Biblica® Open Lao Contemporary Version
ເຢເຣມີຢາ 50
ຖ້ອຍຄໍາພຣະເຈົ້າຢາເວກ່ຽວກັບບາບີໂລນ
(ຢມຢ 10:12-16)
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຜ່ານຜູ້ທຳນວາຍເຢເຣມີຢາກ່ຽວກັບບາບີໂລນ ແລະ ດິນແດນຂອງຊາວບາບີໂລນ1ວ່າ:
“ຈົ່ງຮ້ອງ ແລະ ປະກາດໃນທ່າມກາງຊົນຊາດທັງຫລາຍວ່າ,
ຈົ່ງຍົກທຸງຂຶ້ນ ແລະ ປະກາດເລື່ອງນີ້ອອກໄປ;
ຢ່າປິດບັງສິ່ງໃດ, ແຕ່ຈົ່ງເວົ້າວ່າ,
‘ບາບີໂລນຈະຖືກຢຶດ;
ເບນຈະໄດ້ຮັບຄວາມອັບອາຍ,
ມັກດຸກຈະເຕັມໄປດ້ວຍຄວາມຢ້ານ.
ບັນດາຮູບພະຂອງບາບີໂລນຈະໄດ້ຄວາມອັບອາຍ
ແລະ ບັນດາຮູບເຄົາລົບຈະເຕັມໄປດ້ວຍຄວາມຢ້ານ’.
ຊົນຊາດໜຶ່ງຈາກທາງທິດເໜືອຈະໂຈມຕີບາບີໂລນ
ແລະ ດິນແດນນັ້ນຖືກປະຖິ້ມໄວ້ໃຫ້ຮົກຮ້າງ.
ບໍ່ມີຜູ້ໃດຈະອາໄສຢູ່ໃນດິນແດນນັ້ນ
ທັງຄົນ ແລະ ສັດກໍຈະໜີໄປ.
“ພຣະເຈົ້າຢາເວປະກາດວ່າ,
ເມື່ອເຖິງເວລານັ້ນ ແລະ ໃນເວລານັ້ນ,
ປະຊາຊົນອິດສະຣາເອນ ແລະ ປະຊາຊົນຢູດາຍນໍາ
ຈະໄປຮ້ອງໄຫ້ເພື່ອສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
ພວກເຂົາຈະຖາມທາງໄປຊີໂອນ
ແລະ ຫັນໜ້າຂອງພວກເຂົາມຸ່ງໜ້າໄປທີ່ຊີໂອນ.
ພວກເຂົາຈະມາ ແລະ ຜູກພັນຕົນເອງກັບພຣະເຈົ້າຢາເວ
ໃນຄຳໝັ້ນສັນຍານິລັນດອນ
ທີ່ຈະບໍ່ຖືກລືມຈັກເທື່ອ.
“ປະຊາຊົນຂອງເຮົາເປັນດັ່ງແກະຫລົງທາງ;
ຄົນລ້ຽງແກະຂອງພວກເຂົາໄດ້ພາພວກເຂົາລົງທາງໄປ
ແລະ ເປັນເຫດເຮັດໃຫ້ພວກເຂົາເລາະໄປມາຕາມເທິງພູເຂົາຕ່າງໆ.
ພວກເຂົາໄດ້ພະເນຈອນໄປຕາມພູເຂົາ ແລະ ເນີນພູ
ແລະ ໄດ້ລືມບ່ອນພັກຂອງຕົນ.
ຜູ້ທີ່ພົບພວກເຂົາກໍທໍາລາຍພວກເຂົາ;
ບັນດາສັດຕູຂອງພວກເຂົາໄດ້ເວົ້າວ່າ, ‘ພວກເຮົາບໍ່ມີຄວາມຜິດ,
ເພາະພວກເຂົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ, ຜູ້ເປັນທົ່ງຫຍ້າທີ່ຂຽວງາມຂອງພວກເຂົາ,
ພຣະເຈົ້າຢາເວ, ຜູ້ເປັນຄວາມຫວັງຂອງບັນພະບຸລຸດຂອງພວກເຂົາ’.
