Biblica® Open Lao Contemporary Version
ເຢເຣມີຢາ 39
ໃນເດືອນທີສິບຂອງປີທີເກົ້າຂອງການປົກຄອງຂອງກະສັດເຊເດກີຢາແຫ່ງຢູດາຍ, ກະສັດເນບູກາດເນັດຊາແຫ່ງບາບີໂລນເຄື່ອນທັບທັງໝົດຂອງຕົນມາຕໍ່ສູ້ເຢຣູຊາເລັມ ແລະ ໄດ້ປິດລ້ອມເມືອງໄວ້. ໃນວັນທີເກົ້າຂອງເດືອນທີສີ່ຂອງປີທີສິບເອັດຂອງການປົກຄອງເຊເດກີຢາ, ກໍາແພງເມືອງໄດ້ຖືກທໍາລາຍລົງ. ບັນດາຜູ້ບັນຊາການກອງທັບທັງໝົດຂອງກະສັດແຫ່ງບາບີໂລນກໍເຂົ້າມາ ແລະ ໄດ້ນັ່ງຢູ່ທີ່ປະຕູກາງຄື: ເນການຊາເຣເຊແຫ່ງສາມກາ, ເນໂບຊາເສກິມເປັນຫົວໜ້ານາຍທະຫານ, ເນໂບຊາເຣເຊີ ຜູ້ບັນຊາການຊັ້ນສູງ ແລະ ບັນດາຜູ້ບັນຊາການຄົນອື່ນໆທັງໝົດຂອງກະສັດແຫ່ງບາບີໂລນ. ເມື່ອກະສັດເຊເດກີຢາແຫ່ງຢູດາຍ ແລະ ທະຫານທັງໝົດໄດ້ເຫັນພວກເຂົາ, ພວກເຂົາກໍໄດ້ໜີໄປ; ພວກເຂົາອອກຈາກເມືອງໄປໃນເວລາກາງຄືນໂດຍທາງສວນຂອງກະສັດ, ຜ່ານທາງປະຕູລະຫວ່າງກຳແພງເມືອງທັງສອງ ແລະ ໄດ້ມຸ່ງໜ້າໄປທີ່ອາຣາບາ.1
ແຕ່ກອງທັບຂອງຊາວບາບີໂລນ2ໄດ້ໄລ່ຕາມພວກເຂົາໄປ ແລະ ຈັບເຊເດກີຢາໄດ້ໃນທົ່ງພຽງເຢຣິໂກ. ພວກເຂົາໄດ້ຈັບເພິ່ນໄປ ແລະ ນໍາເພິ່ນໄປຫາກະສັດເນບູກາດເນັດຊາແຫ່ງບາບີໂລນທີ່ເມືອງຣິບລາໃນເຂດແດນຮາມັດ, ເນບູກາດເນັດຊາໄດ້ຕັດສິນລົງໂທດເພິ່ນຢູ່ທີ່ນັ້ນ. ກະສັດເນບູກາດເນັດຊາໄດ້ປະຫານຊີວິດພວກລູກຊາຍຂອງເຊເດກີຢາຢູ່ທີ່ຣິບລາຕໍ່ໜ້າເພິ່ນ ແລະ ກໍຍັງຂ້າບັນດາເຈົ້ານາຍແຫ່ງຢູດາຍທັງໝົດດ້ວຍ. ແລ້ວເພິ່ນກໍໄດ້ຄວັດແກ່ນຕາຂອງເຊເດກີຢາອອກ ແລະ ເອົາໂສ້ທອງສໍາລິດລ່າມເພິ່ນໄວ້ເພື່ອຈະນຳໄປທີ່ບາບີໂລນ.
ຊາວບາບີໂລນຈູດໄຟເຜົາວັງ ແລະ ບ້ານເຮືອນຂອງປະຊາຊົນ ແລະ ທໍາລາຍກຳແພງເຢຣູຊາເລັມລົງ. ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມໄດ້ນໍາເອົາປະຊາຊົນທີ່ຍັງເຫລືອຢູ່ໃນເມືອງພ້ອມທັງບັນດາຜູ້ທີ່ຍອມມອບຕົວຕໍ່ລາວ ແລະ ປະຊາຊົນສ່ວນທີ່ເຫລືອໄປເປັນຊະເລີຍທີ່ບາບີໂລນ. ແຕ່ເນບູຊາຣາດານຜູ້ບັນຊາການທະຫານເຝົ້າຍາມໄດ້ປະປະຊາຊົນທີ່ທຸກຍາກຈໍານວນໜຶ່ງໄວ້, ເຊິ່ງບໍ່ມີຫຍັງເປັນຂອງຕົນຢູ່ໃນຢູດາຍ; ແລະ ໃນເວລານັ້ນ ລາວໄດ້ມອບສວນອະງຸ່ນ ແລະ ທົ່ງນາໃຫ້ພວກເຂົາ.
