Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 38

ເຢເຣມີຢາ​ຖືກ​ໂຍນ​ລົງ​ໃນ​ນໍ້າສ້າງ​ທີ່​ບໍ່​ມີ​ນໍ້າ

ເຊຟາຕີຢາ​ລູກຊາຍ​ຂອງ​ມັດທານ, ເກດາລີຢາ​ລູກຊາຍ​ຂອງ​ປັດຊູ, ເຢຮູການ1 ລູກຊາຍ​ຂອງ​ເຊເລມີຢາ ແລະ ປັດຊູ​ລູກຊາຍ​ຂອງ​ມັນກີຢາ​ໄດ້​ຍິນ​ສິ່ງ​ທີ່​ເຢເຣມີຢາ​ກໍາລັງ​ບອກ​ປະຊາຊົນ​ທັງໝົດ​ເມື່ອ​ລາວ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ: ‘ຜູ້ໃດ​ກໍ​ຕາມ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ນີ້​ຈະ​ຕາຍ​ເພາະ​ສົງຄາມ, ການ​ອຶດຢາກ​ອາຫານ ຫລື ໂລກລະບາດ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ຍອມ​ຈໍານົນ​ຕໍ່​ຊາວ​ບາບີໂລນ2​ຈະ​ມີ​ຊີວິດ​ຢູ່. ພວກເຂົາ​ຈະ​ໜີ​ເອົາ​ຊີວິດ​ລອດ; ພວກເຂົາ​ຈະ​ມີ​ຊີວິດ​ຢູ່’. ແລະ ພຣະເຈົ້າຢາເວ​ກ່າວ​ວ່າ: ‘ເຮົາ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ກອງທັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ​ຢ່າງ​ແນ່ນອນ ແລະ ພວກເຂົາ​ຈະ​ຢຶດ​ເມືອງ​ນີ້’ ”.

ແລ້ວ​ບັນດາ​ຂ້າລາຊະການ​ກໍ​ໄດ້​ເວົ້າ​ກັບ​ກະສັດ​ວ່າ, “ຜູ້ຊາຍ​ຄົນ​ນີ້​ສົມຄວນ​ຕາຍ. ລາວ​ກໍາລັງ​ເຮັດ​ໃຫ້​ພວກ​ທະຫານ​ທີ່​ຍັງ​ເຫລືອ​ຢູ່​ໃນ​ເມືອງ​ນີ້​ເສຍ​ກໍາລັງ​ໃຈ, ຕະຫລອດ​ຈົນ​ປະຊາຊົນ​ທັງໝົດ​ດ້ວຍ, ຍ້ອນ​ສິ່ງ​ທີ່​ລາວ​ກໍາລັງ​ເວົ້າ​ກັບ​ພວກເຂົາ​ນັ້ນ. ຜູ້ຊາຍ​ຄົນ​ນີ້​ບໍ່​ໄດ້​ຄິດ​ຫາ​ປະໂຫຍດ​ແກ່​ປະຊາຊົນ​ເຫລົ່ານີ້ ແຕ່​ຄິດ​ຫາ​ຄວາມ​ຈິບຫາຍ​ມາ​ໃຫ້​ພວກເຂົາ”.

ກະສັດ​ເຊເດກີຢາ​ໄດ້​ຕອບ​ວ່າ, “ລາວ​ຢູ່​ໃນ​ມື​ຂອງ​ເຈົ້າ​ແລ້ວ, ເຮົາ​ບໍ່​ສາມາດ​ເຮັດ​ອັນໃດ​ຂັດຂວາງ​ພວກເຈົ້າ​ໄດ້”.

ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຈັບ​ເຢເຣມີຢາ​ໄປ ແລະ ເອົາ​ລາວ​ລົງ​ໄປ​ໃນ​ນໍ້າສ້າງ​ທີ່​ບໍ່​ມີ​ນໍ້າ​ຂອງ​ມານກີຢາ​ລູກຊາຍ​ຂອງ​ກະສັດ, ເຊິ່ງ​ເປັນ​ນໍ້າສ້າງ​ທີ່​ຢູ່​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ. ພວກເຂົາ​ໄດ້​ໃຊ້​ເຊືອກ​ຢ່ອນ​ລາວ​ລົງ​ໄປ​ໃນ​ນໍ້າສ້າງ​ທີ່​ບໍ່​ມີ​ນໍ້າ; ມີ​ແຕ່​ຂີ້ຕົມ ແລະ ເຢເຣມີຢາ​ກໍ​ຈົມ​ລົງ​ໃນ​ຂີ້ຕົມ​ນັ້ນ.

ເມື່ອ​ເອເບັດ​ເມເຫລັກ,3 ຊາວ​ກູເຊ4 ເປັນ​ຂ້າລາຊະການ​ຄົນ​ໜຶ່ງ​ໃນ​ວັງ​ຂອງ​ກະສັດ​ໄດ້​ຍິນ​ວ່າ, ພວກເຂົາ​ໄດ້​ຢ່ອນ​ເຢເຣມີຢາ​ລົງ​ໃນ​ນໍ້າສ້າງ. ໃນຂະນະ​ທີ່ ກະສັດ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເບັນຢາມິນ, ເອເບັດ​ເມເຫລັກ​ໄດ້​ອອກ​ໄປ​ທີ່​ວັງ ແລະ ໄດ້​ກ່າວ​ກັບ​ກະສັດ​ວ່າ, “ຂ້າແດ່​ກະສັດ​ຂອງ​ຂ້ານ້ອຍ, ຄົນ​ເຫລົ່ານີ້​ໄດ້​ເຮັດ​ສິ່ງ​ຊົ່ວຮ້າຍ​ຕໍ່​ຜູ້ທຳນວາຍ​ເຢເຣມີຢາ. ພວກເຂົາ​ໄດ້​ຖິ້ມ​ລາວ​ລົງ​ໃນ​ນໍ້າສ້າງ, ລາວ​ຈະ​ຕ້ອງ​ອົດ​ອາຫານ​ຈົນ​ຕາຍ ເມື່ອ​ບໍ່​ມີ​ເຂົ້າຈີ່​ເຫລືອ​ຢູ່​ໃນ​ນະຄອນ​ອີກ”.

ແລ້ວ​ກະສັດ​ໄດ້​ສັ່ງ​ເອເບັດ​ເມເຫລັກ ຊາວ​ກູເຊ​ວ່າ, “ຈົ່ງ​ນຳ​ຄົນ​ສາມສິບ​ຄົນ​ໄປ​ກັບ​ເຈົ້າ ແລະ ດຶງ​ຜູ້ທໍານວາຍ​ເຢເຣມີຢາ​ຂຶ້ນ​ມາ​ຈາກ​ນໍ້າສ້າງ​ກ່ອນທີ່​ລາວ​ຈະ​ຕາຍ”.

ດັ່ງນັ້ນ ເອເບັດ​ເມເຫລັກ​ກໍ​ໄດ້​ນຳ​ຄົນ​ໄປ​ກັບ​ລາວ ແລະ ໄປ​ທີ່​ຫ້ອງ​ໜຶ່ງ​ຢູ່​ໃຕ້​ດິນ​ຄັງ​ໃນ​ວັງ. ລາວ​ເອົາ​ເສື້ອຜ້າ​ທີ່​ຂາດ ແລະ ເສື້ອ​ເກົ່າ​ແລ້ວ​ຈາກ​ທີ່ນັ້ນ ແລ້ວ​ມັດ​ໃສ່​ກັບ​ເຊືອກ​ຢ່ອນ​ລົງ​ໄປ​ໃຫ້​ເຢເຣມີຢາ​ໃນ​ນໍ້າສ້າງ. ເອເບັດ​ເມເຫລັກ​ຊາວ​ກູເຊ​ໄດ້​ບອກ​ເຢເຣມີຢາ​ວ່າ, “ຈົ່ງ​ເອົາ​ເສື້ອ​ທີ່​ຂາດ ແລະ ເສື້ອ​ເກົ່າ​ນີ້​ຮອງ​ຂີ້ແຮ້​ໄວ້​ເພື່ອ​ວ່າ​ເຊືອກ​ຈະ​ບໍ່​ບາດ”. ເຢເຣມີຢາ​ກໍ​ໄດ້​ເຮັດ​ຕາມ, ແລ້ວ​ພວກເຂົາ​ກໍ​ດຶງ​ເຢເຣມີຢາ​ຂຶ້ນ​ມາ​ດ້ວຍ​ເຊືອກ ແລະ ຍົກ​ລາວ​ອອກ​ມາ​ຈາກ​ນໍ້າສ້າງ. ແລະ ເຢເຣມີຢາ​ກໍ​ຍັງ​ຢູ່​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ.

