Biblica® Open Lao Contemporary Version
ເຢເຣມີຢາ 41
ໃນເດືອນທີເຈັດ ອິດຊະມາເອນລູກຊາຍຂອງເນທານີຢາ, ຫລານຊາຍຂອງເອລີຊາມາທີ່ເປັນເຊື້ອວົງຄົນໜຶ່ງ ແລະ ເຄີຍເປັນນາຍທະຫານຂອງກະສັດມາກ່ອນ, ລາວໄດ້ມາຫາເກດາລີຢາລູກຊາຍຂອງອາຮີກຳພ້ອມທັງທະຫານສິບຄົນທີ່ມີຊະປາ. ໃນຂະນະທີ່ ພວກເຂົາກຳລັງກິນເຂົ້ານໍາກັນຢູ່ທີ່ນັ້ນ, ອິດຊະມາເອນລູກຊາຍຂອງເນທານີຢາ ແລະ ທະຫານສິບຄົນທີ່ຢູ່ກັບລາວກໍລຸກຂຶ້ນ ແລະ ຂ້າເກດາລີຢາລູກຊາຍຂອງອາຮີກຳ, ຫລານຊາຍຂອງຊາຟານດ້ວຍດາບ, ເຊິ່ງເປັນການຂ້າຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເປັນຜູ້ປົກຄອງດິນແດນ. ອິດຊະມາເອນກໍຍັງໄດ້ຂ້າຊາວຢູດາຍທັງໝົດທີ່ຢູ່ກັບເກດາລີຢາໃນມີຊະປາດ້ວຍ, ຂະນະທີ່ພວກທະຫານຊາວບາບີໂລນ1ກໍຢູ່ທີ່ນັ້ນ.
ວັນຕໍ່ມາ ຫລັງຈາກທີ່ເກດາລີຢາຖືກລອບສັງຫານ, ກ່ອນທີ່ຈະມີຜູ້ໃດຮູ້ເລື່ອງນີ້, ກໍມີແປດສິບຄົນໄດ້ແຖໜວດ, ຈີກເຄື່ອງນຸ່ງຂອງຕົນ ແລະ ປາດເນື້ອຕົນເອງມາຈາກຊີເຄມ, ຊີໂລ ແລະ ຊາມາເຣຍ, ພວກເຂົານຳເຄື່ອງບູຊາທີ່ເປັນເມັດພືດ ແລະ ເຄື່ອງຫອມມາທີ່ວິຫານຂອງພຣະເຈົ້າຢາເວ. ອິດຊະມາເອນລູກຊາຍຂອງເນທານີຢາອອກຈາກເມືອງມີຊະປາໄປພົບພວກເຂົາ, ພວກເຂົາກໍາລັງຮ້ອງໄຫ້ຢູ່ຂະນະທີ່ລາວເດີນທາງມາ. ເມື່ອລາວເຫັນພວກເຂົາແລ້ວ, ລາວໄດ້ເວົ້າວ່າ, “ເຊີນເຂົ້າມາເບິ່ງເກດາລີຢາລູກຊາຍຂອງອາຮີກຳ”. ເມື່ອພວກເຂົາເຂົ້າໄປໃນເມືອງແລ້ວ, ອິດຊະມາເອນລູກຊາຍຂອງເນທານີຢາ ແລະ ຄົນທີ່ມາກັບລາວກໍຂ້າພວກເຂົາ ແລະ ໂຍນຊາກສົບລົງໃນນ້ຳສ້າງ. ແຕ່ມີສິບຄົນໃນພວກເຂົາເວົ້າກັບອິດຊະມາເອນວ່າ, “ຢ່າຂ້າພວກເຮົາເລີຍ! ເຮົາມີເຂົ້າຫວີດ, ເຂົ້າບາເລ, ນ້ຳມັນໝາກກອກ ແລະ ນ້ຳເຜິ້ງທີ່ໄດ້ເຊື່ອງໄວ້ຢູ່ໃນທົ່ງນາ”. ສະນັ້ນ ອິດຊະມາເອນຈຶ່ງປ່ອຍພວກເຂົາໄປ ແລະ ບໍ່ໄດ້ຂ້າພວກເຂົາເໝືອນດັ່ງຄົນອື່ນໆ. ບັດນີ້ ນໍ້າສ້າງທີ່ອິດຊະມາເອນໂຍນຊາກສົບຂອງຄົນທັງໝົດພ້ອມທັງເກດາລີຢາທີ່ລາວໄດ້ຂ້ານັ້ນ, ເຊິ່ງນໍ້າສ້າງນັ້ນເປັນໜຶ່ງໃນນໍ້າສ້າງທີ່ກະສັດອາສາໄດ້ຂຸດ ເພື່ອເປັນປ້ອມປ້ອງກັນການໂຈມຕີຂອງກະສັດບາອາຊາແຫ່ງອິດສະຣາເອນ. ອິດຊະມາເອນລູກຊາຍຂອງເນທານີຢາໄດ້ໂຍນສົບລົງໄປໃນນໍ້າສ້າງນັ້ນຈົນເຕັມ.
