Biblica® Open Lao Contemporary Version
ເຢເຣມີຢາ 36
ເຢໂຮຍອາກິມຈູດໜັງສືມ້ວນຂອງເຢເຣມີຢາ
ໃນປີທີສີ່ຂອງການປົກຄອງຂອງເຢໂຮຍອາກິມ ລູກຊາຍຂອງກະສັດໂຢສີຢາແຫ່ງຢູດາຍ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ: “ຈົ່ງເອົາໜັງສືມ້ວນມາ ແລະ ຂຽນທຸກຖ້ອຍຄຳລົງໃສ່ໜັງສືມ້ວນນັ້ນທີ່ເຮົາໄດ້ກ່າວກັບເຈົ້າກ່ຽວກັບອິດສະຣາເອນ, ຢູດາຍ ແລະ ຊົນຊາດອື່ນໆຕັ້ງແຕ່ເວລາທີ່ເຮົາໄດ້ເລີ່ມກ່າວກັບເຈົ້າໃນການປົກຄອງຂອງໂຢສີຢາຈົນເຖິງບັດນີ້. ບາງທີເມື່ອປະຊາຊົນຢູດາໄດ້ຍິນກ່ຽວກັບໄພພິບັດທັງໝົດທີ່ເຮົາວາງແຜນເພື່ອລົງໂທດພວກເຂົາ, ພວກເຂົາຈະຫັນໜີຈາກວິຖີທາງອັນຊົ່ວຮ້າຍຂອງຕົນກໍໄດ້; ແລ້ວເຮົາກໍຈະໃຫ້ອະໄພຄວາມຊົ່ວຮ້າຍ ແລະ ການບາບຂອງພວກເຂົາ”.
ດັ່ງນັ້ນ ເຢເຣມີຢາຈຶ່ງໄດ້ເອີ້ນບາຣຸກ ລູກຊາຍຂອງເນຣີຢາມາ ແລະ ຂະນະທີ່ເຢເຣມີຢາໄດ້ບອກຖ້ອຍຄຳທັງໝົດທີ່ພຣະເຈົ້າຢາເວໄດ້ກ່າວກັບລາວນັ້ນ, ບາຣຸກໄດ້ຂຽນຖ້ອຍຄຳເຫລົ່ານັ້ນລົງໃນໜັງສືມ້ວນ. ແລ້ວເຢເຣມີຢາໄດ້ບອກບາຣຸກວ່າ, “ຂ້ອຍຖືກກັກບໍລິເວນ, ຂ້ອຍບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປວິຫານຂອງພຣະເຈົ້າຢາເວ. ສະນັ້ນ ເຈົ້າຈົ່ງໄປທີ່ວິຫານຂອງພຣະເຈົ້າຢາເວໃນມື້ຖືສິນອົດອາຫານ ແລະ ຈົ່ງອ່ານຖ້ອຍຄໍາຂອງພຣະເຈົ້າຢາເວຈາກໜັງສືມ້ວນທີ່ເຈົ້າໄດ້ຂຽນຕາມທີ່ຂ້ອຍໄດ້ບອກໃຫ້ປະຊາຊົນຟັງ, ຈົ່ງອ່ານໃຫ້ປະຊາຊົນຢູດາຍທັງໝົດທີ່ມາຈາກເມືອງຕ່າງໆຂອງພວກເຂົາຟັງ. ບາງທີ ພວກເຂົາຈະມາອ້ອນວອນຂໍຕໍ່ໜ້າພຣະເຈົ້າຢາເວ ແລະ ຈະຫັນໜີຈາກວິຖີທາງອັນຊົ່ວຮ້າຍຂອງພວກເຂົາ, ເພາະຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງພຣະເຈົ້າຢາເວໄດ້ປະກາດຕໍ່ປະຊາຊົນນີ້ກໍຮຸນແຮງຫລາຍ”.
