ້​ປ່ອຍ​ເພິ່ນ​ອອກ​ຈາກ​ຄຸກ. ລາວ​ກ່າວ​ກັບ​ເຢໂຮຢາ​ກິນ​ຢ່າງ​ອ່ອນ​ໂຢນ ແລະ ໃຫ້​ຢູ່​ໃນ​ຕຳແໜ່ງ​ທີ່​ມີ​ກຽດ​ກວ່າ​ກະສັດ​ອື່ນໆ​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ໃນ​ບາບີໂລນ. ດັ່ງນັ້ນ ເຢໂຮຍອາກິນ​ຈຶ່ງ​ໄດ້​ຖອດ​ຊຸດ​ນັກ​ໂທດ​ອອກ ແລະ ໄດ້​ຮ່ວມ​ກິນ​ອາຫານ​ກັບ​ກະສັດ​ເປັນ​ປະຈຳ​ຕະຫລອດ​ຊີວິດ​ທີ່​ມີ. ກະສັດ​ແຫ່ງ​ບາບີໂລນ​ໄດ້​ໃຫ້​ເບ້ຍລ້ຽງ​ປະຈຳວັນ​ແກ່​ເຢໂຮຍອາກິນ​ຕະຫລອດ​ທີ່​ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ເພິ່ນ​ໄດ້​ຕາຍ​ໄປ.

Source notes (5)
  1. Footnote ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 8, 14 ແລະ 17
  2. Footnote ຫລື ຮ່ອມພູ​ຈໍແດນ
  3. Footnote ຫລື ປະຊາຊົນ
  4. Footnote ຄື ສູງ​ປະມານ 8,1 ແມັດ ແລະ ເສັ້ນ​ຮອບ​ວົງ​ປະມານ 5,4 ແມັດ ໜາ​ປະມານ 8 ຊັງຕີແມັດ
  5. Footnote ຄື ປະມານ 2,3 ແມັດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.