ເຊເດກີຢາ​ຖາມ​ເຢເຣມີຢາ​ອີກ

ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ສົ່ງ​ຄົນ​ໄປ​ນຳ​ເອົາ​ຜູ້ທຳນວາຍ​ເຢເຣມີຢາ​ມາ ແລະ ໄດ້​ພາ​ລາວ​ມາ​ທີ່​ທາງ​ປະຕູ​ທີ​ສາມ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ກະສັດ​ໄດ້​ກ່າວ​ກັບ​ເຢເຣມີຢາ​ວ່າ, “ເຮົາ​ຈະ​ຂໍ​ຖາມ​ເຈົ້າ​ບາງຢ່າງ, ຢ່າ​ປິດບັງ​ສິ່ງໃດ​ຈາກ​ເຮົາ”.

ເຢເຣມີຢາ​ໄດ້​ເວົ້າ​ກັບ​ວ່າ, “ຖ້າ​ຂ້ານ້ອຍ​ຕອບ​ທ່ານ​ໄດ້, ທ່ານ​ຈະ​ບໍ່​ຂ້າ​ຂ້ານ້ອຍ​ບໍ? ເຖິງແມ່ນວ່າ​ຖ້າ​ຂ້ານ້ອຍ​ໄດ້​ໃຫ້​ຄຳ​ປຶກ​ສາ​ແກ່​ທ່ານ, ທ່ານ​ກໍ​ຈະ​ບໍ່​ຟັງ​ຂ້ານ້ອຍ”.

ແຕ່​ກະສັດ​ເຊເດກີຢາ​ກໍ​ໄດ້​ເຮັດ​ຄໍາສາບານ​ນີ້​ກັບ​ເຢເຣມີຢາ​ຢ່າງ​ລັບໆ​ວ່າ: “ພຣະເຈົ້າ​ຢາເວ​ມີ​ຊີວິດ​ຢູ່​ແນ່ນອນ​ຢ່າງໃດ, ຜູ້​ທີ່​ໄດ້​ໃຫ້​ລົມຫາຍໃຈ​ແກ່​ພວກເຮົາ, ເຮົາ​ຈະ​ບໍ່​ຂ້າ​ເຈົ້າ ຫລື ຈະ​ບໍ່​ມອບ​ເຈົ້າ​ໃຫ້​ແກ່​ຄົນ​ທີ່​ຢາກ​ຈະ​ຂ້າ​ເຈົ້າ”.

ແລ້ວ​ເຢເຣມີຢາ​ໄດ້​ກ່າວ​ກັບ​ກະສັດ​ເຊເດກີຢາ​ວ່າ, “ພຣະເຈົ້າຢາເວ ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ: ‘ຖ້າ​ທ່ານ​ຍອມ​ຈໍານົນ​ຕໍ່​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ, ທ່ານ​ຈະ​ລອດ​ຊີວິດ ແລະ ເມືອງ​ນີ້​ຈະ​ບໍ່​ຖືກ​ເຜົາ​ຖິ້ມ; ທ່ານ​ເອງ ແລະ ຄອບຄົວ​ຂອງ​ທ່ານ​ຈະ​ມີ​ຊີວິດ​ຢູ່. ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈໍານົນ​ຕໍ່​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ, ເມືອງ​ນີ້​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ຊາວ​ບາບີໂລນ ແລະ ພວກເຂົາ​ຈະ​ເຜົາ​ເມືອງ​ນີ້​ຖິ້ມ; ທ່ານ​ເອງ​ກໍ​ຈະ​ໜີ​ບໍ່​ພົ້ນ​ຈາກ​ພວກເຂົາ’ ”.

