Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 9

ອາບີເມເຫລັກ

ອາບີເມເຫລັກ ລູກຊາຍ​ຂອງ​ເຢຣຸບບາອານ​ໄດ້​ໄປ​ຫາ​ຍາດຕິ​ພີ່ນ້ອງ​ທາງ​ແມ່​ທີ່​ຊີເຄມ ແລະ ກ່າວ​ກັບ​ພວກເຂົາ ພ້ອມ​ທັງ​ຄົນ​ໃນ​ຕະກຸນ​ຂອງ​ແມ່​ລາວ​ວ່າ, “ຈົ່ງ​ຖາມ​ຊາວ​ເມືອງ​ຊີເຄມ​ທັງໝົດ​ວ່າ ‘ອັນໃດ​ຈະ​ເປັນ​ການດີ​ສໍາລັບ​ພວກເຈົ້າ​ຄື: ຈະ​ໃຫ້​ລູກຊາຍ​ຂອງ​ເຢຣຸບບາອານ​ທັງ​ເຈັດ​ສິບ​ຄົນ​ປົກຄອງ​ພວກເຈົ້າ, ຫລື ໃຫ້​ຜູ້ດຽວ​ປົກຄອງ​ພວກເຈົ້າ?’ ຈົ່ງຈົດຈໍາ​ໄວ້​ວ່າ ຂ້ອຍ​ກໍ​ເປັນ​ເລືອດ​ເນື້ອ​ເຊື້ອ​ໄຂ​ຂອງ​ພວກເຈົ້າ”.

ເມື່ອ​ຍາດ​ພີ່ນ້ອງ​ເລົ່າ​ຄຳ​ນີ້​ຕໍ່​ຊາວ​ເມືອງ​ຊີເຄມ, ພວກເຂົາ​ກໍ​ຂ້ອນ​ຂ້າງ​ຢາກ​ຕິດຕາມ​ອາບີເມເຫລັກ ເພາະ​ພວກ​ເຂົ້າ​ກ່າວ​ວ່າ, “ລາວ​ເປັນ​ຍາດຕ​ພີ່ນ້ອງ​ຂອງ​ພວກເຮົາ”. ພວກເຂົາ​ເອົາ​ເງິນ​ເຈັດ​ສິບ​ເຊເຄວ1 ຈາກ​ວິຫານ​ຂອງ​ພະບາອານ​ເບຣິດ​ມາ​ມອບ​ໃຫ້​ອາບີເມເຫລັກ, ແລ້ວ​ອາບີເມເຫລັກ​ນຳ​ໃຊ້​ເງິນ​ນັ້ນ​ໄປ​ຈ້າງ​ພວກ​ນັກເລງ​ເປັນ​ຜູ້​ຕິດຕາມ​ຂອງ​ລາວ. ອາບີເມເຫລັກ​ໄປ​ທີ່​ບ້ານ​ພໍ່​ຂອງ​ລາວ​ທີ່​ໂອຟະຣາ ແລະ ລາວໄດ້​ຂ້າ​ອ້າຍນ້ອງ​ພໍ່​ດຽວກັນ​ເຈັດ​ສິບ​ຄົນ​ທີ່​ເປັນ​ລູກຊາຍ​ຂອງ​ເຢຣຸບບາອານ​ດ້ວຍ​ຫີນ​ກ້ອນ​ດຽວ. ແຕ່​ໂຢທາມ​ລູກຊາຍ​ຫລ້າ​ຂອງ​ເຢຣຸບ​ບາອານ​ໄດ້​ໜີ​ໄປ​ລີ້​ທັນ. ແລ້ວ​ຊາວ​ເມືອງ​ຊີເຄມ ແລະ ຊາວ​ເບັດມິນໂລ​ທັງໝົດ​ກໍ​ມາ​ຊຸມນຸມ​ກັນ​ຂ້າງ​ຕົ້ນໄມ້ໃຫຍ່​ທີ່​ເສົາ​ຫີນ​ໃນ​ຊີເຄມ ເພື່ອ​ແຕ່ງຕັ້ງ​ອາບີເມເຫລັກ​ຂຶ້ນ​ເປັນ​ກະສັດ.

