Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 49

ຖ້ອຍຄໍາ​ກ່ຽວກັບ​ອຳໂມນ

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ຊາວ​ອຳໂມນ​ວ່າ:

ພຣະເຈົ້າຢາເວ​ກ່າວ​ວ່າ:

“ອິດສະຣາເອນ​ບໍ່​ມີ​ລູກຊາຍ​ບໍ?

ອິດສະຣາເອນ​ບໍ່​ມີ​ຜູ້​ສືບ​ເຊື້ອສາຍ​ບໍ?

ເປັນຫຍັງ​ພະໂມເຫລັກ1​ໄດ້​ເຂົ້າ​ຢຶດຄອງ​ກາດ?

ເປັນຫຍັງ​ປະຊາຊົນ​ຂອງ​ລາວ​ຈຶ່ງ​ອາໄສ​ໃນ​ເມືອງ​ຕ່າງໆ​ຂອງ​ກາດ?

ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ” ພຣະເຈົ້າຢາເວ​ປະກາດ​ດັ່ງນີ້​ວ່າ,

“ເມື່ອ​ເຮົາ​ຈະ​ສົ່ງ​ສຽງ​ໂຫ່ຮ້ອງ

ຕໍ່ສູ້​ຣັບບາ​ຂອງ​ຊາວ​ອຳໂມນ;

ມັນ​ຈະ​ກາຍ​ເປັນ​ຊາກ​ຫັກ​ເພພັງ,

ແລະ ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມ​ຂ້າງ​ຈະ​ຖືກ​ເຜົາ;

ແລ້ວ​ອິດສະຣາເອນ​ຈະ​ຂັບ​ໄລ່

ບັນດາ​ຄົນ​ທີ່​ໄດ້​ຂັບໄລ່​ຕົນ​ອອກ​ໄປ”,

ພຣະເຈົ້າຢາເວ​ກ່າວ​ດັ່ງນີ້.

“ເຮັດຊະໂບນ, ຈົ່ງ​ຮ້ອງໄຫ້, ເພາະ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ!

ປະຊາຊົນ​ຣັບບາ, ຈົ່ງ​ຮ້ອງ​ໄຫ້!

ຈົ່ງ​ນຸ່ງ​ຜ້າ​ກະ​ສອບ​ເຂົ້າ ແລະ ໄວ້ທຸກ;

ຈົ່ງ​ຮີບ​ແລ່ນ​ໄປ​ບ່ອນ​ນີ້ ແລະ ບ່ອນ​ນັ້ນ​ພາຍໃນ​ກຳແພງ,

ເພາະ​ພະໂມເຫລັກ​ຈະ​ໄປ​ເປັນ​ຊະເລີຍ,

ພ້ອມ​ທັງ​ບັນດາ​ປະໂລຫິດ ແລະ ບັນດາ​ຂ້າລາຊະການ​ຂອງ​ຕົນ.

ເປັນຫຍັງ​ເຈົ້າ​ຈຶ່ງ​ໂອ້ອວດ​ເຖິງ​ບັນດາ​ເນີນພູ​ຂອງ​ເຈົ້າ,

ໂອ້ອວດ​ເຖິງ​ບັນດາ​ເນີນພູ​ອັນ​ອຸດົມ​ສົມບູນ​ຂອງ​ເຈົ້າ?

ລູກສາວ​ອໍາໂມນ​ທີ່​ບໍ່​ສັດຊື່,

ເຈົ້າ​ໄວ້ວາງໃຈ​ໃນ​ຊັບສົມບັດ​ຂອງ​ເຈົ້າ ແລະ ເວົ້າ​ວ່າ,

‘ຜູ້ໃດ​ຈະ​ໂຈມຕີ​ຂ້ອຍ?’

