Skip to content
BibleKenya

Biblica® Open Lao Contemporary Version

ເອເຊກຽນ 1

ນິມິດ​ເທື່ອ​ທີ​ໜຶ່ງ​ຂອງ​ເອເຊກຽນ

ໃນ​ວັນ​ທີ​ຫ້າ, ເດືອນ​ທີ​ສີ່, ປີ​ທີ​ສາມສິບ,1 ຂະນະ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ໝູ່​ຊະເລີຍ​ຢູ່​ທີ່​ແຄມ​ແມ່ນ້ຳ​ເກບາກ, ຟ້າ​ສະຫວັນ​ໄດ້​ເປີດ​ອອກ ແລະ ຂ້າພະເຈົ້າ​ກໍ​ເຫັນ​ນິມິດ​ຈາກ​ພຣະເຈົ້າ.

ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ນັ້ນ ເປັນ​ປີ​ທີ​ຫ້າ​ທີ່​ກະສັດ​ເຢໂຮຍຢາ​ກິນ​ຕົກ​ເປັນ​ຊະເລີຍ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ປະໂລຫິດ​ເອເຊກຽນ ລູກຊາຍ​ຂອງ​ບູຊີ2 ຢູ່​ທີ່​ແຄມ​ແມ່ນ້ຳ​ເກບາກ​ໃນ​ດິນແດນ​ຂອງ​ຊາວ​ບາບີໂລນ.3 ມື​ຂອງ​ພຣະເຈົ້າ​ຢາເວ​ກໍ​ຢູ່​ເໜືອ​ເອເຊກຽນ.

ຂ້າພະເຈົ້າ​ໄດ້​ເບິ່ງ ແລະ ເຫັນ​ພະຍຸ​ໃຫຍ່​ພັດ​ມາ​ຈາກ​ທາງ​ທິດ​ເໜືອ ມີ​ເມກ​ກ້ອນ​ໃຫຍ່​ພ້ອມ​ດ້ວຍ​ສາຍ​ຟ້າ​ແມບ​ເຫລື້ອມ ແລະ ອ້ອມ​ດ້ວຍ​ແສງ​ສຸກໃສ. ຢູ່​ໃຈ​ກາງ​ໄຟ​ນັ້ນ​ເບິ່ງ​ຄື​ໂລຫະ​ທີ່​ເຮືອງ​ແສງ, ແລະ ໃນ​ໄຟ​ນັ້ນ​ເບິ່ງ​ຄື​ມີ​ບາງ​ສິ່ງ​ທີ່​ຄື​ກັບ​ສິ່ງ​ມີ​ຊີວິດ​ສີ່​ຕົນ. ເຊິ່ງ​ມີ​ຮູບ​ຮ່າງ​ຄ້າຍ​ຄື​ກັບ​ມະນຸດ, ແຕ່​ວ່າ​ພວກມັນ​ແຕ່​ລະ​ຕົນ​ຕ່າງ​ກໍ​ມີ​ສີ່​ໜ້າ ແລະ ມີ​ສີ່​ປີກ. ພວກມັນ​ມີ​ຂາ​ທີ່​ຢຽດ​ຊື່; ຕີນ​ຂອງ​ພວກມັນ​ແມ່ນ​ຄື​ກັບ​ງົວ​ນ້ອຍ ແລະ ເປັ່ງປະກາຍ​ຄື​ກັບ​ທອງສຳລິດ​ທີ່​ຂັດ​ເງົາ. ພາຍໃຕ້​ປີກ​ທັງ​ສີ່​ດ້ານ​ຂອງ​ພວກມັນ ມີ​ມື​ເປັນ​ມື​ມະນຸດ. ສິ່ງ​ມີ​ຊີວິດ​ທັງ​ສີ່​ນີ້​ມີ​ໜ້າ ແລະ ປີກ. ປີກ​ຂອງ​ພວກມັນ​ກາງ​ອອກ​ຈຸ​ປີກ​ຂອງ​ກັນ. ແຕ່​ລະ​ຕົນ​ມຸ່ງ​ໄປ​ຂ້າງ​ໜ້າ ໂດຍ​ບໍ່​ຕ້ອງ​ຫັນ​ໂຕ​ເລີຍ​ຂະນະ​ທີ່​ເຄື່ອນຍ້າຍ.