ເມື່ອ​ໂຢທາມ​ໄດ້​ຍິນ​ເລື່ອງ​ນີ້, ລາວ​ກໍ​ປີນ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ເກຣີຊິມ ແລະ ຮ້ອງ​ບອກ​ພວກເຂົາ​ວ່າ “ພີ່ນ້ອງ​ຊາວ​ເມືອງ​ຊີເຄມ ຈົ່ງ​ຟັງ​ຂ້ອຍ, ເພື່ອ​ວ່າ​ພຣະເຈົ້າ​ອາດຈະ​ຟັງ​ພວກເຈົ້າ. ວັນ​ໜຶ່ງ​ຕົ້ນໄມ້​ທັງຫລາຍ​ອອກ​ໄປ​ແຕ່ງຕັ້ງ​ກະສັດ​ໃຫ້. ພວກເຈົ້າ​ເອງ. ຕົ້ນໄມ້​ທັງຫລາຍ​ເວົ້າ​ກັບ​ຕົ້ນ​ໝາກກອກ​ວ່າ, ‘ຈົ່ງ​ມາ​ເປັນ​ກະສັດ​ຂອງ​ພວກເຮົາ​ເທາະ’.

“ແຕ່​ຕົ້ນ​ໝາກກອກ​ຕອບ​ວ່າ ‘ຄວນ​ບໍ​ທີ່​ຂ້ອຍ​ຈະ​ຖິ້ມ​ນ້ຳ​ມັນ​ຂອງ​ຂ້ອຍ​ທີ່​ໃຊ້​ໃຫ້​ກຽດ​ແກ່​ທັງ​ບັນດາ​ພະ ແລະ ບັນດາ​ມະນຸດ ເພື່ອ​ແກວ່ງ​ໄປ​ມາ​ເທິງ​ຕົ້ນໄມ້​ທັງປວງ​ນັ້ນ?’

“ຕໍ່ມາ, ຕົ້ນໄມ້​ທັງຫລາຍ​ເວົ້າ​ກັບ​ຕົ້ນ​ໝາກເດື່ອ​ວ່າ, ‘ເຊີນ​ມາ​ເປັນ​ກະສັດ​ຂອງ​ພວກເຮົາ​ເທີນ’.

“ແຕ່​ຕົ້ນ​ໝາກເດື່ອ​ຕອບ​ວ່າ, ‘ຄວນ​ບໍ່​ທີ່​ຂ້ອຍ​ຈະ​ຖິ້ມ​ໝາກ​ອັນດີ ແລະ ຫອມ​ຫວານ​ຂອງ​ຂ້ອຍ ເພື່ອ​ແກວ່ງ​ໄປ​ມາ​ເທິງ​ຕົ້ນໄມ້​ທັງປວງ​ນັ້ນ?’

“ແລ້ວ​ຕົ້ນໄມ້​ທັງຫລາຍ​ຈຶ່ງ​ກ່າວ​ກັບ​ເຄືອ​ອະງຸ່ນ​ວ່າ, ‘ເຊີນ​ມາ​ເປັນ​ກະສັດ​ຂອງ​ພວກເຮົາ​ເທີນ’.

“ແຕ່​ເຄືອ​ອະງຸ່ນ​ຕອບ​ວ່າ ‘ຄວນ​ບໍ່​ທີ່​ຂ້ອຍ​ຈະ​ປະຖິ້ມ​ເຫລົ້າ​ອະງຸ່ນ​ຂອງ​ຂ້ອຍ, ເຊິ່ງ​ເຮັດ​ໃຫ້​ສຽງ​ໂຮຮ້ອງ​ເຊຍ​ໃຫ້​ແກ່​ທັງ​ບັນດາ​ພະ ແລະ ບັນດາ​ມະນຸດ, ເພື່ອ​ແກວ່ງ​ໄປ​ມາ​ເທິງ​ຕົ້ນໄມ້​ທັງປວງ​ນັ້ນ?’

“ໃນ​ທີ່ສຸດ ຕົ້ນໄມ້​ທັງຫລາຍ​ຈຶ່ງ​ກ່າວ​ກັບ​ກົກ​ໜາມ​ວ່າ, ‘ເຊີນ​ມາ​ເປັນ​ກະສັດ​ຂອງ​ພວກເຮົາ​ເທີນ’.