“ຈົ່ງໜີໄປຈາກບາບີໂລນ;
ຈົ່ງອອກຈາກດິນແດນຂອງຊາວບາບີໂລນ,
ແລະ ຈົ່ງເປັນເໝືອນຝູງແບ້ທີ່ນຳພາຝູງແກະ.
ເພາະເຮົາຈະກະຕຸ້ນ ແລະ ນໍາພັນທະມິດຂອງຊົນຊາດໃຫຍ່ຈາກດິນແດນທາງທິດເໜືອ
ມາສູ້ຮົບກັບບາບີໂລນ.
ພວກເຂົາຈະເຂົ້າປະຈຳການຕໍ່ສູ້ກັບມັນ
ບາບີໂລນຈະຖືກຢຶດຈາກທາງທິດເໜືອ.
ລູກທະນູຂອງພວກເຂົາເປັນເໝືອນນັກຮົບທີ່ຊຳນານ
ທີ່ບໍ່ໄດ້ກັບຄືນມາມືເປົ່າ.
ດັ່ງນັ້ນ ຊາວບາບີໂລນຈະຖືກປຸ້ນ;
ແລະ ນັກປຸ້ນທຸກຄົນຈະໄດ້ສິ່ງຂອງຢ່າງຫລວງຫລາຍ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ເພາະພວກເຈົ້າຊື່ນຊົມຍິນດີ ແລະ ຍິນດີ,
ທີ່ພວກເຈົ້າປຸ້ນມໍລະດົກຂອງເຮົາ,
ເພາະພວກເຈົ້າມ່ວນຊື່ນເໝືອນດັ່ງງົວແມ່ທີ່ກໍາລັງນວດເຂົ້າ
ແລະ ສົ່ງສຽງຮ້ອງເໝືອນດັ່ງມ້າໂຕຜູ້.
ແມ່ຂອງພວກເຈົ້າຈະອັບອາຍຫລາຍທີ່ສຸດ;
ນາງຜູ້ທີ່ໄດ້ໃຫ້ກຳເນີດພວກເຈົ້າຈະຂາຍໜ້າ.
ນາງຈະເປັນຜູ້ຕ່ຳຕ້ອຍທີ່ສຸດໃນທ່າມກາງຊົນຊາດທັງຫລາຍ
ຄືເປັນຖິ່ນແຫ້ງແລ້ງກັນດານ, ເປັນດິນທີ່ແຫ້ງແລ້ງ, ແລະ ເປັນທະເລຊາຍ.
ຍ້ອນຄວາມໃຈຮ້າຍຂອງພຣະເຈົ້າຢາເວ, ບາບີໂລນຈະບໍ່ມີຄົນອາໄສຢູ່
ແຕ່ຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງທັງໝົດ.
ທຸກຄົນທີ່ຜ່ານບີບາໂລນໄປມາຈະຕົກໃຈ;
ພວກເຂົາຈະເຢາະເຢີ້ຍ ຍ້ອນບາດແຜທັງໝົດຂອງມັນ”.
“ພວກນັກຍິງທະນູທຸກຄົນ,
ຈົ່ງເຂົ້າປະຈຳການບ່ອນຂອງເຈົ້າລ້ອມບາບີໂລນ.
ຈົ່ງຍິງມັນ! ບໍ່ຕ້ອງຈົ່ງລູກທະນູໄວ້,
ເພາະມັນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
ຈົ່ງໂຫ່ຮ້ອງຕໍ່ສູ້ບາບີໂລນຢູ່ທຸກດ້ານ!
ມັນຍອມຈໍານົນ, ຫໍຄອຍຕ່າງໆຂອງມັນກໍພັງທະລາຍລົງ,
ກຳແພງຂອງມັນກໍພັງລົງ.
ເພາະນີ້ເປັນການແກ້ແຄ້ນຂອງພຣະເຈົ້າຢາເວ,
ຈົ່ງແກ້ແຄ້ນບາບີໂລນ;
ຈົ່ງເຮັດກັບບາບີໂລນເໝືອນດັ່ງທີ່ມັນເຄີຍໄດ້ເຮັດແກ່ຄົນອື່ນໆ.
