Biblica® Open Lao Contemporary Version
ເອເຊກຽນ 2
ການເອີ້ນເອເຊກຽນໃຫ້ເປັນຜູ້ທຳນວາຍ
ພຣະອົງໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງຢືນຂຶ້ນ ເຮົາຈະເວົ້າກັບເຈົ້າ”. ຂະນະທີ່ພຣະອົງເວົ້າຢູ່ນັ້ນ ພຣະວິນຍານບໍລິສຸດກໍໄດ້ເຂົ້າມາໃນຂ້າພະເຈົ້າ ແລະ ເຮັດໃຫ້ຂ້າພະເຈົ້າຢືນຂຶ້ນ ແລະ ຂ້າພະເຈົ້າກໍໄດ້ຍິນພຣະອົງເວົ້າກັບຂ້າພະເຈົ້າ.
ພຣະອົງໄດ້ເວົ້າວ່າ: “ບຸດມະນຸດ, ເຮົາຈະສົ່ງເຈົ້າໄປຍັງຊົນຊາດອິດສະຣາເອນ, ໄປຍັງຊົນຊາດທີ່ກະບົດ ເຊິ່ງໄດ້ທໍລະຍົດເຮົາ; ພວກເຂົາກັບບັນພະບຸລຸດຂອງພວກເຂົາໄດ້ກະບົດຕໍ່ເຮົາມາຈົນເຖິງທຸກວັນນີ້. ຊົນຊາດທີ່ເຮົາຈະສົ່ງເຈົ້າໄປນີ້ເປັນຄົນທີ່ໃຈແຂງ ແລະ ດື້ດ້ານ. ຈົ່ງເວົ້າກັບພວກເຂົາວ່າ, ‘ພຣະເຈົ້າຢາເວ ອົງອະທິປະໄຕກ່າວດັ່ງນີ້’. ແລະ ບໍ່ວ່າພວກເຂົາຈະຮັບຟັງ ຫລື ບໍ່ຮັບຟັງກໍຕາມ ພວກເຂົາກໍຈະຮູ້ວ່າມີຜູ້ທຳນວາຍໃນທ່າມກາງພວກເຂົາ ເພາະເຂົາເປັນພົງພັນທີ່ມັກກະບົດ. ສ່ວນເຈົ້າ ບຸດມະນຸດ, ຢ່າຢ້ານພວກເຂົາ ຫລື ຄຳເວົ້າຂອງພວກເຂົາ. ຢ່າຢ້ານເລີຍ, ເຖິງວ່າຈະມີສ້ຽນໜາມຢູ່ອ້ອມຕົວເຈົ້າ ແລະ ເຈົ້າອາໄສຢູ່ທ່າມກາງແມງງອດທັງຫລາຍ. ຢ່າຢ້ານໃນສິ່ງທີ່ພວກເຂົາເຂົາຈະເວົ້າ ຫລື ຢ້ານກົວເພາະພວກເຂົາ, ເຖິງວ່າພວກເຂົາຈະເປັນພົງພັນທີ່ມັກກະບົດ. ເຈົ້າຈົ່ງກ່າວຖ້ອຍຄຳຂອງເຮົາໃຫ້ພວກເຂົາຟັງ ບໍ່ວ່າພວກເຂົາຈະຮັບຟັງ ຫລື ບໍ່ຮັບຟັງກໍຕາມ ເພາະພວກເຂົາມັກກະບົດ. ສ່ວນເຈົ້າ ບຸດມະນຸດ, ຈົ່ງຟັງສິ່ງທີ່ເຮົາເວົ້າກັບເຈົ້າ. ຢ່າທໍລະຍົດເໝືອນກັບພົງພັນທີ່ມັກກະບົດ; ຈົ່ງອ້າປາກຂອງເຈົ້າ ແລະ ກິນສິ່ງທີ່ເຮົາມອບໃຫ້ເຈົ້າ”.
ແລ້ວຂ້າພະເຈົ້າກໍເບິ່ງ ແລະ ຂ້າພະເຈົ້າກໍເຫັນມືໜຶ່ງຍື່ນອອກມາຫາຂ້າພະເຈົ້າ. ໃນມືນັ້ນມີໜັງສືມ້ວນ, ເຊິ່ງພຣະອົງໄດ້ພືອອກຕໍ່ໜ້າຂ້າພະເຈົ້າ. ໃນນັ້ນມີຖ້ອຍຄຳຄ່ຳຄວນ, ຄຳໄວ້ອາໄລ ແລະ ຖ້ອຍຄຳກ່ຽວກັບໄພພິບັດ ຂຽນໄວ້ທັງສອງດ້ານຂອງໜັງສືມ້ວນນັ້ນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.