Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 40

ເຢເຣມີຢາ​ເປັນ​ອິດສະຫລະ

ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ເຢເຣມີຢາ​ຫລັງຈາກ​ທີ່​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ປ່ອຍ​ລາວ​ຢູ່​ທີ່​ຣາມາ. ລາວ​ໄດ້​ເຫັນ​ເຢເຣມີຢາ​ຖືກ​ລ່າມໂສ້​ໄວ້​ຢູ່​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ​ທີ່​ຖືກ​ຈັບ​ຈາກ​ເຢຣູຊາເລັມ ແລະ ຢູດາຍ​ທີ່​ກຳລັງ​ຈະ​ນໍາ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ. ເມື່ອ​ຜູ້​ບັນຊາການ​ທະຫານ​ເຝົ້າຍາມ​ໄດ້​ພົບ​ເຢເຣມີຢາ, ລາວ​ກໍ​ເວົ້າ​ກັບ​ເຢເຣມີຢາ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ຜູ້​ກໍານົດ​ໃຫ້​ໄພພິບັດ​ນີ້​ເກີດ​ຂຶ້ນ​ໃນ​ດິນແດນ​ນີ້. ແລະ ບັດນີ້ ພຣະເຈົ້າຢາເວ​ກໍ​ໄດ້​ເຮັດໃຫ້​ເກີດ​ຂຶ້ນ​ແລ້ວ; ພຣະອົງ​ໄດ້​ກະທໍາ​ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້​ເພາະ​ປະຊາຊົນ​ຂອງ​ເຈົ້າ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ ບໍ່​ໄດ້​ເຊື່ອຟັງ​ພຣະອົງ. ແຕ່​ບັດນີ້ ເຮົາ​ຈະ​ປ່ອຍ​ເຈົ້າ​ໄປ​ໃຫ້​ເປັນ​ອິດສະຫລະ​ຈາກ​ໂສ້​ທີ່​ລ່າມ​ມື​ຂອງ​ເຈົ້າ. ຈົ່ງ​ໄປ​ບາບີໂລນ​ກັບ​ຂ້ອຍ, ຖ້າ​ເຈົ້າ​ຢາກ​ໄປ, ແລະ ຂ້ອຍ​ຈະ​ເບິ່ງແຍງ​ເຈົ້າ; ແຕ່​ຖ້າ​ເຈົ້າ​ບໍ່​ຢາກ​ໄປ​ກໍ​ບໍ່​ຕ້ອງ​ໄປ. ເບິ່ງ​ແມ, ດິນແດນ​ທັງໝົດ​ກໍ​ໄດ້​ວາງ​ຢູ່​ຕໍ່ໜ້າ​ເຈົ້າ​ແລ້ວ; ເຈົ້າ​ຈະ​ໄປ​ໃສ​ກໍ​ໄດ້​ຕາມ​ທີ່​ຕ້ອງການ” ແຕ່​ກ່ອນ​ທີ່​ເຢເຣມີຢາ​ຈະ​ຈາກ​ໄປ​ນັ້ນ,1 ເນບູຊາຣາດານ​ກໍ​ເວົ້າ​ອີກ​ວ່າ, “ຈົ່ງ​ກັບຄືນ​ເມືອ​ຫາ​ເກດາລີຢາ ລູກຊາຍ​ຂອງ​ອາຮີກຳ, ຫລານຊາຍ​ຂອງ​ຊາຟານ, ເຊິ່ງ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ໃຫ້​ເບິ່ງແຍງ​ເມືອງ​ຕ່າງໆ​ຂອງ​ຢູດາຍ, ແລະ ຈົ່ງ​ໄປ​ອາໄສ​ຢູ່​ກັບ​ລາວ​ໃນ​ທ່າມກາງ​ປະຊາຊົນ ຫລື ເຈົ້າ​ຈະ​ໄປ​ໃສ​ກໍ​ໄດ້​ຕາມ​ທີ່​ຕ້ອງການ”.