ຈົ່ງຕັດຜູ້ຫວ່ານ
ແລະ ຜູ້ເກັບກ່ຽວທີ່ຖືກ່ຽວຂອງຕົນໃນລະດູເກັບກ່ຽວອອກຈາກບາບີໂລນ.
ໃຫ້ທຸກຄົນກັບໄປຫາປະຊາຊົນຂອງຕົນເອງ,
ໃຫ້ທຸກຄົນໜີໄປທີ່ບ້ານເກີດຂອງຕົນ,
ເພາະດາບຂອງຜູ້ທີ່ກົດຂີ່.
“ອິດສະຣາເອນເປັນຝູງແກະໄດ້ກະຈັດກະຈາຍໄປ
ທີ່ໂຕສິງໄດ້ໄລ່ໃຫ້ແຕກໜີໄປ.
ພວກທຳອິດທີ່ທໍາລາຍພວກເຂົາ
ຄືກະສັດແຫ່ງອັດຊີເຣຍ;
ພວກສຸດທ້າຍທີ່ຍ່ອງກະດູກຂອງພວກເຂົາ
ຄືກະສັດເນບູກາດເນັດຊາແຫ່ງບາບີໂລນ”.
ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ:
“ເຮົາຈະລົງໂທດກະສັດບາບີໂລນ ແລະ ດິນແດນຂອງລາວ
ດັ່ງທີ່ເຮົາໄດ້ລົງໂທດກະສັດແຫ່ງອັດຊີເຣຍ.
ແຕ່ເຮົາຈະນຳອິດສະຣາເອນກັບຄືນສູ່ທົ່ງຫຍ້າຂອງພວກເຂົາເອງ,
ແລະ ພວກເຂົາຈະກິນຫຍ້າເທິງພູເຂົາກາເມນ ແລະ ບາຊານ;
ຄວາມຫິວຂອງພວກເຂົາກໍຖືກເຮັດໃຫ້ອິ່ມ
ເທິງເນີນພູຕ່າງໆຂອງເອຟຣາອິມ ແລະ ກີເລອາດ”.
ພຣະເຈົ້າຢາເວປະກາດວ່າ, “ເມື່ອເຖິງເວລານັ້ນ ແລະ ໃນເວລານັ້ນ,
ຈະມີການຄົ້ນຫາຄວາມຜິດຂອງອິດສະຣາເອນ,
ແຕ່ກໍຈະບໍ່ມີ,
ແລະ ຈະມີການຄົ້ນຫາບາບທັງຫລາຍຂອງຢູດາຍ,
ແຕ່ຈະບໍ່ພົບເລີຍ,
ເພາະເຮົາຈະໃຫ້ອະໄພຄົນທີ່ຍັງເຫລືອທີ່ເຮົາໄວ້ຊີວິດ.
“ຈົ່ງໂຈມຕີດິນແດນມາຣາທາອິມ
ແລະ ບັນດາຄົນທີ່ອາໄສຢູ່ໃນເປໂກດ.
ຈົ່ງຕາມລ້າ, ຂ້າ ແລະ ທຳລາຍ2 ພວກເຂົາໃຫ້ໝົດສິ້ນ”,
“ຈົ່ງເຮັດທຸກສິ່ງຕາມທີ່ເຮົາໄດ້ສັ່ງພວກເຈົ້າ, ພຣະເຈົ້າຢາເວປະກາດດັ່ງນີ້.
ມີສຽງໂຫ່ຮ້ອງສູ້ຮົບກັນຢູ່ໃນດິນແດນ,
ສຽງຂອງການທໍາລາຍກໍໃຫຍ່ຫລວງ!
ຄ້ອນຕີທີ່ທຸບໂລກທັງໂລກ
ກໍແຕກຫັກ ແລະ ມຸ່ນໄປ!
ບາບີໂລນຖືກປະຖິ້ມໄວ້ໃຫ້ຮົກຮ້າງ
ໃນທ່າມກາງຊົນຊາດຕ່າງໆ!
