Biblica® Open Lao Contemporary Version
ເຢເຣມີຢາ 35
ຕະກຸນເຣກາບ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາໃນໄລຍະການປົກຄອງຂອງເຢໂຮຍອາກິມ ລູກຊາຍຂອງໂຢສີຢາກະສັດແຫ່ງຢູດາຍວ່າ: “ຈົ່ງໄປຫາຄົນຕະກຸນເຣກາບ ແລະ ເຊີນພວກເຂົາມາທີ່ຫ້ອງໜຶ່ງຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະ ເອົາເຫລົ້າອະງຸ່ນໃຫ້ພວກເຂົາດື່ມ”.
ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ໄປຫາຢາຊານີຢາ (ລູກຊາຍຂອງເຢເຣມີຢາຄົນອື່ນ, ລູກຂອງຮາບາຊີນີຢາ ແລະ ອ້າຍເອື້ອຍນ້ອງ ແລະ ລູກຊາຍທັງໝົດຂອງລາວຄື ຄົນໃນຄອບຄົວຂອງເຣກາບທັງໝົດ. ຂ້າພະເຈົ້າໄດ້ພາພວກເຂົາເຂົ້າໄປໃນວິຫານຂອງພຣະເຈົ້າຢາເວ ແລະ ເຂົ້າໄປໃນຫ້ອງຂອງພວກລູກຊາຍຂອງຮານານ ລູກຊາຍຂອງອິກດາລີຢາຄົນຂອງພຣະເຈົ້າ. ຫ້ອງນີ້ຢູ່ຕໍ່ຈາກຫ້ອງຂອງບັນດາຂ້າລາຊະການ, ເຊິ່ງຫ້ອງນີ້ຢູ່ເທິງຫ້ອງຂອງມາອາເສອີຢາລູກຊາຍຂອງຊໍລູມຫົວໜ້າເຝົ້າຍາມປະຕູ. ແລ້ວຂ້າພະເຈົ້າໄດ້ວາງຖ້ວຍທີ່ມີເຫລົ້າອະງຸ່ນເຕັມຢູ່ ແລະ ຈອກຈໍານວນໜຶ່ງຕໍ່ໜ້າຊາວເຣກາບ ແລະ ໄດ້ເວົ້າກັບພວກເຂົາວ່າ, “ເຊີນດື່ມເຫລົ້າອະງຸ່ນ”.
ແຕ່ພວກເຂົາໄດ້ຕອບວ່າ, “ພວກເຮົາບໍ່ດື່ມເຫລົ້າອະງຸ່ນ, ເພາະບັນພະບຸລຸດຂອງພວກເຮົາຄື ໂຢນາດາບ ລູກຊາຍຂອງເຣກາບໄດ້ສັ່ງພວກເຮົາໄວ້ວ່າ: ‘ບໍ່ວ່າພວກເຈົ້າ ຫລື ເຊື້ອສາຍຂອງພວກເຈົ້າຕ້ອງບໍ່ດື່ມເຫລົ້າອະງຸ່ນຈັກເທື່ອ. ແລະ ພວກເຈົ້າຕ້ອງບໍ່ປຸກເຮືອນ, ຫວ່ານເມັດພືດ ຫລື ເຮັດສວນອະງຸ່ນ; ພວກເຈົ້າຕ້ອງບໍ່ມີສິ່ງເຫລົ່ານີ້, ແຕ່ພວກເຈົ້າຕ້ອງອາໄສຢູ່ໃນຜ້າເຕັນເລື້ອຍໄປ. ແລ້ວພວກເຈົ້າຈະມີຊີວິດຍືນຍາວໃນດິນແດນທີ່ພວກເຈົ້າພະເນຈອນໄປນັ້ນ’. ພວກເຮົາກໍໄດ້ເຊື່ອຟັງທຸກສິ່ງທີ່ບັນພະບຸລຸດຂອງພວກເຮົາຄື ໂຢນາດາບ ລູກຊາຍຂອງເຣກາບໄດ້ສັ່ງພວກເຮົາໄວ້. ບໍ່ວ່າພວກເຮົາເອງ ຫລື ເມຍ ຫລື ລູກຊາຍ ແລະ ລູກສາວຂອງພວກເຮົາກໍບໍ່ເຄີຍດື່ມເຫລົ້າອະງຸ່ນ ຫລື ປຸກເຮືອນເພື່ອອາໄສຢູ່ ຫລື ມີສວນອະງຸ່ນ, ທົ່ງນາ ຫລື ພືດຜົນແຕ່ຢ່າງໃດເລີຍ. ພວກເຮົາໄດ້ອາໄສຢູ່ໃນຜ້າເຕັນ ແລະ ໄດ້ເຊື່ອຟັງທຸກສິ່ງທີ່ໂຢນາດາບບັນພະບຸລຸດຂອງພວກເຮົາໄດ້ສັ່ງພວກເຮົາໄວ້ຢ່າງເຄັ່ງຄັດ. ແຕ່ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຮຸກຮານດິນແດນນີ້, ພວກເຮົາໄດ້ເວົ້າກັນວ່າ, ‘ຈົ່ງມາ, ພວກເຮົາຕ້ອງໄປທີ່ເຢຣູຊາເລັມເພື່ອໜີຈາກກອງທັບຂອງຊາວບາບີໂລນ1 ແລະ ອາຣາມ’. ດັ່ງນັ້ນ ພວກເຮົາຈຶ່ງຍັງຢູ່ໃນເຢຣູຊາເລັມ”.
