Biblica® Open Lao Contemporary Version
ເຢເຣມີຢາ 48
ຖ້ອຍຄໍາຂອງພຣະເຈົ້າຢາເວກ່ຽວກັບໂມອາບ
(ອຊຢ 16:6-12)
ຖ້ອຍຄໍາຂອງພຣະເຈົ້າຢາເວກ່ຽວກັບໂມອາບ:
ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ:
“ວິບັດແກ່ເນໂບ, ເພາະມັນຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງ.
ກີຣິອາດທາອິມຈະອັບອາຍ ແລະ ຖືກຢຶດ;
ປ້ອມປ້ອງກັນ1ຈະອັບອາຍ ແລະ ພັງທະລາຍລົງ.
ໂມອາບຈະບໍ່ໄດ້ຮັບການຍົກຍ້ອງອີກຕໍ່ໄປ;
ໃນເຮັດຊະໂບນ2 ປະຊາຊົນຈະວາງແຜນໂຄ່ນລົ້ມໂມອາບວ່າ:
‘ຈົ່ງມາ, ໃຫ້ພວກເຮົານໍາຈຸດຈົບມາສູ່ຊົນຊາດນີ້’
ປະຊາຊົນມັດເມນ,3 ເຈົ້າເອງກໍຈະຖືກເຮັດໃຫ້ມິດງຽບເໝືອນກັນ;
ດາບຈະໄລ່ຕາມເຈົ້າ.
ສຽງຮ້ອງຂອງຄວາມເຈັບປວດດັງຂຶ້ນມາຈາກໂຮໂຣນາອິມ,
ສຽງຮ້ອງແຫ່ງການທໍາລາຍ ແລະ ຄວາມຈິບຫາຍອັນໃຫຍ່.
ໂມອາບຈະພັງພິນາດ;
ບັນດາລູກນ້ອຍຂອງນາງຈະຮ້ອງໄຫ້4
ພວກເຂົາຂຶ້ນໄປເທິງເນີນພູສູ່ລູຮິດ,
ຮ້ອງໄຫ້ຢ່າງຂົມຂື່ນຂະນະທີ່ພວກເຂົາໄປ;
ຕາມຫົນທາງສູ່ໂຮໂຣນາອິມ
ໄດ້ຍິນສຽງຮ້ອງໄຫ້ຢ່າງເຈັບປວດເພາະການທໍາລາຍ.
ຈົ່ງໜີໄປ! ເອົາຊີວິດຂອງພວກເຈົ້າໃຫ້ລອດ;
ຈົ່ງເປັນເໝືອນພຸ່ມໄມ້5ໃນຖິ່ນແຫ້ງແລ້ງກັນດານ.
ເນື່ອງຈາກເຈົ້າໄວ້ວາງໃຈໃນຊັບສົມບັດ ແລະ ຄວາມຮັ່ງມີຂອງຕົນເອງ,
ເຈົ້າຈະຖືກຈັບໄປເປັນຊະເລີຍ,
ແລະ ພະເຄໂມດຈະໄປເປັນຊະເລີຍ,
ພ້ອມທັງບັນດາປະໂລຫິດ ແລະ ບັນດາຂ້າລາຊະການຂອງຕົນ.
ຜູ້ທຳລາຍຈະມາຕໍ່ສູ້ທຸກເມືອງ,
ແລະ ບໍ່ມີແມ່ນແຕ່ເມືອງດຽວໜີລອດໄປໄດ້.
ເນີນພູຈະຮົກຮ້າງ ແລະ ທົ່ງພຽງຈະຖືກທຳລາຍ,
ເພາະພຣະເຈົ້າຢາເວໄດ້ກ່າວໄວ້ແລ້ວ.
ຈົ່ງເອົາເກືອທາໃສ່ໂມອາບ,
ເພາະມັນຈະຖືກປະຖິ້ມໄວ້ໃຫ້ຮົກຮ້າງເພພັງ6
ເມືອງຕ່າງໆຂອງມັນຈະຖືກປະຖິ້ມໄວ້,
ໂດຍບໍ່ມີຄົນອາໄສຢູ່ໃນເມືອງເຫລົ່ານັ້ນ.
“ຄຳສາບແຊ່ງຕົກໃສ່ຜູ້ທີ່ເມີນເສີຍໃນການເຮັດວຽກງານຂອງພຣະເຈົ້າຢາເວ!
