Skip to content
BibleKenya

Biblica® Open Lao Contemporary Version

ເຢເຣມີຢາ 37

ເຢເຣມີຢາ​ຖືກ​ຂັງ​ຄຸກ

ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ແຕ່ງຕັ້ງ​ເຊເດກີຢາ ລູກຊາຍ​ຂອງ​ເຈົ້າ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ; ເພິ່ນ​ໄດ້​ຂຶ້ນ​ປົກຄອງ​ແທນ​ເຢໂຮຍອາກິນ1 ລູກຊາຍ​ຂອງ​ເຢໂຮຍອາກິມ. ທັງ​ເຊເດກີຢາ ແລະ ບັນດາ​ຂ້າລາຊະການ​ຂອງ​ເພິ່ນ ແລະ ປະຊາຊົນ​ໃນ​ດິນແດນ​ນັ້ນ​ບໍ່​ໄດ້​ເອົາໃຈໃສ່​ແຕ່​ຢ່າງໃດ​ຕໍ່​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ທີ່​ໄດ້​ກ່າວ​ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ.

ແຕ່​ກະສັດ​ເຊເດກີຢາ​ໄດ້​ໃຊ້​ເຢຮູການ​ລູກຊາຍ​ຂອງ​ເຊເລມີຢາ​ກັບ​ປະໂລຫິດ​ເຊຟານີຢາ​ລູກຊາຍ​ຂອງ​ມາອາເສອີຢາ​ມາ​ຂໍ​ຮ້ອງ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ, “ຂໍ​ອະທິຖານ​ຕໍ່​ພຣະເຈົ້າຢາເວ, ພຣະເຈົ້າ​ຂອງ​ພວກເຮົາ​ເພື່ອ​ພວກເຮົາ​ແດ່”.

ໃນຂະນະ​ນັ້ນ ເຢເຣມີຢາ​ເປັນ​ອິດສະຫລະ​ໃນ​ການ​ໄປ ແລະ ການ​ມາ​ໃນ​ທ່າມກາງ​ປະຊາຊົນ, ເພາະ​ລາວ​ຍັງ​ບໍ່​ໄດ້​ຖືກ​ຂັງ​ໄວ້​ຢູ່​ໃນ​ຄຸກ​ເທື່ອ. ກອງທັບ​ຂອງ​ຟາໂຣ​ໄດ້​ເຄື່ອນ​ທັບ​ອອກ​ມາ​ຈາກ​ເອຢິບ ແລະ ເມື່ອ​ຊາວ​ບາບີໂລນ2​ທີ່​ກໍາລັງ​ປິດລ້ອມ​ເຢຣູຊາເລັມ​ຢູ່​ໄດ້​ຍິນ​ເລື່ອງ​ນີ້, ພວກເຂົາ​ກໍ​ຖອນ​ທັບ​ໄປ​ອອກ​ຈາກ​ເຢຣູຊາເລັມ.

ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ເຢເຣມີຢາ​ວ່າ, “ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ດັ່ງນີ້​ວ່າ: ຈົ່ງ​ໄປ​ບອກ​ກະສັດ​ຢູດາຍ, ຜູ້​ທີ່​ໃຊ້​ພວກເຈົ້າ​ມາ​ຖາມ​ເຮົາ​ນັ້ນ​ວ່າ, ‘ກອງທັບ​ຂອງ​ຟາໂຣ, ທີ່​ໄດ້​ເຄື່ອນ​ທັບ​ອອກ​ມາ​ເພື່ອ​ສະໜັບສະໜູນ​ເຈົ້າ, ພວກເຂົາ​ຈະ​ກັບ​ຄືນ​ໄປ​ທີ່​ເອຢິບ​ດິນແດນ​ຂອງ​ຕົນ. ແລ້ວ​ຊາວ​ບາບີໂລນ​ຈະ​ກັບ​ຄືນ​ມາ ແລະ ໂຈມ​ຕີ​ນະຄອນ​ນີ້; ພວກເຂົາ​ຈະ​ຢຶດ​ເມືອງ ແລະ ຈູດ​ມັນ​ຖິ້ມ’.

“ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ຢ່າ​ຫລອກລວງ​ຕົນເອງ​ໂດຍ​ຄິດວ່າ, ‘ຊາວ​ບາບີໂລນ​ຈະ​ໜີ​ໄປ​ຈາກ​ພວກເຮົາ​ຢ່າງ​ແນ່ນອນ’ ພວກເຂົາ​ຈະ​ບໍ່​ກັບ​ຄືນ​ມາ! ເຖິງແມ່ນວ່າ​ເຈົ້າ​ໄດ້​ເອົາ​ຊະນະ​ກອງທັບ​ບາບີໂລນ​ທັງໝົດ​ທີ່​ກໍາລັງ​ມາ​ໂຈມ​ຕີ​ເຈົ້າ ແລະ ຍັງ​ເຫລືອ​ພຽງແຕ່​ຄົນ​ທີ່​ບາດ​ເຈັບ​ຢູ່​ໃນ​ເຕັນ​ຂອງ​ພວກເຂົາ, ພວກເຂົາ​ກໍ​ຈະ​ອອກ​ມາ​ຈູດ​ນະຄອນ​ນີ້​ຖິ້ມ”.

ຫລັງຈາກ​ທີ່​ກອງທັບ​ບາບີໂລນ​ໄດ້​ຖອນ​ທັບ​ອອກ​ໄປ​ຈາກ​ເຢຣູຊາເລັມ ຍ້ອນ​ກອງທັບ​ຂອງ​ຟາໂຣ, ເຢເຣມີຢາ​ກໍ​ອອກ​ຈາກ​ເຢຣູຊາເລັມ​ໄປ​ທີ່​ເຂດແດນ​ຂອງ​ເບັນຢາມິນ​ເພື່ອ​ຮັບ​ເອົາ​ສ່ວນ​ແບ່ງ​ຊັບສົມບັດ​ຂອງ​ລາວ​ໃນ​ທ່າມກາງ​ປະຊາຊົນ​ຢູ່​ທີ່ນັ້ນ. ແຕ່​ເມື່ອ​ເຢເຣມີຢາ​ໄດ້​ມາ​ຮອດ​ປະຕູ​ເບັນຢາມິນ, ຫົວໜ້າ​ຄົນ​ເຝົ້າຍາມ, ທີ່​ຊື່​ວ່າ ອີຣີຢາ​ລູກຊາຍ​ຂອງ​ເຊເລມີຢາ, ຫລານຊາຍ​ຂອງ​ຮານານີຢາ​ກໍ​ໄດ້​ຈັບ​ເຢເຣມີຢາ​ໄວ້ ແລະ ໄດ້​ເວົ້າ​ວ່າ, “ເຈົ້າ​ກໍາລັງ​ຈະ​ໜີ​ໄປ​ຫາ​ຊາວ​ບາບີໂລນ!”

ເຢເຣມີຢາ​ໄດ້​ເວົ້າ​ວ່າ “ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ! ເຮົາ​ບໍ່​ໄດ້​ກໍາລັງ​ຈະ​ໜີ​ໄປ​ຫາ​ຊາວ​ບາບີໂລນ”. ແຕ່​ອີຣີຢາ​ບໍ່​ໄດ້​ຟັງ​ລາວ; ລາວ​ໄດ້​ຈັບ​ເຢເຣມີຢາ ແລະ ນໍາ​ລາວ​ໄປ​ຫາ​ບັນດາ​ຂ້າລາຊະການ. ພວກເຂົາ​ໃຈຮ້າຍ​ໃຫ້​ກັບ​ເຢເຣມີຢາ​ຫລາຍ ແລະ ໄດ້​ຂ້ຽນຕີ​ລາວ ແລະ ໄດ້​ຂັງ​ລາວ​ໄວ້​ໃນ​ເຮືອນ​ຂອງ​ເລຂາທິການ​ໂຢນາທານ, ເຊິ່ງ​ພວກເຂົາ​ດັດແປງ​ເຮືອນ​ໃຫ້​ເປັນ​ຄຸກ.

