Skip to content
BibleKenya

Biblica® Open Lao Contemporary Version

ພວກຜູ້ປົກຄອງ 11

ເຢັບທາ​ຊາວ​ກີເລອາດ​ເປັນ​ນັກຮົບ​ເກັ່ງກ້າ ພໍ່​ຂອງ​ລາວ​ແມ່ນ​ຊາວ​ກີເລອາດ; ສ່ວນ​ແມ່​ຂອງ​ລາວ​ເປັນ​ຍິງ​ໂສເພນີ. ເມຍ​ຂອງ​ກີເລອາດ​ມີ​ລູກຊາຍ​ຫລາຍ​ຄົນ ແລະ ເມື່ອ​ພວກເຂົາ​ໃຫຍ່​ຂຶ້ນ, ພວກເຂົາ​ກໍ​ຂັບໄລ່​ເຢັບທາ​ໃຫ້​ໜີ​ໄປ. ພວກເຂົາ​ເວົ້າ​ວ່າ, “ເຈົ້າ​ຈະ​ບໍ່​ໄດ້​ຮັບ​ມໍລະດົກ​ອັນ​ໃດ​ໃນ​ຄອບຄົວ​ຂອງ​ພວກເຮົາ, ເພາະ​ເຈົ້າ​ເປັນ​ລູກຊາຍ​ຂອງ​ຍິງ​ຄົນ​ອື່ນ”. ດັ່ງນັ້ນ ເຢັບທາ​ຈຶ່ງ​ໜີ​ຈາກ​ອ້າຍນ້ອງ​ຂອງ​ຕົນ​ໄປ ແລະ ໄດ້​ຕັ້ງ​ຖິ່ນ​ຖານ​ໃນ​ດິນແດນ​ໂຕບ, ເຊິ່ງ​ມີ​ພວກ​ນັກ​ເລງ​ມາ​ຮ່ວມກັນ​ກັບ​ລາວ ແລະ ໄດ້​ຕິດຕາມ​ລາວ.

ໃນ​ເວລາ​ຕໍ່​ມາ ເມື່ອ​ຊາວ​ອຳໂມນ​ໄດ້​ມາ​ຕໍ່ສູ້​ກັບ​ອິດສະຣາເອນ ບັນດາ​ຜູ້ອາວຸໂສ​ຂອງ​ກີເລອາດ​ໄປ​ນໍາ​ເຢັບທາ​ມາ​ຈາກ​ດິນແດນ​ໂຕບ, ພວກເຂົາ​ກ່າວ​ວ່າ, “ຂໍ​ເຊີນ​ມາ​ເປັນ​ຜູ້ບັນຊາ​ກອງທັບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ສາມາດ​ຕໍ່ສູ້​ກັບ​ຊາວ​ອຳໂມນ​ໄດ້”.

ເຢັບທາ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ຊັງ​ຂ້ອຍ ແລະ ໄລ່​ຂ້ອຍ​ອອກ​ຈາກ​ເຮືອນ​ພໍ່​ຂອງ​ຂ້ອຍ​ບໍ່ແມ່ນ​ບໍ? ເມື່ອ​ພວກເຈົ້າ​ຕົກ​ຢູ່​ໃນ​ເດືອດຮ້ອນ, ບັດນີ້​ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຫາ​ຂ້ອຍ?”

ພວກ​ຜູ້ອາວຸໂສ​ຂອງ​ກີເລອາດ​ກ່າວ​ກັບ​ລາວ​ວ່າ, “ເຖິງ​ຢ່າງ​ໃດ​ກໍ​ຕາມ ຕອນ​ນີ້​ພວກເຮົາ​ກໍ​ກັບ​ມາ​ຫາ​ທ່ານ​ແລ້ວ; ຂໍ​ມາ​ກັບ​ພວກເຮົາ ເພື່ອ​ຕໍ່ສູ້​ຊາວ​ອຳໂມນ, ແລ້ວ​ເຈົ້າ​ຈະ​ໄດ້​ເປັນ​ຫົວໜ້າ​ຂອງ​ພວກເຮົາ​ທັງໝົດ​ຢູ່​ໃນ​ກີເລອາດ”.

