Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 51

ພຣະເຈົ້າຢາເວ​ກ່າວ​ວ່າ:

“ເບິ່ງ​ແມ, ເຮົາ​ຈະ​ກະຕຸ້ນ​ຈິດວິນຍານ​ຂອງ​ຜູ້​ທຳລາຍ

ມາ​ຕໍ່ສູ້​ບາບີໂລນ ແລະ ຊາວ​ເລັບຄາມາຍ.1

ເຮົາ​ຈະ​ສົ່ງ​ຄົນ​ຕ່າງຊາດ​ມາ​ທີ່​ບາບີໂລນ

ເພື່ອ​ຝັດ​ຮ່ອນ ແລະ ທໍາລາຍ​ດິນແດນ​ຂອງ​ມັນ;

ພວກເຂົາ​ຈະ​ຕໍ່ຕ້ານ​ມັນ​ຢູ່​ທຸກ​ດ້ານ

ໃນ​ເວລາ​ແຫ່ງ​ໄພພິບັດ​ຂອງ​ບາບີໂລນ.

ຢ່າ​ໃຫ້​ນັກທະນູ​ເນັ່ງ​ທະນູ​ຂອງ​ຕົນ​ໄດ້,

ຫລື ຢ່າ​ໃຫ້​ລາວ​ນຸ່ງ​ເສື້ອເກາະ​ຂອງ​ຕົນ.

ຢ່າ​ໄວ້​ຊີວິດ​ຊາຍ​ໜຸ່ມ​ຂອງ​ມັນ;

ຈົ່ງ​ທຳລາຍ2​ກອງທັບ​ມັນ​ໃຫ້​ໝົດສິ້ນ.

ພວກເຂົາ​ຈະ​ລົ້ມ​ລົງ​ຕາຍ​ໃນ​ບາບີໂລນ,3

ບາດ​ເຈັບ​ຢ່າງ​ສາຫັດ​ຢູ່​ຕາມ​ຖະໜົນ​ຫົນ​ທາງ​ຂອງ​ມັນ.

ເພາະ​ພຣະເຈົ້າ​ຂອງ​ພວກເຂົາ, ພຣະເຈົ້າຢາເວ ຜູ້​ມີ​ລິດ​ຍິ່ງໃຫຍ່

ບໍ່​ໄດ້​ປະຖິ້ມ​ອິດສະຣາເອນ ແລະ ຢູດາຍ,

ແມ່ນວ່າ​ດິນແດນ​ຂອງ​ພວກເຂົາ4​ເຕັມ​ໄປ​ດ້ວຍ​ຄວາມ​ຜິດ

ຕໍ່ໜ້າ​ອົງ​ບໍລິສຸດ​ແຫ່ງ​ອິດສະຣາເອນ​ກໍ​ຕາມ.

“ຈົ່ງ​ໜີ​ໄປ​ຈາກ​ບາບີໂລນ!

ຈົ່ງ​ແລ່ນ​ໜີ​ເອົາ​ຊີວິດ​ລອດ!

ຢ່າ​ໃຫ້​ຖືກ​ທຳລາຍ​ເພາະ​ບາບ​ຂອງ​ມັນ.

ເວລາ​ຂອງ​ການ​ແກ້​ແຄ້ນ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ​ແລ້ວ;

ພຣະອົງ​ຈະ​ຕອບ​ແທນ​ບາບີໂລນ​ຕາມ​ສິ່ງ​ທີ່​ບາບີໂລນ​ສົມຄວນ​ໄດ້​ຮັບ.

ບາບີໂລນ​ເປັນ​ຈອກ​ຄຳ​ໃນ​ມື​ຂອງ​ພຣະເຈົ້າຢາເວ;

ມັນ​ເຮັດ​ໃຫ້​ທັງ​ໂລກ​ມືນເມົາ.

ຊົນຊາດ​ທັງຫລາຍ​ໄດ້​ດື່ມ​ເຫລົ້າ​ອະງຸ່ນ​ຂອງ​ມັນ;

ເຫດສະນັ້ນ ບັດນີ້​ພວກເຂົາ​ຈຶ່ງ​ໄດ້​ເສຍສະຕິ​ໄປ.

ບາບີໂລນ​ຈະ​ລົ້ມຈົມ ແລະ ແຕກກະຈາຍ​ຢ່າງ​ກະທັນ​ຫັນ.

ຈົ່ງ​ຮ້ອງ​ໄຫ້​ໃຫ້​ກັບ​ມັນ!

ເອົາ​ຢາ​ມາ​ໃສ່​ແກ້​ຄວາມ​ເຈັບປວດ​ໃຫ້​ມັນ!

ບາງທີ​ມັນ​ອາດຈະ​ຫາຍ​ດີ​ກໍ​ໄດ້.