ຄຳສາບແຊ່ງຕົກໃສ່ຜູ້ທີ່ຮັກສາດາບຂອງຕົນໄວ້ຈາກການເຮັດໃຫ້ນອງເລືອດ!
“ໂມອາບໄດ້ຢູ່ຢ່າງສະຫງົບມາຕັ້ງແຕ່ໜຸ່ມ,
ເໝືອນດັ່ງເຫລົ້າອະງຸ່ນທີ່ປະໄວ້ທັງກາກຂອງມັນ,
ບໍ່ເຄີຍຖອກໃສ່ໄຫໃໝ່ຈັກເທື່ອ
ໂມອາບບໍ່ເຄີຍໄປເປັນຊະເລີຍ.
ດັ່ງນັ້ນ ລົດຊາດຂອງມັນຈຶ່ງເໝືອນເດີມ,
ແລະ ກິ່ນຫອມຂອງມັນກໍບໍ່ປ່ຽນ.
ແຕ່ວັນເຫລົ່ານັ້ນຈະມາເຖິງ,” ພຣະເຈົ້າຢາເວປະກາດວ່າ,
“ເມື່ອເຮົາຈະສົ່ງຄົນມາຖອກໂມອາບອອກຈາກໄຫ,
ພວກເຂົາຈະຖອກໂມອາບອອກຈົນໝົດ;
ແລ້ວທັບໄຫໃຫ້ແຕກເປັນປ່ຽງໆ.
ແລ້ວໂມອາບຈະອັບອາຍເພາະພະເຄໂມດ,
ເໝືອນດັ່ງອິດສະຣາເອນໄດ້ຮັບຄວາມອັບອາຍ
ເມື່ອພວກເຂົາໄດ້ໄວ້ວາງໃຈໃນເບັດເອນ.
“ເຈົ້າເວົ້າໄດ້ແນວໃດວ່າ, ‘ພວກເຮົາເປັນນັກຮົບ,
ເປັນຜູ້ທີ່ກ້າຫານຢູ່ໃນສະໜາມຮົບ’?
ໂມອາບຈະຖືກທຳລາຍ ແລະ ເມືອງຕ່າງໆຈະຖືກຮຸກຮານ;
ຊາຍໜຸ່ມທີ່ເກັ່ງກ້າຂອງໂມອາບຈະຖືກປະຫານ”,
ອົງກະສັດຜູ້ທີ່ມີນາມວ່າ, ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່ປະກາດດັ່ງນີ້.
“ການລົ້ມລົງຂອງໂມອາບໃກ້ເຂົ້າມາແລ້ວ;
ຄວາມຈິບຫາຍຂອງມັນຈະມາຢ່າງວ່ອງໄວ.
ບັນດາຜູ້ທີ່ຢູ່ອ້ອມໂມອາບ, ຈົ່ງໄວ້ອາໄລໃຫ້ມັນ,
ຄືທຸກຄົນທີ່ຮູ້ຊື່ສຽງຂອງໂມອາບ;
ຈົ່ງເວົ້າວ່າ, ‘ໄມ້ຄ້ອນເທົ້າທີ່ມີອໍານາດຖືກທໍາລາຍໄດ້ແນວໃດ,
ໄມ້ຄ້ອນເທົ້າອັນສະຫງ່າລາສີຫັກໄດ້ແນວໃດ!’
“ປະຊາຊົນຂອງລູກສາວແຫ່ງດີໂບນ,
ຈົ່ງລົງມາຈາກບ່ອນນັ່ງອັນສະຫງ່າລາສີຂອງເຈົ້າ
ແລະ ນັ່ງເທິງພື້ນດິນແຕກແຫງ,
ເພາະຜູ້ໜຶ່ງທີ່ທຳລາຍໂມອາບ
ຈະຂຶ້ນມາຕໍ່ສູ້ເຈົ້າ
ແລະ ຈະທຳລາຍປ້ອມປ້ອງກັນເມືອງຕ່າງໆຂອງເຈົ້າ.