ເຢັບທາ​ຕອບ​ວ່າ, “ຖ້າ​ພວກເຈົ້າ​ພາ​ຂ້ອຍ​ກັບ​ໄປ​ຕໍ່ສູ້​ຊາວ​ອຳໂມນ ແລະ ພຣະເຈົ້າ​ຢາເວ​ມອບ​ພວກເຂົາ​ແກ່​ຂ້ອຍ​ແລ້ວ ຂ້ອຍ​ຈະ​ໄດ້​ເປັນ​ຫົວໜ້າ​ຂອງ​ພວກ​ເຈົ້າ​ແທ້ບໍ?”

ພວກ​ຜູ້ອາວຸໂສ​ຂອງ​ກີເລອາດ​ຕອບ​ວ່າ, “ພຣະເຈົ້າ​ຢາເວ​ເປັນ​ພະຍານ​ໃຫ້​ພວກເຮົາ; ພວກເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ເວົ້າ​ຢ່າງ​ແນ່ນອນ”. ດັ່ງນັ້ນ ເຢັບທາ​ຈຶ່ງ​ໄປ​ກັບ​ພວກ​ຜູ້ອາວຸໂສ ແລະ ປະຊາຊົນ​ກໍ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ ແລະ ເປັນ​ຜູ້ບັນຊາການ​ກອງທັບ​ຂອງ​ພວກເຂົາ. ແລ້ວ​ເຢັບທາ​ຈຶ່ງ​ກ່າວ​ຢ້ຳຄືນ​ທຸກ​ຄຳ​ເວົ້າ​ທີ່​ເວົ້າ​ກັບ​ພວກ​ຜູ້ອາວຸໂສ​ຂອງ​ກີເລອາດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ທີ່​ມີຊະປາ.

ແລ້ວ​ເຢັບທາ​ສົ່ງ​ຜູ້ນຳຂ່າວ​ໄປ​ຫາ​ກະສັດ​ອຳໂມນ​ໂດຍ​ຖາມ​ວ່າ: “ທ່ານ​ມີ​ເລື່ອງຫຍັງ​ຂັດ​ຂ້ອງ​ກັບ​ພວກຂ້ານ້ອຍ​ບໍ? ທ່ານ​ຈຶ່ງ​ມາ​ໂຈມຕີ​ປະເທດ​ຂອງ​ພວກ​ຂ້ານ້ອຍ?”

ກະສັດ​ອຳໂມນ​ຕອບ​ຜູ້ນຳຂ່າວ​ຂອງ​ເຢັບທາ​ວ່າ, “ເມື່ອ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ, ພວກເຂົາ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ​ໄປ​ແຕ່​ຕັ້ງ​ອາກໂນນ​ຈົນ​ເຖິງ​ຢັບໂບກ, ຕະຫລອດ​ຈົນ​ເຖິງ​ຈໍແດນ. ບັດນີ້ ຂໍ​ດິນແດນ​ນັ້ນ​ຄືນ​ໃຫ້​ແກ່​ພວກເຮົາ​ໂດຍ​ດີ”.