ເຮົາ​ຈະ​ນຳ​ຄວາມ​ຢ້ານ​ມາ​ສູ່​ເຈົ້າ

ຈາກ​ທຸກ​ປະເທດ​ທີ່​ຢູ່​ອ້ອມ​ເຈົ້າ”,

ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ​ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ,

“ພວກເຈົ້າ​ທຸກຄົນ​ຈະ​ຖືກ​ຂັບ​ໄລ່​ອອກ​ໄປ,

ແລະ ບໍ່​ມີ​ຜູ້ໃດ​ຈະ​ເຕົ້າໂຮມ​ບັນດາ​ຜູ້ລີ້ໄພ,

“ແຕ່​ຕໍ່ມາ​ພາຍຫລັງ, ເຮົາ​ຈະ​ຟື້ນຟູ​ຊາວ​ອຳໂມນ​ໃຫ້​ກັບ​ສູ່​ສະພາບ​ດີ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເອໂດມ

(ອບຢ 1-6)

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເອໂດມ,

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ໃນ​ເຕມານ​ບໍ່​ມີ​ສະຕິປັນຍາ​ອີກ​ຕໍ່​ໄປ​ແລ້ວ​ບໍ?

ຄຳ​ປຶກສາ​ໄດ້​ສູນຫາຍ​ໄປ​ຈາກ​ຄົນ​ສະຫລາດ​ແລ້ວ​ບໍ?

ສະຕິປັນຍາ​ຂອງ​ພວກເຂົາ​ໄດ້​ເນົ່າເປື່ອຍ​ໄປ​ແລ້ວ​ບໍ?

ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ເດດານ,

ຈົ່ງ​ຫັນ​ໜີ​ໄປ, ຈົ່ງ​ລີ້​ຢູ່​ໃນ​ຖ້ຳ​ເລິກ,

ເພາະ​ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ເອຊາວ

ໃນ​ເວລາ​ທີ່​ເຮົາ​ລົງໂທດ​ລາວ.

ຖ້າ​ຄົນ​ເກັບ​ໝາກອະງຸ່ນ​ມາ​ຫາ​ເຈົ້າ,

ພວກເຂົາ​ຈະ​ບໍ່​ປະ​ໝາກອະງຸ່ນ​ໄວ້​ແດ່​ບໍ?

ຖ້າ​ຄົນຂີ້ລັກ​ໄດ້​ມາ​ໃນ​ເວລາ​ກາງຄືນ,

ພວກເຂົາ​ຈະ​ບໍ່​ລັກ​ເທົ່າ​ທີ່​ພວກເຂົາ​ຕ້ອງການ​ບໍ?

ແຕ່​ເຮົາ​ຈະ​ກວາດ​ລ້າງ​ເອຊາວ​ຈົນ​ໝົດ​ກ້ຽງ;

ເຮົາ​ຈະ​ເປີດເຜີຍ​ບ່ອນ​ລີ້​ຂອງ​ລາວ

ເພື່ອ​ລາວ​ຈະ​ບໍ່​ສາມາດ​ຫລົບລີ້​ໄດ້.

ພວກ​ທະຫານ​ທີ່​ຖື​ອາວຸດ​ຂອງ​ລາວ​ກໍ​ຖືກ​ທໍາລາຍ,

ພວກ​ພັນທະມິດ ແລະ ເພື່ອນບ້ານ​ຂອງ​ລາວ​ຈະ​ຖືກ​ທໍາລາຍ​ດ້ວຍ,

ສະນັ້ນ ຈະ​ບໍ່​ມີ​ຜູ້ໃດ​ເວົ້າ​ວ່າ,

ຈົ່ງ​ປະ​ລູກ​ກຳພ້າ​ຂອງ​ເຈົ້າ​ໄວ້, ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.

ບັນດາ​ແມ່ໝ້າຍ​ຂອງ​ເຈົ້າ​ກໍ​ເພິ່ງພາ​ເຮົາ​ໄດ້”.

ພຣະເຈົ້າຢາເວ​ກ່າວ​ວ່າ: “ຖ້າ​ຜູ້​ທີ່​ບໍ່​ສົມຄວນ​ຮັບ​ໂທດ​ກໍ​ຕ້ອງ​ດື່ມ​ຈາກ​ຖ້ວຍ​ຂອງ​ການ​ລົງໂທດ, ເປັນຫຍັງ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ລົງໂທດ​ໄປ​ໄດ້? ເຈົ້າ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ, ແຕ່​ເຈົ້າ​ກໍ​ຈະ​ຕ້ອງ​ດື່ມ​ມັນ”. ພຣະເຈົ້າຢາເວ​ປະກາດ​ວ່າ “ເຮົາ​ສັນຍາ​ໂດຍ​ນາມ​ເຮົາເອງ​ວ່າ, ໂບຊະຣາ​ຈະ​ກາຍ​ເປັນ​ຊາກ​ຫັກ​ເພພັງ ແລະ ຖືກ​ສາບແຊ່ງ, ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ ແລະ ການ​ດູຖູກ; ເມືອງ​ທັງໝົດ​ຂອງ​ໂບຊະຣາ​ຈະ​ເປັນ​ຊາກ​ຫັກ​ເພພັງ​ຕະຫລອດໄປ”.