“ ‘ພວກເຮົາ​ຈະ​ຮັກສາ​ບາບີໂລນ​ໃຫ້​ຫາຍດີ;

ແຕ່​ມັນ​ບໍ່​ສາມາດ​ຮັກສາ​ໄດ້;

ໃຫ້​ພວກເຮົາ​ປ່ອຍ​ບາບີໂລນ​ໄປ ແລະ ໃຫ້​ທຸກ​ຄົນ​ກັບ​ໄປ​ຍັງ​ດິນແດນ​ຂອງ​ຕົນ,

ເພາະ​ໂທດ​ຂອງ​ບາບີໂລນ​ສູງ​ເຖິງ​ທ້ອງຟ້າ;

ມັນ​ສູງ​ຂຶ້ນ​ໄປ​ຈົນ​ເຖິງ​ຟ້າສະຫວັນ’.

“ ‘ພຣະເຈົ້າຢາເວ​ໄດ້​ພິສູດ​ພວກເຮົາ​ແລ້ວ;

ຈົ່ງ​ມາ, ໃຫ້​ພວກເຮົາ​ບອກ​ຊີໂອນ

ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ກະທຳ’.

“ຈົ່ງ​ຝົນ​ລູກທະນູ​ໃຫ້​ແຫລມ​ຄົມ,

ຈົ່ງ​ຖື​ໂລ່​ຕຽມ​ໄວ້!

ພຣະເຈົ້າຢາເວ​ໄດ້​ກະຕຸ້ນ​ບັນດາ​ກະສັດ​ແຫ່ງ​ເມເດຍ,

ເພາະ​ຄວາມ​ປະສົງ​ຂອງ​ພຣະອົງ​ເພື່ອ​ຈະ​ທຳລາຍ​ບາບີໂລນ.

ພຣະເຈົ້າຢາເວ​ຈະ​ແກ້ແຄ້ນ,

ຄື​ແກ້ແຄ້ນ​ໃຫ້​ວິຫານ​ຂອງ​ພຣະອົງ.

ຈົ່ງ​ຍົກ​ທຸງ​ຂຶ້ນ​ຕໍ່ສູ້​ກຳແພງ​ຂອງ​ບາບີໂລນ!

ຈົ່ງ​ເພີ່ມ​ກຳລັງ​ທະຫານ​ເຝົ້າຍາມ,

ຈົ່ງ​ຕັ້ງ​ຄົນ​ເຝົ້າຍາມ​ປະຈຳ​ການ​ໄວ້,

ຈົ່ງ​ຕຽມ​ຫລອນ​ໂຈມຕີ!

ພຣະເຈົ້າຢາເວ​ຈະ​ດໍາເນີນ​ການ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ,

ຕາມ​ດໍາລັດ​ຂອງ​ພຣະອົງ​ຕໍ່ສູ້​ປະຊາຊົນ​ບາບີໂລນ.

ເຈົ້າ​ຜູ້​ທີ່​ອາໄສ​ຕາມ​ຫ້ວຍນ້ຳ​ທັງຫລາຍ

ແລະ ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ,

ຈຸດ​ຈົບ​ຂອງ​ພວກເຈົ້າ​ໄດ້​ມາ​ເຖິງ​ແລ້ວ,

ເຖິງ​ເວລາ​ແລ້ວ​ທີ່​ພວກເຈົ້າ​ຈະ​ຖືກ​ທໍາລາຍ.

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໄວ້​ໂດຍ​ນາມ​ຂອງ​ພຣະອົງ​ເອງ​ວ່າ:

ແນ່ນອນ, ເຮົາ​ຈະ​ເພີ່ມ​ກອງ​ທະຫານ​ໃຫ້​ເຈົ້າ​ຈົນ​ເຕັມ​ເໝືອນດັ່ງ​ຝູງ​ຕັກແຕນ,

ແລະ ພວກເຂົາ​ຈະ​ໂຫ່ຮ້ອງ​ຢ່າງ​ມີ​ໄຊ​ເໜືອ​ເຈົ້າ.

“ພຣະອົງ​ສ້າງ​ແຜ່ນດິນໂລກ​ໂດຍ​ລິດ​ອໍານາດ​ຂອງ​ພຣະອົງ;

ພຣະອົງ​ໄດ້​ຕັ້ງ​ໂລກ​ໂດຍ​ສະຕິປັນຍາ​ຂອງ​ພຣະອົງ

ແລະ ກາງ​ຟ້າສະຫວັນ​ອອກ​ໂດຍ​ຄວາມ​ເຂົ້າໃຈ​ຂອງ​ພຣະອົງ.

ເມື່ອ​ພຣະອົງ​ເປັ່ງ​ສຽງ​ຮ້ອງ, ນ້ຳ​ໃນ​ຟ້າ​ສະຫວັນ​ກໍ​ຮ້ອງ​ດັງ​ກຶກກ້ອງ;

ພຣະອົງ​ເຮັດ​ໃຫ້​ເມກ​ລອຍ​ຂຶ້ນ​ຈາກ​ສຸດ​ປາຍ​ແຜ່ນດິນ​ໂລກ.