ເຢັບທາ​ໄດ້​ສົ່ງ​ຜູ້ນຳຂ່າວ​ກັບ​ຄືນ​ໄປ​ຫາ​ກະສັດ​ອຳໂມນ ພ້ອມ​ທັງ​ກ່າວ​ວ່າ:

“ນີ້​ແມ່ນ​ສິ່ງທີ່​ເຢັບທາ​ກ່າວ​ດັ່ງນີ້: ອິດສະຣາເອນ​ບໍ່​ໄດ້​ຢຶດ​ດິນແດນ​ຂອງ​ໂມອາບ ຫລື ດິນ​ແດນ​ຂອງ​ອຳໂມນ ແຕ່​ເມື່ອ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ, ອິດສະຣາເອນ​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ຈົນ​ເຖິງ​ທະເລ​ແດງ ແລະ ມາ​ຮອດ​ກາເດັດ​ແລ້ວ. ຈາກນັ້ນ ອິດສະຣາເອນ​ໄດ້​ສົ່ງ​ຜູ້ນຳຂ່າວ​ໄປ​ພົບ​ກະສັດ​ເອໂດມ ແລະ ກ່າວ​ວ່າ, ‘ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ທ່ານ’ ແຕ່​ກະສັດ​ເອໂດມ​ບໍ່​ຍອມ ພວກເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ພົບ​ກະສັດ​ໂມອາບ​ອີກ ແລະ ເພິ່ນ​ກໍ​ໄດ້​ປະຕິເສດ. ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ອາໄສ​ຢູ່​ທີ່​ກາເດັດ.

“ຕໍ່ມາ ພວກເຂົາ​ໄດ້​ເດີນທາງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ, ອ້ອມ​ດິນແດນ​ເອໂດມ ແລະ ໂມອາບ ຜ່ານ​ໄປ​ຕາມ​ຊາຍ​ຝັ່ງ​ທິດ​ຕາເວັນ​ອອກ​ຂອງ​ດິນແດນ​ໂມອາບ, ແລ້ວ​ໄດ້​ຕັ້ງ​ຄ້າຍ​ອີກ​ຟາກ​ໜຶ່ງ​ຂອງ​ອາກໂນນ. ແຕ່​ພວກເຂົາ​ບໍ່​ເຄີຍ​ເຂົ້າ​ໄປ​ໃນ​ດິນແດນ​ໂມອາບ​ເລີຍ ເພາະ​ອາກໂນນ​ເປັນ​ເຂດ​ຊາຍແດນ​ຂອງ​ດິນແດນ​ນັ້ນ.

“ແລ້ວ​ອິດສະຣາເອນ​ກໍ​ສົ່ງ​ຜູ້ນຳຂ່າວ​ໄປ​ຫາ​ກະສັດ​ສີໂຫນ​ຂອງ​ຊາວ​ອາໂມ​ທີ່​ຄອບຄອງ​ຢູ່​ໃນ​ເຮັດຊະໂບນ, ແລ້ວ​ກ່າວ​ກັບ​ເພິ່ນວ່າ, ‘ຂໍ​ໃຫ້​ພວກເຮົາ​ຜ່ານ​ດິນແດນ​ຂອງ​ທ່ານ​ໄປ​ຍັງ​ດິນແດນ​ຂອງ​ພວກເຮົາ​ເອງ​ແດ່’. ເຖິງຢ່າງໃດກໍຕາມ ສີໂຫນ​ບໍ່​ເຊື່ອ​ໃຈ1 ທີ່​ຈະ​ໃຫ້​ອິດສະຣາເອນ​ຜ່ານ​ເຂດແດນ​ຂອງ​ຕົນ. ເພິ່ນ​ນໍາ​ເອົາ​ກອງທັບ​ທັງໝົດ​ຂອງ​ເພິ່ນ​ມາ ແລະ ຕໍ່ສູ້​ກັບ​ອິດສະຣາເອນ.

“ແລ້ວ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ມອບ​ສີໂຫນ​ກັບ​ກອງທັບ​ທັງໝົດ​ຂອງ​ເພິ່ນ​ໄວ້​ໃນ​ມື​ຂອງ​ອິດສະຣາເອນ, ແລະ ອິດສະຣາເອນ​ໄດ້​ເອົາ​ຊະນະ​ພວກເຂົາ. ອິດສະຣາເອນ​ໄດ້​ຢຶດ​ເອົາ​ດິນແດນ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ, ພວກເຂົາ​ໄດ້​ຢຶດ​ຄອງ​ດິນແດນ​ທັງໝົດ​ຕັ້ງແຕ່​ອາກໂນນ​ຈົນເຖິງ​ຢັບໂບກ ແລະ ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຈົນເຖິງ​ຈໍແດນ.