ຜູ້ທີ່ອາໄສຢູ່ໃນເມືອງອາໂຣເອ
ຈົ່ງອອກມາຢືນເບິ່ງຕາມແຄມຖະໜົນຫົນທາງ,
ຈົ່ງຖາມຜູ້ຊາຍ ແລະ ແມ່ຍິງທີ່ກຳລັງໜີໄປ, ຈົ່ງຖາມພວກເຂົາວ່າ,
‘ມີຫຍັງເກີດຂຶ້ນ?’
ໂມອາບໄດ້ຮັບຄວາມອັບອາຍ, ເພາະມັນໄດ້ແຕກກະຈາຍແລ້ວ.
ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ!
ຈົ່ງປະກາດຢູ່ແຄມແມ່ນໍ້າອາກໂນນ
ວ່າໂມອາບໄດ້ຖືກທຳລາຍແລ້ວ.
ການພິພາກສາໄດ້ມາເຖິງທົ່ງພຽງແລ້ວຄື:
ເຖິງໂຮໂລນ, ຢາຊາ, ເມຟາອາດ,
ດີໂບນ, ເນໂບ, ເບັດດິບລາທາອິມ,
ເຖິງກີຣິອາດທາອິມ, ເບັດຄາມູນ, ເບັດເມໂອນ,
ເຖິງເກຣິໂອດ ແລະ ໂບຊະຣາ.
ເຖິງເມືອງທັງໝົດຂອງໂມອາບທັງໃກ້ ແລະ ໄກ.
ເຂົາ7ຂອງໂມອາບຖືກຕັດອອກແລ້ວ;
ແລະ ແຂນຂອງມັນກໍຫັກ”
ພຣະເຈົ້າຢາເວປະກາດດັ່ງນີ້.
“ຈົ່ງເຮັດໃຫ້ໂມອາບເມົາ
ເພາະມັນໄດ້ໝິ່ນປະໝາດພຣະເຈົ້າຢາເວ.
ໃຫ້ໂມອາບກິ້ງເກືອກຢູ່ໃນຮາກຂອງຕົນ;
ໃຫ້ມັນເປັນເປົ້າຂອງການເຢາະເຢີ້ຍ.
ອິດສະຣາເອນກໍເປັນເປົ້າຂອງການເຢາະເຍີ້ຍຂອງເຈົ້າບໍ່ແມ່ນບໍ?
ອິດສະຣາເອນຖືກຈັບຢູ່ໃນພວກໂຈນບໍ,
ເຈົ້າຈຶ່ງສັ່ນຫົວໃສ່ເພື່ອດູຖູກ
ທຸກຄັ້ງທີ່ເຈົ້າກ່າວເຖິງມັນບໍ່ແມ່ນບໍ?
ຈົ່ງປະຖິ້ມເມືອງຂອງເຈົ້າ ແລ້ວໄປອາໄສຢູ່ຕາມຫລືບຫີນ
ຄືຜູ້ທີ່ອາໄສຢູ່ໃນໂມອາບ.
ຈົ່ງເປັນເໝືອນນົກກາງແກທີ່ເຮັດຮັງ
ຢູ່ທີ່ປາກຖ້ຳ.
“ພວກເຮົາໄດ້ຍິນເຖິງຄວາມອວດອົ່ງຂອງໂມອາບ
ຄືຄວາມຈອງຫອງ ແລະ ຄວາມໂອ້ອວດ, ການອວດດີ, ການຄຸຍໂມ້
ຂອງໂມອາບນັ້ນໃຫຍ່ສໍ່າໃດ.
ພຣະເຈົ້າຢາເວປະກາດວ່າ, ເຮົາຮູ້ຄວາມໂອ້ອວດຂອງມັນທີ່ບໍ່ມີປະໂຫຍດຫຍັງ”
“ແລະ ການຄຸຍໂມ້ຂອງໂມອາບກໍມີປະໂຫຍດຫຍັງ.
ເຫດສະນັ້ນ ເຮົາຈຶ່ງຮ້ອງໄຫ້ໃຫ້ກັບໂມອາບ
ເຮົາຮ້ອງໄຫ້ເພື່ອໂມອາບທຸກຄົນ,
ເຮົາຄ່ຳຄວນໃຫ້ປະຊາຊົນກີຣະເຮເຣັດ.
