Biblica® Open Lao Contemporary Version
2 ໂຢຮັນ 1
ຈາກ ຜູ້ອາວຸໂສ.
ເຖິງທ່ານສຸພາບສະຕີທີ່ພຣະເຈົ້າໄດ້ເລືອກໄວ້ກັບລູກທັງຫລາຍຂອງນາງ ຜູ້ທີ່ເຮົາຮັກໃນຄວາມຈິງ ແລະ ບໍ່ແມ່ນພຽງແຕ່ເຮົາເທົ່ານັ້ນ ແຕ່ລວມທັງຄົນທັງປວງທີ່ຮູ້ຈັກຄວາມຈິງດ້ວຍ. ເພາະວ່າຄວາມຈິງທີ່ຢູ່ໃນພວກເຮົາ ແລະ ຈະຢູ່ກັບພວກເຮົາຕະຫລອດໄປ.
ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາເຈົ້າ ແລະ ຈາກພຣະເຢຊູຄຣິດເຈົ້າຜູ້ເປັນພຣະບຸດຂອງພຣະບິດາເຈົ້າ ຢູ່ກັບພວກເຮົາທັງຫລາຍໃນຄວາມຈິງ ແລະ ໃນຄວາມຮັກ.
ເຮົາມີຄວາມຊື່ນຊົມຍິນດີຫລາຍທີ່ເຫັນວ່າບັນດາລູກຂອງພວກເຈົ້າບາງຄົນດຳເນີນຊີວິດໃນຄວາມຈິງ ເໝືອນທີ່ພຣະບິດາເຈົ້າໄດ້ສັ່ງພວກເຮົາ. ແລະ ບັດນີ້, ທ່ານສຸພາບສະຕຼີທີ່ຮັກ, ເຮົາບໍ່ໄດ້ຂຽນເຖິງພວກເຈົ້າກ່ຽວກັບກົດບັນຍັດໃໝ່ ແຕ່ເປັນກົດບັນຍັດທີ່ພວກເຮົາມີມາຕັ້ງແຕ່ຕົ້ນເດີມພຸ້ນ. ເຮົາຂໍໃຫ້ພວກເຮົາຮັກເຊິ່ງກັນແລະກັນ. ແລະ ຄວາມຮັກນີ້ຄື: ການທີ່ພວກເຮົາດຳເນີນຊີວິດໃນການເຊື່ອຟັງກົດບັນຍັດຂອງພຣະອົງ. ຕາມທີ່ພວກເຈົ້າໄດ້ຍິນມາແລ້ວຕັ້ງແຕ່ຕົ້ນ, ກົດບັນຍັດຂອງພຣະອົງນັ້ນຄື ໃຫ້ພວກເຈົ້າດຳເນີນຊີວິດໃນຄວາມຮັກ.
ເຮົາກ່າວຢ່າງນີ້ກໍເພາະວ່າມີຜູ້ຫລອກລວງຫລາຍຄົນອອກໄປໃນໂລກ ພວກເຂົາບໍ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາເກີດເປັນມະນຸດ. ຄົນຢ່າງນີ້ເປັນຜູ້ຫລອກລວງ ແລະ ເປັນສັດຕູຂອງພຣະຄຣິດເຈົ້າ. ຈົ່ງລະວັງໃຫ້ດີເພື່ອວ່າພວກເຈົ້າຈະບໍ່ສູນເສຍສິ່ງທີ່ພວກເຮົາ1ໄດ້ເຮັດໄວ້ ແລະ ເພື່ອພວກເຈົ້າຈະໄດ້ຮັບບຳເໜັດຢ່າງເຕັມສ່ວນ. ຜູ້ໃດທີ່ແລ່ນອອກໜ້າກ່ອນ ແລະ ບໍ່ສືບຕໍ່ເຮັດຕາມຄຳສັ່ງສອນຂອງພຣະຄຣິດເຈົ້າ ຜູ້ນັ້ນກໍບໍ່ມີພຣະເຈົ້າ, ສ່ວນຜູ້ທີ່ສືບຕໍ່ເຮັດຕາມຄຳສັ່ງສອນ ຜູ້ນັ້ນກໍມີທັງພຣະບິດາເຈົ້າ ແລະ ພຣະບຸດ. ຖ້າຜູ້ໃດມາຫາພວກເຈົ້າ ແລະ ບໍ່ໄດ້ນຳເອົາຄຳສັ່ງສອນນີ້ມານຳ ກໍຢ່າຮັບພວກເຂົາເຂົ້າໃນເຮືອນຂອງພວກເຈົ້າ ຫລື ຕ້ອນຮັບພວກເຂົາ. ຜູ້ທີ່ຕ້ອນຮັບພວກເຂົາ ຜູ້ນັ້ນກໍມີສ່ວນຮ່ວມໃນກິດຈະການຊົ່ວຂອງພວກເຂົາ.
ເຮົາມີຫລາຍເລື່ອງຈະຂຽນເຖິງພວກເຈົ້າແຕ່ບໍ່ຢາກໃຊ້ເຈ້ຍ ແລະ ນ້ຳມຶກ. ແຕ່ເຮົາຫວັງຈະມາຢ້ຽມຢາມ ແລະ ເວົ້າກັບພວກເຈົ້າແບບໜ້າຕໍ່ໜ້າເພື່ອຄວາມຊື່ນຊົມຍິນດີຂອງພວກເຮົາຈະເຕັມບໍລິບູນ.
ບັນດາລູກຂອງນ້ອງສາວຂອງພວກເຈົ້າ ຜູ້ທີ່ໄດ້ເລືອກໄວ້ນັ້ນກໍຝາກຄວາມຄິດເຖິງມາຍັງພວກເຈົ້າ.
Source notes (1)
- Footnote ສຳເນົາຕົ້ນສະບັບບາງສະບັບວ່າ ພວກເຈົ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.