ພຣະອົງ​ສົ່ງ​ຟ້າແມບ​ມາ​ພ້ອມ​ກັບ​ສາຍຝົນ

ແລະ ນຳ​ເອົາ​ລົມ​ພັດ​ມາ​ຈາກ​ຄັງ​ຂອງ​ພຣະອົງ.

“ທຸກຄົນ​ກໍ​ບໍ່​ຮູ້ຈັກ​ຄິດ ແລະ ຂາດ​ຄວາມຮູ້;

ຊ່າງ​ຄໍາ​ທຸກຄົນ​ກໍ​ອັບອາຍ​ຂາຍໜ້າ​ເພາະ​ຮູບເຄົາລົບ​ຂອງ​ຕົນ.

ບັນດາ​ພະ​ທີ່​ລາວ​ໄດ້​ເຮັດ​ຂຶ້ນ​ກໍ​ເປັນ​ການ​ຫລອກລວງ;

ພວກມັນ​ບໍ່​ໄດ້​ມີ​ລົມ​ຫາຍໃຈ.

ພວກມັນ​ບໍ່​ມີ​ຄຸນຄ່າ​ຫຍັງ, ເປັນ​ວັດຖຸ​ທີ່​ໜ້າ​ເຢາະເຢີ້ຍ;

ເມື່ອ​ການ​ພິພາກສາ​ຂອງ​ພວກມັນ​ມາ​ເຖິງ, ພວກມັນ​ກໍ​ຈະ​ພິນາດ.

ແຕ່​ພຣະອົງ​ຜູ້​ທີ່​ເປັນ​ຂອງ​ຢາໂຄບ​ບໍ່​ຄືກັນ​ກັບ​ພະ​ເຫລົ່ານີ້,

ເພາະ​ພຣະອົງ​ເປັນ​ພຣະ​ຜູ້​ສ້າງ​ສັບພະ​ທຸກສິ່ງ,

ລວມ​ທັງ​ປະຊາຊົນ​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ

ນາມ​ຂອງ​ພຣະອົງ​ຄື ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່.

“ເຈົ້າ​ເປັນ​ຄ້ອນ​ຮົບ​ຂອງ​ເຮົາ,

ເປັນ​ອາວຸດ​ສູ້ຮົບ​ຂອງ​ເຮົາ

ເຮົາ​ໃຊ້​ເຈົ້າ​ທຸບ​ບັນດາ​ຊົນຊາດ​ຕ່າງໆ​ໃຫ້​ກະຈັດກະຈາຍ​ໄປ,

ເຮົາ​ໃຊ້​ເຈົ້າ​ທຳລາຍ​ອານາຈັກ​ຕ່າງໆ,

ເຮົາ​ໃຊ້​ເຈົ້າ​ທຸບ​ຝູງມ້າ ແລະ ຄົນ​ຂີ່,

ເຮົາ​ໃຊ້​ເຈົ້າ​ທຸບ​ລົດ​ມ້າ ແລະ ຄົນຂັບ,

ເຮົາ​ໃຊ້​ເຈົ້າ​ທຸບ​ຜູ້ຊາຍ ແລະ ແມ່ຍິງ,

ເຮົາ​ໃຊ້​ເຈົ້າ​ທຸບ​ຜູ້ເຖົ້າ ແລະ ເດັກນ້ອຍ

ເຮົາ​ໃຊ້​ເຈົ້າ​ທຸບ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ

ເຮົາ​ໃຊ້​ເຈົ້າ​ທຸບ​ຄົນ​ລ້ຽງແກະ ແລະ ຝູງ​ແກະ

ເຮົາ​ໃຊ້​ເຈົ້າ​ທຸບ​ຊາວນາ ແລະ ງົວ,

ເຮົາ​ໃຊ້​ເຈົ້າ​ທຸບ​ຜູ້ປົກຄອງ ແລະ ຂ້າລາຊະການ​ທັງຫລາຍ​ໃຫ້​ກະຈັດກະຈາຍ​ໄປ.

“ເຮົາ​ຈະ​ຕອບ​ແທນ​ບາບີໂລນ ແລະ ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ບາບີໂລນ​ທັງໝົດ5 ຕໍ່ໜ້າ​ຂອງ​ເຈົ້າ​ເພາະ​ຄວາມຜິດ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ຊີໂອນ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ, ເຈົ້າ​ຜູ້​ທຳລາຍ​ບັນດາ​ພູເຂົາ,

ເຈົ້າ​ຜູ້​ທຳລາຍ​ທົ່ວ​ແຜ່ນດິນໂລກ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ເຈົ້າ,

ເຈົ້າ​ຈະ​ກິ້ງ​ລົງ​ຈາກ​ໜ້າຜາ,

ແລະ ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ພູເຂົາ​ຖືກ​ເຜົາ​ຈົນ​ໝົດ​ກ້ຽງ.