ຂ້າພະເຈົ້າ​ໄດ້​ຍິນ​ຖ້ອຍຄໍາ​ຈາກ​ພຣະເຈົ້າຢາເວ​ວ່າ,

ມີ​ທູດ​ຜູ້​ໜຶ່ງ​ຖືກ​ສົ່ງ​ໄປ​ຫາ​ຊົນຊາດ​ຕ່າງໆ​ເພື່ອ​ແຈ້ງ​ວ່າ,

“ຈົ່ງ​ຮວບຮວມ​ກຳລັງ​ຂອງ​ເຈົ້າ​ໄປ​ບຸກ​ໂຈມຕີ​ເມືອງ​ເຫລົ່ານັ້ນ!

ຈົ່ງ​ລຸກ​ຂຶ້ນ​ອອກ​ໄປ​ສູ້ຮົບ!”

“ບັດນີ້ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ຕ່ຳຕ້ອຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ,

ເຈົ້າ​ຈະ​ຖືກ​ດູຖູກ​ຈາກ​ມວນ​ມະນຸດ.

ຄວາມ​ໜ້າຢ້ານ​ທີ່​ເຈົ້າ​ຄິດ

ແລະ ຄວາມ​ຈອງຫອງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ໄດ້​ຫລອກລວງ​ເຈົ້າ,

ຜູ້​ທີ່​ອາໄສ​ຢູ່​ໃນ​ຫລືບຫີນ,

ຄື​ຜູ້​ທີ່​ປົກຄອງ​ເນີນພູ​ສູງ.

ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ສ້າງ​ຮັງ​ໄວ້​ຢູ່​ບ່ອນ​ສູງ​ເໝືອນດັ່ງ​ຮັງ​ຂອງ​ນົກອິນຊີ,

ເຮົາ​ກໍ​ຈະ​ນຳ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເອໂດມ​ຈະ​ກາຍ​ເປັນ​ເປົ້າ​ຂອງ​ຄວາມ​ໜ້າຢ້ານ;

ທຸກຄົນ​ທີ່​ຜ່ານ​ໄປ​ມາ​ຕົກໃຈ ແລະ ຈະ​ເວົ້າ​ເຢາະເຢີ້ຍ

ຍ້ອນ​ບາດແຜ​ທັງໝົດ​ຂອງ​ມັນ”.

ພຣະເຈົ້າຢາເວ​ກ່າວ​ວ່າ,

“ເໝືອນດັ່ງ​ໂຊໂດມ ແລະ ໂກໂມຣາ​ທີ່​ໄດ້​ຖືກ​ໂຄ່ນລົ້ມ,

ພ້ອມທັງ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ພວກເຂົາ,

ເພື່ອ​ວ່າ​ຈະ​ບໍ່​ມີ​ຜູ້ໃດ​ອາໄສ​ຢູ່​ທີ່ນັ້ນ;

ບໍ່​ມີ​ຄົນ​ໃດ​ຈະ​ຢູ່​ໃນ​ເມືອງ​ຕ່າງໆ​ນັ້ນ.

“ເໝືອນດັ່ງ​ສິງ​ອອກ​ຈາກ​ປ່າດົງ​ຂອງ​ຈໍແດນ

ມາ​ທີ່​ທົ່ງຫຍ້າ​ອັນ​ອຸດົມສົມບູນ,

ເຮົາ​ຈະ​ຂັບໄລ່​ເອໂດມ​ອອກ​ຈາກ​ດິນແດນ​ຂອງ​ມັນ​ໄປ​ໃນ​ຊົ່ວ​ພິບຕາ.