ໜ້າ​ຂອງ​ພວກມັນ​ເບິ່ງ​ຄື​ມີ​ດັ່ງນີ້: ທັງ​ສີ່​ຕົນ​ລ້ວນ​ແຕ່​ມີ​ສີ່​ໜ້າ ຄື​ໜ້າ​ໜຶ່ງ​ເປັນ​ມະນຸດ ແລະ ເບື້ອງ​ຂວາ​ເປັນ​ໜ້າ​ໂຕສິງ, ເບື້ອງ​ຊ້າຍ​ເປັນ​ໜ້າ​ງົວເຖິກ; ແລະ ເບື້ອງ​ຫລັງ​ເປັນ​ໜ້າ​ນົກອິນຊີ. ໜ້າ​ຂອງ​ສິ່ງ​ມີ​ຊີວິດ​ທັງ​ສີ່​ກໍ​ເປັນ​ເຊັ່ນ​ນັ້ນ. ທັງ​ສີ່​ຕົນ​ພື​ສອງ​ປີກ​ແຜ່​ຂຶ້ນ​ຂ້າງ​ເທິງ, ແຕ່​ລະ​ປີກ​ແມ່ນ​ຈຸ​ກັບ​ສິ່ງ​ມີ​ຊີວິດ​ທັງ​ສອງ​ຂ້າງ ແລະ ສ່ວນ​ອີກ​ສອງ​ປີກ​ແມ່ນ​ປົກຄຸມ​ໂຕ​ໄວ້. ແຕ່​ລະ​ຕົນ​ມຸ່ງ​ໄປ​ຂ້າງ​ໜ້າ ບໍ່​ວ່າ​ວິນຍານ​ຈະ​ໄປ​ທາງໃດ, ທັງ​ສີ່​ຕົນ​ກໍ​ມຸ່ງ​ໄປ​ທາງ​ນັ້ນ ໂດຍ​ບໍ່​ໄດ້​ຫັນ​ໂຕ​ເລີຍ. ລັກສະນະ​ຂອງ​ສິ່ງ​ມີ​ຊີວິດ​ທັງ​ສີ່​ຕົນ​ນັ້ນ​ເໝືອນ​ກັບ​ຖ່ານ​ໄຟ​ແດງ ຫລື ເໝືອນ​ກັບ​ທວນໄຟ. ມີ​ໄຟ​ທີ່​ສະຫວ່າງ​ເຄື່ອນ​ໄປ​ມາ​ຢູ່​ທ່າມກາງ​ສິ່ງ​ມີ​ຊີວິດ; ມີ​ແສງ​ແມບເຫລື້ອມ​ອອກ​ມາ​ຈາກ​ໄຟ​ນັ້ນ. ສິ່ງ​ມີ​ຊີວິດ​ທັງ​ສີ່​ຕົນ​ນີ້​ກະໂດດ​ໄປ​ມາ​ຄື​ກັບ​ສາຍ​ຟ້າ​ແມບເຫລື້ອມ.

ຂະນະ​ທີ່​ຂ້າພະເຈົ້າ​ຈ້ອງ​ເບິ່ງ​ສິ່ງ​ມີ​ຊີວິດ​ທັງ​ສີ່​ຕົນ​ນີ້, ຂ້າພະເຈົ້າ​ກໍ​ເຫັນ​ກົງ​ລໍ້​ຢູ່​ທີ່​ພື້ນ ກົງ​ລໍ້​ແຕ່​ລະ​ກົງ​ແມ່ນ​ຢູ່​ຂ້າງ​ສິ່ງ​ມີ​ຊີວິດ​ແຕ່​ລະ​ຕົນ ເຊິ່ງ​ມີ​ສີ່​ໜ້າ. ກົງ​ລໍ້​ມີ​ຮູບ​ຮ່າງ ແລະ ໂຄງ​ສ້າງ​ດັ່ງນີ້: ມັນ​ສ່ອງ​ປະກາຍ​ຄື​ກັບ​ບຸດສະລາຄຳ ແລະ ກົງ​ລໍ້​ທັງ​ສີ່​ກົງ​ນັ້ນ​ມີ​ຮູບ​ຮ່າງ​ຄື​ກັນ​ໝົດ. ແຕ່​ລະ​ກົງ​ເບິ່ງ​ຄື​ມີ​ອີກ​ກົງ​ໜຶ່ງ​ລີ້​ຂວາງ​ຢູ່​ໃນ​ທາງ. ດັ່ງນັ້ນ ກົງ​ລໍ້​ນີ້​ຈະ​ເຄື່ອນ​ໄປ, ພວກມັນ​ກໍ​ໄປ​ໃນ​ທິດທາງ​ດຽວ​ກັນ​ກັບ​ທີ່​ສິ່ງ​ມີ​ຊີວິດ​ນັ້ນ, ກົງ​ລໍ້​ກໍ​ຈະ​ມຸ່ງໜ້າໄປ​ໂດຍ​ບໍ່​ຕ້ອງ​ໄດ້​ຫັນ​ໄປ​ມາ. ຂອບ​ຂອງ​ກົງ​ລໍ້​ນັ້ນ​ສູງ ແລະ ໜ້າ​ຢ້ານ, ແລ້ວ​ຂອບ​ກົງ​ລໍ້​ທັງ​ສີ່​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ຕາ.

