Biblica® Open Lao Contemporary Version
ເຢເຣມີຢາ 42
ແລ້ວບັນດານາຍທະຫານກອງທັບທັງໝົດລວມທັງໂຢຮານານລູກຊາຍຂອງກາເຣຢາ,1 ແລະ ອາຊາຣີຢາ ລູກຊາຍຂອງໂຮຊາອີຢາ ແລະ ປະຊາຊົນທັງໝົດຕັ້ງແຕ່ຜູ້ຕໍ່າຕ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດໄດ້ພາກັນມາຫາ ຜູ້ທຳນວາຍເຢເຣມີຢາ ແລະ ໄດ້ເວົ້າກັບລາວວ່າ, “ຂໍໂຜດຟັງຄຳອ້ອນວອນຂອງພວກເຮົາ ແລະ ອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານເພື່ອປະຊາຊົນທີ່ຍັງເຫລືອຢູ່ທັງໝົດນີ້ແດ່. ເພາະທ່ານກໍເຫັນແລ້ວວ່າ, ແຕ່ກ່ອນພວກເຮົາມີປະຊາຊົນຢ່າງຫລວງຫລາຍ, ບັດນີ້ກໍຍັງເຫລືອພຽງແຕ່ເຫລັກນ້ອຍ. ຈົ່ງອະທິຖານຂໍພຣະເຈົ້າຢາເວ ພຣະເຈົ້າຂອງທ່ານເພື່ອຈະບອກພວກເຮົາວ່າ ພວກເຮົາຄວນຈະໄປຢູ່ໃສ ແລະ ພວກເຮົາຄວນຈະເຮັດຫຍັງ”.
ຜູ້ທຳນວາຍເຢເຣມີຢາໄດ້ຕອບວ່າ, “ຂ້າພະເຈົ້າໄດ້ຍິນພວກເຈົ້າແລ້ວ, ຂ້າພະເຈົ້າຈະອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕາມທີ່ພວກເຈົ້າໄດ້ຂໍຮ້ອງຢ່າງແນ່ນອນ; ຂ້າພະເຈົ້າຈະບອກພວກເຈົ້າທຸກຢ່າງຕາມທີ່ພຣະເຈົ້າຢາເວກ່າວ ແລະ ຈະບໍ່ປິດບັງສິ່ງໃດຈາກພວກເຈົ້າ”.
ແລ້ວພວກເຂົາເວົ້າກັບເຢເຣມີຢາວ່າ, “ຂໍພຣະເຈົ້າຢາເວເປັນພະຍານຢ່າງແທ້ຈິງ ແລະ ສັດຊື່ຕໍ່ພວກເຮົາ ຖ້າພວກເຮົາບໍ່ປະຕິບັດຕາມທຸກສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າໃຊ້ເຈົ້າມາບອກພວກເຮົາ. ບໍ່ວ່າສິ່ງນັ້ນເປັນທີ່ພໍໃຈ ຫລື ບໍ່ກໍຕາມ, ພວກເຮົາຈະເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ອົງທີ່ພວກເຮົາກໍາລັງໃຊ້ເຈົ້າໄປອະທິຖານຕໍ່ພຣະອົງ, ເພື່ອວ່າຈະເປັນຜົນດີແກ່ພວກເຮົາ, ເພາະພວກເຮົາຈະເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ”.
ສິບວັນຕໍ່ມາ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາ. ດັ່ງນັ້ນ ລາວຈຶ່ງເອີ້ນໂຢຮານານລູກຊາຍຂອງກາເຣຢາ ແລະ ບັນດານາຍທະຫານກອງທັບທັງໝົດທີ່ຢູ່ກັບລາວ ແລະ ປະຊາຊົນທັງໝົດຕັ້ງແຕ່ຜູ້ຕໍ່າຕ້ອຍທີ່ສຸດຈົນເຖິງຜູ້ໃຫຍ່ທີ່ສຸດມາເຕົ້າໂຮມກັນ. ເຢເຣມີຢາໄດ້ເວົ້າກັບພວກເຂົາວ່າ, “ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນ, ເຊິ່ງພວກເຈົ້າໃຊ້ຂ້ອຍໄປອ້ອນວອນຂໍແທນພວກເຈົ້າກ່າວວ່າ: ‘ຖ້າພວກເຈົ້າອາໄສຢູ່ໃນດິນແດນນີ້, ເຮົາຈະສ້າງພວກເຈົ້າຂຶ້ນ ແລະ ຈະບໍ່ພັງທໍາລາຍພວກເຈົ້າລົງ; ເຮົາຈະປູກພວກເຈົ້າ ແລະ ຈະບໍ່ຖອນຮາກພວກເຈົ້າ, ເພາະເຮົາທຸກໃຈຫລາຍກັບໄພພິບັດທີ່ເຮົາໄດ້ເຮັດໃຫ້ເກີດຂຶ້ນກັບພວກເຈົ້າ. ຢ່າຢ້ານກົວກະສັດແຫ່ງບາບີໂລນທີ່ພວກເຈົ້າຢ້ານຢູ່ໃນຂະນະນີ້. ຢ່າຢ້ານລາວ, ພຣະເຈົ້າຢາເວປະກາດດັ່ງນີ້ວ່າ, ເພາະເຮົາຢູ່ກັບພວກເຈົ້າ ແລະ ຈະຊ່ວຍພວກເຈົ້າ ແລະ ປົດປ່ອຍພວກເຈົ້າອອກຈາກມືຂອງລາວ. ເຮົາຈະສະແດງຄວາມເມດຕາແກ່ພວກເຈົ້າ ເພື່ອວ່າລາວຈະມີເມດຕາຕໍ່ພວກເຈົ້າ ແລະ ໃຫ້ພວກເຈົ້າກັບຄືນສູ່ດິນແດນຂອງພວກເຈົ້າ’.