ຈະ​ບໍ່​ມີ​ຫີນກ້ອນ​ກ້ອນ​ໃດ​ຈາກ​ເຈົ້າ​ໄປ​ເປັນ​ຫີນເສົາເອກ,

ຫລື ບໍ່​ມີ​ຫີນ​ກ້ອນ​ໃດ​ເປັນ​ຖານຮາກ,

ເພາະ​ເຈົ້າ​ຈະ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຕະຫລອດໄປ”, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ຈົ່ງ​ຍົກ​ທຸງ​ຂຶ້ນ​ໃນ​ດິນແດນ​ນັ້ນ!

ຈົ່ງ​ເປົ່າ​ແກ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ!

ຈົ່ງ​ຕຽມ​ຊົນຊາດ​ຕ່າງໆ​ໄວ້​ເພື່ອ​ສູ້ຮົບ​ບາບີໂລນ;

ຈົ່ງ​ເອີ້ນ​ອານາຈັກ​ເຫລົ່ານີ້​ມາ​ຕໍ່ສູ້​ກັບ​ມັນ;

ຄື​ເອີ້ນ​ອາຣາຣັດ, ມິນນີ ແລະ ອັດຊະເກນາດ.

ຈົ່ງ​ຕັ້ງ​ຜູ້ບັນຊາ​ກອງທັບ​ຕໍ່ສູ້​ມັນ

ຈົ່ງ​ສົ່ງ​ຝູງ​ມ້າ​ມາ​ເໝືອນດັ່ງ​ຝູງ​ຕັກແຕນ.

ຈົ່ງ​ຕຽມ​ຊົນຊາດ​ຕ່າງໆ​ໄວ້​ເພື່ອ​ຕໍ່ສູ້​ບາບີໂລນ

ຄື​ບັນດາ​ກະສັດ​ແຫ່ງ​ເມເດຍ,

ບັນດາ​ຜູ້ປົກຄອງ ແລະ ບັນດາ​ຂ້າລາຊະການ​ທັງໝົດ​ຂອງ​ພວກເຂົາ,

ແລະ ປະເທດ​ທັງໝົດ​ທີ່​ພວກເຂົາ​ປົກຄອງ.

ດິນແດນ​ກໍ​ສັ່ນສະທ້ານ ແລະ ດິ້ນ​ໄປ​ມາ,

ເພາະ​ຄວາມ​ປະສົງ​ຂອງ​ພຣະເຈົ້າຢາເວ​ເພື່ອ​ຕໍ່ສູ້​ບາບີໂລນ

ເພື່ອ​ເຮັດ​ໃຫ້​ດິນແດນ​ຂອງ​ບາບີໂລນ​ຮົກຮ້າງ

ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້​ໃດ​ອາໄສ​ຢູ່​ທີ່ນັ້ນ.

ພວກ​ນັກຮົບ​ຂອງ​ບາບີໂລນ​ໄດ້​ຢຸດ​ການ​ຕໍ່ສູ້​ແລ້ວ;

ພວກເຂົາ​ຍັງ​ຢູ່​ໃນ​ປ້ອມ​ປ້ອງກັນ​ຂອງ​ຕົນ.

ກໍາລັງ​ຂອງ​ພວກເຂົາ​ກໍ​ໝົດ​ໄປ;

ພວກເຂົາ​ໄດ້​ກາຍ​ເປັນ​ດັ່ງ​ຄົນ​ອ່ອນແອ.

ບ່ອນ​ຢູ່​ອາໄສ​ໃນ​ບາບີໂລນ​ຖືກ​ໄຟ​ໄໝ້;

ໄລ​ປະຕູ​ເມືອງ​ຕ່າງໆ​ຂອງ​ມັນ​ກໍ​ເພພັງ.

ຜູ້​ສື່ສານ​ຄົນ​ໜຶ່ງ​ແລ່ນ​ນໍາ​ອີກ​ຄົນ​ໜຶ່ງ

ແລະ ຜູ້​ສົ່ງ​ຂ່າວ​ແລ່ນ​ນໍາ​ອີກ​ຄົນ​ໜຶ່ງ

ເພື່ອ​ໄປ​ລາຍງານ​ແກ່​ກະສັດ​ແຫ່ງ​ບາບີໂລນ​ວ່າ

ທົ່ວ​ນະຄອນ​ຂອງ​ລາວ​ໄດ້​ຖືກ​ຢຶດ​ແລ້ວ,

ທາງ​ຂ້າມ​ແມ່ນ້ຳ​ກໍ​ຖືກ​ຢຶດ,

ບຶງ​ນ້ຳ​ຢູ່​ທົ່ງ​ຫຍ້າ​ກໍ​ຖືກ​ເຜົາ,

ແລະ ພວກ​ທະຫານ​ກໍ​ຕົກໃຈ​ຢ້ານ”.