“ກົກ​ໜາມ​ເວົ້າ​ກັບ​ຕົ້ນໄມ້​ທັງຫລາຍ​ວ່າ, ‘ຖ້າ​ພວກເຈົ້າ​ຢາກ​ແຕ່ງຕັ້ງ​ຂ້ອຍ​ເປັນ​ກະສັດ​ເໜືອ​ພວກ​ເຈົ້າ​ແທ້ໆ ເຊີນ​ມາ ແລະ ລີ້ໄພ​ຢູ່​ໃຕ້​ຮົ່ມ​ຂອງ​ຂ້ອຍ​ແມ້; ຖ້າ​ພວກເຈົ້າ​ບໍ່​ມາ, ແລ້ວ​ກໍ​ໄຟ​ອອກ​ມາ​ຈາກ​ກົກ​ໜາມ ແລະ ລາມ​ໄປ​ໄໝ້​ລາມ​ຕົ້ນ​ສົນ​ສີດາ​ແຫ່ງ​ເລບານອນ!’

“ພວກເຈົ້າ​ໄດ້​ແຕ່ງຕັ້ງ​ອາບີເມເຫລັກ​ຂຶ້ນ​ເປັນ​ກະສັດ​ຢ່າງ​ຖືກຕ້ອງ ແລະ ຢ່າງ​ສັດຊື່​ບໍ? ພວກເຈົ້າ​ໄດ້​ປະຕິບັດ​ຕໍ່​ເຢຣຸບບາອານ ແລະ ຄອບຄົວ​ຂອງ​ລາວ​ຢ່າງ​ຍຸຕິທຳ ແລະ ຢ່າງ​ສົມຄວນ​ບໍ? ພວກເຈົ້າ​ໄດ້​ປະຕິບັດ​ຕໍ່​ລາວ​ຕາມ​ທີ່​ລາວ​ສົມ​ຄວນ​ໄດ້​ຮັບ​ບໍ? ຈົ່ງ​ຈົດຈຳ​ໄວ້​ວ່າ ພໍ່​ຂອງ​ຂ້ອຍ​ໄດ້​ຕໍ່ສູ້​ເພື່ອ​ພວກເຈົ້າ ແລະ ໄດ້​ສ່ຽງ​ຊີວິດ​ຂອງ​ເພິ່ນ​ເພື່ອ​ກອບ​ກູ້​ເອົາ​ພວກເຈົ້າ​ຈາກ​ມື​ຂອງ​ພວກ​ມີດີອານ. (ແຕ່​ມື້ນີ້ ພວກເຈົ້າ​ໄດ້​ກະ​ບົດ​ຕໍ່​ຄອບຄົວ​ພໍ່​ຂອງ​ຂ້ອຍ. ພວກເຈົ້າ​ຂ້າ​ລູກຊາຍ​ເຈັດສິບ​ຄົນ​ຂອງ​ເພິ່ນ​ທີ່​ເທິງ​ຫີນ​ກ້ອນ​ດຽວ ແລະ ໄດ້​ແຕ່ງຕັ້ງ​ອາບີເມເຫລັກ, ລູກຊາຍ​ຍິງ​ຂ້າທາດ​ຂອງ​ພໍ່​ຂອງ​ຂ້ອຍ, ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາວ​ຊີເຄມ ເພາະ​ລາວ​ເປັນ​ຍາດຕິ​ພີ່ນ້ອງ​ຂອງ​ພວກເຈົ້າ). ດັ່ງນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕໍ່​ເຢຣຸບບາອານ ແລະ ຄອບຄົວ​ຂອງ​ລາວ​ຢ່າງ​ຖືກຕ້ອງ ແລະ ຢ່າງ​ສັດຊື່​ບໍ? ຖ້າ​ພວກເຈົ້າ​ໄດ້​ເຮັດ, ກໍ​ຂໍ​ໃຫ້​ອາບີເມເຫລັກ​ເປັນ​ຄວາມ​ຊື່ນຊົມ​ຍິນດີ​ຂອງ​ພວກເຈົ້າ ແລະ ຂໍ​ໃຫ້​ພວກເຈົ້າ​ເປັນ​ຄວາມ​ຊື່ນຊົມ​ຍິນດີ​ຂອງ​ລາວ​ເໝືອນກັນ! ແຕ່ຖ້າ​ພວກເຈົ້າ​ບໍ່​ໄດ້​ເຮັດ, ກໍ​ຂໍ​ໃຫ້​ໄຟ​ຈາກ​ອາບີເມເຫລັກ​ເຜົາ​ຜານ​ຊາວ​ເມືອງ​ຊີເຄມ ແລະ ຊາວ​ເມືອງ​ເບັດມິນໂລ ແລະ ຂໍ​ໃຫ້​ໄຟ​ຈາກ​ພວກເຈົ້າ​ເຜົາ​ຜານ​ອາບີເມເຫລັກ!”

