Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 45

ຖ້ອຍຄໍາ​ຂອງ​ພຣະເຈົ້າ​ກ່າວ​ກັບ​ບາ​ລຸກ

ໃນ​ປີ​ທີ​ສີ່​ຂອງ​ການປົກຄອງ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ​ລູກຊາຍ​ຂອງ​ໂຢສີຢາ, ເມື່ອ​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄດ້​ບັນທຶກ​ຖ້ອຍຄໍາ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ລົງ​ໃນ​ໜັງສືມ້ວນ, ເຢເຣມີຢາ​ໄດ້​ກ່າວ​ກັບ​ບາຣຸກ​ວ່າ, “ບາຣຸກ, ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ກັບ​ເຈົ້າ​ວ່າ: ເຈົ້າ​ໄດ້​ເວົ້າ​ວ່າ, ‘ວິບັດ​ແກ່​ຂ້ອຍ! ພຣະເຈົ້າຢາເວ​ໄດ້​ເພີ່ມ​ຄວາມ​ໂສກເສົ້າ​ໃຫ້​ຂ້ອຍ​ເຈັບປວດ​ອີກ; ຂ້ອຍ​ອິດເມື່ອຍ​ອ່ອນແຮງ​ໂດຍ​ການ​ຄວນຄາງ ແລະ ບໍ່​ໄດ້​ພັກຜ່ອນ’. ແຕ່​ພຣະເຈົ້າຢາເວ​ໄດ້​ບອກ​ຂ້ອຍ​ໃຫ້​ກ່າວ​ກັບ​ເຈົ້າ​ວ່າ, ພຣະເຈົ້າຢາເວ​ກ່າວ​ວ່າ: ‘ເຮົາ​ຈະ​ໂຄ່ນລົ້ມ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ ແລະ ຖອນ​ຮາກ​ສິ່ງ​ທີ່​ໄດ້​ເຮົາ​ປູກ​ທົ່ວ​ແຜ່ນດິນໂລກ. ເຈົ້າ​ຄວນ​ຈະ​ສະແຫວງ​ຫາ​ສິ່ງ​ທີ່​ຍິ່ງໃຫຍ່​ເພື່ອ​ຕົນ​ເອງ​ບໍ? ຢ່າ​ສະແຫວງ​ຫາ​ພວກມັນ. ເພາະ​ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ປະຊາຊົນ​ທັງໝົດ, ແຕ່​ບໍ່​ວ່າ​ເຈົ້າ​ຈະ​ໄປ​ໃສ​ເຮົາ​ຈະ​ໃຫ້​ເຈົ້າ​ລອດ​ຊີວິດ, ພຣະເຈົ້າຢາເວ​ປະກາດ​ດັ່ງນີ້’ ”.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.