Biblica® Open Lao Contemporary Version
ຢູດາ 1
ຈົດໝາຍສະບັບນີ້ຈາກເຮົາຢູດາ ຜູ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ແລະ ເປັນນ້ອງຊາຍຂອງຢາໂກໂບ.
ເຖິງບັນດາຜູ້ທີ່ໄດ້ຮັບການເອີ້ນ ເຊິ່ງເປັນທີ່ຮັກຂອງພຣະເຈົ້າພຣະບິດາ ແລະ ຮັກສາໄວ້ເພື່ອ1ພຣະເຢຊູຄຣິດເຈົ້າ.
ຂໍໃຫ້ຄວາມເມດຕາ, ສັນຕິສຸກ ແລະ ຄວາມຮັກຈົ່ງມີແກ່ພວກເຈົ້າທັງຫລາຍຢ່າງເຫລືອລົ້ນ.
ຄວາມບາບ ແລະ ຄວາມຈິບຫາຍຂອງຄົນອະທຳ
ເພື່ອນທີ່ຮັກທັງຫລາຍ ເຖິງແມ່ນວ່າເຮົາກະຕືລືລົ້ນຫລາຍທີ່ຈະຂຽນເຖິງພວກເຈົ້າກ່ຽວກັບຄວາມພົ້ນທີ່ພວກເຮົາມີຮ່ວມກັນ, ເຮົາກໍຮູ້ສຶກວ່າຈຳເປັນຕ້ອງຂຽນມາໃຫ້ກຳລັງໃຈພວກເຈົ້າໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ເຊິ່ງໄດ້ມອບໝາຍໃຫ້ແກ່ຄົນບໍລິສຸດຂອງພຣະເຈົ້າເທື່ອດຽວສຳລັບຕະຫລອດໄປ. ຄຳພິພາກສາຂອງຄົນເຫລົ່ານີ້ໄດ້ຖືກບັນທຶກ2ໄວ້ດົນແລ້ວ ເນື່ອງຈາກວ່າມີບາງຄົນໄດ້ປອມໂຕເຂົ້າມາໃນທ່າມກາງພວກເຈົ້າ. ພວກເຂົາເປັນຄົນອະທຳ ບິດເບືອນພຣະຄຸນຂອງພຣະເຈົ້າເພື່ອເປັນຊ່ອງທາງໃຫ້ເຮັດຜິດສິນທຳ ແລະ ປະຕິເສດພຣະເຢຊູຄຣິດເຈົ້າຜູ້ເປັນອົງເຈົ້ານາຍ ແລະ ເປັນອົງພຣະຜູ້ເປັນເຈົ້າແຕ່ພຽງອົງດຽວຂອງພວກເຮົາ.
ເຖິງແມ່ນວ່າພວກເຈົ້າຮູ້ຂໍ້ຄວາມເຫລົ່ານີ້ໝົດແລ້ວ ເຮົາກໍຍັງຢາກເຕືອນພວກເຈົ້າໃຫ້ລະນຶກວ່າອົງພຣະຜູ້ເປັນເຈົ້າ3ໄດ້ປົດປ່ອຍຄົນຂອງພຣະອົງອອກຈາກເອຢິບ ແຕ່ຕໍ່ມາກໍທຳລາຍບັນດາຜູ້ທີ່ບໍ່ເຊື່ອ. ແລະ ບັນດາເທວະດາຜູ້ທີ່ບໍ່ຮັກສາອຳນາດໜ້າທີ່ຂອງຕົນ ແຕ່ໄດ້ປະຖິ້ມຖິ່ນຖານທີ່ຢູ່ຂອງຕົນເອງ ພຣະອົງໄດ້ກັກຂັງເທວະດາເຫລົ່ານີ້ໄວ້ໃນບ່ອນມືດ, ລ່າມດ້ວຍໂສ້ຕະຫລອດໄປເປັນນິດເພື່ອລໍຖ້າການພິພາກສາໃນວັນອັນຍິ່ງໃຫຍ່ນັ້ນ. ໃນທຳນອງດຽວກັນ, ເມືອງໂຊໂດມ, ເມືອງໂກໂມຣາ ແລະ ເມືອງຕ່າງໆທີ່ຢູ່ອ້ອມທີ່ນັ້ນໄດ້ປ່ອຍຕົນເອງໃຫ້ເຮັດຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາເປັນຕົວຢ່າງຂອງບັນດາຜູ້ທີ່ຈະຮັບໂທດໃນໄຟນິລັນດອນ.