“ແຕ່ຖ້າພວກເຈົ້າເວົ້າວ່າ, ‘ພວກເຮົາຈະບໍ່ອາໄສຢູ່ໃນດິນແດນນີ້’, ແລະ ຈະບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ແລະ ຖ້າພວກເຈົ້າເວົ້າວ່າ, ‘ບໍ່, ພວກເຮົາຈະໄປອາໄສຢູ່ໃນເອຢິບ, ບ່ອນທີ່ພວກເຮົາຈະບໍ່ເຫັນສົງຄາມ ຫລື ໄດ້ຍິນສຽງແກ ຫລື ການອຶດຢາກອາຫານ’, ແລ້ວກໍຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ, ພວກເຈົ້າທີ່ຍັງເຫລືອຢູ່ຂອງຢູດາຍ. ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ຖ້າພວກເຈົ້າຕັ້ງໃຈຈະໄປທີ່ເອຢິບ ແລະ ໄປຕັ້ງຖິ່ນຖານຢູ່ທີ່ນັ້ນ, ເມື່ອນັ້ນສົງຄາມທີ່ພວກເຈົ້າຢ້ານກົວຈະເກີດຂຶ້ນຢູ່ທີ່ນັ້ນ, ແລະ ການອຶດຢາກອາຫານທີ່ພວກເຈົ້າຢ້ານຕາຍຈະຕິດຕາມພວກເຈົ້າໄປເຖິງເອຢິບ ແລະ ພວກເຈົ້າຈະຕາຍຢູ່ທີ່ນັ້ນ. ທຸກຄົນທີ່ຕັ້ງໃຈໄປທີ່ເອຢິບເພື່ອຕັ້ງຖິ່ນຖານຈະຕາຍເພາະສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດ; ຈະບໍ່ມີຜູ້ໃດຈັກຄົນໃນພວກເຂົາທີ່ຈະລອດຊີວິດ ຫລື ໜີພົ້ນຈາກໄພພິບັດທີ່ເຮົາຈະນຳມາສູ່ພວກເຂົາ’, ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ເໝືອນດັ່ງຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາໄດ້ເຄີຍເທລົງມາສູ່ປະຊາຊົນທີ່ອາໄສໃນເຢຣູຊາເລັມ, ດັ່ງນັ້ນ ຄວາມໂກດຮ້າຍຂອງເຮົາຈະເທລົງມາສູ່ພວກເຈົ້າເມື່ອພວກເຈົ້າໄປທີ່ເອຢິບ. ພວກເຈົ້າຈະຖືກສາບແຊ່ງ ແລະ ເປັນເປົ້າຂອງຄວາມໜ້າຢ້ານ, ເປັນເປົ້າຂອງການສາບແຊ່ງ ແລະ ເປັນເປົ້າຂອງການດູຖູກ; ພວກເຈົ້າຈະບໍ່ໄດ້ເຫັນບ່ອນນີ້ອີກຈັກເທື່ອ’.
“ປະຊາຊົນທີ່ຍັງເຫລືອຢູ່ຂອງຢູດາຍ, ພຣະເຈົ້າຢາເວໄດ້ບອກພວກເຈົ້າແລ້ວວ່າ, ‘ຢ່າໄປທີ່ເອຢິບ’. ຈົ່ງໝັ້ນໃຈໃນເລື່ອງນີ້ຄື: ຂ້ອຍໄດ້ເຕືອນພວກເຈົ້າໃນວັນນີ້ ວ່າພວກເຈົ້າເຮັດຜິດຢ່າງຮ້າຍແຮງ2 ເມື່ອພວກເຈົ້າໃຊ້ຂ້ອຍໄປຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ເວົ້າວ່າ ‘ຈົ່ງອະທິຖານຕໍ່ພຣະເຈົ້າຂອງພວກເຮົາເພື່ອພວກເຮົາ; ຈົ່ງບອກທຸກສິ່ງທີ່ພຣະອົງກ່າວ ແລ້ວພວກເຮົາຈະປະຕິບັດຕາມ’. ບັດນີ້ ຂ້ອຍໄດ້ບອກພວກເຈົ້າແລ້ວ, ແຕ່ພວກເຈົ້າຍັງບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທຸກສິ່ງທີ່ພຣະອົງໄດ້ໃຊ້ຂ້ອຍມາບອກພວກເຈົ້າ. ສະນັ້ນ ບັດນີ້ ຈົ່ງໝັ້ນໃຈໃນເລື່ອງນີ້ວ່າ: ພວກເຈົ້າຈະຕາຍເພາະສົງຄາມ, ການອຶດຢາກອາຫານ ແລະ ໂລກລະບາດໃນບ່ອນທີ່ພວກເຈົ້າຢາກຈະໄປຕັ້ງຖິ່ນຖານຢູ່ນັ້ນ”.
Source notes (2)
- Footnote ສະບັບ LXX. ວ່າ ອາຊາລິຢາ ( ເບິ່ງ 43:2)
- Footnote ຫລື ເຈົ້າເຮັດຜິດຢູ່ໃນໃຈ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.