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງ​ໃຫຍ່, ພຣະເຈົ້າ​ຂອງ​ອິດສະຣາເອນ​ກ່າວ​ວ່າ:

“ລູກສາວ​ບາບີໂລນ6 ເປັນ​ເໝືອນ​ລານຟາດເຂົ້າ

ເມື່ອ​ເຖິງ​ເວລາ​ກໍ​ຖືກ​ຢຽບຢໍ່າ

ເວລາ​ເກັບກ່ຽວ​ບາບີໂລນ​ໃກ້​ຈະ​ມາ​ເຖິງ​ແລ້ວ”.

“ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ທໍາລາຍ​ພວກເຮົາ,

ເພິ່ນ​ໄດ້​ໂຍນ​ພວກເຮົາ​ໄປ​ສູ່​ຄວາມ​ສັບສົນ,

ເພິ່ນ​ໄດ້​ເຮັດ​ໃຫ້​ພວກເຮົາ​ເປັນ​ໄຫ​ເປົ່າ.

ເພິ່ນ​ໄດ້​ກືນ​ພວກເຮົາ​ເໝືອນດັ່ງ​ງູ

ແລະ ອາຫານ​ແຊບ​ຂອງ​ພວກເຮົາ​ຈົນ​ທ້ອງ​ຂອງ​ຕົນ​ອີ່ມ,

ແລ້ວ​ກໍ​ໄດ້​ຮາກ​ພວກເຮົາ​ອອກ​ມາ.

ຈົ່ງ​ໃຫ້​ປະຊາຊົນ​ຂອງ​ຊີໂອນ​ເວົ້າ​ວ່າ,

ຂໍ​ໃຫ້​ຄວາມ​ໂຫດຮ້າຍ​ທີ່​ໄດ້​ເຮັດ​ຕໍ່​ເນື້ອໜັງ​ຂອງ​ພວກເຮົາ​ຕົກ​ໃສ່​ບາບີໂລນ”,

ຈົ່ງ​ໃຫ້​ປະຊາຊົນ​ຂອງ​ເຢຣູຊາເລັມ​ເວົ້າ​ວ່າ,

“ຂໍ​ໃຫ້​ເລືອດ​ຂອງ​ພວກເຮົາ​ຕົກ​ໃສ່​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ບາບີໂລນ”.

ເຫດສະນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ:

“ເບິ່ງ​ແມ, ເຮົາ​ຈະ​ປົກປ້ອງ​ຄະດີ​ຂອງ​ເຈົ້າ

ແລະ ແກ້ແຄ້ນ​ໃຫ້​ເຈົ້າ;

ເຮົາ​ຈະ​ເຮັດ​ໃຫ້​ທະເລ

ແລະ ບໍ່​ນ້ຳ​ຂອງ​ບາບີໂລນ​ແຫ້ງ.

ບາບີໂລນ​ຈະ​ເປັນ​ຊາກ​ຫັກ​ເພພັງ,

ເປັນ​ບ່ອນ​ຢູ່​ຂອງ​ຝູງ​ໝາໄນ,

ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ ແລະ ການ​ດູຖູກ,

ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່.

ປະຊາຊົນ​ທັງໝົດ​ຂອງ​ບາບີໂລນ​ຮ້ອງ​ເໝືອນດັ່ງ​ສິງ​ໜຸ່ມ,

ພວກເຂົາ​ຄວນຄາງ​ເໝືອນດັ່ງ​ລູກ​ສິງ.

ແຕ່​ຂະນະ​ທີ່​ພວກເຂົາ​ຖືກ​ຍົວະ​ໃຫ້​ໂກດຮ້າຍ,

ເຮົາ​ຈະ​ຈັດ​ງານລ້ຽງ​ໃຫ້​ພວກເຂົາ

ແລະ ເຮັດ​ໃຫ້​ພວກເຂົາ​ມືນເມົາ,

ເພື່ອ​ວ່າ​ພວກເຂົາ​ຈະ​ຫົວ​ຂຶ້ນ​ດັງໆ

ແລ້ວ​ກໍ​ນອນ​ຫລັບ​ຕະຫລອດໄປ ແລະ ບໍ່​ຕື່ນ​ຂຶ້ນ​ມາ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ຈະ​ນໍາ​ພວກເຂົາ​ລົງ​ມາ

ເໝືອນດັ່ງ​ແກະ​ໜຸ່ມ, ແກະ​ເຖິກ ແລະ ແບ້

ທີ່​ຖືກ​ນໍາ​ເອົາ​ໄປ​ຂ້າ.

“ເຊຊັກ7 ຈະ​ຖືກ​ຢຶດ

ເມືອງ​ທີ່​ໂອ້ອວດ​ຂອງ​ທົ່ວ​ໂລກ​ຖືກ​ຢຶດ​ແລ້ວ!