ແລ້ວ​ໂຢທາມ​ກໍ​ຫລົບ​ໜີ​ໄປ​ທີ່​ເບເອ ແລະ ລາວ​ໄດ້​ອາໄສ​ຢູ່​ທີ່​ນັ້ນ ຍ້ອນ​ລາວ​ຢ້ານ​ອາບີເມເຫລັກ​ອ້າຍ​ຂອງ​ຕົນ.

ຫລັງຈາກ ອາບີເມເຫລັກ​ໄດ້​ປົກຄອງ​ອິດສະຣາເອນ​ເປັນ​ເວລາ​ສາມ​ປີ, ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຄວາມ​ກຽດຊັງ​ລະຫວ່າງ​ອາບີເມເຫລັກ​ກັບ​ຊາວ​ເມືອງ​ຊີເຄມ ເພື່ອ​ວ່າ​ພວກເຂົາ​ຈຶ່ງ​ໄດ້​ທໍລະຍົດ​ຕໍ່​ອາບີເມເຫລັກ. ພຣະເຈົ້າ​ເຮັດ​ແບບ​ນີ້​ກໍ​ເພື່ອ​ລົງໂທດ​ອາບີເມເຫລັກ ແລະ ຊາວ​ເມືອງ​ຊີເຄມ​ທີ່​ໄດ້​ຊ່ວຍເຫລືອ​ອາບີເມເຫລັກ​ໃນ​ການຂ້າ​ລູກຊາຍ​ທັງ​ເຈັດ​ສິບ​ຄົນ​ຂອງ​ເຢຣຸບບາອານ ເຊິ່ງ​ເປັນ​ພວກ​ອ້າຍ​ນ້ອງ​ຕົນ. ໃນ​ການ​ຕໍ່ຕ້ານ​ລາວ ຊາວ​ເມືອງ​ຊີເຄມ​ໄດ້​ຕັ້ງ​ຄົນ​ດັກ​ຊຸ້ມ​ໂຈມຕີ​ອາບີເມເຫລັກ​ຕາມ​ຍອດ​ພູ ແລະ ປຸ້ນ​ທຸກຄົນ​ທີ່​ຜ່ານ​ໄປ​ມາ​ທາງ​ນັ້ນ ແລະ ອາບີເມເຫລັກ​ໄດ້​ຮັບ​ຂ່າວ​ກ່ຽວກັບ​ເລື່ອງ​ນີ້.

ຕໍ່ມາ​ກາອານ ລູກຊາຍ​ຂອງ​ເອເບັດ​ຍ້າຍ​ເຂົ້າ​ມາ​ຢູ່​ເຜົ່າ​ຂອງ​ຕົນ​ທີ່​ຊີເຄມ ແລະ ຊາວ​ຊີເຄມ​ຈຶ່ງ​ໄວ້ໃຈ​ລາວ. ຫລັງຈາກ ພວກເຂົາ​ໄດ້​ອອກ​ໄປ​ສວນ​ອະງຸ່ນ ແລະ ເກັບ​ອະງຸ່ນ​ຈາກ​ສວນ ແລະ ຢຽບ​ໝາກ​ອະງຸ່ນ​ເພື່ອ​ເຮັດ​ເຫລົ້າ, ພວກ​ກໍ​ຈັດ​ງານ​ລ້ຽງ​ສະຫລອງ​ໃນ​ວັດ​ຂອງ​ພະ​ຂອງ​ພວກຕົນ. ໃນ​ຂະນະ​ທີ່ ພວກເຂົາ​ກໍາລັງ​ກິນ ແລະ ດື່ມ​ຢູ່​ນັ້ນ, ພວກເຂົາ​ກໍ​ໄດ້​ສາບແຊ່ງ​ອາບີເມເຫລັກ. ແລ້ວ​ກາອານ ລູກຊາຍ​ຂອງ​ເອເບັດ​ເວົ້າ​ວ່າ, “ອາບີເມເຫລັກ​ເປັນ​ຜູ້ໃດ ແລະ ເປັນຫຍັງ​ຊາວ​ຊີເຄມ​ເປັນ​ຜູ້ໃດ ພວກເຮົາ​ຈະ​ຕ້ອງ​ໄປ​ຢູ່​ໃຕ້​ອຳນາດ​ຂອງ​ລາວ? ລາວ​ເປັນ​ລູກຊາຍ​ຂອງ​ເຢຣຸບບາອານ​ບໍ່ແມ່ນ​ບໍ? ແລະ ເຊບູນ​ກໍ​ເປັນ​ຜູ້​ຊ່ວຍ​ຂອງ​ລາວ​ບໍ່​ແມ່ນ​ບໍ? ຈົ່ງ​ຮັບໃຊ້​ຕະກຸນ​ຮາໂມ​ພໍ່​ຂອງ​ຊີເຄມ! ເປັນຫຍັງ​ພວກເຮົາ​ຈຶ່ງ​ພາກັນ​ຮັບໃຊ້​ອາບີເມເຫລັກ? ຖ້າ​ພຽງແຕ່​ຊາວ​ເມືອງ​ນີ້​ຢູ່​ໃຕ້​ຄໍາສັ່ງ​ຂອງ​ຂ້ອຍ! ແລ້ວ​ຂ້ອຍ​ກໍ​ຈະ​ກຳຈັດ​ລາວ​ໃຫ້​ສິ້ນ​ໄປ. ຂ້ອຍ​ຈະ​ບອກ​ອາບີເມເຫລັກ​ວ່າ, ‘ຈົ່ງ​ເອີ້ນ​ກອງທັບ​ຂອງ​ເຈົ້າ​ທັງ​ໝົດ​ອອກ​ມາ!’ ”2