ບາບີໂລນ, ເຮົາວາງແຮ້ວດັກຈັບເຈົ້າ,
ແລະ ເຈົ້າກໍຖືກຈັບໄດ້ກ່ອນທີ່ເຈົ້າຈະຮູ້ໂຕ;
ເຈົ້າຈະຖືກຄົ້ນພົບ ແລະ ຖືກຈັບໄດ້
ເພາະເຈົ້າໄດ້ຕໍ່ຕ້ານພຣະເຈົ້າຢາເວ.
ພຣະເຈົ້າຢາເວໄດ້ເປີດຄັງອາວຸດຂອງພຣະອົງ
ແລະ ນຳອາວຸດແຫ່ງຄວາມໂກດຮ້າຍຂອງພຣະອົງອອກມາ.
ເພາະພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ໄດ້ກະທໍາການ
ໃນດິນແດນຂອງຊາວບາບີໂລນ.
ຈົ່ງມາຕໍ່ສູ້ບາບີໂລນຈາກບ່ອນຫ່າງໄກ.
ຈົ່ງທຳລາຍສາງເຂົ້າມັນເສຍ;
ຈົ່ງກອງມັນໄວ້ເໝືອນດັ່ງກອງເຂົ້າ.
ຈົ່ງທຳລາຍມັນໃຫ້ໝົດສິ້ນ
ແລະ ຢ່າປ່ອຍໃຫ້ມັນເຫລືອຢູ່.
ຈົ່ງຂ້າງົວໜຸ່ມຂອງມັນທັງໝົດ;
ຈົ່ງປ່ອຍໃຫ້ພວກເຂົາຖືກຂ້າ!
ວິບັດແກ່ພວກເຂົາ! ເພາະເວລາຂອງພວກເຂົາໄດ້ມາເຖິງແລ້ວ
ຄືເວລາທີ່ພວກເຂົາຈະຖືກລົງໂທດ.
ຈົ່ງຟັງສຽງພວກລີ້ໄພ ແລະ ພວກອົບພະຍົບຈາກບາບີໂລນ
ທີ່ປະກາດໃນຊີໂອນວ່າ,
ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ແກ້ແຄ້ນ,
ເປັນການແກ້ແຄ້ນໃຫ້ວິຫານຂອງພຣະອົງ.
“ຈົ່ງເອີ້ນນັກຍິງທະນູມາຕໍ່ສູ້ບາບີໂລນ,
ບັນດາຜູ້ເນັ່ງຄັນທະນູທຸກຄົນ.
ຈົ່ງມາຕັ້ງຄ້າຍລ້ອມບາບີໂລນໄວ້;
ຢ່າປ່ອຍໃຫ້ຜູ້ໃດໜີລອດໄປໄດ້.
ຈົ່ງຕອບແທນມັນຕາມການກະທໍາຂອງມັນ;
ຈົ່ງເຮັດກັບມັນເໝືອນດັ່ງທີ່ມັນໄດ້ເຮັດ.
ເພາະບາບີໂລນໄດ້ໝິ່ນປະໝາດພຣະເຈົ້າຢາເວ,
ອົງບໍລິສຸດແຫ່ງອິດສະຣາເອນ.
ເຫດສະນັ້ນ, ຄົນໜຸ່ມຂອງບາບີໂລນຈະລົ້ມລົງຕາມຖະໜົນຫົນທາງ;
ທະຫານທຸກຄົນຂອງມັນຈະຖືກເຮັດໃຫ້ມິດງຽບໃນວັນນັ້ນ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ເບິ່ງແມ, ເຮົາຕໍ່ສູ້ກັບເຈົ້າ, ຄົນຈອງຫອງ”,
ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,
“ເພາະເວລາຂອງເຈົ້າໄດ້ມາເຖິງແລ້ວ,
ເວລາທີ່ເຈົ້າຈະຖືກລົງໂທດ.
ຄົນຈອງຫອງຈະສະດຸດລົ້ມລົງ
ແລະ ຈະບໍ່ມີຜູ້ໃດຊ່ວຍຍົກມັນຂຶ້ນມາ;
ເຮົາຈະຈູດໄຟໃນເມືອງຕ່າງໆຂອງບາບີໂລນ
ເພື່ອຈະເຜົາທຸກຄົນທີ່ຢູ່ອ້ອມເມືອງນັ້ນ”.
ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ:
“ປະຊາຊົນອິດສະຣາເອນໄດ້ຖືກກົດຂີ່,
ແລະ ປະຊາຊົນຢູດາຍກໍເໝືອນກັນ.
ບັນດາຄົນທີ່ຈັບພວກເຂົາທັງໝົດໄວ້ແໜ້ນໆ,
ບໍ່ຍອມປ່ອຍໃຫ້ພວກເຂົາໄປ.
ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງ;
ນາມຂອງພຣະອົງຄືພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່.
ພຣະອົງຈະແກ້ຄະດີຂອງພວກເຂົາຢ່າງເຂັ້ມແຂງ
ເພື່ອວ່າພຣະອົງຈະນຳການພັກສະຫງົບມາສູ່ດິນແດນຂອງພວກເຂົາ,
ແຕ່ຈະນຳຄວາມບໍ່ສະຫງົບມາສູ່ບັນດາຄົນທີ່ຢູ່ໃນບາບີໂລນ”.
ພຣະເຈົ້າຢາເວປະກາດວ່າ
“ໃຫ້ດາບຕໍ່ສູ້ຊາວບາບີໂລນ!”
ຕໍ່ສູ້ບັນດາຄົນທີ່ອາໄສຢູ່ໃນບາບີໂລນ
ແລະ ຕໍ່ສູ້ບັນດາຂ້າລາຊະການ ແລະ ພວກນັກປາດຂອງບາບີໂລນ!
ໃຫ້ດາບຕໍ່ສູ້ຜູ້ທຳນວາຍປອມຂອງບາບີໂລນ!
ພວກເຂົາຈະກາຍເປັນຄົນໂງ່.
ໃຫ້ດາບຕໍ່ສູ້ພວກນັກຮົບຂອງບາບີໂລນ!
ພວກເຂົາຈະເຕັມໄປດ້ວຍຄວາມຢ້ານ.
ໃຫ້ດາບຕໍ່ສູ້ຝູງມ້າ ແລະ ລົດມ້າ
ແລະ ຕໍ່ສູ້ຄົນຕ່າງຊາດທັງໝົດໃນກອງທັບຂອງບາບີໂລນ!
ພວກເຂົາຈະກາຍເປັນຄົນອ່ອນແອ.
ໃຫ້ດາບຕໍ່ສູ້ຊັບສົມບັດຂອງບາບີໂລນ!
ສິ່ງເຫລົ່ານັ້ນຈະຖືກປຸ້ນໄປ.
ໃຫ້ຄວາມແຫ້ງແລ້ງມາສູ່3 ຫ້ວຍນ້ຳທັງຫລາຍຂອງມັນ!
ພວກມັນຈະບົກແຫ້ງ.
ເພາະດິນແດນນັ້ນເຕັມໄປດ້ວຍຮູບເຄົາລົບ,
ແລະ ຮູບເຄົາລົບທີ່ເຮັດໃຫ້ຄົນຫລົງໄຫລເສຍສະຕິດ້ວຍຄວາມຢ້ານ.
“ຝູງສັດໃນທະເລຊາຍ ແລະ ຝູງໝາປ່າຈະອາໄສຢູ່ທີ່ນັ້ນ,
ແລະ ນົກເຄົ້າກໍຈະມາຢູ່.
ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກ
ຫລື ອາໄສຢູ່ຕະຫລອດທຸກຊົ່ວອາຍຸ.
ດັ່ງທີ່ເຮົາໄດ້ໂຄ່ນລົ້ມເມືອງໂຊໂດມ ແລະ ໂກໂມຣາ
ພ້ອມທັງເມືອງຕ່າງໆທີ່ຢູ່ໃກ້ຄຽງພວກເຂົາ”,
ພຣະເຈົ້າຢາເວປະກາດດັ່ງນີ້,
“ດັ່ງນັ້ນ ຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນ;
ຈະບໍ່ມີປະຊາຊົນຢູ່ໃນເມືອງເຫລົ່ານັ້ນ”.