ຜູ້ໃດ​ຄື​ຜູ້​ທີ່​ເຮົາ​ເລືອກ​ໄວ້​ທີ່​ເຮົາ​ຈະ​ແຕ່ງຕັ້ງ​ເພື່ອ​ສິ່ງ​ນີ້?

ຜູ້ໃດ​ທີ່​ເປັນ​ເໝືອນ​ເຮົາ ແລະ ຜູ້ໃດ​ຈະ​ທ້າທາຍ​ເຮົາ​ໄດ້?

ແລະ ຄົນ​ລ້ຽງ​ແກະ​ຄົນ​ໃດ​ສາມາດ​ຢືນ​ຕໍ່ສູ້​ເຮົາ​ໄດ້?”

ເຫດສະນັ້ນ, ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່ສູ້​ເອໂດມ,

ສິ່ງ​ທີ່​ພຣະອົງ​ໄດ້​ຕັ້ງໃຈ​ໄວ້​ຕໍ່ສູ້​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ເຕມານ​ວ່າ:

ລູກ​ອ່ອນ​ຂອງ​ຝູງ​ແກະ​ຈະ​ຖືກ​ລາກ​ໄປ;

ທົ່ງຫຍ້າ​ຂອງ​ພວກເຂົາ​ຈະ​ຕົກໃຈ​ກັບ​ຊະຕາກໍາ​ຂອງ​ພວກເຂົາ.

ເມື່ອ​ໄດ້​ຍິນ​ສຽງ​ເອໂດມ​ລົ້ມ​ລົງ​ແຜ່ນດິນໂລກ​ຈະ​ສັ່ນສະທ້ານ;

ສຽງ​ຮ້ອງ​ຂອງ​ພວກເຂົາ​ຈະ​ດັງ​ໄປ​ຈົນເຖິງ​ທະເລ​ແດງ.2

ເບິ່ງ​ແມ! ນົກອິນຊີ​ໂຕ​ໜຶ່ງ​ຈະ​ບິນ​ຂຶ້ນ ແລະ ຈະ​ລົງ​ມາ​ໂຈມຕີ,

ໂດຍ​ການ​ພື​ປີກ​ຂອງ​ມັນ​ອອກ​ປົກຄຸມ​ໂບຊະຣາ.

ໃນ​ວັນ​ນັ້ນ​ຈິດໃຈ​ຂອງ​ພວກ​ນັກຮົບ​ເອໂດມ

ຈະ​ເປັນ​ເໝືອນ​ຈິດໃຈ​ຂອງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ດາມັສກັດ

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ດາມັສກັດ:

“ຮາມັດ ແລະ ອັກປັດ​ທໍ້ຖອຍ​ໃຈ,

ເພາະ​ພວກເຂົາ​ໄດ້​ຍິນ​ຂ່າວ​ບໍ່​ດີ.

ພວກເຂົາ​ຈຶ່ງ​ທໍ້ຖອຍ​ໃຈ

ລໍາບາກ​ໃຈ​ເໝືອນດັ່ງ3​ທະເລ​ປັ່ນປ່ວນ.

ດາມັສກັດ​ກໍ​ອ່ອນ​ກໍາລັງ,

ນາງ​ໄດ້​ຫັນ​ໜີ​ໄປ

ແລະ ຄວາມ​ຕົກໃຈ​ປົກຄຸມ​ຈິດໃຈ​ຂອງ​ນາງ;

ຄວາມ​ທໍລະມານ ແລະ ຄວາມ​ເຈັບປວດ​ໄດ້​ລ້ອມ​ນາງ​ໄວ້,

ຄວາມ​ເຈັບປວດ​ເໝືອນດັ່ງ​ແມ່ຍິງ​ທີ່​ກຳລັງ​ເກີດ​ລູກ.

ເປັນຫຍັງ​ນະຄອນ​ທີ່​ມີ​ກຽດ​ຈຶ່ງ​ຖືກ​ປະຖິ້ມ,

ຄື​ເມືອງ​ທີ່​ເຮົາ​ປິຕິ​ຍິນດີ,

ຄົນ​ໜຸ່ມ​ຂອງ​ເມືອງ​ນັ້ນ​ຈະ​ລົ້ມ​ລົງ​ຕາມ​ຖະໜົນຫົນທາງ​ຢ່າງ​ແນ່ນອນ;

ທະຫານ​ທຸກຄົນ​ຈະ​ຖືກ​ເຮັດ​ໃຫ້​ມິດງຽບ​ໃນ​ວັນ​ນັ້ນ”,

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນີ້.

