Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 43

ເມື່ອ​ເຢເຣມີຢາ​ໄດ້​ບອກ​ປະຊາຊົນ​ເຖິງ​ຖ້ອຍຄຳ​ທັງໝົດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຄື ທຸກຢ່າງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ລາວ​ເພື່ອ​ບອກ​ພວກເຂົາ​ຈົບ​ແລ້ວ ອາຊາຣີຢາ​ລູກຊາຍ​ຂອງ​ໂຮຊາອີຢາ, ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ ພວກ​ຄົນ​ທີ່​ຈອງຫອງ​ທັງໝົດ​ກໍ​ໄດ້​ເວົ້າ​ກັບ​ເຢເຣມີຢາ​ວ່າ, “ເຈົ້າ​ກຳລັງ​ຕົວະ! ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ບໍ່​ໄດ້​ໃຊ້​ເຈົ້າ​ມາ​ກ່າວ​ວ່າ, ‘ພວກເຈົ້າ​ຕ້ອງ​ບໍ່​ໄປ​ທີ່​ເອຢິບ​ເພື່ອ​ຕັ້ງ​ຖິ່ນຖານ​ຢູ່​ທີ່ນັ້ນ’. ແຕ່​ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ກໍາລັງ​ຍຸຍົງ​ເຈົ້າ​ໃຫ້​ຕໍ່ສູ້​ພວກເຮົາ ເພື່ອ​ມອບ​ພວກເຮົາ​ໄວ້​ກັບ​ຊາວ​ບາບີໂລນ,1 ພວກເຂົາ​ຈະ​ຂ້າ​ພວກເຮົາ ຫລື ຈັບ​ພວກເຮົາ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ”.

ດັ່ງນັ້ນ ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ນາຍ​ທະຫານ​ກອງທັບ​ທັງໝົດ ແລະ ປະຊາຊົນ​ທັງໝົດ​ຈຶ່ງ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ​ໃຫ້​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ. ແຕ່​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ, ນາຍ​ທະຫານ​ກອງທັບ​ທັງໝົດ​ທີ່​ໄດ້​ພາ​ປະຊາຊົນ​ທີ່​ຍັງ​ເຫລືອ​ທັງໝົດ​ຂອງ​ຢູດາຍ​ທີ່​ໄດ້​ກັບ​ມາ​ອາໄສ​ຢູ່​ໃນ​ດິນແດນ​ຢູດາຍ​ມາ​ຈາກ​ຊົນຊາດ​ຕ່າງໆ​ທີ່​ພວກເຂົາ​ໄດ້​ກະຈັດ​ກະຈາຍ​ໄປ​ນັ້ນ. ພວກເຂົາ​ຍັງ​ໄດ້​ພາ​ທຸກຄົນ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ປະ​ໄວ້​ໃຫ້​ຢູ່​ກັບ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກໍາ, ຫລານຊາຍ​ຂອງ​ຊາຟານ​ມີ​ດັ່ງນີ້: ຜູ້ຊາຍ, ແມ່ຍິງ, ເດັກນ້ອຍ ແລະ ລູກສາວ​ຂອງ​ກະສັດ. ພວກເຂົາ​ໄດ້​ເອົາ​ຜູ້ທຳນວາຍ​ເຢເຣມີຢາ ແລະ ບາຣຸກ​ລູກຊາຍ​ຂອງ​ເນຣີຢາ​ໄປ​ນໍາ​ພວກເຂົາ​ດ້ວຍ. ດັ່ງນັ້ນ ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ເອຢິບ​ໂດຍ​ການ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລ້ວ​ກໍ​ມາ​ຈົນ​ເຖິງ​ຕາປັນເຮັດ​ໃນ​ດິນແດນ​ເອຢິບ.

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ໃນ​ຕາປັນເຮັດ​ວ່າ: “ຕໍ່ໜ້າ​ຊາວ​ຢິວ​ທັງໝົດ, ຈົ່ງ​ເອົາ​ຫີນ​ໃຫຍ່ໆ​ບາງ​ກ້ອນ ແລະ ມາ​ຝັງ​ພວກມັນ​ໄວ້​ໃນ​ກ້ອນ​ດິນຈີ່​ທີ່​ທາງ​ເຂົ້າ​ວັງ​ຂອງ​ຟາໂຣ​ໃນ​ຕາປັນເຮັດ. ແລ້ວ​ຈົ່ງ​ກ່າວ​ກັບ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ຜູ້​ມີ​ລິດ​ອຳນາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ສົ່ງ​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ ຜູ້ຮັບໃຊ້​ຂອງ​ເຮົາ​ມາ ແລະ ເຮົາ​ຈະ​ຕັ້ງ​ບັນລັງ​ຂອງ​ລາວ​ເທິງ​ກ້ອນຫີນ​ເຫລົ່ານີ້​ທີ່​ເຮົາ​ໄດ້​ຝັງ​ໄວ້​ບ່ອນ​ນີ້; ລາວ​ຈະ​ຂະຫຍາຍ​ຜ້າເຕັນ​ແຫ່ງ​ກະສັດ​ເທິງ​ກ້ອນຫີນ​ເຫລົ່ານີ້. ລາວ​ຈະ​ມາ​ໂຈມຕີ​ເອຢິບ, ຈະ​ນຳ​ຄວາມ​ຕາຍ​ມາ​ສູ່​ຜູ້​ທີ່​ຖືກ​ກຳນົດ​ໃຫ້​ຕາຍ, ຜູ້​ທີ່​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ​ກໍ​ຈະ​ເປັນ​ຊະເລີຍ, ຜູ້​ທີ່​ຖືກ​ກຳນົດ​ໃຫ້​ຕາຍ​ດ້ວຍ​ດາບ​ກໍ​ຈະ​ຕາຍ​ດ້ວຍ​ດາບ. ລາວ2​ຈະ​ຈູດ​ໄຟ​ເຜົາ​ວິຫານ​ຂອງ​ບັນດາ​ພະ​ແຫ່ງ​ເອຢິບ; ລາວ​ຈະ​ເຜົາ​ວິຫານ​ຕ່າງໆ​ຂອງ​ພວກເຂົາ ແລະ ຈະ​ເອົາ​ບັນດາ​ພະ​ຕ່າງໆ​ຂອງ​ພວກເຂົາ​ໄປ. ຄົນລ້ຽງແກະ​ເກັບ​ໂຕ​ຫມັດ​ອອກ​ຈາກ​ເຄື່ອງນຸ່ງ​ຂອງ​ຕົນ​ໃຫ້​ສະອາດ​ຢ່າງໃດ, ສະນັ້ນ ລາວ​ຈະ​ເກັບ​ເອຢິບ​ໃຫ້​ສະອາດ​ເໝືອນກັນ​ຢ່າງນັ້ນ ແລະ ກໍ​ຈາກ​ໄປ. ຢູ່​ທີ່ນັ້ນ​ລາວ​ຈະ​ຖອນ​ເສົາ​ສັກສິດ​ຕ່າງໆ​ໃນ​ວິຫານ​ຂອງ​ພະ​ແສງຕາເວັນ3​ລົງ​ໃນ​ເອຢິບ ແລະ ຈະ​ຈູດ​ວິຫານ​ຕ່າງໆ​ຂອງ​ບັນດາ​ພະ​ແຫ່ງ​ເອຢິບ​ຖິ້ມ​ເສຍ’ ”.

Source notes (3)
  1. Footnote ຫລື ຊາວ​ຄານເດອາ
  2. Footnote ຫລື ເຮົາ
  3. Footnote ຫລື ໃນ​ເຮລິໂອໂປລິດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.