“ເນື່ອງຈາກ ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ຂັບໄລ່​ຊາວ​ອາໂມ​ອອກ​ໄປ​ຕໍ່ໜ້າ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ, ທ່ານ​ມີ​ສິດ​ອັນໃດ​ທີ່​ຈະ​ຢຶດ​ເອົາ​ຄືນ? ທ່ານ​ຈະ​ບໍ່​ຮັບ​ສິ່ງ​ທີ່​ພຣະເຄໂມດ​ມອບ​ໃຫ້​ທ່ານ​ບໍ? ອັນໃດກໍຕາມ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ປະທານ​ໃຫ້​ແກ່​ພວກເຮົາ, ພວກເຮົາ​ຈະ​ຄອບຄອງ​ສິ່ງນັ້ນ​ເຊັ່ນ​ດຽວກັນ. ທ່ານ​ຄິດ​ວ່າ​ທ່ານ​ດີກວ່າ​ເຈົ້າ​ບາຫລາກ​ລູກຊາຍ​ຂອງ​ຊິບໂປ​ບໍ, ກະສັດ​ແຫ່ງ​ໂມອາບ​ບໍ? ເພິ່ນ​ເຄີຍ​ຜິດຖຽງ​ກັນ​ກັບ​ອິດສະຣາເອນ​ບໍ? ຫລື ເຄີຍ​ຕໍ່ສູ້​ກັບ​ພວກເຂົາ​ບໍ? ເປັນ​ເວລາ​ສາມ​ຮ້ອຍ​ປີ​ແລ້ວ​ທີ່​ອິດສະຣາເອນ​ໄດ້​ຄອບຄອງ​ເຮັດຊະໂບນ, ອາໂຣເອ ເຊິ່ງ​ເປັນ​ດິນແດນ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ແລະ ທຸກ​ເມືອງ​ທີ່​ຢູ່​ຕາມ​ແຄມຝັ່ງ​ອາກໂນນ. ເປັນຫຍັງ​ທ່ານ​ຈຶ່ງ​ບໍ່​ມາ​ເອົາ​ຄືນ​ໃນ​ເວລາ​ນັ້ນ? ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ຜິດຫຍັງ​ຕໍ່​ທ່ານ, ແຕ່​ແມ່ນ​ທ່ານ​ເອງ​ທີ່​ກໍາລັງ​ເຮັດ​ຜິດ​ໂດຍ​ທີ່​ນໍາເອົາ​ກອງທັບ​ມາ​ຕໍ່ສູ້​ຂ້າພະເຈົ້າ. ຂໍ​ໃຫ້​ພຣະເຈົ້າ​ຢາເວ​ເປັນ​ຜູ້ຕັດສິນ2 ຄວາມ​ຂັດແຍ່ງ​ລະຫວ່າງ​ຊາວ​ອິດສະຣາເອນ​ກັບ​ຊາວ​ອຳໂມນ​ໃນ​ວັນ​ນີ້”.

ເຖິງຢ່າງໃດກໍຕາມ ກະສັດ​ແຫ່ງ​ອຳໂມນ​ບໍ່​ໄດ້​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ຂອງ​ເຢັບທາ​ທີ່​ໄດ້​ສົ່ງ​ໄປ​ຫາ​ເພິ່ນ​ເລີຍ.