ບາຣຸກລູກຊາຍຂອງເນຣີຢາກໍເຮັດຕາມທຸກຢ່າງທີ່ຜູ້ທຳນວາຍເຢເຣມີຢາໄດ້ບອກລາວ; ທີ່ວິຫານຂອງພຣະເຈົ້າຢາເວ ລາວໄດ້ອ່ານຖ້ອຍຄຳຂອງພຣະເຈົ້າຢາເວຈາກໜັງສືມ້ວນ. ໃນເດືອນທີເກົ້າຂອງປີທີຫ້າຂອງການປົກຄອງຂອງເຢໂຮຍອາກິມ ລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍ, ເມື່ອເວລາແຫ່ງການຖືສິນອົດອາຫານຕໍ່ໜ້າພຣະເຈົ້າຢາເວໄດ້ຖືກປະກາດໃຫ້ປະຊາຊົນທັງໝົດໃນເຢຣູຊາເລັມ ແລະ ພວກຜູ້ທີ່ໄດ້ມາຈາກເມືອງຕ່າງໆຂອງຢູດາຍມາເຖິງ. ຈາກຫ້ອງຂອງເກມາຣີຢາລູກຊາຍຂອງຊາຟານເລຂາທິການ, ເຊິ່ງຢູ່ໃນເດີນດ້ານເທິງທີ່ທາງເຂົ້າປະຕູໃໝ່ຂອງວິຫານ, ບາຣຸກກໍອ່ານຖ້ອຍຄຳຂອງເຢເຣມີຢາຈາກໜັງສືມ້ວນນັ້ນໃຫ້ປະຊາຊົນທັງໝົດຟັງຢູ່ທີ່ວິຫານຂອງພຣະເຈົ້າຢາເວ.
ເມື່ອມີກາອີຢາລູກຊາຍຂອງເກມາຣິຢາ, ລູກຊາຍຂອງຂອງຊາຟານໄດ້ຍິນຖ້ອຍຄໍາທັງໝົດຂອງພຣະເຈົ້າຢາເວຈາກໜັງສືມ້ວນນັ້ນ, ລາວກໍໄດ້ລົງມາທີ່ຫ້ອງຂອງເລຂາທິການໃນວັງ, ບ່ອນທີ່ຂ້າລາຊະການທັງໝົດກໍາລັງນັ່ງຢູ່ນັ້ນ: ມີເອລີຊາມາ ຜູ້ທີ່ເປັນເລຂາທິການ, ເດລາອີຢາ ລູກຊາຍຂອງເຊມາອີຢາ, ເອນນາທານລູກຊາຍຂອງອັກໂບ, ເກມາຣິຢາ ລູກຊາຍຂອງຊາຟານ, ເຊເດກີຢາລູກຊາຍຂອງຮານານີຢາ ແລະ ບັນດາຂ້າລາຊະການຄົນອື່ນໆທັງໝົດ. ຫລັງຈາກທີ່ມີກາອີຢາໄດ້ບອກພວກເຂົາທຸກຢ່າງຕາມທີ່ລາວໄດ້ຍິນບາຣຸກອ່ານຈາກໜັງສືມ້ວນໃຫ້ປະຊາຊົນຟັງແລ້ວ, ບັນດາຂ້າລາຊະການທຸກຄົນກໍໄດ້ສົ່ງເຢຮູດີ, ລູກຊາຍຂອງເນທານີຢາ, ຫລານຊາຍຂອງເຊເລມີຢາ, ເຫລັນຂອງກູຊີມາເວົ້າກັບບາຣຸກວ່າ, “ຈົ່ງນຳໜັງສືມ້ວນທີ່ເຈົ້າໄດ້ອ່ານໃຫ້ປະຊາຊົນຟັງນັ້ນມາ”. ສະນັ້ນ ບາຣຸກລູກຊາຍຂອງເນຣີຢາຈຶ່ງມາພົບພວກເຂົາພ້ອມທັງໜັງສືມ້ວນທີ່ຢູ່ໃນມືຂອງລາວ. ພວກເຂົາໄດ້ເວົ້າກັບບາຣຸກວ່າ, “ເຊີນນັ່ງລົງ ແລະ ຈົ່ງອ່ານໜັງສືມ້ວນສູ່ພວກເຮົາຟັງ”.
ດັ່ງນັ້ນ ບາຣຸກຈຶ່ງອ່ານໜັງສືນັ້ນສູ່ພວກເຂົາຟັງ. ເມື່ອພວກເຂົາໄດ້ຍິນຖ້ອຍຄໍາທັງໝົດເຫລົ່ານີ້ແລ້ວ, ພວກເຂົາກໍເບິ່ງໜ້າກັນດ້ວຍຄວາມຢ້ານກົວ ແລະ ໄດ້ເວົ້າກັບບາຣຸກວ່າ, “ພວກເຮົາຕ້ອງລາຍງານຖ້ອຍຄໍາທັງໝົດເຫລົ່ານີ້ໃຫ້ແກ່ກະສັດ”. ຈາກນັ້ນພວກເຂົາກໍຖາມບາຣຸກວ່າ “ຈົ່ງບອກພວກເຮົາແດ່ວ່າ, ເຈົ້າຂຽນຖ້ອຍຄໍາທັງໝົດນີ້ໄດ້ຢ່າງໃດ? ເຢເຣມີຢາບອກໃຫ້ເຈົ້າຂຽນບໍ?”