ຕົ້ນອະງຸ່ນແຫ່ງສິບມາ,
ເຮົາຮ້ອງໄຫ້ໃຫ້ກັບເຈົ້າດັ່ງທີ່ຢາເຊຮ້ອງໄຫ້
ງ່າຂອງເຈົ້າແຜ່ຂະຫຍາຍໄປໄກເຖິງທະເລ;
ງ່າເຫລົ່ານັ້ນໄປໄກຈົນຮອດຢາເຊ
ຜູ້ທຳລາຍໄດ້ທໍາລາຍໝາກໄມ້ເຫີມ ແລະ ໝາກອະງຸ່ນສຸກຂອງພວກເຈົ້າແລ້ວ.
ຄວາມຊື່ນຊົມຍິນດີ ແລະ ຄວາມຍິນດີກໍຫາຍໄປ
ຈາກສວນໝາກໄມ້ ແລະ ທົ່ງນາຂອງໂມອາບ.
ເຮົາໄດ້ເຮັດໃຫ້ນໍ້າອະງຸ່ນເຊົາໄຫລຈາກອ່າງບີບໝາກອະງຸ່ນ;
ບໍ່ມີຄົນຢຽບໝາກອະງຸ່ນທັງບໍ່ມີສຽງໂຫ່ຮ້ອງຊົມຊື່ນຍິນດີ.
ເຖິງແມ່ນວ່າຈະມີສຽງໂຫ່ຮ້ອງ,
ແຕ່ບໍ່ແມ່ນສຽງໂຫ່ຮ້ອງຊົມຊື່ນຍິນດີ.
“ສຽງຮ້ອງໄຫ້ຂອງພວກເຂົາດັ່ງຂຶ້ນ
ຈາກເຮັດຊະໂບນໄປຈົນເຖິງເອເລອາເລ ແລະ ຢາຮາດ,
ຈາກໂຊອາໄປຈົນເຖິງໂຮໂຣນາອິມ, ແລະ ເອັກລາດເຊລິດຊີຢາ,
ແມ່ນແຕ່ຫ້ວຍນໍ້ານິມຣິມກໍບົກແຫ້ງ.
ເຮົາຈະນຳຈຸດຈົບ
ມາສູ່ບັນດາຄົນທີ່ຖວາຍເຄື່ອງບູຊາໃນບ່ອນສູງຕ່າງໆ
ແລະ ເຜົາເຄື່ອງຫອມບູຊາແກ່ບັນດາພະຂອງຕົນໃນໂມອາບ”, ພຣະເຈົ້າຢາເວປະກາດດັ່ງນີ້.
“ສະນັ້ນ ຈິດໃຈຂອງເຮົາຄ່ຳຄວນໃຫ້ໂມອາບເໝືອນດັ່ງສຽງເປົ່າຂຸ່ຍ;
ຄ່ຳຄວນເໝືອນດັ່ງເປົ່າຂຸ່ຍໃຫ້ປະຊາຊົນເມືອງກີຣະເຮເຣັດ.
ຊັບສົມບັດທີ່ພວກເຂົາໄດ້ມາກໍສູນຫາຍໄປ.
ທຸກຄົນໄດ້ແຖຫົວ
ແລະ ຕັດໜວດ;
ທຸກຄົນໄດ້ປາດມື
ແລະ ທຸກຄົນຄຽນແອວດ້ວຍຜ້າກະສອບເຂົ້າ.
ທຸກຫລັງຄາເຮືອນໃນໂມອາບ
ແລະ ຕາມທາງແຍກໃນທີ່ສາທາລະນະ
ບໍ່ມີຫຍັງ ແຕ່ມີການໄວ້ທຸກ,
ເພາະເຮົາໄດ້ທຸບໂມອາບຖິ້ມ
ເໝືອນດັ່ງໄຫທີ່ບໍ່ມີຜູ້ໃດຕ້ອງການ”, ພຣະເຈົ້າຢາເວປະກາດດັ່ງນີ້.
“ມັນແຕກກະຈາຍຫລາຍສໍ່າໃດ, ເບິ່ງພວກເຂົາຮ້ອງໄຫ້ແມ!
ໂມອາບຫັນຫລັງຂອງຕົນກັບໄປດ້ວຍຄວາມອັບອາຍຫລາຍສໍ່າໃດ!
ໂມອາບໄດ້ກາຍເປັນເປົ້າຂອງການເຢາະເຍີ້ຍ,
ເປັນເປົ້າຂອງຄວາມໜ້າຢ້ານແກ່ບັນດາຜູ້ທີ່ຢູ່ອ້ອມມັນທັງໝົດ”.
