Biblica® Open Lao Contemporary Version
3 ໂຢຮັນ 1
ຈົດໝາຍສະບັບນີ້ຈາກເຮົາ ຜູ້ປົກຄອງ.
ເຖິງໄຄໂຢ ເພື່ອນທີ່ຮັກ, ຜູ້ທີ່ເຮົາຮັກໃນຄວາມຈິງ.
ເພື່ອນທີ່ຮັກເອີຍ, ຂ້າພະເຈົ້າອະທິຖານຂໍໃຫ້ພວກເຈົ້າຈົ່ງມີສຸຂະພາບທີ່ດີ ແລະ ຂໍໃຫ້ທຸກຢ່າງຜ່ານໄປດ້ວຍດີກັບພວກເຈົ້າ ເໝືອນດັ່ງຈິດໃຈຂອງພວກເຈົ້າກຳລັງດຳເນີນໄປດ້ວຍດີຢູ່ນັ້ນ. ສິ່ງນີ້ເຮັດໃຫ້ເຮົາມີຄວາມຊື່ນຊົມຍິນດີຫລາຍເມື່ອພີ່ນ້ອງຜູ້ທີ່ເຊື່ອບາງຄົນໄດ້ມາ ແລະ ໄດ້ເປັນພະຍານເຖິງຄວາມສັດຊື່ຂອງພວກເຈົ້າຕໍ່ຄວາມຈິງ ແລະ ເລົ່າເຖິງການທີ່ພວກທ່ານເດີນໃນຄວາມຈິງຕໍ່ໄປ. ບໍ່ມີສິ່ງໃດເຮັດໃຫ້ເຮົາຊື່ນຊົມຍິນດີຫລາຍກວ່າການທີ່ໄດ້ຍິນວ່າບັນດາລູກຂອງເຮົາກຳລັງເດີນຢູ່ໃນຄວາມຈິງ.
ເພື່ອນທີ່ຮັກເອີຍ, ພວກເຈົ້າສັດຊື່ໃນສິ່ງທີ່ພວກເຈົ້າກຳລັງປະຕິບັດຕໍ່ບັນດາພີ່ນ້ອງ, ເຖິງແມ່ນວ່າພວກເຂົາເປັນຄົນແປກໜ້າສຳລັບພວກເຈົ້າ. ພວກເຂົາໄດ້ບອກຄຣິສຕະຈັກເລື່ອງຄວາມຮັກຂອງພວກເຈົ້າ. ຂໍຄວາມກະລຸນາສົ່ງພວກເຂົາໄປໃນທາງທີ່ຖວາຍກຽດແກ່ພຣະເຈົ້າ. ພວກເຂົາອອກໄປເພື່ອເຫັນແກ່ນາມນັ້ນ ໂດຍບໍ່ໄດ້ຮັບຄວາມຊ່ວຍເຫລືອຈາກຄົນທີ່ບໍ່ເຊື່ອພຣະເຈົ້າເລີຍ. ເຫດສະນັ້ນ ພວກເຮົາຄວນສະແດງການຕ້ອນຮັບຕໍ່ຄົນຢ່າງນີ້ ເພື່ອວ່າພວກເຮົາຈະໄດ້ເຮັດວຽກຮ່ວມກັນເພື່ອຄວາມຈິງ.
ເຮົາໄດ້ຂຽນເຖິງຄຣິສຕະຈັກ ແຕ່ດີໂອເທເຟ ຜູ້ມັກເຮັດໂຕເປັນໃຫຍ່ ຈະບໍ່ຍອມຕ້ອນຮັບພວກເຮົາ. ດັ່ງນັ້ນ ເມື່ອເຮົາມາ, ເຮົາຈະຊີ້ໃຫ້ເຫັນເຖິງສິ່ງທີ່ລາວໄດ້ເຮັດ, ຄືນິນທາໃສ່ຮ້າຍພວກເຮົາ. ຍັງບໍ່ພໍເທົ່ານັ້ນ, ລາວຍັງໄດ້ປະຕິເສດທີ່ຈະຕ້ອນຮັບພວກພີ່ນ້ອງຜູ້ທີ່ເຊື່ອຄົນອື່ນໆອີກ. ລາວຍັງຫ້າມບັນດາຄົນທີ່ຢາກຕ້ອນຮັບ ແລະ ໄລ່ພວກເຂົາອອກຈາກຄຣິສຕະຈັກດ້ວຍ.
ເພື່ອນທີ່ຮັກເອີຍ, ຢ່າເອົາແບບຢ່າງສິ່ງທີ່ຊົ່ວແຕ່ຈົ່ງເອົາແບບຢ່າງສິ່ງທີ່ດີ. ຜູ້ໃດທີ່ເຮັດດີກໍມາຈາກພຣະເຈົ້າ. ຜູ້ທີ່ເຮັດຊົ່ວກໍບໍ່ເຄີຍເຫັນພຣະເຈົ້າ. ທຸກຄົນລ້ວນແຕ່ກ່າວຊົມເຊີຍເດເມທີໂອ ແລະ ແມ່ນແຕ່ຄວາມຈິງເອງກໍບອກຢ່າງນັ້ນ. ພວກເຮົາເອງກໍກ່າວຊົມເຊີຍເພິ່ນເໝືອນກັນ ແລະ ພວກເຈົ້າກໍຮູ້ວ່າຄຳພະຍານຂອງພວກເຮົານັ້ນກໍເປັນຄວາມຈິງ.
ເຮົາມີຫລາຍເລື່ອງຈະຂຽນເຖິງພວກເຈົ້າ, ແຕ່ເຮົາບໍ່ຢາກຂຽນດ້ວຍບິກ ແລະ ນ້ຳມຶກ. ເຮົາຫວັງວ່າຈະເຫັນພວກເຈົ້າໃນໄວໆນີ້ ແລະ ພວກເຮົາຈະໄດ້ໂອ້ລົມກັນໜ້າຕໍ່ໜ້າ.
ຂໍໃຫ້ສັນຕິສຸກຈົ່ງມີແກ່ພວກເຈົ້າ.
ເພື່ອນທັງຫລາຍຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າ. ເຮົາຂໍຝາກຄວາມຄິດເຖິງມາຍັງເພື່ອນທັງຫລາຍທີ່ຢູ່ທີ່ນັ້ນດ້ວຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.