ເຢເຣມີຢາ​ຖືກ​ຂັງ​ໄວ້​ຢູ່​ບ່ອນ​ມືດ​ໃນ​ຫ້ອງ​ໃຕ້​ດິນ, ລາວ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ດົນນານ. ຕໍ່ມາ​ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ຫາ​ເຢເຣມີຢາ ແລະ ໄດ້​ເອົາ​ລາວ​ໄປ​ທີ່​ວັງ. ກະສັດ​ໄດ້​ຖາມ​ລາວ​ເປັນ​ການ​ສ່ວນຕົວ​ວ່າ, “ມີ​ຖ້ອຍຄຳ​ຫຍັງແດ່​ມາ​ຈາກ​ພຣະເຈົ້າຢາເວ​ບໍ?”

ເຢເຣມີຢາ​ໄດ້​ຕອບ​ວ່າ, “ມີ, ທ່ານ​ຈະ​ຖືກ​ມອບ​ໄວ້​ໃນ​ມື​ຂອງ​ກະສັດ​ແຫ່ງ​ບາບີໂລນ”.

ແລ້ວ​ເຢເຣມີຢາ​ໄດ້​ເວົ້າ​ກັບ​ກະສັດ​ເຊເດກີຢາ​ວ່າ, “ຂ້ານ້ອຍ​ໄດ້​ເຮັດຜິດ​ຮ້າຍແຮງ​ອັນໃດ​ຕໍ່​ທ່ານ ຫລື ຕໍ່​ພວກ​ຂ້າລາຊະການ​ຂອງ​ທ່ານ ແລະ ຕໍ່​ປະຊາຊົນ​ເຫລົ່ານີ້, ທ່ານ​ຈຶ່ງ​ໄດ້​ຈັບ​ຂ້ານ້ອຍ​ຂັງ​ໄວ້​ໃນ​ຄຸກ? ບັນດາ​ຜູ້ທໍານວາຍ​ທີ່​ໄດ້​ທໍານວາຍ​ໃຫ້​ກັບ​ທ່ານ​ວ່າ, ‘ກະສັດ​ແຫ່ງ​ບາບີໂລນ​ຈະ​ບໍ່​ມາ​ໂຈມຕີ​ທ່ານ ຫລື ດິນແດນ​ນີ້ ພາກັນ​ໄປ​ໃສ​ໝົດ’? ແຕ່​ບັດນີ້ ຂໍ​ພະລາຊາ​ຂອງ​ຂ້ານ້ອຍ, ໂຜດ​ຮັບ​ຟັງ. ຂ້ານ້ອຍ​ອ້ອນວອນ​ຂໍ​ຕໍ່​ທ່ານ​ວ່າ: ຢ່າ​ສົ່ງ​ຂ້ານ້ອຍ​ກັບຄືນ​ໄປ​ທີ່​ເຮືອນ​ຂອງ​ໂຢນາທານ​ເລຂາທິການ, ບໍ່​ດັ່ງນັ້ນ ຂ້ານ້ອຍ​ຈະ​ຕ້ອງ​ຕາຍ​ຢູ່​ທີ່ນັ້ນ”.

ແລ້ວ​ກະສັດ​ເຊເດກີຢາ​ຈຶ່ງ​ໄດ້​ສັ່ງ​ໃຫ້​ເອົາ​ເຢເຣມີຢາ​ໄປ​ໄວ້​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ ແລະ ໄດ້​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ​ໃຫ້​ລາວ​ຈາກ​ທາງ​ຍ່າງ​ຂອງ​ຄົນ​ເຮັດ​ເຂົ້າຈີ່​ທຸກໆ​ວັນ​ຈົນ​ເຂົ້າຈີ່​ໃນ​ເມືອງ​ໝົດ. ສະນັ້ນ ເຢເຣມີຢາ​ກໍ​ຍັງ​ຖືກ​ຂັງ​ໄວ້​ຢູ່​ໃນ​ເດີ່ນ​ຂອງ​ທະຫານ​ເຝົ້າຍາມ.

Source notes (2)
  1. Footnote ພາສາ​ເຮັບເຣີ​ວ່າ ໂຄ​ນິ​ຢາ ເປັນ​ອີກ​ຮູບ​ໜຶ່ງ​ຂອງ​ເຢໂຮຍອາກິນ
  2. Footnote ຫລື ຊາວ​ຄານເດອາ ເຊັ່ນ​ດຽວ​ກັບ​ຂໍ້ 8, 9, 13 ແລະ 14

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.