ເມື່ອ​ສິ່ງ​ມີ​ຊີວິດ​ທັງ​ສີ່​ຕົນ​ເຄື່ອນ​ທີ່, ກົງ​ລໍ້​ທີ່​ຢູ່​ທາງ​ຂ້າງ​ກໍ​ເຄື່ອນ​ທີ່​ຕາມ ແລະ ເມື່ອ​ສິ່ງ​ມີ​ຊີວິດ​ເຫາະ​ຂຶ້ນ​ມາ​ຈາກ​ພື້ນ ກົງ​ລໍ້​ກໍ​ເຫາະ​ຂຶ້ນ​ມາ​ເໝືອນ​ກັນ. ບໍ່​ວ່າ​ວິນຍານ​ຈະ​ໄປ​ຢູ່​ໃສ, ທິ່ງ​ມີ​ຊີວິດ​ກໍ​ໄປ​ທີ່​ນັ້ນ ແລະ ກົງ​ລໍ້​ກໍ​ເຫາະ​ຕາມ​ໄປ​ນຳ ເພາະ​ວ່າ​ວິນຍານ​ຂອງ​ສິ່ງ​ມີ​ຊີວິດ​ນັ້ນ​ແມ່ນ​ຢູ່​ໃນ​ກົງ​ລໍ້. ເມື່ອ​ສິ່ງ​ມີ​ຊີວິດ​ເຄື່ອນ​ທີ່​ໄປ ກົງ​ລໍ້​ກໍ​ເຄື່ອນ​ທີ່​ໄປ​ເໝືອນ​ກັນ; ເມື່ອ​ສິ່ງ​ມີ​ຊີວິດ​ຢຸດ​ຢູ່, ກົງ​ລໍ້​ກໍ​ຢຸດ​ຢູ່​ນຳ ແລະ ເມື່ອ​ສິ່ງ​ມີ​ຊີວິດ​ເຫາະ​ຂຶ້ນ​ຈາກ​ພື້ນ ກົງ​ລໍ້​ກໍເຫະຕາມ​ຂຶ້ນ​ໄປ​ນຳ ເພາະ​ວ່າ​ວິນຍານ​ຂອງ​ສິ່ງ​ມີ​ຊີວິດ​ນັ້ນ​ແມ່ນ​ຢູ່​ໃນ​ກົງ​ລໍ້.