ຫລັງຈາກນັ້ນ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ: “ພຣະເຈົ້າຢາເວ ຜູ້ມີລິດອໍານາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຈົ່ງໄປບອກປະຊາຊົນຢູດາຍ ແລະ ບັນດາຄົນທີ່ອາໄສຢູ່ໃນເຢຣູຊາເລັມວ່າ, ‘ພວກເຈົ້າບໍ່ໄດ້ຮຽນຮູ້ບົດຮຽນ ແລະ ເຊື່ອຟັງຖ້ອຍຄຳຂອງເຮົາບໍ?’ ພຣະເຈົ້າຢາເວປະກາດວ່າ, ‘ໂຢນາດາບ ລູກຊາຍຂອງເຣກາບໄດ້ສັ່ງເຊື້ອສາຍຂອງລາວບໍ່ໃຫ້ດື່ມເຫລົ້າອະງຸ່ນ ແລະ ກໍໄດ້ຮັກສາຄຳສັ່ງນີ້ໄວ້. ພວກເຂົາກໍບໍ່ດື່ມເຫລົ້າອະງຸ່ນຈົນເຖິງທຸກວັນນີ້, ເພາະພວກເຂົາໄດ້ເຊື່ອຟັງຄຳສັ່ງບັນພະບຸລຸດຂອງພວກເຂົາ. ແຕ່ເຮົາໄດ້ກ່າວກັບພວກເຈົ້າຫລາຍຄັ້ງແລ້ວ, ແຕ່ພວກເຈົ້າກໍບໍ່ໄດ້ເຊື່ອຟັງເຮົາ. ເຮົາໄດ້ສົ່ງຜູ້ທຳນວາຍຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າຫລາຍເທື່ອ. ບັນດາຜູ້ທຳນວາຍໄດ້ເວົ້າວ່າ, “ພວກເຈົ້າແຕ່ລະຄົນຕ້ອງຫັນໜີຈາກວິຖີທາງອັນຊົ່ວຮ້າຍ ແລະ ປ່ຽນການກະທໍາຂອງພວກເຈົ້າໃໝ່; ຢ່າຕິດຕາມບັນດາພະອື່ນ ຫລື ຮັບໃຊ້ບັນດາພະນັ້ນ. ແລ້ວພວກເຈົ້າຈະອາໄສຢູ່ໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ບັນພະບຸລຸດຂອງພວກເຈົ້າ”. ແຕ່ພວກເຈົ້າກໍບໍ່ເອົາໃຈໃສ່ ຫລື ຟັງເຮົາ. ເຊື້ອສາຍຂອງໂຢນາດາບລູກຊາຍຂອງເຣກາບໄດ້ປະຕິບັດຕາມຄຳສັ່ງຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ມອບກັບພວກເຂົາ, ແຕ່ປະຊາຊົນເຫລົ່ານີ້ບໍ່ໄດ້ເຊື່ອຟັງເຮົາ’.
“ເຫດສະນັ້ນ ພຣະເຈົ້າຢາເວ ອົງຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ຈົ່ງຟັງ! ເຮົາຈະນຳໄພພິບັດທັງໝົດທີ່ເຮົາປະກາດຕໍ່ສູ້ພວກເຂົາໄວ້ນັ້ນມາສູ່ຢູດາຍ ແລະ ມາສູ່ທຸກຄົນທີ່ອາໄສຢູ່ໃນເຢຣູຊາເລັມ. ເຮົາໄດ້ກ່າວກັບພວກເຂົາ, ແຕ່ພວກເຂົາກໍບໍ່ຟັງ; ເຮົາໄດ້ຮ້ອງຫາພວກເຂົາ, ແຕ່ພວກເຂົາກໍບໍ່ຕອບ’ ”.
ແລ້ວເຢເຣມີຢາໄດ້ເວົ້າກັບຄົນຕະກຸນເຣກາບນັ້ນວ່າ, “ພຣະເຈົ້າຢາເວ ອົງຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ພວກເຈົ້າໄດ້ເຊື່ອຟັງຄຳສັ່ງຂອງໂຢນາດາບບັນພະບຸລຸດຂອງພວກເຈົ້າ ແລະ ໄດ້ປະຕິບັດຕາມຄຳແນະນຳທຸກຢ່າງຂອງລາວ ແລະ ໄດ້ເຮັດທຸກສິ່ງທີ່ລາວໄດ້ສັ່ງໄວ້’. ເຫດສະນັ້ນ ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ‘ໂຢນາດາບລູກຊາຍເຣກາບຈະບໍ່ຂາດເຊື້ອສາຍທີ່ຈະຮັບໃຊ້ເຮົາ’ ”.
Source notes (1)
- Footnote ຫລື ຊາວກັນເດອານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.