ບາບີໂລນ​ຈະ​ຖືກ​ປະຖິ້ມ​ໄວ້​ໃຫ້​ຮົກຮ້າງ

ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ!

ທະເລ​ກໍ​ຈະ​ຂຶ້ນ​ຖ້ວມ​ບາບີໂລນ;

ຄື້ນ​ທະເລ​ຄຶກຄະນອງ​ຈະ​ປົກຄຸມ​ມັນ.

ເມືອງ​ຕ່າງໆ​ຂອງ​ບາບີໂລນ​ຈະ​ຖືກ​ປະ​ຖິ້ມ​ໄວ້​ໃຫ້​ຮົກຮ້າງ,

ເປັນ​ບ່ອນ​ແຫ້ງແລ້ງ ແລະ ທະເລຊາຍ,

ເປັນ​ດິນແດນ​ທີ່​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່,

ໂດຍ​ບໍ່​ມີ​ຜູ້ໃດ​ເດີນທາງ​ຜ່ານ​ໄປ​ມາ.

ເຮົາ​ຈະ​ລົງໂທດ​ພະ​ເບນ​ໃນ​ບາບີໂລນ

ແລະ ເຮັດ​ໃຫ້​ມັນ​ຄາຍ​ສິ່ງ​ທີ່​ມັນ​ໄດ້​ກືນ​ລົງ​ໄປ​ອອກ​ມາ.

ຊົນຊາດ​ທັງຫລາຍ​ຈະ​ບໍ່​ຫລັ່ງ​ໄຫລ​ມາ​ຫາ​ມັນ​ອີກ​ຕໍ່ໄປ

ແລະ ກຳແພງ​ຂອງ​ບາບີໂລນ​ຈະ​ພັງ​ທະລາຍ.

“ປະຊາຊົນ​ຂອງ​ເຮົາ! ຈົ່ງ​ອອກ​ມາ​ຈາກ​ບາບີໂລນ,

ຈົ່ງ​ໜີ​ເອົາ​ຊີວິດ​ລອດ!

ຈົ່ງ​ແລ່ນ​ໄປ​ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະເຈົ້າຢາເວ.

ຢ່າ​ເສຍຂວັນ ຫລື ຢ່າ​ຢ້ານ

ເມື່ອ​ໄດ້​ຍິນ​ຂ່າວ​ຊ່າລື​ໃນ​ດິນແດນ​ນັ້ນ;

ປີ​ນີ້​ຊ່າລື​ກັນ​ແນວ​ນີ້, ປີ​ໜ້າ​ຊ່າລື​ກັນ​ແນວນັ້ນ,

ຄື​ຂ່າວ​ຊ່າລື​ເລື່ອງ​ຄວາມ​ຮຸນແຮງ​ໃນ​ດິນແດນ

ແລະ ເລື່ອງ​ຜູ້ປົກຄອງ​ຕໍ່ສູ້​ກັນ.

ເພາະ​ເວລາ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ

ເມື່ອ​ເຮົາ​ຈະ​ລົງໂທດ​ຮູບເຄົາລົບ​ຕ່າງໆ​ຂອງ​ບາບີໂລນ;

ດິນແດນ​ທັງໝົດ​ຂອງ​ມັນ​ຈະ​ອັບອາຍ​ຂາຍ​ໜ້າ

ແລະ ຄົນ​ທີ່​ຖືກ​ຂ້າ​ທັງໝົດ​ຈະ​ນອນ​ຕາຍ​ຢູ່​ໃນ​ບາບີໂລນ.

ແລ້ວ​ຟ້າສະຫວັນ ແລະ ແຜ່ນດິນ​ໂລກ ແລະ ທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ

ຈະ​ໂຫ່​ຮ້ອງ​ຍິນດີ​ເໜືອ​ບາບີໂລນ,

ເພາະ​ບັນດາ​ຜູ້​ທຳລາຍ​ຈາກ​ທາງ​ທິດ​ເໜືອ

ຈະ​ໂຈມຕີ​ບາບີໂລນ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ບາບີໂລນ​ຈະ​ຕ້ອງ​ລົ້ມລົງ​ເພາະ​ອິດສະຣາເອນ​ທີ່​ຖືກ​ຂ້າ,

ຄື​ກັນ​ກັບ​ຄົນ​ທົ່ວ​ໂລກ​ທີ່​ຖືກ​ຂ້າ

ທີ່​ໄດ້​ລົ້ມ​ຕາຍ​ເພາະ​ບາບີໂລນ.

ພວກເຈົ້າ​ທີ່​ໄດ້​ໜີ​ລອດ​ຈາກ​ການ​ຖືກ​ຂ້າ,

ຈົ່ງ​ໜີ​ໄປ ແລະ ຢ່າ​ລະເມີນ​ຢູ່!

ຈົ່ງ​ລະນຶກ​ເຖິງ​ພຣະເຈົ້າຢາເວ​ໃນ​ດິນແດນ​ຫ່າງ​ໄກ,

ແລະ ຄິດ​ເຖິງ​ເຢຣູຊາເລັມ”.