ຢູ່​ເທິງ​ຫົວ​ຂອງ​ສິ່ງ​ມີ​ຊີວິດ​ນັ້ນ​ມີ​ສິ່ງ​ໜຶ່ງ​ເບິ່ງ​ຄ້າຍ​ຄື​ກັບ​ແຜ່ນ​ຟ້າ​ທີ່​ແຜ່​ອອກ, ສ່ອງ​ປະກາຍ​ເໝືອນ​ດັ່ງ​ແກ້ວ ແລະ ໜ້າ​ຢຳເກງ. ຢູ່​ລຸ່ມ​ສິ່ງ​ທີ່​ຄ້າຍ​ຄື​ແຜ່ນ​ຟ້າ​ນີ້ ມີ​ສອງ​ປີກ​ຂອງ​ສິ່ງ​ມີ​ຊີວິດ​ພື​ອອກ​ຈຸ​ກັນ ແລະ ສ່ວນ​ອີກ​ສອງ​ປີກ​ແມ່ນ​ຄຸມ​ໂຕ​ໄວ້. ເມື່ອ​ສິ່ງ​ມີ​ຊີວິດ​ເຄື່ອນ​ໄຫວ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ຂອງ​ປີກ ເໝືອນ​ກັບ​ສຽງ​ນ້ຳ​ໄຫລ​ແຮງ, ເໝືອນ​ກັບ​ສຽງ​ຂອງ​ອົງຜູ້ມີລິດອຳນາດ, ເໝືອນ​ກັບ​ສຽງ​ຂອງ​ກອງທັບ. ເມື່ອ​ສິ່ງ​ມີ​ຊີວິດ​ຢຸດ​ຢູ່ ພວກ​ມັນ​ກໍ​ຫຸບ​ປີກ​ລົງ.

ຂະນະ​ທີ່​ທັງ​ສີ່​ຕົນ​ຢືນ​ຫຸບ​ປີກ​ຢູ່​ນັ້ນ ກໍ​ມີ​ສຽງ​ໜຶ່ງ​ມາ​ຈາກ​ແຜ່ນ​ຟ້າ ເຊິ່ງ​ຢູ່​ເໜືອ​ຫົວ​ຂອງ​ສິ່ງ​ມີ​ຊີວິດ. ເໜືອ​ຜືນ​ຟ້າ​ທີ່​ຢູ່​ເໜືອ​ຫົວ​ຂອງ​ສິ່ງ​ມີ​ຊີວິດ​ເຫລົ່ານັ້ນ​ແມ່ນ​ສິ່ງ​ທີ່​ຄ້າຍ​ຄື​ກັບ​ບັນລັງ​ທີ່​ເຮັດ​ດ້ວຍ​ແກ້ວໄພທູນ ແລະ ຢູ່​ເໜືອ​ບັນລັງ​ນັ້ນ​ກໍ​ມີ​ຮ່າງ​ໜຶ່ງ​ທີ່​ເບິ່ງ​ຄ້າຍ​ຄື​ກັບ​ມະນຸດ. ຂ້າພະເຈົ້າ​ເຫັນ​ວ່າ​ເມືອງ​ເບິ່ງ​ຈາກ​ບັ້ນ​ແອວ​ຂອງ​ຜູ້​ນັ້ນ​ຂຶ້ນ​ໄປ ເບິ່ງ​ຄື​ວ່າ​ເປັນ​ໂລຫະ​ທີ່​ເຫລື້ອມ, ຄື​ກັບ​ເຕັມ​ໄປ​ດ້ວຍ​ໄຟ ແລະ ຈາກ​ສ່ວນ​ນັ້ນ​ລົງ​ມາ​ກໍ​ເບິ່ງ​ຄື​ກັບ​ໄຟ ແລະ ມີ​ແສງສະຫວ່າງ​ກ້າ​ຢູ່​ອ້ອມ​ຜູ້​ນັ້ນ. ລັດສະໝີ​ເຈີດ​ຈ້າ​ອ້ອມ​ໂຕ​ຂອງ​ຜູ້​ນັ້ນ​ເໝືອນ​ຮຸ້ງກິນນໍ້າ​ຢູ່​ເທິງ​ເມກ​ໃນ​ວັນ​ຝົນ​ຕົກ.

ພາບ​ທີ່​ປາກົດ​ນີ້​ເປັນ​ເໝືອນ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ. ເມື່ອ​ຂ້າພະເຈົ້າ​ເຫັນ​ແລ້ວ ຂ້າພະເຈົ້າ​ກໍ​ໝູບ​ໜ້າ​ລົງ ແລະ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ຂອງ​ຜູ້​ໜຶ່ງ​ທີ່​ກຳລັງ​ເວົ້າ.

Source notes (3)
  1. Footnote ຫລື ເດືອນ​ທີ​ສີ່ ເມື່ອ​ຂ້າພະເຈົ້າ​ມີ​ອາຍຸ​ໄດ້​ສາມສິບ​ປີ
  2. Footnote ຫລື ເອເຊກຽນ​ບຸດ​ປະໂລຫິດ​ບູຊີ
  3. Footnote ຫລື ຊາວ​ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.