ແລ້ວ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ​ລົງ​ມາ​ສະຖິດ​ຢູ່​ກັບ​ເຢັບທາ. ລາວ​ທາງ​ເດີນ​ຂ້າມ​ກີເລອາດ ແລະ ມານາເຊ ຜ່ານ​ໄປ​ທາງ​ມີຊະປາ​ຂອງ​ກີເລອາດ ແລະ ຈາກ​ທີ່ນັ້ນ ລາວ​ບຸກ​ໂຈມຕີ​ຕໍ່ສູ້​ຊາວ​ອຳໂມນ. ເຢັບທາ​ໄດ້​ເຮັດ​ຄໍາສັນຍາ​ຕໍ່​ພຣະເຈົ້າ​ຢາເວ​ວ່າ: “ຖ້າ​ພຣະອົງ​ມອບ​ຊາວ​ອຳໂມນ​ໄວ້​ໃນ​ມື​ຂອງ​ຂ້ານ້ອຍ, ຜູ້ໃດ​ກໍ​ຕາມ​ທີ່​ອອກ​ຈາກ​ປະຕູ​ເຮືອນ​ຂອງ​ຂ້ານ້ອຍ​ມາ​ພົບ​ຂ້ານ້ອຍ ເມື່ອ​ຂ້ານ້ອຍ​ກັບ​ຄືນ​ມາ​ຢ່າງ​ມີ​ໄຊຊະນະ​ຈາກ​ຊາວ​ອຳໂມນ ແລະ ສິ່ງ​ນັ້ນ​ຈະ​ເປັນ​ຂອງ​ພຣະເຈົ້າ​ຢາເວ, ແລ້ວ​ຂ້ານ້ອຍ​ຈະ​ຖວາຍ​ເປັນ​ເຄື່ອງບູຊາ​ເປັນ​ດັ່ງ​ເຄື່ອງເຜົາ​ຖວາຍ​ບູຊາ”.

ຈາກນັ້ນ ເຢັບທາ​ຈຶ່ງ​ອອກ​ໄປ​ຕໍ່ສູ້​ກັບ​ຊາວ​ອຳໂມນ ແລະ ພຣະເຈົ້າ​ຢາເວ​ມອບ​ພວກເຂົາ​ໄວ້​ໃນ​ມື​ຂອງ​ລາວ. ລາວ​ໄດ້​ທຳລາຍ​ສີ່​ສິບ​ເມືອງ, ຕັ້ງແຕ່​ອາໂຣເອ​ຈົນ​ໄປ​ເຖິງ​ເຂດແດນ​ທີ່​ຢູ່​ອ້ອມແອ້ມ​ມິນນິດ, ເລີຍ​ອອກ​ໄປ​ຈົນ​ເຖິງ​ອາເບັນເກຣາມິນ. ດັ່ງນັ້ນ ອິດສະຣາເອນ​ຈຶ່ງ​ເອົາ​ຊະນະ​ຊາວ​ອຳໂມນ.

ເມື່ອ​ເຢັບທາ​ກັບ​ຄືນ​ມາ​ທີ່​ເຮືອນ​ຂອງ​ຕົນ​ທີ່​ມີຊະປາ, ຜູ້ທີ່​ອອກ​ມາ​ພົບ​ລາວ ແຕ່​ແມ່ນ​ລູກສາວ​ຂອງ​ລາວ​ເອງ, ພ້ອມທັງ​ເຕັ້ນລຳ​ໄປ​ຕາມ​ຈັງຫວະ​ສຽງ​ກອງແຊັກ! ນາງ​ເປັນ​ລູກສາວ​ຄົນ​ດຽວ. ນອກ​ຈາກ​ນາງ​ແລ້ວ ລາວ​ບໍ່​ມີ​ລູກຊາຍ ຫລື ລູກສາວ​ຄົນ​ອື່ນ​ອີກ. ເມື່ອ​ລາວ​ເຫັນ​ນາງ ລາວ​ກໍ​ຈີກ​ເສື້ອ​ຜ້າ​ຂອງ​ຕົນ ແລະ ເວົ້າ​ວ່າ, “ລູກສາວ​ຂອງ​ພໍ່! ເຈົ້າ​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພໍ່​ແຕກ​ສະຫລາຍ​ແລ້ວ ເພາະ​ພໍ່​ໄດ້​ເຮັດ​ຄໍາ​ສັນຍາ​ຕໍ່​ອົງພຣະເຈົ້າ​ຢາເວ​ທີ່​ບໍ່​ສາມາດ​ຖອນ​ຄຳ​ໄດ້”.

