Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 47

ຖ້ອຍຄໍາ​ຂອງ​ພຣະເຈົ້າ​ກ່າວ​ກ່ຽວກັບ​ຟີລິດສະຕິນ

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ທີ່​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ເຢເຣມີຢາ​ກ່ຽວກັບ​ຊາວ​ຟີລິດສະຕິນ ກ່ອນ​ທີ່​ຟາໂຣ​ຈະ​ໂຈມຕີ​ເມືອງ​ກາຊາ​ວ່າ,

ພຣະເຈົ້າຢາເວ​ກ່າວ​ວ່າ:

“ຈົ່ງ​ເບິ່ງ​ນ້ຳ​ກໍາລັງ​ນອງ​ຂຶ້ນ​ຢູ່​ທາງ​ທິດເໜືອ;

ມັນ​ຈະ​ກາຍ​ເປັນ​ສາຍນ້ຳ​ທີ່​ໄຫລ​ແຮງ.

ມັນ​ຈະ​ຖ້ວມ​ດິນແດນ ແລະ ທຸກສິ່ງ​ທີ່​ຢູ່​ທີ່​ນັ້ນ,

ເມືອງ​ຕ່າງໆ ແລະ ບັນດາ​ຄົນ​ທີ່​ອາໄສ​ຢູ່​ເມືອງ​ເຫລົ່າ​ນັ້ນ,

ປະຊາຊົນ​ຈະ​ຮ້ອງ​ຂຶ້ນ;

ຄົນ​ທັງໝົດ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ຈະ​ຮ້ອງໄຫ້

ເມື່ອ​ໄດ້​ຍິນ​ສຽງ​ກີບ​ຕີນ​ມ້າ​ແລ່ນ,

ສຽງ​ລົດຮົບ​ຂອງ​ສັດຕູ

ແລະ ສຽງ​ດັ່ງ​ສະໜັ່ນ​ຂອງ​ລໍ້​ລົດມ້າ.

ພໍ່ແມ່​ຈະ​ບໍ່​ຫລຽວຫລັງ​ມາ​ຊ່ວຍ​ລູກ​ຂອງ​ຕົນ;

ມື​ຂອງ​ພວກເຂົາ​ຈະ​ອ່ອນ​ເພຍ​ໄປ​ໝົດ.

ເພາະ​ເຖິງ​ເວລາ​ແລ້ວ

ທີ່​ຈະ​ທຳລາຍ​ຟີລິດສະຕິນ​ທັງໝົດ

ແລະ ກຳຈັດ​ຄົນ​ທີ່​ລອດ​ຊີວິດ​ທັງໝົດ

ຄື​ຜູ້​ທີ່​ຈະ​ມາ​ຊ່ວຍ​ເມືອງ​ຕີເຣ ແລະ ຊີໂດນ.

ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ຊາວ​ຟີລິດສະຕິນ,

ທີ່​ຍັງ​ເຫລືອ​ຢູ່​ຈາກ​ແຄມ​ຝັ່ງ​ທະເລ​ຄັບໂທ.1

ກາຊາ​ຈະ​ແຖ​ຫົວ​ຂອງ​ຕົນ​ເພື່ອ​ໄວ້​ທຸກ;

ອາຊະເກໂລນ​ຈະ​ມິດ​ງຽບ​ຢູ່.

ປະຊາຊົນ​ທີ່​ຍັງ​ເຫລືອ​ຢູ່​ທີ່​ທົ່ງພຽງ,

ພວກເຈົ້າ​ຈະ​ປາດ​ເນື້ອ​ຕົນເອງ​ອີກ​ດົນ​ປານ​ໃດ?

“ວິບັດ​ແລ້ວ, ‘ດາບ​ຂອງ​ພຣະເຈົ້າຢາເວ,

ພວກເຈົ້າ​ຈະ​ຢຸດ​ພັກຜ່ອນ​ອີກ​ດົນ​ປານ​ໃດ?

ຈົ່ງ​ເອົາ​ດາບ​ຂອງ​ພວກເຈົ້າ​ກັບ​ຄືນ​ເຂົ້າ​ໄປ​ໃນ​ຝັກ;

ຈົ່ງ​ຢຸດ ແລະ ສະຫງົບ​ຢູ່’.

ແຕ່​ດາບ​ນັ້ນ​ຈະ​ພັກ​ໄດ້​ຢ່າງໃດ ໃນ​ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ມັນ,

ໃນ​ເມື່ອ​ພຣະອົງ​ໄດ້​ສັ່ງ​ໃຫ້​ມັນ

ໂຈມຕີ​ເມືອງ​ອາຊະເກໂລນ ແລະ ປະຊາຊົນ​ທີ່​ຢູ່​ຕາມ​ແຄມ​ທະເລ?”

Source notes (1)
  1. Footnote ຄື ກະເຣເຕ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.