Biblica® Open Lao Contemporary Version
ເຢເຣມີຢາ 34
ຄໍາຕັກເຕືອນຕໍ່ເຊເດກີຢາ
ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ກອງທັບທັງໝົດຂອງເພິ່ນ, ອານາຈັກທັງໝົດ ແລະ ປະຊາຊົນໃນຈັກກະພົບທີ່ເພິ່ນປົກຄອງກຳລັງສູ້ຮົບກັບເຢຣູຊາເລັມ ແລະ ເມືອງຕ່າງໆທີ່ຢູ່ອ້ອມເຢຣູຊາເລັມ, ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ: “ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ຈົ່ງໄປຫາກະສັດເຊເດກີຢາແຫ່ງຢູດາຍ ແລະ ບອກລາວວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ເຮົາກຳລັງຈະມອບນະຄອນນີ້ໄວ້ໃນມືກະສັດແຫ່ງບາບີໂລນ ແລະ ລາວຈະເຜົາມັນຖິ້ມ. ເຈົ້າຈະໜີບໍ່ພົ້ນຈາກມືຂອງລາວ ແຕ່ເຈົ້າຈະຖືກຈັບ ແລະ ມອບໄວ້ໃນມືຂອງລາວຢ່າງແນ່ນອນ. ເຈົ້າຈະເຫັນກະສັດແຫ່ງບາບີໂລນດ້ວຍຕາຂອງເຈົ້າເອງ ແລະ ລາວຈະເວົ້າກັບເຈົ້າໜ້າຕໍ່ໜ້າ ແລະ ເຈົ້າຈະໄປທີ່ບາບີໂລນ.
“ ‘ແຕ່ຈົ່ງຟັງຄໍາສັນຍາຂອງພຣະເຈົ້າຢາເວທີ່ກ່າວກັບເຈົ້າ, ກະສັດເຊເດກີຢາແຫ່ງຢູດາຍ, ພຣະເຈົ້າຢາເວກ່າວກ່ຽວກັບເຈົ້າວ່າ: ເຈົ້າຈະບໍ່ຕາຍຍ້ອນສົງຄາມ; ເຈົ້າຈະຕາຍຢ່າງສະຫງົບສຸກ. ປະຊາຊົນໄດ້ກໍ່ກອງໄຟໄວ້ທຸກເພື່ອໃຫ້ກຽດກັບບັນພະບຸລຸດຂອງເຈົ້າ, ບັນດາກະສັດຜູ້ທີ່ໄດ້ປົກຄອງກ່ອນເຈົ້າ, ສະນັ້ນ ພວກເຂົາກໍຈະກໍ່ກອງໄຟໄວ້ທຸກເພື່ອໃຫ້ເຈົ້າ ແລະ ຄໍ່າຄວນວ່າ “ວິບັດແກ່, ເຈົ້ານາຍ!” ເຮົາເອງເຮັດຄໍາສັນຍານີ້, ພຣະເຈົ້າຢາເວປະກາດດັ່ງນີ້’ ”.
ແລ້ວຜູ້ທຳນວາຍເຢເຣມີຢາຈຶ່ງໄດ້ບອກຖ້ອຍຄຳທັງໝົດນີ້ຕໍ່ກະສັດເຊເດກີຢາແຫ່ງຢູດາຍໃນເຢຣູຊາເລັມ. ໃນຂະນະທີ່ ກອງທັບຂອງກະສັດແຫ່ງບາບີໂລນກຳລັງຕໍ່ສູ້ເຢຣູຊາເລັມ ແລະ ຕໍ່ສູ້ກັບເມືອງອື່ນໆຂອງຢູດາຍຄື ເມືອງລາກິດ ແລະ ອາເຊກາ. ເມືອງເຫລົ່ານີ້ເປັນເມືອງທີ່ມີປ້ອມປ້ອງກັນທີ່ຍັງເຫລືອໃນຢູດາຍ.
