Biblica® Open Lao Contemporary Version
ພວກຜູ້ປົກຄອງ 10
ໂຕລາ
ຫລັງຈາກສະໄໝຂອງອາບີເມເຫລັກແລ້ວ, ມີຊາຍຄົນໜຶ່ງຈາກເຜົ່າອິດຊາຄາຊື່ໂຕລາລູກຊາຍຂອງປູອາ ແລະ ຫລານຊາຍຂອງໂດໂດ, ຂຶ້ນມາຊ່ວຍອິດສະຣາເອນ. ລາວອາໄສຢູ່ທີ່ຊາເມຍໃນແຖບເນີນພູຂອງເອຟຣາອິມ. ໂຕລາປົກຄອງອິດສະຣາເອນເປັນເວລາຊາວສາມປີ; ແລ້ວລາວກໍໄດ້ຕາຍໄປ ແລະ ຖືກຝັງໄວ້ທີ່ຊາເມຍ.
ຢາອີ
ຕໍ່ມາ ກໍແມ່ນຢາອີແຫ່ງກີເລອາດທີ່ປົກຄອງອິດສະຣາເອນເປັນເວລາຊາວສອງປີ. ລາວມີລູກຊາຍສາມສິບຄົນ, ພວກເຂົາຂີ່ລໍຄົນລະໂຕ. ພວກເຂົາໄດ້ປົກຄອງສາມສິບເມືອງໃນກີເລອາດ, ເຊິ່ງເອີ້ນກັນວ່າຮາວໂວດຢາອີຈົນເຖິງທຸກວັນນີ້.1 ເມື່ອຢາອີໄດ້ຕາຍໄປ, ເພິ່ນໄດ້ຖືກຝັງໄວ້ທີ່ກາມົນ.
ເຢັບທາ
ຊາວອິດສະຣາເອນເຮັດສິ່ງທີ່ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວອີກ. ພວກເຂົາໄດ້ຮັບໃຊ້ພະບາອານ ພະອັດສະຕາກ ແລະ ພະຂອງຊາວອາຣາມ, ຊາວຊີໂດນ, ຊາວໂມອາບ, ຊາວອຳໂມນ ແລະ ຊາວຟີລິດສະຕິນ. ແລະ ຍ້ອນຊາວອິດສະຣາເອນໄດ້ປະຖິ້ມພຣະເຈົ້າຢາເວ ແລະ ບໍ່ໄດ້ຮັບໃຊ້ພຣະອົງອີກຕໍ່ໄປ. ພຣະອົງຈຶ່ງໂກດຮ້າຍຕໍ່ພວກເຂົາ. ພຣະອົງຂາຍພວກເຂົາໄວ້ໃນມືຂອງຊາວຟີລິດສະຕິນ ແລະ ຊາວອຳໂມນ, ຜູ້ທີ່ໄດ້ບຸກໂຈມຕີພວກເຂົາໃຫ້ແຕກກະຈັດກະຈາຍໄປໃນປີນັ້ນ. ເປັນເວລາສິບແປດປີ ພວກເຂົາກົດຂີ່ອິດສະຣາເອນທັງໝົດທາງຟາກທິດຕາເວັນອອກຂອງແມ່ນ້ຳຈໍແດນໃນກີເລອາດ, ເຊິ່ງເປັນດິນແດນຂອງຊາວອາໂມ. ຊາວອຳໂມນຍັງຂ້າມແມ່ນ້ຳຈໍແດນມາຕໍ່ສູ້ກັບເຜົ່າຢູດາ, ເຜົ່າເບັນຢາມິນ ແລະ ເຜົ່າເອຟຣາອິມ. ອິດສະຣາເອນຕົກຢູ່ໃນຄວາມທຸກຍາກລໍາບາກຫລາຍ. ແລ້ວຊາວອິດສະຣາເອນກໍຮ້ອງຫາພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງໂດຍປະຖິ້ມພຣະເຈົ້າຂອງພວກຂ້ານ້ອຍ ແລະ ໄປຮັບໃຊ້ບັນດາພະບາອານ”.
ພຣະເຈົ້າຢາເວຕອບວ່າ, “ເມື່ອຊາວເອຢິບ, ຊາວອາໂມ, ຊາວອຳໂມນ, ຊາວຟີລິດສະຕິນ, ຊາວຊີໂດນ, ຊາວອາມາເຫລັກ ແລະ ຊາວມາໂອນ2 ກົດຂີ່ພວກເຈົ້າ ແລ້ວພວກເຈົ້າກໍຮ້ອງຫາເຮົາໃຫ້ຊ່ວຍ, ເຮົາບໍ່ໄດ້ຊ່ວຍເຫລືອພວກເຈົ້າຈາກມືຂອງພວກເຂົາບໍ? ແຕ່ພວກເຈົ້າໄດ້ປະຖິ້ມເຮົາ ແລະ ໄປຮັບໃຊ້ບັນດາພະອື່ນໆ, ສະນັ້ນ ເຮົາຈະບໍ່ຊ່ວຍພວກເຈົ້າອີກຕໍ່ໄປ. ຈົ່ງໄປຮ້ອງຫາພະທັງຫລາຍທີ່ເຈົ້າໄດ້ເລືອກສາ. ເມື່ອພວກເຈົ້າພົບຄວາມລຳບາກໃຫ້ບັນດາພະເຫລົ່ານັ້ນຊ່ວຍພວກເຈົ້າເທີນ!”
ແຕ່ຊາວອິດສະຣາເອນຂໍຕໍ່ພຣະເຈົ້າຢາເວວ່າ, “ພວກຂ້ານ້ອຍໄດ້ເຮັດບາບ. ໂຜດເຮັດກັບພວກຂ້ານ້ອຍຕາມພຣະອົງຄິດວ່າ ເປັນການດີທີ່ສຸດ, ແຕ່ບັດນີ້ຂໍໂຜດຊ່ວຍກູ້ພວກຂ້ານ້ອຍດ້ວຍ”. ແລ້ວພວກເຂົາກໍທຳລາຍບັນດາພະຕ່າງຊາດທີ່ຢູ່ທ່າມກາງພວກເຂົາ ແລະ ຮັບໃຊ້ພຣະເຈົ້າຢາເວ. ແລ້ວພຣະອົງບໍ່ສາມາດອົດທົນເບິ່ງຄວາມທຸກຍາກລໍາບາກຂອງອິດສະຣາເອນໄດ້ອີກຕໍ່ໄປ.
ເມື່ອຊາວອຳໂມນອອກມາສູ້ຮົບ ແລະ ມາຕັ້ງຄ້າຍທີ່ກີເລອາດ, ສ່ວນຊາວອິດສະຣາເອນໄດ້ມາປະຊຸມກັນ ແລະ ຕັ້ງຄ້າຍທີ່ມີຊະປາ. ບັນດາຜູ້ນຳຂອງປະຊາຊົນກີເລອາດກໍຖາມກັນວ່າ “ຜູ້ໃດທີ່ນຳກອງທັບອອກໄປໂຈມຕີພວກອຳໂມນ ຜູ້ນັ້ນຈະໄດ້ເປັນຫົວໜ້າຂອງທຸກຄົນທີ່ອາໄສຢູ່ໃນກີເລອາດ”.
Source notes (2)
- Footnote ຫລື ຮຽກກັນວ່າຖິ່ນຖານຂອງຢາອີ
- Footnote ສຳເນົາ LXX. ບາງສະບັບວ່າ ຊາວມາດີອານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.