Biblica® Open Lao Contemporary Version
ເຢເຣມີຢາ 44
ໄພພິບັດເນື່ອງຈາກການກາບໄຫວ້ຮູບເຄົາລົບ
ຖ້ອຍຄໍາຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາກ່ຽວກັບຊາວຢິວທັງໝົດທີ່ກຳລັງອາໄສຢູ່ໃນເອຢິບດ້ານລຸ່ມຄື ໃນເມືອງມິກໂດນ, ຕາປັນເຮັດ, ມຳຟິດ1 ແລະ ເອຢິບດ້ານເທິງ2ວ່າ, “ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ພວກເຈົ້າໄດ້ເຫັນໄພພິບັດອັນໃຫຍ່ທີ່ເຮົາໄດ້ນຳມາສູ່ເຢຣູຊາເລັມ ແລະ ເມືອງທັງໝົດຂອງຢູດາຍແລ້ວ. ວັນນີ້ເມືອງຕ່າງໆໄດ້ຖືກປະຖິ້ມໄວ້ໃຫ້ຮົກຮ້າງ ແລະ ເປັນຊາກຫັກເພພັງ. ເພາະຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ. ພວກເຂົາຍົວະຄວາມໃຈຮ້າຍຂອງເຮົາໂດຍການເຜົາເຄື່ອງຫອມ ແລະ ການກາບໄຫວ້ບັນດາພະອື່ນ, ບໍ່ວ່າພວກເຂົາ, ພວກເຈົ້າ ຫລື ບັນດາບັນພະບຸລຸດຂອງພວກເຈົ້າກໍບໍ່ເຄີຍຮູ້ຈັກມາກ່ອນ. ເຮົາໄດ້ສົ່ງບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາມາຫລາຍຄັ້ງເພື່ອບອກວ່າ, ‘ຢ່າເຮັດສິ່ງທີ່ໜ້າລັງກຽດທີ່ເຮົາກຽດຊັງນີ້!’ ແຕ່ພວກເຂົາກໍບໍ່ຟັງ ຫລື ເອົາໃຈໃສ່; ພວກເຂົາບໍ່ໄດ້ຫັນໜີຈາກຄວາມຊົ່ວຮ້າຍ ຫລື ເຊົາເຜົາເຄື່ອງຫອມໃຫ້ບັນດາພະອື່ນ. ເຫດສະນັ້ນ, ເຮົາຈຶ່ງໄດ້ເທຄວາມໂກດຮ້າຍອັນຮຸນແຮງຂອງເຮົາລົງມາ; ໃຫ້ມັນກະໜ່ຳຕໍ່ສູ້ເມືອງທັງຫລາຍຂອງຢູດາຍ ແລະ ຖະໜົນຫົນທາງຂອງເຢຣູຊາເລັມ ແລະ ເຮັດໃຫ້ເມືອງເຫລົ່ານີ້ເປັນຊາກຫັກເພພັງເໝືອນທີ່ເປັນຢູ່ທຸກວັນນີ້”.
“ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າຂອງອິດສະຣາເອນກ່າວວ່າ: ເປັນຫຍັງພວກເຈົ້າຈຶ່ງນຳໄພພິບັດມາສູ່ຕົນເອງໂດຍພັດພາກຜູ້ຊາຍ ແລະ ແມ່ຍິງ, ເດັກນ້ອຍ ແລະ ເດັກອ່ອນຈາກຢູດາຍ, ແລ້ວເຮັດໃຫ້ພວກເຈົ້າເອງບໍ່ເຫລືອແມ່ນແຕ່ຄົນໜ້ອຍດຽວ? ເປັນຫຍັງຈຶ່ງຍົວະຄວາມໃຈຮ້າຍຂອງເຮົາດ້ວຍສິ່ງທີ່ມືຂອງພວກເຈົ້າໄດ້ສ້າງຂຶ້ນໂດຍການເຜົາເຄື່ອງຫອມແກ່ບັນດາພະອື່ນໃນເອຢິບ, ເຊິ່ງເປັນບ່ອນທີ່ພວກເຈົ້າໄດ້ມາອາໄສຢູ່? ພວກເຈົ້າຈະທຳລາຍຕົນເອງ ແລະ ເຮັດໃຫ້ຕົນເອງຖືກສາບແຊ່ງ ແລະ ເປັນເປົ້າຂອງການຕຳໜິໃນທ່າມກາງຊົນຊາດທັງໝົດໃນໂລກ. ພວກເຈົ້າໄດ້ລືມຄວາມຊົ່ວຮ້າຍທີ່ບັນດາບັນພະບຸລຸດຂອງພວກເຈົ້າ ແລະ ບັນດາກະສັດກັບລາຊີນີແຫ່ງຢູດາຍໄດ້ເຮັດ, ແລະ ຄວາມຊົ່ວຮ້າຍຂອງພວກເຈົ້າເອງ ແລະ ເມຍຂອງພວກເຈົ້າໄດ້ເຮັດໃນດິນແດນຢູດາຍ ແລະ ຕາມຖະໜົນຫົນທາງໃນເຢຣູຊາເລັມແລ້ວບໍ? ຈົນເຖິງວັນນີ້ພວກເຈົ້າກໍບໍ່ໄດ້ຖ່ອມຕົວລົງ ຫລື ສະແດງຄວາມຢຳເກງ ຫລື ບໍ່ໄດ້ປະຕິບັດຕາມກົດບັນຍັດຂອງເຮົາ ແລະ ດໍາລັດທີ່ເຮົາຕັ້ງໄວ້ຕໍ່ໜ້າພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າ.
“ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ເຮົາໄດ້ຕັ້ງໃຈຈະນຳໄພພິບັດມາສູ່ພວກເຈົ້າ ແລະ ເພື່ອທຳລາຍຢູດາຍທັງໝົດ. ເພາະເຮົາຈະກໍາຈັດຄົນທີ່ເຫລືອຢູ່ຂອງຢູດາຍອອກໄປ, ຄືຜູ້ທີ່ຕັ້ງໃຈໄປເອຢິບເພື່ອຕັ້ງຖິ່ນຖານຢູ່ທີ່ນັ້ນ. ພວກເຂົາທັງໝົດຈະຈິບຫາຍໃນເອຢິບ, ພວກເຂົາຈະລົ້ມຕາຍເພາະສົງຄາມ ຫລື ການອຶດຢາກອາຫານ. ຕັ້ງແຕ່ຜູ້ຕໍ່າຕ້ອຍທີ່ສຸດຈົນເຖິງຜູ້ຍິ່ງໃຫຍ່ທີ່ສຸດ, ພວກເຂົາຈະຕາຍຍ້ອນສົງຄາມ ຫລື ການອຶດຢາກອາຫານ. ພວກເຂົາຈະກາຍເປັນເປົ້າຂອງຄໍາສາບແຊ່ງ ແລະ ຄວາມໜ້າຢ້ານ, ເປັນເປົ້າຂອງການສາບແຊ່ງ ແລະ ການດູຖູກ. ເຮົາຈະລົງໂທດບັນດາຄົນທີ່ອາໄສຢູ່ໃນເອຢິບດ້ວຍສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດເໝືອນດັ່ງທີ່ເຮົາໄດ້ລົງໂທດເຢຣູຊາເລັມ. ບໍ່ມີຄົນເຫລືອຢູ່ຂອງຢູດາຍທີ່ໄປອາໄສຢູ່ໃນເອຢິບນັ້ນຈະໜີລອດໄປໄດ້ ຫລື ລອດຊີວິດກັບຄືນໄປທີ່ດິນແດນຢູດາຍ, ເຊິ່ງພວກເຂົາຢາກກັບຄືນໄປອາໄສຢູ່; ບໍ່ມີຜູ້ໃດຈະກັບຄືນໄປ ນອກຈາກຜູ້ລີ້ໄພພຽງແຕ່ໜ້ອຍດຽວເທົ່ານັ້ນ”.
ດັ່ງນັ້ນ ພວກຜູ້ຊາຍທຸກຄົນທີ່ຮູ້ວ່າເມຍຂອງຕົນໄດ້ເຜົາເຄື່ອງຫອມແກ່ບັນດາພະອື່ນ, ພ້ອມທັງແມ່ຍິງທຸກຄົນທີ່ມາເຕົ້າໂຮມກັນເປັນກຸ່ມໃຫຍ່ ແລະ ປະຊາຊົນທັງໝົດທີ່ອາໄສຢູ່ໃນເອຢິບດ້ານລຸ່ມ ແລະ ດ້ານເທິງ,3 ພວກເຂົາໄດ້ເວົ້າກັບເຢເຣມີຢາວ່າ, “ພວກເຮົາຈະບໍ່ຟັງຖ້ອຍຄຳທີ່ທ່ານໄດ້ກ່າວກັບພວກເຮົາໃນນາມຂອງພຣະເຈົ້າຢາເວ! ພວກເຮົາຈະເຮັດທຸກຢ່າງຕາມທີ່ພວກເຮົາໄດ້ເວົ້າໄວ້ຢ່າງແນ່ນອນຄື: ພວກເຮົາຈະເຜົາເຄື່ອງຫອມແກ່ພະລາຊີນີແຫ່ງສະຫວັນ ແລະ ຈະຖອກເຄື່ອງດື່ມບູຊາຖວາຍແກ່ນາງເໝືອນດັ່ງທີ່ພວກເຮົາ ແລະ ບັນພະບຸລຸດຂອງພວກເຮົາ, ບັນດາກະສັດຂອງພວກເຮົາ ແລະ ບັນດາຂ້າລາຊະການຂອງພວກເຮົາໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະ ຕາມຖະໜົນຫົນທາງຂອງເຢຣູຊາເລັມ. ໃນເວລານັ້ນ ພວກເຮົາໄດ້ມີອາຫານຢ່າງອຸດົມສົມບູນ ແລະ ສຸກສະບາຍດີ ແລະ ບໍ່ໄດ້ຮັບອັນຕະລາຍໃດໆ. ແຕ່ເມື່ອພວກເຮົາເຊົາເຜົາເຄື່ອງຫອມແກ່ພະລາຊີນີແຫ່ງສະຫວັນ ແລະ ຖອກເຄື່ອງດື່ມຖວາຍບູຊາແກ່ນາງ, ພວກເຮົາກໍບໍ່ມີຫຍັງ ແລະ ໄດ້ຈິບຫາຍເພາະສົງຄາມ ແລະ ການອຶດຢາກອາຫານ”.
