Biblica® Open Lao Contemporary Version
ເຢເຣມີຢາ 46
ຖ້ອຍຄໍາຂອງພຣະເຈົ້າກ່າວກ່ຽວກັບເອຢິບ
ຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ມາເຖິງຜູ້ທຳນວາຍເຢເຣມີຢາກ່ຽວກັບຊົນຊາດຕ່າງໆດັ່ງນີ້:
ຖ້ອຍຄຳຂອງພຣະເຈົ້າຢາເວກ່າວກ່ຽວກັບເອຢິບວ່າ:
ນີ້ແມ່ນຖ້ອຍຄໍາຕໍ່ສູ້ກອງທັບຂອງຟາໂຣ ກະສັດເນໂກແຫ່ງເອຢິບ, ເຊິ່ງກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ເອົາຊະນະທີ່ກາກເກມິດຢູ່ແຄມແມ່ນໍ້າເອີຟຣັດໃນປີທີສີ່ຂອງການປົກຄອງຂອງເຢໂຮຍອາກິມລູກຊາຍຂອງໂຢສີຢາ ກະສັດແຫ່ງຢູດາຍວ່າ:
“ຈົ່ງຕຽມໂລ່ທັງໃຫຍ່ ແລະ ນ້ອຍຂອງພວກເຈົ້າໄວ້,
ແລ້ວອອກໄປເພື່ອສູ້ຮົບ!
ຈົ່ງມັດອານນັ່ງໃສ່ເທິງຫລັງມ້າ,
ແລະ ຂຶ້ນຂີ່ອອກໄປ!
ຈົ່ງເຂົ້າປະຈຳການ
ພ້ອມທັງໃສ່ໝວກເຫລັກ!
ຈົ່ງຝົນຫອກຂອງພວກເຈົ້າ,
ຈົ່ງໃສ່ເສື້ອເກາະຂອງພວກເຈົ້າ!
ເຮົາເຫັນຫຍັງ?
ເຫັນພວກເຂົາຢ້ານກົວ
ພວກເຂົາກໍາລັງຖອຍທັບ,
ພວກນັກຮົບຂອງພວກເຂົາໄດ້ພ່າຍແພ້.
ພວກເຂົາຮີບຫລົບໜີໄປ
ໂດຍບໍ່ຫລຽວຫລັງກັບຄືນມາ,
ແລະ ມີຄວາມຢ້ານຢູ່ທຸກດ້ານ” ພຣະເຈົ້າຢາເວປະກາດດັ່ງນີ້.
“ຄົນແລ່ນໄວທີ່ສຸດກໍໜີບໍ່ພົ້ນ
ຫລື ຄົນທີ່ເຂັ້ມແຂງກໍໜີບໍ່ລອດ.
ໃນທິດເໜືອຕາມຝັ່ງແມ່ນໍ້າເອີຟຣັດ
ພວກເຂົາເຕະສະດຸດ ແລະ ລົ້ມລົງ.
“ຜູ້ນີ້ແມ່ນຜູ້ໃດທີ່ໂຜ່ຂຶ້ນມາເໝືອນດັ່ງແມ່ນ້ຳນິນ,
ເໝືອນດັ່ງແມ່ນ້ຳທີ່ໄຫລແຮງ?
ແມ່ນເອຢິບທີ່ໂຜ່ຂຶ້ນມາເໝືອນດັ່ງແມ່ນ້ຳນິນ
ເໝືອນດັ່ງແມ່ນ້ຳທີ່ໄຫລແຮງ.
ເອຢິບເວົ້າວ່າ, ‘ຂ້ອຍຈະໂຜ່ຂຶ້ນມາ ແລະ ປົກຄຸມແຜ່ນດິນໂລກ;
ຂ້ອຍຈະທຳລາຍນະຄອນຕ່າງໆ ແລະ ປະຊາຊົນຂອງພວກເຂົາ’.
ຝູງມ້າ, ຈົ່ງບຸກເຂົ້າໄປ!
ຝູງລົດຮົບ, ຈົ່ງຮີບຂັບເຂົ້າໄປໄວໆ!
ພວກນັກຮົບ, ຈົ່ງບຸກໜ້າເຂົ້າໄປຄືຊາວກູເຊ1 ແລະ ຊາວພູດທີ່ຖືໂລ່,
ຊາວລີເດຍທີ່ຖືທະນູ
ແຕ່ວັນນັ້ນເປັນວັນແຫ່ງອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ຄື
ວັນແຫ່ງການແກ້ແຄ້ນ, ເພື່ອແກ້ແຄ້ນບັນດາສັດຕູຂອງພຣະອົງ.
ດາບຈະຟັນຈົນມັນພໍໃຈ,
ແລະ ຈົນກວ່າມັນດັບຄວາມກະຫາຍດ້ວຍເລືອດ.
ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່ຈະຮັບເຄື່ອງຖວາຍບູຊາ
ໃນດິນແດນທາງທິດເໜືອແຄມຝັ່ງແມ່ນໍ້າເອີຟຣັດ.
“ລູກສາວພົມມະຈາລີແຫ່ງເອຢິບ2
ຈົ່ງຂຶ້ນໄປເອົາຢາທີ່ກີເລອາດ.
ແຕ່ພວກເຈົ້າລອງຢາຫລາຍຢ່າງກໍບໍ່ມີປະໂຫຍດ;
ບໍ່ມີທາງປິ່ນປົວເຈົ້າໃຫ້ຫາຍດີ.
ປະຊາຊາດທັງຫລາຍຈະໄດ້ຍິນເຖິງຄວາມອັບອາຍຂອງພວກເຈົ້າ;
ສຽງຮ້ອງໄຫ້ຂອງພວກເຈົ້າຈະດັງໄປທົ່ວແຜ່ນດິນໂລກ.
ນັກຮົບຄົນໜຶ່ງຈະສະດຸດລົ້ມທັບອີກຄົນໜຶ່ງ;
ແລະ ທັງສອງຈະລົ້ມລົງນໍາກັນ”.
ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ກ່າວກັບຜູ້ທຳນວາຍເຢເຣມີຢາກ່ຽວກັບການມາຂອງກະສັດເນບູກາດເນັດຊາແຫ່ງບາບີໂລນເພື່ອໂຈມຕີເອຢິບວ່າ:
“ຈົ່ງປະກາດເລື່ອງນີ້ໃນເອຢິບ, ແລະ ປະກາດໃນມິກໂດນ;
ຈົ່ງປະກາດໃນມຳຟິດ3 ແລະ ໃນຕາປັນເຮັດເໝືອນກັນວ່າ:
‘ຈົ່ງເຂົ້າປະຈຳການ ແລະ ຕຽມພ້ອມ,
ເພາະດາບຈະຟັນຄົນທີ່ຢູ່ອ້ອມພວກເຈົ້າ’.
ເປັນຫຍັງພວກນັກຮົບຂອງພວກເຈົ້າຈຶ່ງຖືກຕີລົ້ມລົງ?
ພວກເຂົາບໍ່ສາມາດຢືນຢູ່ໄດ້, ເພາະພຣະເຈົ້າຢາເວຈະຍູ້ພວກເຂົາໃຫ້ລົ້ມລົງ.
ພວກເຂົາຈະສະດຸດລົ້ມຊໍ້າແລ້ວຊໍ້າອີກ;
ພວກເຂົາຈະລົ້ມລົງທັບກັນ.
ພວກເຂົາຈະເວົ້າວ່າ, ‘ຈົ່ງລຸກຂຶ້ນ, ໃຫ້ພວກເຮົາກັບໄປຫາ
ປະຊາຊົນ ແລະ ດິນແດນບ້ານເກີດຂອງພວກເຮົາ,
ໜີໄປຈາກດາບຂອງຜູ້ທີ່ກົດຂີ່’.
ຢູ່ທີ່ນັ້ນ ພວກເຂົາຈະຮ້ອງຂຶ້ນວ່າ,
‘ຟາໂຣກະສັດແຫ່ງເອຢິບມີແຕ່ເວົ້າສຽງດັງເທົ່ານັ້ນ;
ລາວໄດ້ພາດໂອກາດຂອງຕົນແລ້ວ’ ”.
ອົງກະສັດ, ຜູ້ທີ່ມີນາມວ່າ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ
“ເຮົາມີຊີວິດຢູ່ແນ່ນອນສັນໃດ
ຜູ້ໜຶ່ງຈະມາເໝືອນດັ່ງພູເຂົາຕາໂບທີ່ຢູ່ທ່າມກາງພູເຂົາຕ່າງໆ,
ເໝືອນດັ່ງພູເຂົາກາເມນທີ່ແຄມທະເລນັ້ນ.
ພວກເຈົ້າທີ່ອາໄສຢູ່ໃນເອຢິບ
ຈົ່ງເກັບເຄື່ອງຂອງຂອງພວກເຈົ້າເພື່ອໄປເປັນຊະເລີຍ,
ເພາະມຳຟິດຈະກາຍເປັນຊາກຫັກເພພັງ
ແລະ ຖືກປະຖິ້ມໄວ້ໃຫ້ຮົກຮ້າງໂດຍບໍ່ມີຜູ້ໃດອາໄສຢູ່.
“ເອຢິບເປັນງົວແມ່ທີ່ງາມໂຕໜຶ່ງ
ແຕ່ແມງວັນດູດເລືອດກໍາລັງມາ
ຕໍ່ສູ້ນາງຈາກທາງທິດເໜືອ.
ພວກທະຫານຮັບຈ້າງໃນກອງທັບເອຢິບ
ເປັນດັ່ງລູກງົວໂຕຕຸ້ຍພີ.