“ພວກເຮົາ​ອັບອາຍ​ຂາຍ​ໜ້າ

ເພາະ​ພວກເຮົາ​ໄດ້​ຖືກ​ໝິ່ນ​ປະໝາດ

ແລະ ຄວາມ​ອັບອາຍ​ປົກຄຸມ​ໜ້າ​ພວກເຮົາ,

ເພາະ​ຄົນ​ຕ່າງຊາດ​ໄດ້​ເຂົ້າ​ໄປ

ໃນ​ບ່ອນ​ທີ່​ບໍລິສຸດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ”.

ພຣະເຈົ້າຢາເວ​ປະກາດ​ວ່າ, “ແຕ່​ວັນ​ນັ້ນ​ກໍາລັງ​ມາ​ເຖິງ,

ເມື່ອ​ເຮົາ​ຈະ​ລົງໂທດ​ຮູບເຄົາລົບ​ຕ່າງໆ​ຂອງ​ບາບີໂລນ

ແລະ ທົ່ວ​ດິນແດນ​ຂອງ​ມັນ

ຄົນ​ທີ່​ໄດ້​ຮັບ​ບາດເຈັບ​ຈະ​ຮ້ອງ​ຄວນຄາງ.

ເຖິງແມ່ນວ່າ​ບາບີໂລນ​ສູງ​ຂຶ້ນ​ເທົ່າ​ທ້ອງຟ້າ

ແລະ ປ້ອມ​ປ້ອງກັນ​ຂອງ​ມັນ​ແຂງແກ່ນ​ກໍຕາມ,

ເຮົາ​ຈະ​ສົ່ງ​ພວກ​ຜູ້​ທຳລາຍ​ມາ​ຕໍ່ສູ້​ມັນ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ສຽງ​ຮ້ອງໄຫ້​ດັງ​ອອກ​ມາ​ຈາກ​ບາບີໂລນ,

ສຽງ​ຂອງ​ການ​ທໍາລາຍ​ກໍ​ໃຫຍ່​ຫລວງ

ດັງ​ອອກ​ມາ​ຈາກ​ດິນແດນ​ຂອງ​ຊາວ​ບາບີໂລນ.

ພຣະເຈົ້າຢາເວ​ຈະ​ທຳລາຍ​ບາບີໂລນ;

ພຣະອົງ​ຈະ​ເຮັດໃຫ້​ສຽງ​ອຶກກະທຶກ​ຂອງ​ມັນ​ມິດງຽບ.

ຄື້ນ​ຂອງ​ບັນດາ​ສັດຕູ​ຈະ​ຊັດ​ມາ​ເໝືອນດັ່ງ​ນໍ້າ​ແມ່ນໍ້າ​ໃຫຍ່;

ສຽງ​ຂອງ​ພວກມັນ​ຈະ​ດັງ​ກ້ອງສະໜັ່ນ.

ຜູ້​ທຳລາຍ​ຈະ​ມາ​ຕໍ່ສູ້​ບາບີໂລນ;

ພວກ​ນັກຮົບ​ຂອງ​ບາບີໂລນ​ຈະ​ຖືກ​ຈັບ,

ແລະ ລູກທະນູ​ຂອງ​ພວກເຂົາ​ຈະ​ຖືກ​ຫັກ​ຖິ້ມ.

ເພາະ​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ການ​ຕອບແທນ;

ພຣະອົງ​ຈະ​ຕອບ​ແທນ​ຢ່າງ​ສະສົມ.

ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ຂ້າລາຊະການ ແລະ ບັນດາ​ນັກປາດ​ມືນເມົາ,

ບັນດາ​ຜູ້​ປົກຄອງ, ພວກ​ນາຍ​ທະຫານ ແລະ ພວກ​ນັກຮົບ​ຂອງ​ບາບີໂລນ​ກໍ​ມືນເມົາ​ເໝືອນກັນ;

ພວກເຂົາ​ຈະ​ຫລັບ​ຕະຫລອດໄປ ແລະ ບໍ່​ຕື່ນ​ຂຶ້ນ​ມາ​ອີກ”,

ອົງ​ກະສັດ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນີ້.

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ກຳແພງ​ໜາ​ຂອງ​ບາບີໂລນ​ຈະ​ຖືກ​ພັງ​ລົງ

ແລະ ປະຕູ​ສູງ​ຂອງ​ມັນ​ຈະ​ຖືກ​ເຜົາ;

ປະຊາຊາດ​ທັງຫລາຍ​ກໍ​ຈະ​ອິດເມື່ອຍ​ລ້າໆ,

ແຮງງານ​ຂອງ​ຊົນຊາດ​ຕ່າງໆ​ເປັນ​ພຽງ​ເຊື້ອໄຟ​ໃຫ້​ແປວໄຟ​ເທົ່ານັ້ນ”.