ນາງ​ຕອບ​ວ່າ, “ພໍ່​ຂອງ​ລູກ, ເຈົ້າ​ຈົ່ງ​ເຮັດ​ຕາມ​ຄໍາ​ທີ່​ໃຫ້​ໄວ້​ກັບ​ພຣະເຈົ້າ​ຢາເວ. ຈົ່ງ​ເຮັດ​ຕໍ່​ລູກ​ຕາມ​ທີ່​ພໍ່​ໄດ້​ສັນຍາ​ໄວ້​ນັ້ນ, ບັດນີ້ ພຣະເຈົ້າ​ຢາເວ​ໄດ້​ແກ້ແຄ້ນ​ໃຫ້​ພໍ່​ຄື ຊາວ​ອຳໂມນ​ສັດຕູ​ຂອງ​ພໍ່​ແລ້ວ. ນາງ​ກ່າວ​ວ່າ ແຕ່​ລູກ​ຂໍ​ຮ້ອງ​ຢ່າງ​ໜຶ່ງ​ຄື ຂໍ​ໃຫ້​ລູກ​ທ່ອງທ່ຽວ​ໄປ​ຕາມ​ເນີນພູ​ຕ່າງ​ໆ​ຮ້ອງ​ໄຫ້​ຢູ່​ກັບ​ໝູ່​ຂອງ​ລູກ​ຈັກ​ສອງ​ເດືອນ ເພາະ​ລູກ​ຈະ​ບໍ່​ໄດ້​ແຕ່ງງານ”.

ລາວ​ກ່າວ​ວ່າ “ລູກ​ຈົ່ງ​ໄປ” ແລະ ລາວ​ໃຫ້​ນາງ​ໄປ​ເປັນ​ເວລາ​ສອງ​ເດືອນ ນາງ ແລະ ໝູ່ເພື່ອນ​ຂອງ​ນາງ​ກໍ​ເຂົ້າໄປ​ທີ່​ເນີນພູ ແລະ ຮ້ອງໄຫ້​ຍ້ອນ​ນາງ​ຈະ​ບໍ່​ໄດ້​ແຕ່ງງານ. ຫລັງຈາກ​ສອງ​ເດືອນ​ແລ້ວ ນາງ​ກໍ​ກັບ​ມາ​ຫາ​ພໍ່ ລາວ​ຈຶ່ງ​ເຮັດ​ກັບ​ນາງ​ຕາມ​ທີ່​ໄດ້​ສັນຍາ​ໄວ້. ໃນ​ຂະນະທີ່​ນາງ​ຍັງ​ເປັນ​ຍິງ​ສາວບໍລິສຸດ​ຢູ່.

ຕັ້ງແຕ່​ນັ້ນ​ເປັນ​ຕົ້ນມາ ສິ່ງນີ້​ກາຍ​ເປັນ​ປະເພນີ​ຂອງ​ຊາວ​ອິດສະຣາເອນ ຄື​ທຸກ​ປີ​ຍິງ​ທີ່​ຍັງ​ເປັນ​ສາວ​ຂອງ​ອິດສະຣາເອນ​ຈະ​ອອກ​ໄປ​ໄວ້​ອາໄລ​ໃຫ້​ລູກສາວ​ຂອງ​ເຢັບທາ​ແຫ່ງ​ກີເລອາດ​ເປັນ​ເວລາ​ສີ່​ວັນ.

Source notes (2)
  1. Footnote ຫລື ບໍ່​ຕົກລົງ
  2. Footnote ຫລື ຜູ້​ຄອບຄອງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.