ພວກເຂົາກໍຈະຫັນຫລັງກັບ ແລະ ໜີໄປນໍາກັນ,
ພວກເຂົາຈະບໍ່ຢືນຢູ່ຕໍ່ໄປໄດ້,
ເພາະວັນແຫ່ງໄພພິບັດກຳລັງຈະມາເຖິງພວກເຂົາແລ້ວ,
ເປັນເວລາທີ່ພວກເຂົາຈະຖືກລົງໂທດ.
ເອຢິບຈະສົ່ງສຽງເໝືອນດັ່ງງູທີ່ເລືອໜີໄປ
ໃນຂະນະທີ່ສັດຕູຍົກກຳລັງບຸກເຂົ້າມາ;
ພວກເຂົາຈະມາຕໍ່ສູ້ນາງດ້ວຍຂວານ
ເໝືອນດັ່ງຄົນທີ່ປໍ້າຕົ້ນໄມ້.
ພວກເຂົາຈະຕັດປ່າໄມ້ຂອງເອຢິບລົງ,” ພຣະເຈົ້າຢາເວປະກາດດັ່ງນີ້ວ່າ,
“ເຖິງແມ່ນວ່າມັນຈະໜາແໜ້ນກໍຕາມ,
ພວກເຂົາກໍມີຈຳນວນຫລວງຫລາຍກວ່າຝູງຕັກແຕນ
ທີ່ພວກເຂົາບໍ່ສາມາດນັບໄດ້.
ລູກສາວແຫ່ງເອຢິບ4ຈະຕ້ອງອັບອາຍ,
ຖືກມອບໄວ້ໃນມືຂອງຄົນຈາກທາງທິດເໜືອ”.
ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ: “ເຮົາກຳລັງຈະນໍາລົງໂທດມາສູ່ພະອາໂມນພະແຫ່ງເມືອງເທເບ,5 ມາສູ່ຟາໂຣ, ເອຢິບ, ບັນດາພະ ແລະ ບັນດາກະສັດຂອງເອຢິບ ແລະ ບັນດາຄົນທີ່ເພິ່ງພາຟາໂຣ. ເຮົາຈະມອບພວກເຂົາໄວ້ໃນມືຂອງຜູ້ທີ່ຢາກຂ້າພວກເຂົາຄື ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ບັນດານາຍທະຫານຂອງລາວ. ແຕ່ຕໍ່ມາພາຍຫລັງ, ເອຢິບຈະມີຄົນຢູ່ອາໄສເໝືອນດັ່ງໃນອະດີດທີ່ຜ່ານມາ”, ພຣະເຈົ້າຢາເວປະກາດດັ່ງນີ້.
“ຢ່າຢ້ານເລີຍ, ຢາໂຄບຜູ້ຮັບໃຊ້ຂອງເຮົາ;
ຢ່າຕົກໃຈເລີຍ, ອິດສະຣາເອນ.
ເຮົາຈະຊ່ວຍພວກເຈົ້າອອກຈາກບ່ອນທີ່ຫ່າງໄກຢ່າງແນ່ນອນ,
ຈະຊ່ວຍເຊື້ອສາຍຂອງພວກເຈົ້າຈາກດິນແດນທີ່ພວກເຂົາເປັນຊະເລີຍ.
ຢາໂຄບຈະມີສັນຕິສຸກ ແລະ ຄວາມປອດໄພອີກ,
ແລະ ຈະບໍ່ມີຜູ້ໃດເຮັດໃຫ້ລາວຢ້ານກົວ.
ຢ່າຢ້ານເລີຍ, ຢາໂຄບຜູ້ຮັບໃຊ້ຂອງເຮົາ,
ເພາະເຮົາຢູ່ກັບເຈົ້າ”,
ພຣະເຈົ້າຢາເວປະກາດດັ່ງນີ້.
“ເຖິງແມ່ນວ່າເຮົາຈະທຳລາຍທຸກຊົນຊາດຈົນໝົດສິ້ນ
ທີ່ເຮົາເຮັດໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ.
ແຕ່ເຮົາຈະບໍ່ທຳລາຍພວກເຈົ້າຈົນໝົດສິ້ນ.
ເຮົາຈະຕີສອນພວກເຈົ້າ ຕາມທີ່ສົມຄວນເທົ່ານັ້ນ;
ເຮົາຈະບໍ່ປ່ອຍພວກເຈົ້າໄປໂດຍບໍ່ໄດ້ຖືກໂທດ”.
Source notes (5)
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
- Footnote ຄື ຊາວເອຢິບ
- Footnote ພາສາເຮັບເຣີວ່າ ໂນຟ ເຊັ່ນດຽວກັບຂໍ້ 19
- Footnote ຄື ຊາວເອຢິບ
- Footnote ພາສາເຮັບເຣີວ່າ ໂນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.