“ເບິ່ງແມ, ກອງທັບກໍາລັງມາຈາກດິນແດນທາງທິດເໜືອ;
ຊົນຊາດຍິ່ງໃຫຍ່ ແລະ ກະສັດທັງຫລາຍ
ກຳລັງຖືກຍຸຍົງຈາກສຸດປາຍແຜ່ນດິນໂລກ.
ພວກເຂົາຖືດາບ, ທະນູ ແລະ ຫອກ;
ພວກເຂົາເປັນຄົນໂຫດຮ້າຍ ແລະ ບໍ່ມີຄວາມເມດຕາ.
ພວກເຂົາສົ່ງສຽງດັງເໝືອນດັ່ງ ສຽງທະເລຄຶກຄະນອງ
ຂະນະທີ່ພວກເຂົາຂີ່ມ້າ;
ພວກເຂົາມາເໝືອນດັ່ງທະຫານຕັ້ງແຖວສູ້ຮົບ
ເພື່ອໂຈມຕີເຈົ້າ, ລູກສາວແຫ່ງບາບີໂລນ.
ກະສັດບາບີໂລນໄດ້ຍິນຂ່າວຊ່າລືກ່ຽວກັບພວກເຂົາ,
ແລະ ມືຂອງລາວກໍອ່ອນເພຍລົງ.
ຄວາມທຸກໃຈກໍປົກຄຸມຈິດໃຈຂອງລາວ,
ເຈັບປວດເໝືອນດັ່ງແມ່ຍິງທີ່ກຳລັງເກີດລູກ.
ເຮົາຈະຂັບໄລ່ບາບີໂລນອອກຈາກດິນແດນຂອງຕົນໃນຊົ່ວພິບຕາ.
ເໝືອນດັ່ງສິງກໍາລັງອອກມາຈາກປ່າດົງຂອງຈໍແດນ
ມາທີ່ທົ່ງຫຍ້າອັນອຸດົມສົມບູນ,
ຜູ້ໃດຄືຜູ້ທີ່ເຮົາເລືອກໄວ້ທີ່ເຮົາຈະແຕ່ງຕັ້ງເພື່ອສິ່ງນີ້?
ຜູ້ໃດທີ່ເປັນເໝືອນເຮົາ ແລະ ຜູ້ໃດຈະທ້າທາຍເຮົາໄດ້?
ແລະ ຄົນລ້ຽງແກະຄົນໃດຈະຢືນຕໍ່ສູ້ເຮົາໄດ້?”
ເຫດສະນັ້ນ, ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວໄດ້ວາງແຜນຕໍ່ສູ້ບາບີໂລນ,
ສິ່ງທີ່ພຣະອົງໄດ້ຕັ້ງໃຈໄວ້ຕໍ່ສູ້ດິນແດນຂອງຊາວບາບີໂລນວ່າ:
ລູກອ່ອນຂອງຝູງແກະຈະຖືກລາກໄປ;
ທົ່ງຫຍ້າຂອງພວກເຂົາຈະຕົກໃຈກັບຊະຕາກໍາຂອງພວກເຂົາ.
ທົ່ວໂລກຈະສັ່ນສະທ້ານເມື່ອໄດ້ຍິນບາບີໂລນຖືກຢຶດ;
ສຽງຮ້ອງໄຫ້ຂອງບາບີໂລນຈະດັງຢູ່ທ່າມກາງຊົນຊາດທັງຫລາຍ.
Source notes (3)
- Footnote ຫລື ຊາວຄານເດອາ ເຊັ່ນດຽວກັບຂໍ້ 8, 25, 35 ແລະ 45
- Footnote ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແດ່ອົງພຣະຜູ້ເປັນເຈົ້າ ແລ້ວບໍ່ອາດຮຽກຄືນໄດ້ ມັກຈະຕ້ອງທຳລາຍໃຫ້ໝົດສິ້ນໄປ ເຊັ່ນດຽວກັບຂໍ້ 26.
- Footnote ຫລື ໃຫ້ດາບຟາດ ຟັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.