ອິດຊະມາເອນໄດ້ຈັບປະຊາຊົນທຸກຄົນທີ່ຍັງເຫລືອຢູ່ໃນມີຊະປາພ້ອມທັງລູກສາວຂອງກະສັດ ແລະ ຄົນອື່ນໆທີ່ຍັງເຫລືອຢູ່ທີ່ນັ້ນ, ເຊິ່ງເນບູຊາຣາດານຜູ້ບັນຊາການທະຫານເຝົ້າຍາມໄດ້ແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກຳໃຫ້ເປັນຜູ້ເບິ່ງແຍງ. ອິດຊະມາເອນລູກຊາຍຂອງເນທານີຢາໄດ້ຈັບພວກເຂົາໄປເປັນຊະເລີຍ ແລະ ເດີນທາງຂ້າມໄປທີ່ດິນແດນຂອງຊາວອຳໂມນ.
ເມື່ອໂຢຮານານລູກຊາຍຂອງກາເຣຢາ ແລະ ນາຍທະຫານກອງທັງໝົດທີ່ຢູ່ກັບລາວໄດ້ຍິນກ່ຽວກັບອາດຊະຍາກຳທັງໝົດທີ່ອິດຊະມາເອນລູກຊາຍຂອງເນທານີຢາໄດ້ກະທໍາ, ພວກເຂົາກໍນຳກຳລັງທະຫານທັງໝົດໄປຕໍ່ສູ້ກັບອິດຊະມາເອນລູກຊາຍຂອງເນທານີຢາ. ພວກເຂົາໄລ່ຕາມທັນລາວໃກ້ສະນໍ້າໃຫຍ່ທີ່ກີເບໂອນ. ເມື່ອປະຊາຊົນທັງໝົດທີ່ຢູ່ກັບອິດຊະມາເອນເຫັນໂຢຮານານລູກຊາຍຂອງກາເຣຢາ ແລະ ນາຍທະຫານກອງທັບທັງໝົດຂອງລາວ, ພວກເຂົາກໍດີໃຈ. ປະຊາຊົນທັງໝົດທີ່ອິດຊະມາເອນໄດ້ຈັບມາຈາກມີຊະປາໄດ້ຫັນກັບໄປຫາໂຢຮານານລູກຊາຍຂອງກາເຣຢາ. ແຕ່ອິດຊະມາເອນລູກຊາຍຂອງເນທານີຢາ ແລະ ຄົນຂອງຕົນແປດຄົນນັ້ນກໍໜີຈາກໂຢຮານານໄປ ແລະ ປົບໜີໄປຫາຊາວອຳໂມນ.
ໜີໄປທີ່ເອຢິບ
ແລ້ວໂຢຮານານລູກຊາຍຂອງກາເຣຢາ ແລະ ນາຍທະຫານກອງທັບທັງໝົດທີ່ຢູ່ກັບລາວກໍພາປະຊາຊົນທັງໝົດຈາກມີຊະປາທີ່ລອດຊີວິດ, ເຊິ່ງໂຢຮານານໄດ້ຊ່ວຍກັບຄືນມາຈາກອິດຊະມາເອນລູກຊາຍຂອງເນທານີຢາ ຫລັງຈາກທີ່ອິດຊະມາເອນໄດ້ລອບສັງຫານເກດາລີຢາລູກຊາຍຂອງອາຮີກຳແລ້ວຄື ພວກທະຫານ, ແມ່ຍິງ, ເດັກນ້ອຍ ແລະ ບັນດາຂ້າລາຊະການໃນວັງທີ່ລາວໄດ້ຊ່ວຍກັບຄືນມາຈາກກີເບໂອນ. ລາວກໍອອກໄປຈາກກີເບໂອນ. ພວກເຂົາໄດ້ເດີນທາງຕໍ່ໄປ ແລ້ວກໍມາຢຸດພັກທີ່ເກຣຸດກິມຮາມໃກ້ເບັດເລເຮັມທາງທີ່ພວກເຂົາຈະໄປສູ່ເອຢິບ ເພື່ອຫລົບໜີຈາກຊາວບາບີໂລນ.2 ພວກເຂົາຢ້ານຊາວບາບີໂລນ ເພາະອິດຊະມາເອນລູກຊາຍຂອງເນທານີຢາໄດ້ຂ້າເກດາລີຢາລູກຊາຍຂອງອາຮີກຳ, ຜູ້ທີ່ກະສັດແຫ່ງບາບີໂລນໄດ້ແຕ່ງຕັ້ງເປັນຜູ້ປົກຄອງດິນແດນ.
Source notes (2)
- Footnote ຫລື ທະຫານຊາວກັນເດອານ
- Footnote ຫລື ຊາວຄານເດອາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.