ອິດສະຫລະພາບຈາກການເປັນຂ້າທາດ
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາຫລັງຈາກກະສັດເຊເດກີຢາໄດ້ເຮັດຄໍາໝັ້ນສັນຍາກັບປະຊາຊົນທັງໝົດໃນເຢຣູຊາເລັມເພື່ອປະກາດອິດສະຫລະພາບໃຫ້ພວກຂ້າທາດ. ຂ້າທາດຊາວເຮັບເຣີທຸກຄົນຈະຖືກປົດປ່ອຍໃຫ້ເປັນອິດສະຫລະຈາກການເປັນຂ້າທາດ, ບໍ່ວ່າຊາຍ ແລະ ຍິງ; ຈະບໍ່ມີຜູ້ໃດເຮັດໃຫ້ພີ່ນ້ອງຊາວເຮັບເຣີຂອງຕົນເປັນຂ້າທາດ. ດັ່ງນັ້ນ ບັນດາຂ້າລາຊະການ ແລະ ປະຊາຊົນທັງໝົດທີ່ເຂົ້າຮ່ວມໃນຄໍາໝັ້ນສັນຍານີ້ໄດ້ຕົກລົງເຫັນດີກັນວ່າ ພວກເຂົາຈະປົດປ່ອຍຂ້າທາດຊາຍ ແລະ ຍິງຂອງຕົນໃຫ້ເປັນອິດສະຫລະ ແລະ ຈະບໍ່ເອົາພວກເຂົາເປັນຂ້າທາດອີກຕໍ່ໄປ. ພວກເຂົາໄດ້ຕົກລົງເຫັນດີ ແລະ ປ່ອຍພວກຂ້າທາດໃຫ້ເປັນອິດສະຫລະ. ແຕ່ຫລັງຈາກນັ້ນ ພວກເຂົາກໍປ່ຽນໃຈ ແລະ ເອົາຂ້າທາດທີ່ພວກເຂົາໄດ້ປ່ອຍໃຫ້ເປັນອິດສະຫລະນັ້ນກັບມາ ແລະ ເຮັດໃຫ້ພວກເຂົາເປັນຂ້າທາດອີກ.
ແລ້ວຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາວ່າ, “ພຣະເຈົ້າຢາເວ, ພຣະເຈົ້າແຫ່ງອິດສະຣາເອນກ່າວວ່າ: ເຮົາໄດ້ເຮັດຄໍາໝັ້ນສັນຍາກັບບັນພະບຸລຸດຂອງພວກເຈົ້າເມື່ອເຮົາໄດ້ນຳພວກເຂົາອອກມາຈາກເອຢິບ, ອອກຈາກດິນແດນຂອງການເປັນຂ້າທາດ. ເຮົາໄດ້ກ່າວວ່າ ‘ທຸກໆເຈັດປີພວກເຈົ້າທຸກຄົນຕ້ອງປົດປ່ອຍພີ່ນ້ອງຊາວເຮັບເຣີທີ່ໄດ້ຂາຍຕົນເອງໃຫ້ກັບພວກເຈົ້າ. ຫລັງຈາກທີ່ພວກເຂົາໄດ້ຮັບໃຊ້ພວກເຈົ້າຫົກປີແລ້ວ, ພວກເຈົ້າຕ້ອງປ່ອຍພວກເຂົາໃຫ້ເປັນອິດສະຫລະ’.1 ແຕ່ບັນພະບຸລຸດຂອງພວກເຈົ້າບໍ່ຍອມຟັງເຮົາ ຫລື ບໍ່ໄດ້ເອົາໃຈໃສ່ຕໍ່ເຮົາ. ໃນບໍ່ດົນມານີ້ ພວກເຈົ້າໄດ້ກັບໃຈ ແລະ ເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງເຮົາຄື: ພວກເຈົ້າແຕ່ລະຄົນປະກາດອິດສະຫລະພາບໃຫ້ພີ່ນ້ອງຮ່ວມຊາດຂອງຕົນ. ພວກເຈົ້າໄດ້ເຮັດຄໍາໝັ້ນສັນຍາຕໍ່ໜ້າເຮົາໃນວິຫານທີ່ໃຊ້ຊື່ຂອງເຮົາ. ແຕ່ບັດນີ້ເຈົ້າໄດ້ປ່ຽນໃຈ ແລະ ລົບຫລູ່ນາມຂອງເຮົາ; ພວກເຈົ້າແຕ່ລະຄົນໄດ້ເອົາຂ້າທາດຊາຍ ແລະ ຍິງກັບມາ ຄືຂ້າທາດທັງຫລາຍທີ່ພວກເຈົ້າໄດ້ປົດປ່ອຍໃຫ້ເປັນອິດສະຫລະໄປຕາມປາຖະໜາ. ພວກເຈົ້າໄດ້ບັງຄັບພວກເຂົາໃຫ້ກາຍເປັນຂ້າທາດຂອງພວກເຈົ້າອີກ.