“ເຮົາ​ຈະ​ຈູດ​ໄຟ​ເຜົາ​ກຳແພງ​ທັງຫລາຍ​ຂອງ​ດາມັສກັດ;

ມັນ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ຕ່າງໆ​ຂອງ​ເບັນຮາດາດ”.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເກດາ ແລະ ຮາໂຊ

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເກດາ ແລະ ອານາຈັກ​ຕ່າງໆ​ຂອງ​ຮາໂຊ, ເຊິ່ງ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ໂຈມຕີ​ມີ​ດັ່ງ​ນີ້:

ພຣະເຈົ້າຢາເວ​ກ່າວ​ວ່າ:

“ຈົ່ງ​ລຸກ​ຂຶ້ນ ແລະ ບຸກ​ໂຈມຕີ​ເກດາ

ແລະ ທຳລາຍ​ປະຊາຊົນ​ທາງ​ທິດ​ຕາເວັນອອກ.

ເຕັນ ແລະ ຝູງ​ສັດ​ຂອງ​ພວກເຂົາ​ຈະ​ຖືກ​ຢຶດ​ໄປ;

ຕູບ​ຂອງ​ພວກເຂົາ​ຈະ​ຖືກ​ນໍາ​ອອກ​ໄປ

ພ້ອມ​ທັງ​ສິ່ງຂອງ​ທັງໝົດ ແລະ ຝູງ​ອູດ​ຂອງ​ພວກເຂົາ.

ປະຊາຊົນ​ຈະ​ຮ້ອງ​ບອກ​ພວກເຂົາ​ວ່າ,

‘ມີ​ຄວາມ​ຢ້ານ​ຢູ່​ທຸກ​ດ້ານ!’

“ຈົ່ງ​ຮີບ​ໜີ​ໄປ​ໄວໆ!

ບັນດາ​ຄົນ​ທີ່​ອາໄສ​ຢູ່​ຮາໂຊ, ຈົ່ງ​ໄປ​ອາໄສ​ຢູ່​ໃນ​ຖ້ຳ​ເລິກ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ວາງ​ແຜນ​ຮ້າຍ​ຕໍ່ສູ້​ເຈົ້າ;

ລາວ​ໄດ້​ຄິດ​ແຜນການ​ຕໍ່ສູ້​ເຈົ້າ”.

ພຣະເຈົ້າຢາເວ​ປະກາດ​ວ່າ,

“ຈົ່ງ​ລຸກ​ຂຶ້ນ ແລະ ໂຈມຕີ​ຊົນຊາດ​ໜຶ່ງ​ຢ່າງ​ງ່າຍໆ,

ເຊິ່ງ​ພວກເຂົາ​ອາໄສ​ຢູ່​ຢ່າງ​ໝັ້ນໃຈ”,

“ເປັນ​ຊົນຊາດ​ໜຶ່ງ​ທີ່​ບໍ່​ມີ​ປະຕູ​ເມືອງ ຫລື ບໍ່​ມີ​ໄລ​ປະຕູ;

ປະຊາຊົນ​ຂອງ​ຊົນຊາດ​ນີ້​ອາໄສ​ຢູ່​ຫ່າງໄກ​ຈາກ​ໄພ​ອັນຕະລາຍ.

ຝູງ​ອູດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ,

ແລະ ຝູງ​ສັດ​ໃຫຍ່​ຂອງ​ພວກເຂົາ​ຈະ​ເປັນ​ສິ່ງຂອງ​ປຸ້ນ​ມາ​ຈາກ​ສົງຄາມ.

ເຮົາ​ຈະ​ກະຈັດກະຈາຍ4​ຄົນ​ທີ່​ຢູ່​ບ່ອນ​ຫ່າງໄກ​ໄປ​ກັບ​ສາຍລົມ

ແລະ ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ​ຈາກ​ທຸກ​ດ້ານ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ຮາໂຊ​ຈະ​ກາຍ​ເປັນ​ຮັງ​ຂອງ​ຝູງ​ໝາໄນ

ເປັນ​ບ່ອນ​ຮົກຮ້າງ​ຕະຫລອດໄປ.