ນີ້​ແມ່ນ​ຂໍ້ຄວາມ​ທີ່​ຜູ້ທໍານວາຍ​ເຢເຣມີຢາ​ໄດ້​ມອບ​ໃຫ້​ເຈົ້າໜ້າທີ່​ເບິ່ງແຍງ​ແຂວງ​ເສຣາອີຢາ ລູກຊາຍ​ຂອງ​ເນຣີຢາ, ຫລານຊາຍ​ຂອງ​ມາຣະເຊຢາ, ເມື່ອ​ລາວ​ໄປ​ທີ່​ບາບີໂລນ​ກັບ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ໃນ​ປີ​ທີ​ສີ່​ຂອງ​ການ​ປົກຄອງ​ຂອງ​ເພິ່ນ. ເຢເຣມີຢາ​ໄດ້​ຂຽນ​ລົງ​ໃນ​ໜັງສື​ມ້ວນ​ກ່ຽວກັບ​ເລື່ອງ​ໄພພິບັດ​ທັງໝົດ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ບາບີໂລນ​ຄື​ທຸກສິ່ງ​ທີ່​ໄດ້​ບັນທຶກ​ກ່ຽວກັບ​ບາບີໂລນ. ເຢເຣມີຢາ​ໄດ້​ເວົ້າ​ກັບ​ເສຣາອີຢາ​ວ່າ, “ເມື່ອ​ທ່ານ​ໄປ​ເຖິງ​ບາບີໂລນ, ຈົ່ງ​ອ່ານ​ຂໍ້ຄວາມ​ທັງໝົດ​ນີ້​ດ້ວຍ​ສຽງ​ດັງໆ. ແລ້ວ​ຈົ່ງ​ກ່າວ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ, ພຣະອົງ​ໄດ້​ກ່າວ​ໄວ້​ວ່າ​ພຣະອົງ​ຈະ​ທຳລາຍ​ບ່ອນ​ນີ້, ເພື່ອ​ວ່າ​ຈະ​ບໍ່​ມີ​ທັງ​ຄົນ ແລະ ສັດ​ອາໄສ​ຢູ່​ໃນ​ດິນແດນ​ນີ້; ມັນ​ຈະ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຕະຫລອດໄປ’. ເມື່ອ​ເຈົ້າ​ອ່ານ​ໜັງສື​ມ້ວນ​ນີ້​ຈົບ​ແລ້ວ, ຈົ່ງ​ມັດ​ໜັງສື​ມ້ວນ​ນີ້​ໃສ່​ກັບ​ຫີນ​ກ້ອນ​ໜຶ່ງ ແລ້ວ​ໂຍນ​ມັນ​ລົງ​ໃນ​ແມ່ນໍ້າ​ເອີຟຣັດ. ຫລັງຈາກ​ນັ້ນ​ກ່າວ​ວ່າ, ‘ສະນັ້ນ ບາບີໂລນ​ຈະ​ຈົມ​ລົງ ແລະ ຈະ​ບໍ່​ຟູ​ຂຶ້ນ​ມາ​ອີກ ເພາະ​ໄພພິບັດ​ທີ່​ເຮົາ​ຈະ​ນຳ​ມາ​ສູ່​ບາບີໂລນ. ແລະ ປະຊາຊົນ​ຂອງ​ບາບີໂລນ​ຈະ​ລົ້ມ​ຕາຍ’ ”.

ຖ້ອຍຄຳ​ຂອງ​ເຢເຣມີຢາ​ຈົບ​ລົງ​ພຽງ​ເທົ່ານີ້.

Source notes (7)
  1. Footnote ເລັບຄາມາຍ ເປັນ​ລະຫັດ​ລັບ​ທີ່​ໝາຍ​ເຖິງ ຄານເດອາ ເຊິ່ງ​ກໍ​ຄື​ບາບີໂລນ
  2. Footnote ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ໝາຍ​ເຖິງ​ສິ່ງ​ຂອງ ຫລື ບຸກ​ຄົນ​ທີ່​ຖວາຍ​ແດ່​ພຣະເຈົ້າຢາເວ ແລ້ວ​ບໍ່​ອາດ​ເອົາ​ຄືນ​ມາ​ໄດ້ ມັກ​ຈະ​ຕ້ອງ​ທຳລາຍ​ໃຫ້​ໝົດ​ສິ້ນ​ໄປ
  3. Footnote ຫລື ຄານເດອາ
  4. Footnote ຫລື ແລະ ດິນແດນ​ຂອງ​ຊາວ​ບາບີໂລນ
  5. Footnote ຫລື ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 35
  6. Footnote ຄື ຊາວ​ບາບີໂລນ
  7. Footnote ເຊຊັກ ເປັນ​ລະ​ຫັດ​ລັບ​ທີ່​ໝາຍ​ເຖິງ​ບາບີໂລນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.