“ເຫດສະນັ້ນ ພຣະເຈົ້າຢາເວກ່າວວ່າ: ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໄດ້ປະກາດໃຫ້ອິດສະຫລະພາບແກ່ພີ່ນ້ອງຂອງພວກເຈົ້າ. ສະນັ້ນ ບັດນີ້ເຮົາປະກາດໃຫ້ ‘ອິດສະຫລະພາບ’ ແກ່ພວກເຈົ້າ, ພຣະເຈົ້າຢາເວປະກາດວ່າ ‘ອິດສະຫລະພາບ’ ທີ່ຈະລົ້ມລົງດ້ວຍດາບ, ໂລກລະບາດ ແລະ ການອຶດຢາກອາຫານ. ເຮົາຈະເຮັດໃຫ້ພວກເຈົ້າເປັນທີ່ໜ້າກຽດຊັງແກ່ອານາຈັກທັງໝົດໃນແຜ່ນດິນໂລກນີ້. ບັນດາຄົນທີ່ໄດ້ລະເມີດຄໍາໝັ້ນສັນຍາຂອງເຮົາ ແລະ ບໍ່ເຮັດຕາມຂໍ້ກຳນົດຂອງຄໍາໝັ້ນສັນຍາທີ່ພວກເຂົາໄດ້ເຮັດໄວ້ຕໍ່ໜ້າເຮົາ, ເຮົາຈະປະຕິບັດຕໍ່ພວກເຂົາເໝືອນດັ່ງງົວທີ່ຖືກຕັດເປັນສອງຕ່ອນ ແລະ ຍ່າງຜ່ານລະຫວ່າງເຄິ່ງກາງທັງສອງຕ່ອນຂອງງົວນັ້ນ. ບັນດາຜູ້ນຳຂອງຢູດາຍ ແລະ ເຢຣູຊາເລັມ, ບັນດາຂ້າລາຊະການໃນວັງ, ບັນດາປະໂລຫິດ ແລະ ປະຊາຊົນທັງໝົດທີ່ຍ່າງຜ່ານລະຫວ່າງເຄິ່ງກາງທັງສອງຕ່ອນຂອງງົວນັ້ນ, ເຮົາຈະມອບພວກເຂົາໄວ້ໃນມືບັນດາສັດຕູຂອງພວກເຂົາຜູ້ທີ່ຢາກຈະຂ້າພວກເຂົາ. ຊາກສົບຂອງພວກເຂົາຈະກາຍເປັນອາຫານຂອງຝູງນົກ ແລະ ຝູງສັດປ່າ.
“ເຮົາຈະມອບກະສັດເຊເດກີຢາແຫ່ງຢູດາຍ ແລະ ພວກຂ້າລາຊະການຂອງລາວໄວ້ໃນມືບັນດາສັດຕູຂອງພວກເຂົາຜູ້ທີ່ຢາກຈະຂ້າພວກເຂົາ, ມອບພວກເຂົາໃຫ້ກອງທັບຂອງກະສັດແຫ່ງບາບີໂລນ, ທີ່ໄດ້ຖອນກໍາລັງໄປຈາກພວກເຈົ້າ. ພຣະເຈົ້າຢາເວປະກາດວ່າ, ເຮົາຈະອອກຄຳສັ່ງ ແລະ ເຮົາຈະນຳພວກເຂົາກັບຄືນມາທີ່ນະຄອນນີ້. ພວກເຂົາຈະມາຕໍ່ສູ້, ຢຶດເອົາ ແລະ ເຜົາມັນຖິ້ມ. ເຮົາຈະເຮັດໃຫ້ເມືອງຕ່າງໆຂອງຢູດາຍຖືກປະຖິ້ມໄວ້ໃຫ້ຮົກຮ້າງ ເພື່ອວ່າຈະບໍ່ມີຜູ້ໃດອາໄສຢູ່ທີ່ນັ້ນ”.
Source notes (1)
- Footnote ພບຍ 15:12
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.