ກະສັດ​ເຊເດກີຢາ​ໄດ້​ກ່າວ​ກັບ​ເຢເຣມີຢາ​ວ່າ, “ເຮົາ​ຢ້ານ​ພວກ​ຢິວ​ຫັນ​ໄປ​ຫາ​ຊາວ​ບາບີໂລນ, ເພາະ​ຊາວ​ບາບີໂລນ​ອາດ​ຈະ​ມອບ​ເຮົາ​ໄວ້​ໃຫ້​ພວກເຂົາ​ກໍ​ໄດ້ ແລະ ພວກເຂົາ​ຈະ​ປະຕິບັດ​ຕໍ່​ເຮົາ​ຢ່າງ​ໂຫດຮ້າຍ”.

ເຢເຣມີຢາ​ໄດ້​ຕອບ​ວ່າ, “ພວກເຂົາ​ຈະ​ບໍ່​ມອບ​ທ່ານ, ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ​ໂດຍ​ເຮັດ​ຕາມ​ສິ່ງ​ທີ່​ຂ້ານ້ອຍ​ບອກ​ທ່ານ. ແລ້ວ​ມັນ​ຈະ​ເປັນ​ໄປ​ໄດ້​ດ້ວຍ​ດີ​ສໍາລັບ​ທ່ານ ແລະ ທ່ານ​ຈະ​ມີ​ຊີວິດ​ລອດ. ແຕ່​ຖ້າ​ທ່ານ​ບໍ່​ຍອມ​ຈໍານົນ, ພຣະເຈົ້າຢາເວ​ໄດ້​ສໍາແດງ​ໃຫ້​ແກ່​ຂ້ານ້ອຍ​ດັ່ງນີ້​ວ່າ: ແມ່ຍິງ​ທຸກຄົນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ​ຢູດາຍ​ຈະ​ຖືກ​ນຳ​ເອົາ​ໄປ​ໃຫ້​ພວກ​ນາຍ​ທະຫານ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ແມ່ຍິງ​ເຫລົ່ານັ້ນ​ຈະ​ກ່າວ​ກັບ​ທ່ານ​ວ່າ,

“ ‘ພວກ​ມິດສະຫາຍ​ທີ່​ທ່ານ​ເຊື່ອ​ໄວ້ວາງ​ໃຈ

ພວກເຂົາ​ໄດ້​ຫລອກລວງ​ທ່ານ ແລະ ເອົາ​ຊະນະ​ທ່ານ​ແລ້ວ.

ເມື່ອ​ຕີນ​ຂອງ​ທ່ານ​ກໍ​ໄດ້​ຈົມ​ຢູ່​ໃນ​ຂີ້ຕົມ;

ພວກ​ມິດສະຫາຍ​ກໍ​ໄດ້​ປະຖິ້ມ​ທ່ານ​ໄປ​ແລ້ວ’.

“ບັນດາ​ເມຍ ແລະ ພວກ​ລູກ​ຂອງ​ທ່ານ​ຈະ​ຖືກ​ນຳ​ໄປ​ມອບ​ໃຫ້​ຊາວ​ບາບີໂລນ. ທ່ານ​ເອງ​ຈະ​ໜີ​ໄປ​ບໍ່​ພົ້ນ​ຈາກ​ມື​ຂອງ​ພວກເຂົາ ແຕ່​ຈະ​ຖືກ​ກະສັດ​ແຫ່ງ​ບາບີໂລນ​ຈັບ​ໄປ ແລະ ເມືອງ​ນີ້​ຈະ​ຖືກ​ເຜົາ​ຖິ້ມ​ເສຍ5”.