ໃນທາງດຽວກັນ ໃນຄວາມເພີ້ຝັນຂອງພວກເຂົາຄົນອະທຳເຫລົ່ານີ້ກໍເປັນແບບດຽວກັນເລີຍ ພວກເຂົາປ່ອຍໃຫ້ຮ່າງກາຍຂອງຕົນເປື້ອນເປິ, ປະຕິເສດສິດອຳນາດ ແລະ ດ່າເທວະດາເບື້ອງເທິງ. ແມ່ນແຕ່ມີຄາເອນຫົວໜ້າເທວະດາ ເມື່ອເພິ່ນໂຕ້ແຍ້ງກັບມານຮ້າຍເລື່ອງສົບຂອງໂມເຊນັ້ນກໍຍັງບໍ່ກ້າກ່າວໂທດມານຮ້າຍທີ່ກ່າວໃສ່ຮ້າຍ ແຕ່ເວົ້າວ່າ, “ໃຫ້ອົງພຣະຜູ້ເປັນເຈົ້າຈັດການກັບເຈົ້າ!” ເຖິງປານນັ້ນຄົນເຫລົ່ານີ້ໝິ່ນປະໝາດໃນສິ່ງທີ່ຕົນບໍ່ເຂົ້າໃຈ ແລະ ທຸກສິ່ງທີ່ພວກເຂົາເຂົ້າໃຈໂດຍສັນຊາດຕະຍານເໝືອນສັດເດຍລະສານທີ່ບໍ່ຮູ້ຈັກໃຊ້ເຫດຜົນ ສິ່ງເຫລົ່ານີ້ແຫລະຈະທຳລາຍພວກເຂົາ.
ວິບັດແກ່ພວກເຂົາ! ພວກເຂົາໄດ້ດຳເນີນຕາມແນວທາງຂອງກາອິນ ພວກເຂົາໄດ້ປ່ອຍໃຫ້ຕົນເອງເຂົ້າສູ່ຄວາມຜິດພາດຂອງບາລາອາມ ເພາະເຫັນແກ່ຜົນປະໂຫຍດ ພວກເຂົາໄດ້ຖືກທຳລາຍໄປໃນການກະບົດຂອງໂກຣາ.
ຄົນເຫລົ່ານີ້ເປັນຮອຍຕຳໜິໃນງານລ້ຽງແຫ່ງຄວາມຮັກຂອງພວກເຈົ້າ ພວກເຂົາຮ່ວມກິນກັບພວກເຈົ້າໂດຍບໍ່ຢ້ານກົວເລິີຍ ເປັນເໝືອນຄົນລ້ຽງແກະທີ່ລ້ຽງແຕ່ຕົນເອງ. ພວກເຂົາເປັນເມກທີ່ບໍ່ມີຝົນ, ຖືກພັດໄປຕາມລົມ, ເປັນຕົ້ນໄມ້ທີ່ບໍ່ເກີດຜົນຕາມລະດູ ແລະ ຖືກຖອນຮາກຖອນເຫງົ້າຕາຍແລ້ວຕາຍອີກ. ພວກເຂົາເປັນຄື້ນຟອງນໍ້າໃນທະເລທີ່ຊັດຄວາມອັບອາຍຂອງຕົນຂຶ້ນເປັນຟອງ, ພວກເຂົາເປັນບັນດາດາວທີ່ຫລຸດອອກຈາກວົງໂຄຈອນ, ຄວາມມືດທີ່ສຸດໄດ້ຖືກສະຫງວນໄວ້ໃຫ້ພວກເຂົາຕະຫລອດໄປ.
ເອນົກ ເປັນລຸ້ນທີເຈັດນັບຈາກອາດາມ ໄດ້ທຳນວາຍກ່ຽວກັບພວກເຂົາວ່າ: “ເບິ່ງແມ, ອົງພຣະຜູ້ເປັນເຈົ້າກຳລັງມາພ້ອມດ້ວຍຜູ້ບໍລິສຸດຂອງພຣະອົງນັບເປັນພັນໆ ເພື່ອພິພາກສາທຸກຄົນ ແລະ ລົງໂທດພວກເຂົາທັງໝົດຈາກການອະທຳທີ່ພວກເຂົາໄດ້ເຮັດໄປຕາມທາງອະທຳຂອງພວກເຂົາ ແລະ ທຸກຄຳຕໍ່ຕ້ານທີ່ຄົນບາບຄົນອະທຳໄດ້ກ່າວຕໍ່ສູ້ພຣະອົງ” ຄົນເຫລົ່ານີ້ມັກຈົ່ມ ແລະ ມັກຈັບຜິດ, ພວກເຂົາເຮັດຕາມຕັນຫາຊົ່ວຂອງຕົນ, ພວກເຂົາອວດອ້າງຕົນເອງ ແລະ ຍົກຍ້ອງຄົນອື່ນເພື່ອຫາປະໂຫຍດໃສ່ຕົນເອງ.