ເມື່ອ​ເຊບູນ​ຜູ້ປົກຄອງ​ເມືອງ​ໄດ້​ຍິນ​ສິ່ງທີ່​ກາອານ ລູກຊາຍ​ຂອງ​ເອເບັດ​ໄດ້​ເວົ້າ, ດັ່ງ​ນັ້ນ ເພິ່ນ​ກໍ​ໃຈຮ້າຍ​ຫລາຍ. ເພິ່ນ​ຈຶ່ງ​ສົ່ງ​ຜູ້ນຳຂ່າວ​ຢ່າງ​ລັບໆ​ໄປ​ບອກ​ອາບີເມເຫລັກ​ວ່າ, “ກາອານ​ລູກຊາຍ​ຂອງ​ເອເບັດ ແລະ ຍາດຕິ​ພີ່ນ້ອງ​ຂອງ​ລາວໄດ້​ມາ​ທີ່​ຊີເຄມ ແລະ ບັດນີ້​ກໍາລັງ​ຊັກຊວນ​ຊາວ​ເມືອງ​ໃຫ້​ກະ​ບົດ​ຕໍ່​ທ່ານ. ດັ່ງນັ້ນ ຂໍ​ໃຫ້​ທ່ານ ແລະ ຄົນ​ຂອງ​ທ່ານ​ມາ​ໃນ​ເວລາ​ກາງ​ຄືນນີ້ ແລະ ລີ້​ຢູ່​ຕາມ​ທົ່ງ​ນາ. ໃນ​ຕອນ​ເຊົ້າໆ​ພໍ​ຕາເວັນ​ຂຶ້ນ, ຈົ່ງ​ບຸກ​ເຂົ້າໄປ​ເມືອງ ເມື່ອ​ກາອານ ແລະ ພວກ​ຂອງ​ລາວ​ອອກ​ມາ​ຕໍ່ສູ້​ທ່ານ, ຈົ່ງ​ສວຍ​ໂອກາດ​ໂຈມຕີ​ພວກເຂົາ​ໂລດ”.

ດັ່ງນັ້ນ ອາບີເມເຫລັກ​ກັບ​ກອງ​ທະຫານ​ທັງໝົດ​ຈຶ່ງ​ອອກ​ມາ​ໃນ​ຕອນ​ຄືນ ແລະ ກະຈາຍ​ກັນ​ຢູ່​ເປັນ​ສີ່​ກຸ່ມ ລີ້​ຢູ່​ໃກ້​ເມືອງ​ຊີເຄມ. ພໍແຕ່​ກາອານ​ໄດ້​ອອກ​ມາ ແລະ ກໍາລັງ​ຢືນ​ຢູ່​ທີ່​ທາງ​ເຂົ້າ​ປະຕູ​ເມືອງ ໃນ​ທັນ​ໃດ​ນັ້ນ ອາບີເມເຫລັກ ແລະ ກອງ​ທະຫານ​ຂອງ​ເພິ່ນ​ອອກ​ມາ​ຈາກ​ບ່ອນທີ່​ພວກເຂົາ​ຫລົບລີ້.