ກະສັດ​ເຊເດກີຢາ​ໄດ້​ກ່າວ​ກັບ​ເຢເຣມີຢາ​ວ່າ, “ຢ່າ​ໃຫ້​ຜູ້ໃດ​ຮູ້​ກ່ຽວກັບ​ການ​ສົນທະນາກັນ​ນີ້, ບໍ່​ດັ່ງນັ້ນ​ເຈົ້າ​ອາດ​ຈະ​ຕາຍ. ຖ້າ​ພວກ​ຂ້າລາຊະການ​ໄດ້​ຍິນ​ວ່າ​ເຮົາ​ໄດ້​ລົມ​ກັບ​ເຈົ້າ ແລະ ພວກເຂົາ​ມາ​ຫາ​ເຈົ້າ ແລະ ເວົ້າ​ກັບ​ເຈົ້າ​ວ່າ, ‘ຈົ່ງ​ບອກ​ພວກເຮົາ​ມາ​ວ່າ​ເຈົ້າ​ໄດ້​ເວົ້າ​ຫຍັງ​ກັບ​ກະສັດ ແລະ ທ່ານ​ໄດ້​ກ່າວ​ຫຍັງ​ກັບ​ເຈົ້າ; ຢ່າ​ປິດບັງ​ສິ່ງໃດ​ຈາກ​ພວກເຮົາ​ເລີຍ ບໍ່​ດັ່ງນັ້ນ ພວກເຮົາ​ຈະ​ຂ້າ​ເຈົ້າ’, ຈາກນັ້ນ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ຂ້ອຍ​ອ້ອນວອນ​ຂໍ​ກະສັດ​ຢ່າ​ສົ່ງ​ຂ້ອຍ​ກັບ​ໄປ​ທີ່​ເຮືອນ​ຂອງ​ໂຢນາທານ​ເພື່ອ​ຈະ​ຕາຍ​ຢູ່​ທີ່ນັ້ນ’ ”.

ແລ້ວ​ພວກ​ຂ້າລາຊະການ​ກໍ​ມາ​ຫາ​ເຢເຣມີຢາ ແລະ ຖາມ​ລາວ, ແລ້ວ​ລາວ​ກໍ​ໄດ້​ບອກ​ພວກເຂົາ​ຕາມ​ທີ່​ກະສັດ​ໄດ້​ສັ່ງ​ໄວ້​ລາວ​ທຸກ​ຢ່າງ. ສະນັ້ນ ພວກເຂົາ​ບໍ່​ໄດ້​ເວົ້າ​ອັນໃດ​ກັບ​ລາວ​ອີກ, ເພາະ​ບໍ່​ມີ​ຜູ້ໃດ​ໄດ້​ຍິນ​ການ​ສົນທະນາກັນ​ຂອງ​ລາວ​ກັບ​ກະສັດ.

ແລະ ເຢເຣມີຢາ​ກໍ​ຍັງ​ຢູ່​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ​ຈົນ​ເຖິງ​ວັນ​ທີ​ເຢຣູຊາເລັມ​ໄດ້​ຖືກ​ຢຶດ.

ການ​ລົ້ມ​ຈົມ​ຂອງ​ເຢຣູຊາເລັມ

(2ກສ 25:1-12; ຢມຢ 52:4-16)

ນີ້​ແມ່ນ​ເລື່ອງ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້​ຢ່າງໃດ:

Source notes (5)
  1. Footnote ພາສາ​ເຮັບເຣີ​ວ່າ ຢູຄັນ​ເປັນ​ອີກ​ຮູບ​ໜຶ່ງ​ຂອງ​ເຢຮູຄັນ
  2. Footnote ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 18, 19 ແລະ 23
  3. Footnote ຄົງ​ຈະ​ເປັນ​ຄົນ​ທີ່​ມາ​ຈາກ​ຕອນ​ເທິງ​ຂອງ​ເຂດ​ແມ່ນ້ຳ​ນິນ
  4. Footnote ຫລື ຂັນ​ທີ
  5. Footnote ຫລື ແລະ ທ່ານ​ຈະ​ເປັນ​ເຫດ​ເຮັດ​ໃຫ້​ນະຄອນ​ນີ້​ຖືກ​ເຜົາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.