ບັດນີ້ ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ສັ່ງເນບູຊາຣາດານແກ່ ຜູ້ບັນຊາການທະຫານເຝົ້າຍາມກ່ຽວກັບເຢເຣມີຢາວ່າ: “ຈົ່ງໄປຊອກຫາລາວ ແລະ ເບິ່ງແຍງລາວໃຫ້ດີ; ຢ່າທໍາຮ້າຍລາວ ແຕ່ຈົ່ງເຮັດທຸກສິ່ງຕາມທີ່ລາວຂໍ”. ດັ່ງນັ້ນ ເນບູຊາຣາດານ ຜູ້ບັນຊາການທະຫານເຝົ້າຍາມ, ເນບູຊາຣາດານ ຫົວໜ້ານາຍທະຫານ, ເນການຊາເຣເຊ ຜູ້ບັນຊາການຊັ້ນສູງ ແລະ ບັນດາຜູ້ບັນຊາການຄົນອື່ນໆທັງໝົດຂອງກະສັດແຫ່ງບາບີໂລນ. ຈຶ່ງສົ່ງຄົນໄປນຳເຢເຣມີຢາອອກມາຈາກເດີ່ນຂອງທະຫານເຝົ້າຍາມ. ພວກເຂົາໄດ້ມອບລາວໃຫ້ເກດາລີຢາລູກຊາຍຂອງອາຮິກຳ, ຫລານຊາຍຂອງຊາຟານເພື່ອພາເຢເຣມີຢາກັບໄປທີ່ເຮືອນຂອງລາວ. ເຢເຣມີຢາຍັງໄດ້ອາໄສຢູ່ທ່າມກາງປະຊາຊົນຂອງຕົນ.
ໃນຂະນະທີ່ ເຢເຣມີຢາໄດ້ຖືກຄວບຄຸມຕົວຢູ່ທີ່ເດີ່ນຂອງທະຫານເຝົ້າຍາມ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງລາວວ່າ: “ຈົ່ງໄປບອກບອກເອເບັດເມເຫລັກ ຊາວກູເຊວ່າ: ‘ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວດັ່ງນີ້ວ່າ: ເຮົາກຳລັງຈະເຮັດຖ້ອຍຄໍາທີ່ໄດ້ກ່າວຕໍ່ສູ້ເມືອງນີ້ສໍາເລັດເປັນຈິງຄື: ຖ້ອຍຄໍາກ່ຽວກັບຄວາມຈິບຫາຍ, ບໍ່ແມ່ນຄວາມຈະເລີນຮຸ່ງເຮືອງ. ໃນເວລານັ້ນ ຖ້ອຍຄໍາເຫລົ່ານັ້ນກໍຈະສໍາເລັດເປັນຈິງຕໍ່ໜ້າເຈົ້າ. ແຕ່ເຮົາຈະກອບກູ້ເຈົ້າໃນວັນນັ້ນ, ພຣະເຈົ້າຢາເວປະກາດດັ່ງນີ້ວ່າ, ເຈົ້າຈະບໍ່ຖືກມອບໄວ້ໃນມືຂອງພວກທີ່ເຈົ້າຢ້ານ. ເຮົາຈະຊ່ວຍເຈົ້າໃຫ້ພົ້ນ; ເຈົ້າຈະບໍ່ຕາຍດ້ວຍດາບ ແຕ່ເຈົ້າຈະລອດຊີວິດ, ເພາະເຈົ້າໄວ້ວາງໃຈໃນເຮົາ, ພຣະເຈົ້າຢາເວປະກາດດັ່ງນີ້’ ”.
Source notes (2)
- Footnote ຫລື ຮ່ອມພູຈໍແດນ
- Footnote ຫລື ຊາວກັນເດອານ ເຊັ່ນດຽວກັບຂໍ້ 8
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.