ພວກແມ່ຍິງເວົ້າອີກວ່າ, “ເມື່ອພວກເຮົາໄດ້ເຜົາເຄື່ອງຫອມແກ່ພະລາຊີນີແຫ່ງສະຫວັນ ແລະ ຖອກເຄື່ອງດື່ມຖວາຍບູຊາແກ່ນາງ, ຜົວຂອງພວກເຮົາບໍ່ຮູ້ບໍວ່າ ພວກເຮົາກໍາລັງເຮັດຂະໜົມເພື່ອເຮັດໃຫ້ຮູບປັ້ນຂອງນາງພໍໃຈ ແລະ ຖອກເຄື່ອງດື່ມຖວາຍບູຊາແກ່ນາງບໍ່ແມ່ນບໍ?”
ແລ້ວເຢເຣມີຢາໄດ້ເວົ້າກັບປະຊາຊົນທັງໝົດ, ທັງພວກຜູ້ຊາຍ ແລະ ພວກແມ່ຍິງທີ່ກໍາລັງຕອບລາວນັ້ນວ່າ, “ພຣະເຈົ້າຢາເວບໍ່ໄດ້ຈົດຈຳ ແລະ ລະນຶກເຖິງເຄື່ອງຫອມຕ່າງໆທີ່ພວກເຈົ້າ ແລະ ບັນດາບັນພະບຸລຸດ, ບັນດາກະສັດ ແລະ ບັນດາຂ້າລາຊະການຂອງພວກເຈົ້າ ແລະ ປະຊາຊົນໃນດິນແດນນັ້ນໄດ້ເຜົາໃນເມືອງຕ່າງໆຂອງຢູດາຍ ແລະ ຕາມຖະໜົນຫົນທາງໃນເຢຣູຊາເລັມນັ້ນບໍ? ເມື່ອພຣະເຈົ້າຢາເວບໍ່ອົດທົນຕໍ່ການກະທຳອັນຊົ່ວຮ້າຍ ແລະ ສິ່ງທີ່ໜ້າລັງກຽດທີ່ພວກເຈົ້າເຮັດນັ້ນອີກຕໍ່ໄປ, ດິນແດນຂອງພວກເຈົ້າຈຶ່ງຖືກສາບແຊ່ງ, ແລະ ຖືກປະໄວ້ໃຫ້ຮົກຮ້າງໂດຍບໍ່ມີຜູ້ໃດອາໄສຢູ່ເໝືອນດັ່ງທຸກວັນນີ້. ເພາະພວກເຈົ້າໄດ້ເຜົາເຄື່ອງຫອມ ແລະ ໄດ້ເຮັດບາບຕໍ່ພຣະເຈົ້າຢາເວ ແລະ ບໍ່ໄດ້ເຊື່ອຟັງພຣະອົງ ຫລື ປະຕິບັດຕາມກົດບັນຍັດ, ດໍາລັດ ແລະ ຂໍ້ກໍານົດຂອງພຣະອົງ, ໄພພິບັດນີ້ຈຶ່ງໄດ້ເກີດຂຶ້ນກັບພວກເຈົ້າຕາມທີ່ພວກເຈົ້າເຫັນຢູ່ຂະນະນີ້”.