ເມື່ອ​ກາອານ​ຫລຽວເຫັນ​ພວກເຂົາ ລາວ​ກໍ​ບອກ​ເຊບູນ​ວ່າ “ເບິ່ງ​ແມ ມີ​ຄົນ​ກຳລັງ​ລົງ​ມາ​ຈາກ​ຈອມ​ພູ!”

ເຊບູນ​ກໍ​ເວົ້າ​ຕໍ່​ລາວ​ວ່າ “ເຈົ້າ​ເຫັນ​ເງົາ​ພູເຂົາ​ເປັນ​ຄົນ​ໄດ້​ແນວໃດ”.

ແຕ່​ກາອານ​ເວົ້າ​ຂຶ້ນ​ອີກ​ວ່າ “ເບິ່ງ​ແມ ມີ​ຄົນ​ກຳລັງ​ລົງ​ມາ​ຈາກ​ກາງ​ເນີນພູ ແລະ ອີກ​ກຸ່ມ​ໜຶ່ງ​ກຳລັງ​ມາ​ຈາກ​ທາງ​ຕົ້ນໄມ້​ຂອງ​ໝໍມໍ”.

ແລ້ວ​ເຊບູນ​ກໍ​ເວົ້າ​ກັບ​ລາວ​ວ່າ, “ຄຳ​ເວົ້າ​ຂີ້​ຄຸຍ​ຂອງ​ເຈົ້າ​ນັ້ນ​ໄປ​ໃສ ຜູ້ໃດ​ທີ່​ເຈົ້າ​ເວົ້າ​ວ່າ ‘ອາບີເມເຫລັກ​ເປັນ​ຜູ້ໃດ​ທີ່​ເຮົາ​ຈະ​ຕ້ອງ​ໄປ​ຢູ່​ໃຕ້​ອຳນາດ​ລາວ?’ ພວກ​ເຫລົ່ານີ້​ແມ່ນ​ພວກ​ທີ່​ເຈົ້າ​ເວົ້າ​ເຢາະເຢີ້ຍ​ບໍ່​ແມ່ນ​ບໍ? ຈົ່ງ​ອອກ​ໄປ​ສູ້ຕໍ່​ກັບ​ພວກເຂົາ!”

ດັ່ງນັ້ນ ກາອານ​ກໍ​ນຳ​ເອົາ​ຊາວ​ເມືອງ​ຊີເຄມ​ອອກ​ໄປ ແລະ ຕໍ່ສູ້​ກັບ3​ອາບີເມເຫລັກ. ອາບີເມເຫລັກ​ກໍ​ໄລ່​ຕາມ​ລ້າ​ໄປ​ຈົນເຖິງ​ປະຕູ​ທາງ​ເຂົ້າ​ເມືອງ ແລະ ມີ​ຫລາຍ​ຄົນ​ຖືກ​ຂ້າ​ໃນຂະນະທີ່ ພວກເຂົາ​ຫລົບ​ໜີ​ໄປ. ຈາກນັ້ນ ອາບີເມເຫລັກ​ອາໄສ​ຢູ່​ທີ່​ອາຣູມາ ແລະ ເຊບູນ​ນັ້ນ​ໄລ່​ໄດ້​ຕາມລ້າ​ກາອານ ແລະ ຍາດຕິ​ພີ່ນ້ອງ​ຂອງ​ລາວ​ໃຫ້​ໜີ​ໄປ​ອອກ​ຈາກ​ເມືອງ​ຊີເຄມ.