ບໍ່​ມີ​ຜູ້ໃດ​ຈະ​ອາໄສ​ຢູ່​ທີ່ນັ້ນ;

ບໍ່​ມີ​ປະຊາຊົນ​ຢູ່​ໃນ​ເມືອງ​ນັ້ນ”.

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ກ່ຽວກັບ​ເອລາມ

ຖ້ອຍຄໍາ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ເຢເຣມີຢາ​ກ່ຽວກັບ​ເອລາມ, ໃນ​ຕອນຕົ້ນ​ຂອງ​ການ​ປົກຄອງ​ຂອງ​ເຊເດກີຢາ​ກະສັດ​ແຫ່ງ​ຢູດາຍ​ວ່າ:

ພຣະເຈົ້າຢາເວ ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ກ່າວ​ວ່າ:

“ເບິ່ງ​ແມ, ເຮົາ​ຈະ​ຫັກ​ຄັນທະນູ​ຂອງ​ເອລາມ,

ເຊິ່ງ​ເປັນ​ກຳລັງ​ຫລັກ​ຂອງ​ພວກເຂົາ.

ເຮົາ​ຈະ​ນຳ​ລົມ​ທັງ​ສີ່​ທິດ​ຕໍ່ສູ້​ເອລາມ

ຈາກ​ສີ່​ມູມ​ຂອງ​ຟ້າສະຫວັນ;

ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ຕາມ​ລົມ​ທັງ​ສີ່​ທິດ,

ແລະ ຈະ​ບໍ່​ມີ​ຊົນຊາດ​ໃດ​ຢູ່​ທີ່ນັ້ນ

ບ່ອນ​ທີ່​ຊະເລີຍ​ຂອງ​ເອລາມ​ບໍ່​ໄດ້​ໄປ.

ເຮົາ​ຈະ​ເຮັດ​ໃຫ້​ເອລາມ​ທຳລາຍ​ໄປ​ຕໍ່ໜ້າ​ບັນດາ​ສັດຕູ​ຂອງ​ພວກເຂົາ,

ຕໍ່ໜ້າ​ບັນດາ​ຄົນ​ທີ່​ຕ້ອງການ​ຂ້າ​ພວກເຂົາ;

ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ,

ດ້ວຍ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ເຮົາ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ເຮົາ​ຈະ​ໄລ່​ຕາມ​ພວກເຂົາ​ດ້ວຍ​ດາບ

ຈົນ​ກວ່າ​ເຮົາ​ໄດ້​ເຮັດ​ໃຫ້​ພວກເຂົາ​ມາ​ເຖິງ​ຈຸດຈົບ.

ເຮົາ​ຈະ​ຕັ້ງ​ບັນລັງ​ຂອງ​ເຮົາ​ໄວ້​ໃນ​ເອລາມ

ແລະ ທຳລາຍ​ກະສັດ​ກັບ​ພວກ​ຂ້າລາຊະການ​ຂອງ​ເອລາມ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

“ແຕ່​ໃນ​ວັນ​ຂ້າງ​ໜ້າ

ເຮົາ​ຈະ​ຟື້ນຟູ​ໃຫ້​ເອລາມ​ກັບ​ສູ່​ສະພາບ​ດີ”,

ພຣະເຈົ້າຢາເວ​ປະກາດ​ດັ່ງນີ້.

Source notes (4)
  1. Footnote ຫລື ກະສັດ​ຂອງ​ພວກເຂົາ ພາສາ​ເຮັບເຣີ​ວ່າ ມັນ​ຄາມ ເຊັ່ນ​ດຽວ​ກັບ​ຂໍ້ 3
  2. Footnote ຄື ທະເລ​ຕົ້ນອໍ້
  3. Footnote ພາສາ​ເຮັບເຣີ​ວ່າ ເທິງ ຫລື ແຄມ
  4. Footnote ຫລື ຄົນ​ທີ່​ນີບ​ຜົມ​ໄວ້​ທີ່​ໜ້າຜາກ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.