ບາຣຸກໄດ້ຕອບວ່າ “ແມ່ນແລ້ວ, ເຢເຣມີຢາໄດ້ບອກທຸກໆຖ້ອຍຄຳທັງໝົດນີ້ໃຫ້ຂ້າພະເຈົ້າ ແລະ ຂ້າພະເຈົ້າກໍໄດ້ຂຽນດ້ວຍນໍ້າມຶກລົງໃນໜັງສືມ້ວນນີ້”.
ແລ້ວບັນດາຂ້າລາຊະການໄດ້ເວົ້າກັບບາຣຸກວ່າ “ເຈົ້າ ແລະ ເຢເຣມີຢາ, ຈົ່ງໄປລີ້, ຢ່າໃຫ້ຜູ້ໃດຮູ້ວ່າເຈົ້າຢູ່ໃສ”.
ຫລັງຈາກ ພວກເຂົາເກັບໜັງສືມ້ວນນັ້ນໄວ້ໃນຫ້ອງຂອງເອລີຊາມາ ຜູ້ທີ່ເປັນເລຂາທິການ, ພວກເຂົາກໍໄປພົບກະສັດທີ່ເດີ່ນໃນວັງ ແລະ ໄດ້ລາຍງານທຸກສິ່ງໃຫ້ເພິ່ນຮູ້. ກະສັດໄດ້ສົ່ງເຢຮູດີໄປເອົາໜັງສືມ້ວນນັ້ນມາຈາກຫ້ອງຂອງເອລີຊາມາທີ່ເປັນເລຂາທິການ ແລ້ວກໍອ່ານສູ່ກະສັດ ແລະ ບັນດາຂ້າລາຊະການທັງໝົດທີ່ຢືນອ້ອມເພິ່ນຟັງ. ໃນເວລານັ້ນເປັນເດືອນທີເກົ້າ ແລະ ກະສັດກໍາລັງນັ່ງຢູ່ທີ່ວັງໃນລະດູໜາວ, ເຊິ່ງມີໄຟທີ່ກໍາລັງລຸກໄໝ້ຢູ່ໃນເຕົາໄຟຕັ້ງຢູ່ຕໍ່ໜ້າເພິ່ນ. ທຸກຄັ້ງທີ່ເຢຮູດີອ່ານໜັງສືມ້ວນໄປໄດ້ສາມສີ່ແຖວ, ກະສັດໄດ້ໃຊ້ມີດຂອງເລຂາທິການຕັດສ່ວນນັ້ນອອກ ແລະ ໂຍນຖິ້ມລົງໄປໃນເຕົາໄຟ, ຈົນໜັງສືມ້ວນນັ້ນຖືກຈູດທັງໝົດ. ກະສັດ ແລະ ບັນດາຂ້າລາຊະການຂອງເພິ່ນທີ່ໄດ້ຍິນຖ້ອຍຄໍາເຫລົ່ານີ້ທັງໝົດບໍ່ໄດ້ສະແດງຄວາມຢ້ານກົວ, ຫລື ບໍ່ໄດ້ຈີກເຄື່ອງນຸ່ງຂອງຕົນແຕ່ຢ່າງໃດເລີຍ. ເຖິງແມ່ນວ່າເອນນາທານ, ເດລາອີຢາ ແລະ ເກມາຣີຢາໄດ້ອ້ອນວອນຂໍກະສັດບໍ່ໃຫ້ຈູດໜັງສືມ້ວນນັ້ນກໍຕາມ, ເພິ່ນກໍບໍ່ຟັງພວກເຂົາ. ແຕ່ກະສັດໄດ້ສັ່ງໃຫ້ເຢຣາເມເອນ, ລູກຊາຍຄົນໜຶ່ງຂອງຕົນ, ເສຣາອີຢາລູກຊາຍຂອງອາຊະຣິເອນ, ແລະ ເຊເລມີຢາລູກຊາຍຂອງອັບເດເອນໄປຈັບບາຣຸກທີ່ເປັນຜູ້ຂຽນ ແລະ ຜູ້ທຳນວາຍເຢເຣມີຢາມາ. ແຕ່ພຣະເຈົ້າຢາເວໄດ້ເຊື່ອງພວກເຂົາໄວ້.