ຮຽກຮ້ອງໃຫ້ມີຄວາມອົດທົນ
ແຕ່ເພື່ອນທີ່ຮັກທັງຫລາຍ ຈົ່ງລະນຶກເຖິງສິ່ງທີ່ບັນດາອັກຄະສາວົກຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ບອກໄວ້ກ່ອນລ່ວງໜ້າແລ້ວ. ພວກເພິ່ນໄດ້ກ່າວກັບພວກທ່ານວ່າ, “ໃນຍຸກສຸດທ້າຍຈະມີຄົນມັກເຢາະເຢີ້ຍ ເຊິ່ງເຮັດຕາມຕັນຫາຊົ່ວຂອງຕົນເອງ”. ຄົນເຫລົ່ານີ້ເຮັດໃຫ້ພວກທ່ານແຕກແຍກກັນ, ພວກເຂົາເຮັດຕາມສັນຊາດຕະຍານເທົ່ານັ້ນ ແລະ ບໍ່ມີພຣະວິນຍານ.
ສ່ວນພວກທ່ານ, ເພື່ອນທີ່ຮັກທັງຫລາຍເອີຍ, ຈົ່ງເສີມສ້າງກັນຂຶ້ນໃນຄວາມເຊື່ອອັນບໍລິສຸດທີ່ພວກທ່ານມີຢູ່ ແລະ ຈົ່ງອະທິຖານໃນພຣະວິນຍານບໍລິສຸດເຈົ້າ ຈົ່ງຮັກສາຕົນເອງໄວ້ໃນຄວາມຮັກຂອງພຣະເຈົ້າຂະນະທີ່ພວກທ່ານລໍຖ້າຄວາມເມດຕາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາໃຫ້ນຳພວກທ່ານໄປສູ່ຊີວິດນິລັນດອນ.
ຈົ່ງສະແດງຄວາມເມດຕາແກ່ຜູ້ທີ່ສົງໄສ, ຈົ່ງຊ່ວຍຄົນອື່ນໃຫ້ພົ້ນໂດຍການດຶງພວກເຂົາອອກມາຈາກໄຟ, ຈົ່ງສະແດງຄວາມເມດຕາແກ່ຄົນອື່ນດ້ວຍຄວາມຢຳເກງ ຈົ່ງກຽດຊັງແມ່ນແຕ່ເສື້ອຜ້າທີ່ເປື້ອນເປິດ້ວຍລາຄະຕັນຫາຂອງເນື້ອໜັງ.4
ບົດເພງສັນເສີນ
ແດ່ພຣະອົງຜູ້ສາມາດຄຸ້ມຄອງພວກເຈົ້າບໍ່ໃຫ້ລົ້ມລົງ ແລະ ໃຫ້ພວກເຈົ້າຢູ່ຕໍ່ໜ້າສະຫງ່າລາສີຂອງພຣະອົງ ໂດຍບໍ່ມີຕຳໜິ ແລະ ດ້ວຍຄວາມຊື່ນຊົມຍິນດີອັນໃຫຍ່ ຄືແດ່ພຣະເຈົ້າອົງດຽວຜູ້ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ. ຂໍໃຫ້ກຽດ, ບາລະມີ, ລິດອຳນາດ ແລະ ສິດອຳນາດ ຈົ່ງມີແກ່ພຣະອົງຜ່ານທາງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ທຸກຍຸກທັງໃນອະດີດ, ປັດຈຸບັນ ແລະ ສືບໆໄປເປັນນິດ! ອາແມນ.
Source notes (4)
- Footnote ຫລື ໂດຍ ຫລື ໃນ
- Footnote ຫລື ຄົນເຫລົ່ານີ້ຖືກກຳນົດໃຫ້ຮັບຄຳພິພາກສາ
- Footnote ສຳເນົາຕົ້ນສະບັບບາງສະບັບທີ່ຂຽນດ້ວຍມືວ່າ ພຣະເຢຊູເຈົ້າ
- Footnote ຕົ້ນສະບັບພາສາກຣີກຂອງຂໍ້ເຫລົ່ານີ້ແຕກຕ່າງກັນຫລາຍຈຸດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.