ພຣະເຈົ້າຢາເວກ່າວວ່າ:
“ເບິ່ງແມ! ນົກອິນຊີໂຕໜຶ່ງກຳລັງບິນລົງມາ,
ພືປີກຂອງມັນອອກປົກຄຸມໂມອາບ.
ເກຣິໂອດ8ຈະຖືກຈັບ
ແລະ ຖານທີ່ໝັ້ນທັງຫລາຍໄດ້ຖືກຢຶດ.
ໃນວັນນັ້ນຈິດໃຈຂອງນັກຮົບຂອງໂມອາບ
ຈະເປັນເໝືອນຈິດໃຈຂອງແມ່ຍິງທີ່ກຳລັງເກີດລູກ.
ໂມອາບຈະຖືກທຳລາຍຈົນບໍ່ເປັນຊົນຊາດໜຶ່ງ
ເພາະມັນໄດ້ໝິ່ນປະໝາດພຣະເຈົ້າຢາເວ.
ປະຊາຊົນຂອງໂມອາບ,
ຄວາມຢ້ານ, ຂຸມ ແລະ ບ້ວງແຮ້ວລໍຖ້າເຈົ້າຢູ່”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ຜູ້ທີ່ໜີໄປຈາກຄວາມຢ້ານ
ຈະຕົກລົງຢູ່ໃນຂຸມ,
ຜູ້ທີ່ປີນອອກມາຈາກຂຸມ
ຈະຕິດໃນບ້ວງແຮ້ວ;
ເພາະເຮົາຈະນຳປີແຫ່ງການລົງໂທດ
ມາສູ່ໂມອາບ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ຜູ້ລີ້ໄພໃນຮົ່ມເງົາຂອງເຮັດຊະໂບນ
ຈະຢືນຢູ່ຢ່າງສິ້ນຫວັງ.
ເພາະມີໄຟອອກຈາກເຮັດຊະໂບນ,
ແປວໄຟກ້າຈາກກາງສີໂຫນ;
ມັນເຜົາໜ້າຜາກຂອງໂມອາບ,
ເຜົາກະໂຫລກຫົວຂອງຄົນທີ່ຄຸຍໂມ້ສຽງດັງ.
ວິບັດແກ່ເຈົ້າ, ໂມອາບ!
ປະຊາຊົນຂອງເຄໂມດໄດ້ຖືກທຳລາຍ;
ບັນດາລູກຊາຍຂອງເຈົ້າໄດ້ຖືກຈັບໄປເປັນຊະເລີຍ.
ລູກສາວຂອງເຈົ້າກໍຖືກຂັງໄວ້.
“ໃນວັນຂ້າງໜ້າ,
ແຕ່ເຮົາຈະຟື້ນຟູໂມອາບໃຫ້ກັບສູ່ສະພາບດີ”,
ພຣະເຈົ້າຢາເວປະກາດດັ່ງນີ້.
ການພິພາກສາລົງໂທດໂມອາບຈົບລົງຢູ່ທີ່ນີ້.
Source notes (8)
- Footnote ຫລື ຢຶດ; ມິດກາບ
- Footnote ໃນພາສາເຮັບເຣີຄຳວ່າ ເຮັດຊະໂບນ ມີສຽງຄ້າຍກັບຄຳທີ່ມີຄວາມຫມາຍວ່າ ວາງແຜນ
- Footnote ຊື່ເມືອງມັດເມນຂອງຊາວໂມອາບ ມີສຽງຄ້າຍກັບຄຳພາສາເຮັບເຣີທີ່ມີຄວາມໝາຍວ່າ ຖືກເຮັດໃຫ້ມິດງຽບ
- Footnote ສະບັບ ເຊັບຕູອາຈິນ ວ່າ ປະກາດແກ່ໂຊອາ
- Footnote ຫລື ເໝືອນອາໂຣເອີ
- Footnote ຫລື ຈົ່ງເອົາປີກໃຫ້ໂມອາບ ເພື່ອມັນຈະບິນໜີໄປໄດ້
- Footnote ຫລື ເຂົາສັດ ເຊິ່ງເປັນສັນຍາລັກຂອງກຳລັງ
- Footnote ຫລື ນະຄອນຕ່າງໆ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.