ຫລັງຈາກທີ່ກະສັດໄດ້ຈູດໜັງສືມ້ວນທີ່ມີຖ້ອຍຄໍາຂອງເຢເຣມີຢາທີ່ໄດ້ບອກໃຫ້ບາຣຸກຂຽນນັ້ນແລ້ວ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ: “ຈົ່ງເອົາໜັງສືມ້ວນເຫລັ້ມອື່ນມາ ແລະ ຈົ່ງຂຽນຖ້ອຍຄຳທັງໝົດໃສ່ໜັງສືມ້ວນນັ້ນຕາມທີ່ໄດ້ຂຽນໃນໜັງສືມ້ວນເຫລັ້ມທຳອິດ, ທີ່ເຢໂຮຍອາກິມກະສັດແຫ່ງຢູດາຍໄດ້ຈູດໄປແລ້ວ. ແລະ ຈົ່ງບອກເຢໂຮຍອາກິມກະສັດແຫ່ງຢູດາຍວ່າ, ‘ພຣະເຈົ້າຢາເວກ່າວວ່າ: ເຈົ້າໄດ້ຈູດໜັງສືມ້ວນນັ້ນ ແລະ ໄດ້ເວົ້າວ່າ “ເປັນຫຍັງເຈົ້າຈຶ່ງຂຽນລົງໃສ່ໜັງສືວ່າກະສັດແຫ່ງບາບີໂລນຈະມາຢ່າງແນ່ນອນ ແລະ ທຳລາຍດິນແດນນີ້ ແລ້ວຈະກວາດລ້າງທັງປະຊາຊົນ ແລະ ຝູງສັດໄປຈາກດິນແດນ?” ເຫດສະນັ້ນ ພຣະເຈົ້າຢາເວກ່າວກ່ຽວກັບກະສັດເຢໂຮຍອາກິມແຫ່ງຢູດາຍວ່າ: ລາວຈະບໍ່ມີເຊື້ອສາຍນັ່ງເທິງບັນລັງຂອງດາວິດ; ຊາກສົບຂອງລາວຈະຖືກໂຍນຖິ້ມ ແລະ ຈະຖືກປະໄວ້ໃຫ້ຕາກແດດໃນຕອນກາງເວັນ ແລະ ຕາກນ້ຳໜອກໃນຕອນກາງຄືນ. ເຮົາຈະລົງໂທດລາວ, ລູກຫລານ ແລະ ບັນດາຂ້າລາຊະການຂອງລາວ ເພາະຄວາມຊົ່ວຮ້າຍຂອງພວກເຂົາ; ເຮົາຈະນຳທຸກໄພພິບັດມາສູ່ພວກເຂົາ ແລະ ຄົນທີ່ອາໄສຢູ່ໃນເຢຣູຊາເລັມ ແລະ ປະຊາຊົນຢູດາຍທີ່ເຮົາໄດ້ປະກາດຕໍ່ພວກເຂົາ, ເພາະພວກເຂົາບໍ່ໄດ້ຟັງເຮົາ’ ”.
ດັ່ງນັ້ນ ເຢເຣມີຢາໄດ້ເອົາໜັງສືມ້ວນເຫລັ້ມອື່ນມາມອບໃຫ້ບາຣຸກລູກຊາຍຂອງເນຣີຢາທີ່ເປັນເລຂາທິການຂອງຕົນ ແລ້ວກໍຂຽນຕາມທີ່ເຢເຣມີຢາໄດ້ບອກ, ບາຣຸກໄດ້ຂຽນຖ້ອຍຄໍາທັງໝົດລົງໃນໜັງສືມ້ວນທີ່ກະສັດເຢໂຮຍອາກິມແຫ່ງຢູດາຍໄດ້ຈູດໄປແລ້ວນັ້ນ. ແລະ ມີຂໍ້ຄວາມທີ່ຄ້າຍຄືກັນຢ່າງຫລວງຫລາຍໄດ້ຖືກເພີ່ມເຕີມເຂົ້າມາໃນໜັງສືມ້ວນນັ້ນດ້ວຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.