ມື້​ຕໍ່ມາ ຊາວເມືອງ​ຊີເຄມ​ອອກ​ມາ​ທີ່​ທົ່ງນາ ແລະ ອາບີເມເຫລັກ​ໄດ້​ຍິນ​ເລື່ອງ​ນີ້. ດັ່ງນັ້ນ ລາວ​ເອົາ​ຄົນ​ຂອງ​ເພິ່ນ​ມາ ແລ້ວ​ໄດ້​ແບ່ງ​ຄົນ​ເປັນ​ສາມ​ກຸ່ມ​ໄປ​ດັກ​ຊຸ້ມ​ຢູ່​ໃນ​ທົ່ງນາ ແລະ ເມື່ອ​ລາວ​ເຫັນ​ຄົນ​ກໍາ​ລັງ​ອອກ​ມາ​ຈາກ​ເມືອງ, ລາວ​ກໍ​ລຸກ​ຂຶ້ນ​ໂຈມຕີ​ພວກເຂົາ. ອາບີເມເຫລັກ ແລະ ກຸ່ມ​ທີ່​ຢູ່​ກັບ​ເພິ່ນ​ກໍ​ຟ້າວ​ມຸ່ງໜ້າ​ໄປ​ທີ່​ທາງ​ເຂົ້າ​ປະຕູ​ເມືອງ. ສ່ວນ​ອີກ​ສອງ​ກຸ່ມ​ໂຈມຕີ​ພວກ​ທີ່​ຢູ່​ໃນ​ທົ່ງນາ ແລະ ຂ້າ​ພວກເຂົາ​ຖິ້ມ​ໝົດ. ຕະຫລອດ​ວັນ​ນັ້ນ​ອາບີເມເຫລັກ​ບຸກ​ໂຈມ​ຕີ​ເມືອງ​ຈົນ​ເພິ່ນ​ຢຶດ​ເມືອງ​ນັ້ນ​ໄດ້ ແລະ ຂ້າ​ຊາວເມືອງ​ຖິ້ມ. ແລ້ວ​ເພິ່ນ​ກໍ​ໄດ້​ທຳລາຍ​ເມືອງ​ຈົນ​ໝົດກ້ຽງ ແລະ ເອົາ​ເກືອ​ຫວ່ານ​ໃສ່​ທົ່ວ​ເມືອງ.

ຊາວ​ເມືອງ​ຢູ່​ໃນ​ຫໍ​ຄອຍ​ຂອງ​ຊີເຄມ​ໄດ້​ຍິນ​ເລື່ອງນີ້​ກໍ​ໄດ້​ໄປ​ຫລົບລີ້​ຢູ່​ທີ່​ປ້ອມ​ຂອງ​ວັດ​ພະເອນເບຣິດ. ເມື່ອ​ອາບີເມເຫລັກ​ຍິນ​ວ່າ ພວກເຂົາ​ໄດ້​ມາ​ປະຊຸມ​ກັນ​ຢູ່​ທີ່​ນັ້ນ, ເພິ່ນ ແລະ ຄົນ​ຂອງ​ເພິ່ນ​ທັງໝົດ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊານໂມນ. ເພິ່ນ​ໃຊ້​ຂວານ​ຕັດ​ງ່າໄມ້​ແບກ​ໃສ່​ບ່າ​ຂອງ​ເພິ່ນ​ໄປ, ເພິ່ນ​ສັ່ງ​ບັນດາ​ຄົນ​ຂອງ​ເພິ່ນ​ວ່າ “ໄວໆ! ຈົ່ງ​ເຮັດ​ຕາມ​ສິ່ງທີ່​ຂ້ອຍ​ໄດ້​ເຮັດ!” ດັ່ງນັ້ນ ທຸກຄົນ​ກໍ​ຕັດ​ງ່າໄມ້​ແບກ ແລະ ຕາມ​ອາບີເມເຫລັກ​ໄປ. ພວກເຂົາ​ກອງ​ງ່າໄມ້​ຢູ່​ປ້ອມ​ກຳແພງ ແລ້ວ​ກໍ​ຈູດ​ໄຟ​ເຜົາ​ຄົນ​ທີ່​ຢູ່​ໃນ​ປ້ອນ​ນັ້ນ ດັ່ງນັ້ນ ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຫໍ​ຄອຍ​ແຫ່ງ​ຊີເຄມ ທັງ​ຊາຍ ແລະ ຍິງ​ມີ​ປະມານ​ໜຶ່ງ​ພັນ​ຄົນ​ກໍ​ຕາຍ​ໝົດ.