ແລ້ວເຢເຣມີຢາໄດ້ເວົ້າກັບປະຊາຊົນທັງໝົດລວມທັງພວກແມ່ຍິງວ່າ, “ປະຊາຊົນຢູດາຍທັງໝົດຢູ່ໃນເອຢິບ, ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ. ພຣະເຈົ້າຢາເວ ອົງຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ພວກເຈົ້າ ແລະ ເມຍຂອງພວກເຈົ້າໄດ້ເຮັດຕາມສິ່ງທີ່ພວກເຈົ້າໄດ້ເວົ້າວ່າພວກເຮົາຈະເຮັດເມື່ອພວກເຈົ້າໄດ້ສັນຍາວ່າ, ‘ພວກເຮົາຈະເຮັດຕາມຄໍາສາບານຢ່າງແນ່ນອນວ່າພວກເຮົາຈະເຜົາເຄື່ອງຫອມ ແລະ ເຄື່ອງດື່ມຖວາຍບູຊາແກ່ພະລາຊີນີແຫ່ງສະຫວັນ’.
“ສະນັ້ນ ຈົ່ງເຮັດຕໍ່ໄປ, ຈົ່ງເຮັດຕາມທີ່ພວກເຈົ້າສັນຍາໄວ້! ຈົ່ງຮັກສາຄໍາສາບານຂອງພວກເຈົ້າໄວ້! ແຕ່ຊາວຢິວທັງໝົດທີ່ອາໄສຢູ່ໃນເອຢິບ, ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວກ່າວວ່າ, ‘ເຮົາສາບານໂດຍນາມອັນຍິ່ງໃຫຍ່ຂອງເຮົາ’ ວ່າ, ຈະບໍ່ມີຜູ້ໃດຈັກຄົນຈາກຢູດາຍທີ່ອາໄສຢູ່ໃນເອຢິບນີ້ຈະໄດ້ໃຊ້ນາມຂອງເຮົາ ຫລື ສາບານວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍມີຊີວິດຢູ່’. ເພາະເຮົາກຳລັງເຝົ້າເບິ່ງພວກເຈົ້າຖືກທໍາລາຍ, ບໍ່ແມ່ນຜົນປະໂຫຍດອັນດີ; ຊາວຢິວໃນແຜ່ນດິນເອຢິບຈະຈິບຫາຍເພາະສົງຄາມ, ແລະ ການອຶດຢາກອາຫານຈົນກວ່າພວກເຂົາທັງໝົດຈະຖືກທຳລາຍ. ບັນດາຄົນທີ່ລອດຈາກສົງຄາມ ແລະ ກັບຄືນຈາກເອຢິບມາທີ່ດິນແດນຢູດາຍກໍຈະມີຢູ່ໜ້ອຍຫລາຍ. ແລ້ວປະຊາຊົນທີ່ເຫລືອຢູ່ທັງໝົດຂອງຢູດາຍທີ່ກັບມາອາໄສຢູ່ໃນເອຢິບນີ້ຈະຮູ້ວ່າຖ້ອຍຄຳຂອງເຮົາ ຫລື ຄໍາເວົ້າຂອງພວກເຂົານັ້ນອັນໃດຕັ້ງໝັ້ນຄົງຢູ່.
“ພຣະເຈົ້າຢາເວປະກາດວ່າ, ‘ນີ້ຈະເປັນໝາຍສຳຄັນທີ່ເຮັດໃຫ້ພວກເຈົ້າຮູ້ວ່າ ເຮົາຈະລົງໂທດພວກເຈົ້າໃນບ່ອນນີ້, ເພື່ອພວກເຈົ້າຈະຮູ້ວ່າຖ້ອຍຄຳທີ່ເຮົາໄດ້ກ່າວວ່າ, ການຂົ່ມຂູ່ຂອງເຮົາທີ່ໄດ້ທໍາລາຍພວກເຈົ້ານັ້ນຈະເປັນຈິງຢ່າງແນ່ນອນ’. ພຣະເຈົ້າຢາເວກ່າວວ່າ ‘ເຮົາຈະມອບກະສັດຟາໂຣໂຮຟະຣາແຫ່ງເອຢິບໄວ້ໃນມືຂອງບັນດາສັດຕູຂອງລາວຜູ້ທີ່ຢາກຂ້າລາວ, ເໝືອນດັ່ງທີ່ເຮົາໄດ້ມອບກະສັດເຊເດກີຢາແຫ່ງຢູດາຍໄວ້ໃນມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ, ສັດຕູຜູ້ທີ່ຢາກຂ້າລາວ’ ”.
Source notes (3)
- Footnote ພາສາເຮັບເຣີວ່າ ໂນບ
- Footnote ພາສາເຮັບເຣີວ່າ ໃນປັດຣັດ
- Footnote ພາສາເຮັບເຣີວ່າ ໃນເອຢິບ ແລະ ປັດຣັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.