ແລ້ວ​ເນບູຊາຣາດານ​ກໍ​ໄດ້​ເອົາ​ອາຫານ ແລະ ມອບ​ຂອງຂັວນ​ໃຫ້​ເຢເຣມີຢາ ແລ້ວ​ກໍ​ປ່ອຍ​ລາວ​ໄປ. ສະນັ້ນ ເຢເຣມີຢາ​ຈຶ່ງ​ໄດ້​ໄປ​ຫາ​ເກດາລີຢາ ລູກຊາຍ​ຂອງ​ອາຮີກຳ​ທີ່​ມີຊະປາ ແລະ ໄດ້​ອາໄສ​ຢູ່​ກັບ​ລາວ​ໃນ​ທ່າມກາງ​ປະຊາຊົນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ດິນແດນ​ນັ້ນ.

ເກດາລີຢາ​ຖືກ​ຂ້າ

(2ກສ 25:22-26)

ເມື່ອ​ບັນດາ​ນາຍ​ທະຫານ​ກອງທັບ​ທັງໝົດ ແລະ ທະຫານ​ຂອງ​ພວກເຂົາ​ຍັງ​ຢູ່​ກາງ​ທົ່ງ​ໄດ້​ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເກດາລີຢາ ລູກຊາຍ​ຂອງ​ອາຮິກຳ​ເປັນ​ຜູ້ປົກຄອງ​ດິນແດນ ແລະ ໃຫ້​ລາວ​ຮັບຜິດຊອບ​ເບິ່ງແຍງ​ພວກ​ຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍ​ທີ່​ເປັນ​ຄົນ​ທຸກຍາກ​ທີ່ສຸດ​ໃນ​ດິນແດນ ແລະ ປະຊາຊົນ​ທີ່​ບໍ່ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ, ພວກເຂົາ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ມີຊະປາ​ຄື: ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ, ໂຢຮານານ ແລະ ໂຢນາທານ​ລູກຊາຍ​ຂອງ​ກາເຣຢາ, ເສຣາອີຢາ​ລູກຊາຍ​ຂອງ​ຕັນຮູເມັດ, ບັນດາ​ລູກຊາຍ​ຂອງ​ເອຟາອີ​ຈາກ​ເນໂຕຟາ ແລະ ຢາອາຊານີຢາ2 ລູກຊາຍ​ຊາວ​ມາອາກາ ແລະ ທະຫານ​ຂອງ​ພວກເຂົາ. ເກດາລີຢາ​ລູກຊາຍ​ຂອງ​ອາຮິກຳ, ຫລານຊາຍ​ຂອງ​ຊາຟານ​ໄດ້​ສາບານ​ກັບ​ພວກເຂົາ ແລະ ເພື່ອ​ເຮັດໃຫ້​ພວກເຂົາ​ໝັ້ນໃຈ. ລາວ​ໄດ້​ເວົ້າ​ວ່າ, “ຢ່າ​ຢ້ານ​ທີ່​ຈະ​ຮັບໃຊ້​ຊາວ​ບາບີໂລນ3, ຈົ່ງ​ຕັ້ງ​ຖິ່ນຖານ​ໃນ​ດິນແດນ ແລະ ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ, ແລ້ວ​ທຸກສິ່ງ​ຈະ​ເປັນ​ໄປ​ໄດ້​ດ້ວຍ​ດີ​ສຳລັບ​ພວກເຈົ້າ. ຂ້ອຍ​ເອງ​ຈະ​ຢູ່​ທີ່​ມີຊະປາ ເພື່ອ​ເປັນ​ຜູ້​ຕາງໜ້າ​ຂອງ​ພວກເຈົ້າ​ກັບ​ຊາວ​ບາບີໂລນ​ທີ່​ຈະ​ມາ​ຫາ​ພວກເຮົາ, ແຕ່​ພວກເຈົ້າ​ຈົ່ງ​ເກັບກ່ຽວ​ໝາກ​ອະງຸ່ນ, ໝາກໄມ້​ໃນ​ລະດູ​ຮ້ອນ ແລະ ນໍ້າມັນ​ໝາກກອກ, ແລ້ວ​ກໍ​ເກັບ​ພວກມັນ​ໄວ້​ໃນ​ໄຫ​ຂອງ​ພວກເຈົ້າ ແລະ ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ຢຶດຄອງ”.