ຈາກນັ້ນ ອາບີເມເຫລັກ​ໄປ​ທີ່​ເທເບັດ ເຂົ້າ​ປິດ​ລ້ອມ ແລະ ຢຶດ​ເມືອງ​ໄດ້. ຢູ່​ໃນ​ເມືອງ​ນັ້ນ​ມີ​ຫໍ​ຄອຍ​ທີ່​ແຂງແກ່ນ​ຢູ່​ແຫ່ງ​ໜຶ່ງ ເຊິ່ງ​ມີ​ປະຊາຊົນ​ທັງໝົດ​ທັງ​ຊາຍ ແລະ ຍິງ​ໄດ້​ຫລົບ​ໜີ​ໄປ​ລີ້​ຢູ່​ໃນ​ທີ່​ນັ້ນ. ພວກເຂົາ​ອັດ​ປະຕູ​ໃສ່​ກະແຈ​ຂັງ​ຕົນ​ເອງ​ໄວ້ ແລະ ປີນ​ຂຶ້ນ​ໄປ​ຫລັງຄາ​ຫໍຄອຍ. ອາບີເມເຫລັກ​ໄປ​ທີ່​ຫໍ​ຄອຍ ແລະ ເຂົ້າ​ໂຈມ​ຕີ. ແຕ່​ໃນ​ຂະນະ​ທີ່​ເພິ່ນ​ໄປ​ທີ່​ປະຕູ​ທາງ​ເຂົ້າ​ຫໍຄອຍ​ເພື່ອ​ຈູດ​ໄຟ​ເຜົາ​ຫໍຄອຍ​ນັ້ນ, ຍິງ​ຄົນ​ໜຶ່ງ​ໄດ້​ເຮັດ​ຫີນ​ໂມ້ແປ້ງ​ຢູ່​ເທິງ​ຕົກລົງ​ມາ​ໃສ່​ຫົວ​ຂອງ​ເພິ່ນ ຈົນ​ເຮັດ​ໃຫ້​ກະໂຫລກ​ຫົວ​ຂອງ​ເພິ່ນ​ແຕກ.

ອາບີເມເຫລັກ​ບອກ​ຜູ້​ທີ່​ຖື​ອາວຸດ​ໃຫ້​ຕົນ​ວ່າ, ຮີບ “ຈົ່ງ​ຖອດ​ດາບ​ຂອງ​ເຈົ້າ​ອອກ​ມາ​ຂ້າ​ຂ້ອຍ​ສາ, ເພື່ອວ່າ ພວກເຂົາ​ຈະ​ບໍ່​ເວົ້າ​ວ່າ ‘ມີ​ຍິງ​ຄົນ​ໜຶ່ງ​ໄດ້​ຂ້າ​ລາວ’ ”. ດັ່ງນັ້ນ ຜູ້ຮັບໃຊ້​ຂອງ​ເພິ່ນ​ຈຶ່ງ​ເອົາ​ດາບ​ແທງ​ເພິ່ນ ແລ້ວ​ເພິ່ນ​ກໍ​ໄດ້​ຕາຍ​ໄປ. ເມື່ອ​ຊາວ​ອິດສະຣາເອນ​ເຫັນ​ວ່າ​ອາບີເມເຫລັກ​ຕາຍ​ແລ້ວ, ພວກເຂົາ​ກໍ​ພາກັນ​ກັບ​ເມື່ອ​ບ້ານ.

ດັ່ງນັ້ນ ພຣະເຈົ້າ​ຕອບ​ແທນ​ຄວາມ​ຊົ່ວຮ້າຍ​ທີ່​ອາບີເມເຫລັກ​ທີ່​ໄດ້​ເຮັດ​ຕໍ່​ພໍ່​ຂອງ​ລາວ​ໂດຍ​ການ​ຂ້າ​ອ້າຍນ້ອງ​ເຈັດ​ສິບ​ຄົນ​ຂອງ​ຕົນ. ພຣະເຈົ້າ​ກໍ​ເຮັດ​ໃຫ້​ປະຊາຊົນຊາວ​ເມືອງ​ຊີເຄມ​ໄດ້​ຮັບ​ຜົນ​ກໍາ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ​ຂອງ​ພວກເຂົາ. ຄຳ​ສາບແຊ່ງ​ຂອງ​ໂຢທາມ​ລູກຊາຍ​ຂອງ​ເຢຣຸບບາອານ​ກໍ​ຕົກ​ໃສ່​ພວກເຂົາ.

Source notes (3)
  1. Footnote 1 ຫລຽນ ຄື​ເງິນ​ໜັກ​ປະມານ 11,5 ກຣາມ ມີ​ຄ່າ​ເທົ່າ​ກັບ​ຄ່າ​ແຮງ​ສອງ​ເດືອນ
  2. Footnote ພາສາ​ເຮັບເຣີ​ວ່າ “ແລ້ວ​ເຮົາ​ຈະ​ກຳຈັດ​ພວກເຂົາ​ເສຍ” ຈາກ​ນັ້ນ​ພວກເຂົາ​ກ່າວ​ກັບ​ອາບີເມເລັກ​ວ່າ, “ຈົ່ງ​ເອີ້ນກອງທັບ​ຂອງ​ທ່ານ​ອອກ​ມາ​ໃຫ້​ໝົດ!”
  3. Footnote ຫລື ກາ​ອັນ​ອອກ​ໄປ​ຢູ່​ໃນ​ສາຍ​ຕາ​ຂອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.