ເມື່ອ​ຊາວ​ຢິວ​ທັງໝົດ​ຢູ່​ໃນ​ໂມອາບ, ອຳໂມນ, ເອໂດມ ແລະ ປະເທດ​ອື່ນໆ​ທັງໝົດ​ໄດ້​ຍິນ​ວ່າ​ກະສັດ​ແຫ່ງ​ບາບີໂລນ​ໄດ້​ປະ​ຄົນ​ທີ່​ຍັງ​ເຫລືອ​ໄວ້​ຢູ່​ໃນ​ຢູດາຍ ແລະ ໄດ້​ແຕ່ງຕັ້ງ​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ, ລູກຊາຍ​ຂອງ​ຊາຟານ​ເປັນ​ຜູ້​ປົກຄອງ​ພວກເຂົາ, ພວກເຂົາ​ທັງໝົດ​ຈຶ່ງ​ໄດ້​ກັບ​ຄືນ​ມາ​ທີ່​ດິນແດນ​ຢູດາຍ​ຈາກ​ທຸກ​ປະເທດ​ທີ່​ພວກເຂົາ​ໄດ້​ກະຈັດກະຈາຍ​ກັນ​ໄປ; ພວກເຂົາ​ຈຶ່ງ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ມີຊະປາ. ແລ້ວ​ພວກເຂົາ​ກໍ​ເກັບ​ກ່ຽວ​ໝາກ​ອະງຸ່ນ ແລະ ໝາກໄມ້​ໃນ​ລະດູ​ຮ້ອນ​ໄດ້​ຢ່າງ​ຫລວງຫລາຍ.

ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ ແລະ ນາຍ​ທະຫານ​ກອງທັບ​ທັງໝົດ​ທີ່​ຢູ່​ກາງ​ທົ່ງ​ໄດ້​ມາ​ຫາ​ເກດາລີຢາ​ທີ່​ເມືອງ​ມີຊະປາ. ແລະ ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານ​ບໍ່​ຮູ້​ບໍ​ວ່າ ກະສັດ​ບາອາລີ​ຂອງ​ຊາວ​ອຳໂມນ​ໄດ້​ສົ່ງ​ອິດຊະມາເອນ​ລູກຊາຍ​ຂອງ​ເນທານີຢາ​ມາ​ລອບ​ສັງຫານ​ທ່ານ?” ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ບໍ່​ໄດ້​ເຊື່ອ​ພວກເຂົາ.

ແລ້ວ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ເວົ້າ​ກັບ​ເກດາລີຢາ​ຢ່າງ​ລັບໆ​ທີ່​ມີຊະປາ​ວ່າ, “ຈົ່ງ​ໃຫ້​ຂ້ານ້ອຍ​ໄປ​ຂ້າ​ອິດຊະມາເອນ ລູກຊາຍ​ຂອງ​ເນທານີຢາ ແລະ ຈະ​ບໍ່​ຜູ້ໃດ​ຮູ້​ເລື່ອງ​ນີ້. ເປັນຫຍັງ​ຈຶ່ງ​ປ່ອຍ​ໃຫ້​ລາວ​ມາ​ຂ້າ​ທ່ານ ແລະ ເປັນ​ເຫດ​ເຮັດ​ໃຫ້​ຊາວ​ຢິວ​ທັງໝົດ​ມາ​ເຕົ້າໂຮມ​ຢູ່​ກັບ​ທ່ານ​ຕ້ອງ​ກະຈັດກະຈາຍ​ໄປ ແລະ ພວກ​ຊາວ​ຢູດາຍ​ທີ່​ຍັງ​ເຫລືອ​ຢູ່​ຕ້ອງ​ໄປ​ສູ່​ຄວາມ​ຈິບຫາຍ?”

ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ເວົ້າ​ກັບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ວ່າ, “ຢ່າ​ເຮັດ​ແບບ​ນັ້ນ! ສິ່ງ​ທີ່​ເຈົ້າ​ກຳລັງ​ເວົ້າ​ກ່ຽວກັບ​ອິດຊະມາເອນ​ນັ້ນ​ບໍ່​ແມ່ນ​ຄວາມຈິງ​ດອກ”.

Source notes (3)
  1. Footnote ຫລື ເຢເຣມີຢາ​ໄດ້​ຕອບ​ວ່າ
  2. Footnote ພາສາ​ເຮັບເຣີ​ວ່າ ເຢຊານິຢາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ ຢາອາຊານິຢາ
  3. Footnote ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 10

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.